ໂຄວິດ-19 ຣະບາດໜັກ ໃນເຂດລຸ່ມແມ່ນ້ຳຂອງ
2021.07.18

ຈຳນວນຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຮອບໃໝ່ ໃນບັນດາ ປະເທດເອເຊັຽ ຕາເວັນອອກສ່ຽງໃຕ້ ຊຶ່ງປະເທດວຽດນາມ ໃນມື້ວັນພະຫັດ ຜ່ານມາ ທາງການວຽດນາມ ໄດ້ປະກາດ ປິດບ້ານປິດເມືອງ ໃນບາງແຂວງ ແລະ ໄດ້ເພີ່ມມາຕການ ຢ່າງເຂັ້ມງວດ ເພື່ອຫຼຸດຜ່ອນ ການແຜ່ລາມ ຂອງເຊື້ອໂຄວິດ-19 ໃນຂນະທີ່ ມີຜູ້ຕິດເຊື້ອ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.
ກະຊວງສາທາຣະນະສຸຂ ວຽດນາມໄດ້ຣາຍງານ ຄົນຕິດເຊື້ອ ທັງໝົດ 23,385 ຄົນ ໃນນັ້ນ ຮ່ວມດ້ວຍ ຄົນຕິດເຊື້ອໃໝ່ 314 ຄົນ ແລະ 105 ຄົນເສັຽຊີວິດ ຜູ້ຕິດໃໝ່ ເສັຽຊີວິດ 3 ຄົນ ເຣີ່ມຕັ້ງແຕ່ ການຣະບາດ ຂອງໂຣຄ ດັ່ງກ່າວ ໃນປີ 2020.
ຜູ້ຕິດເຊື້ອ ສ່ວນໃຫຍ່ ແມ່ນຢູ່ນະຄອນໂຮຈິມິນ ຮອງລົງມາ ແມ່ນ ແຂວງບັກກຽງ, ບັກນິນ ທາງພາກເໜືອ ແລະ ແຂວງບິນດວງ ທາງພາກໃຕ້ ຂອງວຽດນາມ.
ອຳນາດ ການປົກຄອງ ທ້ອງຖິ່ນ ຢູ່ນະຄອນໂຮຈິມິນ ຊຶ່ງເປັນ ບ່ອນຢູ່ອາສັຍ ຂອງຊຸມຊົນແອອັດ ໄດ້ປະກາດ ມາຕການ ປ້ອງກັນໂຄວິດ-19 ຢ່າງເຄັ່ງຄັດ ເປັນຕົ້ນ ການວາງໄລຍະຫ່າງ ໃນຊຸມຊົນ, ຍົກເລີກ ການບໍຣິການ ສົ່ງອາຫານ, ການຂາຍຫວຍ ຕາມແຄມທາງ, ຣົດຈັກ ຮັບຈ້າງ ແລະ ຣົດຂົນສົ່ງ ທີ່ມີຜູ້ໂດຍສານ ນັ່ງໃກ້ກັນ ຈຳນວນຫຼາຍ ດັ່ງຣົດເມ, ຕັກຊີ ແລະ ຣົດໂດຍສານ ທົ່ວໄປ ຖ້າບໍ່ມີ ການສັກຢາວັກຊີນ 2 ເຂັມ ຮ່ວມດ້ວຍ ສາຍການບິນ ໃຫ້ຢຸດສງັກ ເປັນເວລາ 15 ມື້ ເຣີ່ມແຕ່ວັນເສົານີ້ ເປັນຕົ້ນໄປ, ອີງຕາມການຣາຍງານ ຂອງສື່ມວນຊົນ ທ້ອງຖິ່ນວຽດນາມ. ປະຊາຊົນ ວຽດນາມມ ຄົນນຶ່ງ ກ່າວກ່ຽວກັບ ການປິດບ້ານປິດເມືອງ ໃນວຽດນາມວ່າ:
“ຣັຖບານ ຕ້ອງການ ປິດບ້ານປິດເມືຶອງ ທຸກຄົນຕ້ອງຢູ່ບ້ານ ຫຼັງຈາກນັ້ນ ກົດໝາຍບອກວ່າ ທຸກຄົນ ຕ້ອງປະຕິບັດຕາມ.”
