ຄວາມວຸ້ນວາຍໃນທະເລຕາເວັນ ອອກ

ມະນີຈັນ
2014.06.25
f-default2 ຄວາມວຸ້ນວາຍໃນທະເລຕາເວັນ ອອກ
RFA

 

ກະຊວງການ ຕ່າງ ປະເທດ ສປປລາວ ສົ່ງສານ ເຖິງ ສະຖານທູດ ວຽດນາມ ໃນ ນະຄອນ ຫລວງ ວຽງຈັນ ເມື່ອ ວັນທີ 23 ມີຖຸນາ 2014 ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ສະພາບການ ຜັນແປ ຢູ່ ທະເລຕາເວັນ ອອກ. ຕາມຣາຍງານ ຂ່າວ VNA.

ການສົ່ງສານ ນັ້ນ ເປັນການ ຕອບໜັງສື ທີ່ ທາງ ສະຖານທູດ ວຽດນາມ ໄດ້ຂຽນອອກ ກ່ຽວກັບ ສະພາບການ ໃນ ທະເລຕາເວັນ ອອກ ນັບຕັ້ງແຕ່ ຈີນ ໄດ້ ນໍາເອົາ ອຸປກອນ ແທ່ນ ຂຸດເຈາະ ນໍ້າມັນ ເຂົ້າໄປຕັ້ງຢູ່ ເຂດ ເສຖກິດ ຂອງ ວຽດນາມ ແບບ ບໍ່ຖືກຕ້ອງ ເມື່ອຕົ້ນ ເດືອນ ພຶສພາ ຜ່ານມາ. ພ້ອມທັງ ສົ່ງເຮືອ ຕິດອາວຸດ ເຂົ້າໄປຍັງ ນ່ານນໍ້າ ຂອງ ວຽດນາມ.

ກະຊວງ ການຕ່າງ ປະເທດລາວ ຂຽນວ່າ ທະເລ ຕາເວັນອອກ ເປັນເຂດ ທີ່ ສໍາຄັນ ແລະ ຫລໍ່ແຫລມ ຊຶ່ງ ມີຄວາມ ສໍາຄັນ ໃນການ ຮັກສາ ແລະ ສົ່ງເສີມ ສັນຕິພາບ ສະເຖັຽຣະພາບ ແລະ ການຮ່ວມມື ຊຶ່ງລາວ ກໍຕິດຕາມ ຢ່າງໃກ້ຊິດ ແລະ ກໍ ເປັນຫ່ວງ ກ່ຽວກັບ ເຫດການ ທີ່ ຜັນແປ ຢູ່ເຂດ ນ່ານນໍ້າ ນັ້ນ ແລະ ວ່າ ສປປລາວ ຮຽກຮ້ອງ ໃຫ້ ທຸກຝ່າຍ ທີ່ ກ່ຽວຂ້ອງ ຍັບຍັ້ງມື ຈາກການ ເຄື່ອນໄຫວ ທີ່ ອາຈເຮັດໃຫ້ ສະພາບການ ເຄັ່ງຕຶງ ນັ້ນ ເພີ່ມຂຶ້ນ.

ຂ່າວທາງການ ວຽດນາມ ຣາຍງານ ຕື່ມວ່າ ລາວ ຮຽກຮ້ອງ ໃຫ້ ທຸກຝ່າຍ ບໍ່ໃຊ້ ຫລື ທ້າທາຍ ທີ່ ຈະໃຊ້ກໍາລັງ ແລະ ແກ້ໄຂບັນ ຫາ ຂັດດແຍ່ງ ກັນ ຢ່າງ ສັນຕິ ວິທີ ໂດຍ ສອດຄ່ອງ ກັບ ກົດໝາຍ ສາກົລ ຮວມທັງ ສົນທິ ສັນຍາ ສະຫະປະຊາຊາດ ວ່າດ້ວຍ ກົດໝາຍ ທາງທະເລ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.