ລາວ ຝຶກຊ້ອມນັກກິລາ ທີ່ຈະສົ່ງໄປແຂ່ງຂັນ ກິລາຊີເກມສ໌ ທີ່ກັມພູຊາ
ສະຫະພັນກິລາລາວ ຝຶກຊ້ອມນັກກິລາ ທີ່ຈະສົ່ງໄປແຂ່ງຂັນ ຊີເກມສ໌ ຄັ້ງທີ 32 ທີ່ປະເທດກັມພູຊາ ເປັນເຈົ້າພາບ ຕັ້ງແຕ່ວັນນທີ 5-17 ພຶສພາ 2023 ນີ້ ເຊິ່ງລາວຈະສົ່ງໄປ 656 ຄົນ, ໃນຈໍານວນນັກກິລາ ທີ່ຈະເຂົ້າຮ່ວມທັງໝົດ 12,404 ຄົນ.
-
ຈຳປາທອງ
2023-04-19 -
-
-
Your browser doesn’t support HTML5 audio
ສະຫະພັນກິລາ ບາງປະເພດ ຂອງລາວ ກໍາລັງກະກຽມຄວາມພ້ອມ ຂອງນັກກິລາ ເພື່ອສົ່ງເຂົ້າຮ່ວມການແຂ່ງຂັນ ກິລາຊີເກມສ໌ ຄັ້ງທີ 32 ຢູ່ປະເທດກັມພູຊາ ໃນລະຫວ່າງວັນທີ 5 ຫາວັນທີ 17 ພຶສພາ 2023 ນີ້ ເຖິງແມ່ນວ່າຍັງບໍ່ທັນມີການ ຖແລງຂ່າວຢ່າງຄັກແນ່ ຈາກກົມກິລາ ກະຊວງສຶກສາທິການ ແລະກິລາເທື່ອວ່າ ຈະນສົ່ງນັກກິລາໄປແຂ່ງຂັນ ຈັກຄົນ ແລະຈັກປະເພດກິລາ ກໍຕາມ.
ສໍາລັບກິລາເຕະບານ ທີ່ຄົນລາວສ່ວນໃຫຍ່ໃຫ້ຄວາມສໍາຄັນ ແລະຕິດຕາມຫລາຍທີ່ສຸດນັ້ນ ຂະນະນີ້ທາງສະຫະພັນບານເຕະ ລາວ ກໍາລັງກະກຽມຄວາມພ້ອມ ຂອງນັກກິລາຢູ່ ໂດຍສົ່ງໄປຝຶກຊ້ອມ ຢູ່ປະເທດຊາອຸດິອາຣະເບັຽ ກ່ອນທີ່ຈະໄປແຂ່ງຂັນ ຢູ່ປະເທດກັມພູຊາ ໃນອີກບໍ່ດົນນີ້. ສະຫະພັນບານເຕະລາວ ຮວມທັງຄຣູຝຶກນັກກິລາ ຫວັງວ່າຈະໄດ້ເຂົ້າແຂ່ງຂັນ ເຖິງຮອບຮອງຊະນະເລີດ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ສະຫະພັນບານເຕະ ລາວ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 19 ເມສານີ້.
“ໂອ໋ ຍັງຢູ່ພຸ້ນໄດ໋ ເພິ່ນສິບິນໄປກັມພູຊາເລີຍ ຄວາມພ້ອມ ເປັນທີມທີ່ວ່າຫລີ້ນກັນມາດົນແລ້ວເນາະ ສໍາລັບທີມເຍົາວະຊົນຊຸດນີ້ເນາະ. ອາຍຸ 22 ນີ້ເນາະຖືວ່າຫລາຍຄົນກໍໄດ້ມີໂອກາດ ໄດ້ຕິດທີມຊາຕ ຊຸດໃຫຍ່ ກະມີຄົນມາເພີ່ມ ຕັ້ງເປົ້າໝາຍເຮັດໃຫ້ດີທີ່ສຸດຫັ້ນແຫລະ.”
ຊາວລາວຜູ້ນຶ່ງ ທີ່ຕິດຕາມເຊັຽ ທິມເຕະບານລາວມາຕລອດ ເວົ້າໂດຍຫວັງວ່າ ທິມເຕະບານລາວ ທີ່ຈະໄປແຂ່ງຂັນກິລາຊີເກມຄັ້ງນີ້ ຈະສາມາດສ້າງຜົລງານດີທີ່ສຸດ ແລະຈະສາມາດຜ່ານຮອບທໍາອິດ ເຂົ້າຮອບຮອງຊະນະເລີດໄດ້ ຍ້ອນນັກກິລາຫລາຍຄົນໃນຊຸດນີ້ ລ້ວນແລ້ວແຕ່ເປັນຜູ້ທີ່ເຄີຍຫລິ້ນ ຮ່ວມກັນມາເປັນເວລາດົນ ແລະທັງຍັງໄດ້ນັກເຕະບານເຊື້ອສາຍລາວ ທີ່ຢູ່ຕ່າງປະເທດ ມາຮ່ວມທິມ ນໍາດ້ວຍ, ຖືວ່າມີຄວາມຫວັງຫລາຍ.