ເຈົ້າໜ້າທີ່ ທ້ອງຖິ່ນວຽດນາມ ຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນ ບໍ່ໃຫ້ອອກນອກບ້ານ ໃນບາງແຂວງ ທີ່ມີການຣະບາດໜັກ ໃຫ້ຢູ່ເຮືອນ ຖ້າບໍ່ຈຳເປັນ ຍົກເວັ້ນ ອອກໄປ ຊື້ອາຫານການກິນ, ຊື້ຢາ ຫຼື ມີເຫດສຸກເສີນ ເທົ່ານັ້ນ.
ກະຊວງ ອຸດສາຫະກັມ ແລະ ການຄ້າ ຖືກທາງການ ກຳນົດໃຫ້ ຄວບຄຸມ ແລະ ຮັບປະກັນ ສິນຄ້າ ໃນທ້ອງຕລາດ ບໍ່ໃຫ້ມີ ການຂາດເຂີນ ແລະ ບໍ່ໃຫ້ຂຶ້ນລາຄາ ໃນຍາມສຸກເສີນ ເທື່ອນີ້ ຖ້າລະເມີດ ຈະຖືກລົງໂທດ ຢ່າງໜັກ.
ທ່ານ ບຸຍ ເຮືອງ, ຫົວໜ້າ ກົມການຄ້າ ວຽດນາມ, ກ່າວໃນມື້ວັນພຸດ ຜ່ານມາວ່າ ຫ້ອງການ ຂອງທ່ານ ໄດ້ອອກຄຳສັ່ງ ໃຫ້ຮ້ານຄ້າ ໃນຕລາດ ຮ່ວມດ້ວຍ ຫ້າງຊັພສິນຄ້າ ຕ່າງໆ ໃຫ້ບໍຣິການ ສິນຄ້າ ຕາມປົກກະຕິ ຫ້າມກັກຕຸນ ສິນຄ້າ ແລະ ຫ້າມຂຶ້ນລາຄາ ສິນຄ້າ ໃນເວລານີ້ ຈົນກວ່າ ຈະມີປະກາດ ສບັບໃໝ່ ອອກມາ.
ໃນຂນະດຽວກັນ ນະຄອນຫຼວງ ຮ່າໂນຍ ທີ່ມີປະຊາກອນ ກວ່າ 4 ລ້ານຄົນ ໃນມື້ວັນພະຫັດ ຜ່ານມາ ຄະນະ ປົກຄອງນະຄອນຫຼວງ ກໍໄດ້ອອກຄຳສ່ັງ ໃຫ້ຍົກເລີກ ການບໍຣິການ ຂົນສົ່ງ ຜູ້ໂດຍສານ ໃນບັນດາ 14 ແຂວງ ແລະ ຫົວເມືອງຕ່າງໆ ທີ່ມີ ການຣະບາດ ນອກຈາກນັ້ນ ຍັງສັ່ງໃຫ້ ຍົກເລີກ ການອອກກຳລັງກາຍ ຂອງຊຸມຊົນ ໃນສຖານທີ່ ສາທາຣະນະ ແລະ ໄດ້ຮຽກໃຫ້ ປະຊາຊົນ ຢູ່ບ້ານ ຖ້າບໍ່ຈຳເປັນ. ຊາວວຽດນາມ ອີກນາງນຶ່ງ ເວົ້າວ່າ:
“ທຸກຢ່າງ ງຽບຫຼາຍ ແຕ່ຮ້ານອາຫານ ຍັງເປີດຢູ່ ແຕ່ບໍ່ມີ ລູກຄ້າຫຼາຍ ມີໜ້ອຍດຽວ.”
ຄະນະ ກັມມະການກິລາ ແຫ່ງຊາດ ວຽດນາມ ໄດ້ປະກາດ ຍົກເລີກ ການເປັນເຈົ້າພາບ ກິລາຊີເກມ ທີ່ມີກຳນົດຈັດຂຶ້ນ ໃນວັນທີ 21 ພຶສຈິກາ ຫາວັນທີ 2 ທັນວາ ປີນີ້ ຍ້ອນການຣະບາດ ຂອງໂຄວິດ-19 ອາດຈະບໍ່ຈົບລົງ ໂດຍໄວ, ອີງຕາມ ການຣາຍງານ ຂອງສຳນັກຂ່າວສານ ຣອຍເຕີ ກິລາຊີເກມ ເປັນກິລາ ປະຈຳຂົງເຂດ ໃນບັນດາ 11 ປະເທດສມາຊິກອາຊຽນ ທີ່ຮ່ວມດ້ວຍ 40 ກິລາ ໃນການແຂ່ງຂັນ ແລະ ສັບປ່ຽນກັນ ເປັນເຈົ້າພາບ ໃນໄລຍະສອງປີ.
ໃນຂນະດຽວກັນ, ຣັຖບານວຽດນາມ ຍັງໄດ້ເລັ່ງລັດ ໃນການຊອກຫາ ວັກຊີນ ຈາກປະເທດຜູ້ຜລິດ ເພື່ອປ້ອງກັນ ແລະ ສກັດກັ້ນ ການຣະບາດ ຮອບໃໝ່ ຂອງໂຄວິດ-19 ໃນຈຳນວນ ປະຊາກອນ ວຽດນາມ ເກືອບຮອດ 99 ລ້ານຄົນ ຊຶ່ງມາຮອດ ປັດຈຸບັນ ທາງການວຽດນາມ ໄດ້ສັກຢາ ວັກຊີນ ຕ້ານໂຄວິດ-19 ໃຫ້ປະຊາຊົນ ຂອງຕົນແລ້ວ 4 ລ້ານຄົນ, ອີງຕາມ ການຣາຍງານ ຂອງສື່ມວນຊົນວຽດນາມ.
ໂຄສົກ ກະຊວງຕ່າງປະເທດວຽດນາມ, ທ່ານ ເລ ທີ ຮວງ, ກ່າວຕໍ່ ສື່ມວນຊົນ ໃນວາຣະ ການຖແລງຂ່າວ ປະຈຳວັນ ໃນອາທິດນີ້ ໃນຕອນນຶ່ງວ່າ: ຣັຖບານວຽດນາມ ໄດ້ອະນຸຍາດ ໃຫ້ຈີນສົ່ງ ຢາວັກຊີນ ຍີ່ຫໍ້ ຊີໂນຟາມ ຈຳນວນ 5 ແສນໂດສ ມາສັກໃຫ້ ປະຊາຊົນຈີນ ທີ່ອາໃສ ຢູ່ວຽດນາມ
ສຳລັບ ປະຊາຊົນວຽດນາມ ໂດຍທົ່ວໄປ ທາງການ ວຽດນາມ ໄດ້ຮັບ ການຊ່ອນເຫຼືອ ຈາກອົງການ ຊີໂນແວກ ສຫະປະຊາຊາດ 4 ລ້ານ 4 ແສນໂດສ ເປັນຢາວັກຊີນ ຍີ່ຫໍ້ AstraZeneca, ແລະ 2 ພັນໂດສ ແມ່ນຍີ່ຫໍ້ ສປຸດນິກ 5 ຈາກຣັດເຊັຽພ້ອມດ້ວຍ ຍີ່ຫໍ້ ໄຟເຊີ ຂອງສຫະຣັດ ຈຳນວນ 97 ພັນ 110 ໂດສ, ຣັຖບານ ວຽດນາມ ຍັງຈະໄດ້ ຮັບຕື່ມອີກ 2 ລ້ານໂດສ ວັກຊີນ ຍີ່ຫໍ້ ໂມເດີນາ ຈາກສຫະຣັດ ໃນອາທິິດນີ້.