“ຂ້ອນຂ້າງວ່າດີເຕີບເນາະ ເດັກນ້ອຍຊຸດນີ້ກະເປັນເດັກນ້ອຍ ທີ່ຂຶ້ນມາຈາກ ທີ່ສ້າງມາຕັ້ງແຕ່ຮຸ້ນເຍົາວະຊົນພຸ້ນແຫລະ ສ່ວນໃຫຍ່ສ່ວນຫລາຍຄິດວ່າ ນ່າຈະເຂົ້າຮອບເລີກໆ ເນາະຜ່ານຮອບ 1 ພຸ້ນແຫລະ ຜ່ານຮອບ 1 ໄປກ່ອນ.”
ການແຂ່ງຂັນກິລາເຕະບານ ໃນກິລາຊີເກມສ໌ 2023 ນີ້ ໄດ້ກໍານົດໃຫ້ທຸກທິມ ສົ່ງນັກເຕະລຸ້ນອາຍຸຕໍ່າກວ່າ 22 ປີເຂົ້າແຂ່ງຂັນ. ໃນຮອບທໍາອິດ ທິມຊາຕລາວຖືກຈັດໃຫ້ ຢູ່ໃນກຸ່ມ ບີ ຊຶ່ງປະກອບດ້ວຍ ລາວ, ວຽດນາມ, ໄທຍ, ມາເລເຊັຽ ແລະສິງກະໂປ, ຈະແຂ່ງຂັນໃນຮູບແບບ ພົບກັນໝົດທຸກທິມ ພາຍໃນກຸ່ມ ແລ້ວຄັດເລືອກເອົາ ທິມທີ່ໄດ້ອັນດັບທີ 1 ແລະທີ 2 ຂອງກຸ່ມ ເຂົ້າຊິງຮອບຮອງຊະນະເລີດ ໂດຍຈະໄດ້ພົບກັບທິມທີ່ໄດ້ອັນດັບທີ 1 ແລະທີ 2 ຂອງກຸ່ມເອ ຊຶ່ງປະ ກອບດ້ວຍ ກັມພູຊາ, ອິນໂດເນເຊັຽ, ພະມ້າ, ຟີລິບປິນສ໌ ແລະຕີມໍ-ເລສເຕ.
ສໍາລັບທິມເຕະບານລາວ ແມ່ນເຄີຍໄດ້ສ້າງຜົລງານດີ ໃນການແຂ່ງຂັນກິລາຊີເກມສ໌ ປີ 2009 ທີ່ປະເທດລາວ ເປັນເຈົ້າພາບ ຊຶ່ງໃນຄັ້ງນັ້ນ ທິມເຕະບານລາວ ໄດ້ອັນດັບທີ 4.
ນອກຈາກກິລາເຕະບານແລ້ວ ສະຫະພັນມວຍລາວ ແຫ່ງຊາຕ ກໍກໍາລັງກຽມຄວາມພ້ອມ ຂອງນັກກິລາ ເພື່ອສົ່ງເຂົ້າຮ່ວມ ການແຂ່ງຂັນກິລາ ກຸນຂະແມ ຫລື ມວຍ ຂອງປະເທດກັມພູຊາ ໃນກິລາຊີເກມສ໌ ຄັ້ງນີ້. ສະຫະພັນມວຍລາວ ແຫ່ງຊາຕ ຢືນຢັນວ່າ ຈະສົ່ງນັກກິລາເຂົ້າແຂ່ງຂັນທັງໝົດ 10 ຄົນ, ແຕ່ບໍ່ໄດ້ຄາດຫວັງວ່າ ຈະຕ້ອງໄດ້ຫລຽນຄໍາ ເນື່ອງຈາກນັກກິລາລາວ ຍັງເປັນຮອງນັກກິລາຂອງປະເທດເຈົ້າພາບຢູ່ຫລາຍພໍສົມຄວນ.
ດັ່ງເຈົ້າໜ້າທີ່ ສະຫະພັນມວຍລາວ ແຫ່ງຊາຕ ທ່ານນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ເມສານີ້ວ່າ:
“ໂອ໋ ມີ 10 ຄົນນັກກິລາລຸ້ນ 45 ຈົນຮອດ 71 ກິໂລກຣາມ ເອີ ກະພ້ອມ ຄວາມພ້ອມຢູ່ ອັນນີ້ເຮົາກະບໍ່ໄດ້ຕັ້ງດອກ ຍັງບໍ່ຮູ້ວ່າຊິໄດ້ເທົ່າໃດ.”
ສ່ວນປະເດັນທີ່ວ່າ ໃນເມື່ອລາວສົ່ງນັກກິລາ ມວຍຂອງຕົນເຂົ້າແຂ່ງຂັນກິລາ ກຸນຂະແມ ແລ້ວ ລາວອາດຖືກຕັດສິດ ໃນການແຂ່ງຂັນມວຍໄທຍ ສາກົລ ໃນອະນາຄົດ ຫລື ບໍ່ນັ້ນ ທ່ານບໍ່ສາມາດໃຫ້ຄໍາເຫັນໄດ້ ເນື່ອງຈາກເປັນວຽກ ຂອງຜູ້ໃຫຍ່ ໃນສະຫະພັນມວຍລາວ ແຫ່ງຊາຕ ໂດຍກົງ.