ສຳລັບ ປະເທດເພື່ອນບ້ານ ວຽດນາມ ດັ່ງປະເທດ ກັມພູຊາ ແລະ ລາວ ໃນອາທິດນີ້, ປະເທດ ກັມພູຊາ ທີ່ມີຄົນເຊື້ອ ໂຄວິດ-19 ກວ່າ 58 ພັນຄົນ ແລະ ມີຄົນເສັຍຊີວິດ 825 ຄົນ ຍ້ອນໂຣຄນີ້ ແລະ ກໍຍັງມີ ການຕິດເຊື້ອ ເພີ່ມອີກ ໃນໄລຍະ ຫຼັງມານີ້ ຢ່າງຫຼວງຫຼາຍ ຊຶ່ງໃນວັນພະຫັດ ມື້ດຽວ ມີຄົນ ຕິດເຊື້ອ ເຖິງ 954 ຄົນ ໃນນັ້ນ ມີກໍຣະນີ ຜູ້ຕິດເຊື້ອໃໝ່ ທີ່ນຳເຂົ້າ 27 ກໍຣະນີ ແລະ ກໍມີແນວໂນ້ມ ຈະເພີ່ມຂຶ້ນເລື້ອຍໆ.
ເທົ່າເຖິງ ປັດຈຸບັນ ຣັຖບານ ກັມພູຊາ ໄດ້ສັກ ວັກຊີນ ຍີ່ຫໍ້ ຊີໂນຟາມ ໃຫ້ແກ່ ປະຊາຊົນ ຂອງຕົນແລ້ວ ກວ່າ 3 ລ້ານ 5 ແສນຄົນ ທົ່ວປະເທດ ທຽບເປັນສັດສ່ວນ ປະມານ 48 ເປີເຊັນ ຂອງປະຊາກອນ ກັມພູຊາ ທັງໝົດ ຮ່ວມດ້ວຍ ການສັກ ໃຫ້ກຸ່ມທີ່ສ່ຽງສູງ ຈຳນວນ 10 ລ້ານຄົນ.
ທາງການ ກັມພູຊາ ຍັງສົງສັຍ ກ່ຽວກັບ ຄຸນນະພາບ ຂອງຢາວັກຊີນ ຊີໂນຟາມ ຂອງຈີນ ຍ້ອນວ່າ ຜູ້ທີ່ສັກ ຍັງຕິດເຊື້ອ ຕື່ມອີກ ແລະ ບາງຄົນ ກໍເຈັບປ່ວຍ ຍ້ອນສັກຢາວັກຊີນ ດັ່ງກ່າວ ແຕ່ຍັງ ບໍ່ມີການສຶກສາ ແລະ ວິຈັຍ ຢາວັກຊີນ ນີ້ເທື່ອ.
ທາງການ ກັມພູຊາ ເວົ້າວ່າ ມີຄົນຕິດເຊື້ອ ເພີ່ມຂຶ້ນ ຫຼັງຈາກ ການສັກ ຢາວັກຊີນ ດັ່ງກ່າວ ເຣີ່ມແຕ່ ເດືອນເມສາ ເປັນຕົ້ນມາ ຍ້ອນຢາບໍ່ສາມາດ ຕ້ານໂຣຄໄດ້. ແມ່ຄ້າ ກັມພູຊາ ນາງນຶ່ງ ເວົ້າວ່າ:
“ໃນເຂດນີ້ ຂາຍໃຫ້ ແຕ່ຄົນຕ່າງຊາດ ແຕ່ບໍ່ມີ ຄົນຕ່າງຊາດ ເຂົ້າມາ.”
ສຳລັບ ສປປລາວ ຊຶ່ງເປັນປະເທດ ທີ່ບໍ່ມີ ທາງອອກສູ່ທະເລ ວ່າງອາທິດຜ່ານມາ ຣັຖບານລາວ ກໍໄດ້ ເພີ່ມມາຕການ ປິດບ້ານປິດເມືອງ ຕື່ມອີກ 15 ມື້ ຈົນຮອດ ວັນທີ 19 ກໍຣະກະດາ ແລະ ເພີ່ມມາຕການ ປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ ຍ້ອນມີຄົນ ຕິດເຊື້ອ ເພີ່ມຂຶ້ນ ໂດຍສະເພາະ ຈາກຄົນງານລາວ ທີ່ກັບມາຈາກ ຕ່າງປະເເທດ ຊຶ່ງໃນມື້ວັນທີ 9 ກໍຣະກະດາ ມື້ດຽວ ມີຄົນເຂົ້າ ປະເທດ ກວ່າ 8 ຮ້ອຍຄົນ ໃນນັ້ນ ບາງຄົນ ນຳເຊື້ອໂຄວິດ-19 ເຂົ້າມານຳ ເປັນຕົ້ນ ຄົນງານລາວ ທີ່ກັບມາຈາກ ປະເທດໄທຍ.
“ກະຊວງ ການຕ່າງປະເທດລາວ ອອກຖແລງຂ່າວ ໃນສື່ສັງຄົມອອນລາຍ ວ່າ ບາງປະເທດ ເພື່ອນບ້ານ ຂອງລາວ ກຳລັງປະເຊີນ ກັບການຣະບາດ ຂອງເຊື້ອໂຄວິດ-19 ຢ່າງໜັກ ມີຄົນຕິດເຊື້ອ ແລະ ເສັຽຊິວິດ ເພີ່ມຂຶ້ນ.”
ການປະກາດ ຍັງໄດ້ລະບຸ ຜູ້ຕິດເຊື້ອ ສາຍພັນໃໝ່ ຄືສາຍພັນ ເດລຕ້າ ໃນລາວ ແລະ ການເພີ່ມຂຶ້ນ ຂອງຄົນຕິດເຊື້ອໃໝ່ ນຳອີກ.
ທາງການລາວ ຍັງໄດ້ສັ່ງປິດ ສຖານທີ່ບັນເທີງ, ຫ້າມການອອກ ກຳລັງກາຍ ຊຸມຊົນ ທີ່ມີຄົນ ເຂົ້າຮ່ວມກັນ ເປັນກຸ່ມ, ປິດໂຮງຮຽນ ທົ່ວປະເທດ ແລະ ຫ້າມການຊຸມແຊວ ແລະ ສັງສັນ, ງານປະເພນີ ແລະ ງານຕ່າງໆ ຈົນກວ່າ ຈະມີປະກາດ ສບັບໃໝ່. ດັ່ງ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸກ ແລະ ຕ່າງໜ້າ ຄະນະສເພາະກິດ ປ້ອງກັນໂຄວິດ-19, ກ່າວຕໍ່ ສື່ມວນຊົນ ໃນພິທີຖແລງຂ່າວ ໃນມື້ວັນທີ 14 ກໍຣະກະດາ ນີ້ວ່າ:
“ມາຮອດວັນທີ 13 ເດືອນກໍຣະກະດາ ປະເທດ ຂອງພວກເຮົາ ໄດ້ກວດວິຈັຍ ພົບຜູ້ຕິດເຊື້ອ ທັງໝົດ 1,888 ຄົນ ໃນນັ້ນ ກວດພົບ ຜູ້ຕິດເຊື້ອໃໝ່ 75 ຄົນ ທັງໝົດ ແມ່ນນຳເຂົ້າ ຊຶ່ງກວດພົບ ຈາກຄົນງານລາວ ທີ່ກັບ ມາຈາກ ຕ່າງປະເທດເພື່ອນບ້ານ ໂດຍຖືກຕ້ອງ ຕາມກົດໝາຍ.”