ຊາວລາວຜູ້ນຶ່ງ ທີ່ມີຄວາມຮູ້ ແລະຕິດຕາມວົງການມວຍລາວ ເວົ້າເຖິງເຣື່ອງການສົ່ງນັກມວຍລາວ ເຂົ້າແຂ່ງຂັນກິລາ ກຸນຂະແມ ໃນເທື່ອນີ້ວ່າ ເປັນທີ່ແນ່ ນອນວ່າ ຈະເສັຽປຽບໃຫ້ນັກກິລາ ຂອງກໍາພູຊາຫລາຍ ໂດຍສະເພາະ ໃນເມື່ອກັມພູຊາ ທີ່ເປັນເຈົ້າພາບ ໃຊ້ກັມມະການໃຫ້ຄະແນນ ທີ່ເປັນຄົນຂອງຕົນເອງນໍາດ້ວຍນັ້ນ ກໍຍິ່ງຈະເຮັດໃຫ້ນັກມວຍລາວ ບໍ່ມີທາງທີ່ຈະຊະນະນັກມວຍຂອງກັມພູຊາໄດ້ເລີຍ.
“ແນ່ນອນເຣື່ອງເສັຽປຽບ ມັນກະເສັຽປຽບ ກໍາມະການເພິ່ນສິໃຫ້ຕ່າງຊາຕບໍ່ ຄັນວ່າກຸນຂະແມ ກັມມະການຈາກຂເມນໝົດຫັ້ນນ່າ ເຣື່ອງເສັຽປຽບມັນກະແນ່ນອນຢູ່ແລ້ວ ເປັນປະເພດອື່ນເຮົາກະຍັງໃຊ້ກັມມະການປະເພດອື່ນຊີ້ນ່າ ແຂ່ງກັບເຈົ້າພາບກະຄ້າຍໆຄືເຕະບານ ເຕະຟຸດບອລ 12 ຄົນກັບ 11 ຄົຫັ້ນແລ້ວ.”
ປະເທດ ທີ່ຈະສົ່ງນັກມວຍເຂົ້າແຂ່ງຂັນກິລາ ກຸນຂະແມໃນຊີເກມ 2023 ນີ້ ມີທັງໝົດ 5 ປະເທດ ຄື ກັມພູຊາ, ລາວ, ວຽດນາມ, ມາເລເຊັຽ ແລະຟີລິບປິນສ໌. ສ່ວນທີ່ເຫລືອ ບໍ່ສົ່ງນັກກິລາເຂົ້າຮ່ວມ ເປັນຕົ້ນ ໄທຍ, ພະມ້າ ແລະສິງກະໂປ.
ກ່ຽວກັບການສົ່ງນັກກິລາລາວ ເຂົ້າຮ່ວມແຂ່ງຂັນກິລາຊີເກມສ໌ 2023 ທີ່ປະເທດກັມພູຊາຄັ້ງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກົມກິລາ ກະຊວງສຶກສາທິການ ແລະກິລາ ເພື່ອຂໍຮູ້ຂໍ້ມູນເພິ່ມຕື່ມ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ລາຍລະອຽດໄດ້ເທື່ອ.
ກິລາຊີເກມສ໌ 2023 ຄັ້ງທີ 32 ນີ້ ຈະມີການແຂ່ງຂັນກິລາທັງໝົດ 49 ປະເພດ ແລະຈະມີນັກກິລາເຂົ້າຮ່ວມທັງໝົດ 12,404 ຄົນ. ໃນນັ້ນ ມີນັກກິລາຂອງລາວ 656 ຄົນ. ປະເທດ ທີ່ສົ່ງນັກກິລາເຂົ້າຮ່ວມໜ້ອຍກວ່າລາວ ແມ່ນ ຕີມໍ-ເລສເຕ ທີ່ມີ 171 ຄົນ ແລະບຣູໄນ - 113 ຄົນ. ປະເທດທີ່ສົ່ງນັກກິລາເຂົ້າຮ່ວມຫລາຍທີ່ສຸດແມ່ນໄທຍ - 1985 ຄົນ, ອີງຕາມຂໍ້ມູນຂອງເວັບໄຊ Cambodia 2023.
ໃນການແຂ່ງຂັນກິລາ ຊີເກມສ໌ ຫລາຍຄັ້ງທີ່ຜ່ານມາ ທິມນັກກິລາລາວ ກໍໄດ້ຫລຽນລາງວັນ ຊຶ່ງໃນນັ້ນແມ່ນກິລາເປຕັງ ທີ່ນັກກິລາລາວ ມັກສ້າງຜົລງານໄດ້ດີ ແລະໄດ້ຫລຽນລາງວັນມາ.