ຕລາດ ແລະ ຮ້ານຄ້າຕ່າງໆ ເປັນຕົ້ນ ຮ້ານຂາຍອາຫານ ແລະ ສິ່ງຂອງ ທີ່ຈຳເປັນ ອະນຸຍາດ ໃຫ້ເປີດ ບໍຣິການ ເປັນປົກກະຕິ ແຕ່ຕ້ອງປະຕິບັດ ຕາມມາຕການ ປ້ອງກັນໂຄວິດ-19 ຢ່າງເຄັ່ງຄັດ ດັ່ງ ຢູ່ໄລຍະຫ່າງ ໃສ່ຜ້າ ອັດປາກອັດດັງ ເວລາ ອອກນອກບ້ານ, ລ້າງມື ດ້ວຍແຈວ ແລະ ກວດອຸນນະພູມ ຮ່າງກາຍ ຕລອດ. ແຕ່ບັນຫາ ໃນປັດຈຸບັນ ແມ່ນຄົນງານລາວ ທີ່ກັບມາ ຈາກໄທຍ ຈຳນວນ ຫຼວງຫຼາຍ ແລະ ຫຼາຍຄົນ ກໍຕິດເຊື້ອໂຄວິດ-19 ມານຳ ໃນນັ້ນ ຮ່ວມດ້ວຍສາຍພັນໃໝ່ ສາຍພັນເດລຕາ ໂດຍເພາະ ໃນແຂວງພາກໃຕ້ ຂອງລາວ ດັ່ງແຂວງຈຳປາສັກ ແລະ ສວັນນະເຂດ.
ມາຮອດກາງ ເດືອນມິຖຸນາ ປີນີ້ ທາງການລາວ ໄດ້ສັກຢາວັກຊີນ ໃຫ້ແກ່ ປະຊາຊົນ ຂອງຕົນແລ້ວກວ່າ 1 ລ້ານ 1 ແສນຄົນ ໃນຈຳນວນ ປະຊາກອນລາວ ເກືອບຮອດ 7 ລ້ານ 4 ແສນຄົນ, ອີງຕາມ ການຣາຍງານ ຂອງອົງການອະນາມັຍໂລກ.
ສຳລັບ ປະເທດພະມ້າ ກະຊວງ ສາທາຣະນະສຸຂ ພະມ້າ ຣາຍງານ ໃນມື້ວັນພະຫັດ ຜ່ານມາວ່າ ເທົ່າເຖິງ ປັດຈຸບັນ ມີຄົນພະມ້າ ຕິດເຊື້ອໂຄວິດ-19 ທັງໝົດ 1 ແສນ 8 ໝື່ນປາຍຄົນ ໃນນັ້ນ ຜູ້ຕິດໃໝ່ 4 ພັນປາຍຄົນ ແລະ ມີຜູ້ເສັຽຊິວິດແລ້ວ 3,621 ຄົນໃນນັ້ນ 51 ແມ່ນເສັຽຊິວິດໃໝ່. ປະຊາຊົນ ຊາວພະມ້າ ນາງນຶ່ງ ເວົ້າວ່າ:
“ຣັຖບານ ຂອງຂ້າພະເຈົ້າ ຄື ຝີນາໂຣກ ຖືເງິນເໜືອກວ່າ ຊີວິດຄົນ.”
ການເພີ່ມຂຶ້ນ ຂອງຄົນຕິດເຊື້ອ ໃນພະມ້າ ຢ່າງກະທັນຫັນ ເຮັດໃຫ້ ທາງການຈີນ ໃນມື້ວັນພຸດຜ່ານມາ ປິດໂຮງງານ ແລະ ທຸຣະກິດ ທີ່ຈີນ ລົງທຶນ ເປັນເຈົ້າຂອງ ຫຼາຍແຫ່ງ ໃນພະມ້າ ແລະ ທາງການພະມ້າ ກໍໄດ້ອອກຄຳສັ່ງ ຫ້າມຄົນອອກ ນອກບ້ານ ໃຫ້ກັກໂຕ ຢູ່ເຮືອນໃຜມັນ ຍົກເວັ້ນ ແຕ່ອອກໄປ ຊື້ອາຫານ ແລະ ສິ່ງຂອງ ທີ່ຈຳເປັນ ສຳລັບຄອບຄົວ ເທົ່ານັ້ນ.
ທາງການພະມ້າ ຍັງສັ່ງ ປິດຊາຍແດນ ກັບປະເທດເພື່ອນບ້ານ ທີ່ມີການຣະບາດ ທຸກປະທດ ແລະ ໃນມື້ດຽວກັນນີ້ ກະຊວງ ສາທາຣະນະສຸຂ ພະມ້າ ໄດ້ປະກາດ ໃຫ້ປະຊາຊົນ ຊາວພະມ້າ ສືບຕໍ່ ປະຕິບັດ ມາຕການ ປ້ອງກັນໂຄວິດ-19 ຢ່າງເຄັ່ງຄັດ ໃນຂນະທີ່ ຈຳນວນ ຄົນຕິດເຊື້ອໃໝ່ ເພີ່ມຂຶ້ນ ຢ່າງຫຼວງຫຼາຍ ໃນເວລານີ້ ໂດຍສະເພາະ ຢູ່ນະຄອນຢ້າງກຸ້ງ ທີ່ມີ ປະຊາກອນ ອາສັຍຢູ່ ຢ່າງແອອັດ ແລະ ກໍຣະນີ ຄົນຕິດເຊື້ຶ້ອໃໝ່ ເພີ່ມຂຶ້ນ ຕລອດ ທາງການ ພະມ້າ ຍັງໄດ້ອອກຄຳສັ່ງ ໃຫ້ປະຊາຊົນ ຢູ່ບ້ານ ຖ້າບໍ່ຈຳເປັນ ຫ້າມອອກ ນອກບ້ານ ຍົກເວັ້ນ ເຫດສຸກເສີນ ເທົ່ານັ້ນ.
ມາຮອດ ເດືອນມິີຖຸຸນາ ປີນີ້ ທາງການພະມ້າ ໄດ້ສັກວັກຊີນ ໃຫ້ແກ່ປະຊາຊົນ ຂອງຕົນແລ້ວ 3 ລ້ານກວ່າຄົນ ໃນຈຳນວນ ປະຊາກອນ ທັງໝົດ 54 ລ້ານຄົນ, ອີງຕາມ ການຣາຍງານ ຂອງອົງການ ອະນາມັນໂລກ ສ່ວນໃຫຍ່ ແມ່ນຢາວັກຊີນ ທີ່ໄດ້ຮັບຈາກ ຣັດເຊັຽ ແລະ ຈີນ.
ສພາບ ການຣະບາດ ຂອງໂຄວິດ-19 ຮອບໃໝ່ ເປັນຕົ້ນ ສາຍພັນເດລຕ້າ ເຮັດໃຫ້ ບັນດາປະເທດ ໃນຂົງເຂດ ມີຄວາມກັງວົນຫຼາຍ ຍ້ອນຍັງບໍ່ມີ ຢາວັກຊີນ ສາມາດ ຕ້ານສາຍພັນ ດັ່ງກ່າວ ໄດ້ເທື່ອ ດັ່ງນັ້ນ ປະເທດເຫຼົ່ານີ້ ຈຶ່ງໄດ້ເພີ່ມາຕການ ໃນການສກັດກັ້ນ ການແຜ່ລາມ ຂອງໂຣຄດັ່ງກ່າວ ໃນເວລານີ້ ຢ່າງເຄັ່ງຄັດ ຮ່ວມດ້ວຍ ສປປລາວ ຊຶ່ງເປັນປະເທດ ທີ່ໄດ້ຮັບ ຜົລກະທົບຫຼາຍ ເໝືອກັນ.
ສບາຍດີ.