ບາງທັສນະ ຊາວລາວ ຕໍ່ຣັຖປະຫານ ໃນພະມ້າ

ພູວົງສ໌
2021.03.08
ບາງທັສນະ ຊາວລາວ ຕໍ່ຣັຖປະຫານ ໃນພະມ້າ ຊາວພະມ້າ ພາກັນເດີນຂະບວນປະທ້ວງ ຕໍ່ຕ້ານຄນະຣັຖປະຫານພະມ້າ ໃນຣັຖຣະຄິ່ນ
RFA

ເປັນເວລາ 1 ເດືອນເຕັມ ພາຍຫຼັງທີ່ຄນະນາຍພົລທະຫານພະມ້າ ທີ່ນຳພາໂດຍທ່ານ ພົລເອກອາວຸໂສ ມິ໋ນ ອ໋ອງ-ຫຼ່າຍ ໄດ້ກໍ່ການຣັຖປະຫານ ຍຶດອຳນາດຈາກຣັຖບານ ທີ່ມາຈາກການເລືອກຕັ້ງ ຢ່າງເສຣີປະຊາທິປະຕັຍ ຂອງພັກສັນນິບາດແຫ່ງຊາຕພະມ້າ ຫຼື NLD ພາຍໃຕ້ການຊີ້ນຳ ແລະ ນຳພາ ຂອງຍານາງ ອ໋ອງຊານ ຊູ-ຈີ່.

ຕໍ່ເຫດການດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນພາຍໃນ ແລະ ນອກປະເທດພະມ້າ ພາກັນເຄື່ອນໄຫວປະທ້ວງຢ່າງສັນຕິວິທີ ດ້ວຍຫຼາຍຮູບແບບ-ຫຼາຍສີສັນ ເພື່ອກົດດັນໃຫ້ຄນະຣັຖປະຫານ ຈາກຫະຫານພະມ້າ ຄືນອຳນາດອັນບໍ່ຊອບທັມນັ້ນ ໃຫ້ແກ່ຣັຖບານພົລເຮືອນ ທີ່ຊະນະການເລືອກຕັ້ງໂດຍໄວ.

ເຖິງວ່າຣັຖບານສະເພາະກິຈ ພາຍໃຕ້ການຄວບຄຸມຢ່າງຜເດັດການ ແລະ ເດັດຂາດ ຂອງກຸ່ມນາຍພົລທະຫານຣະດັບສູງພະມ້າ ທີ່ຕ່າງກໍໃຊ້ເຄື່ອງມືຜເດັດການ ຢ່າງເຕັມຮູບແບບກໍຕາມ ບໍ່ວ່າຈະເປັນກົດໝາຍພິເສດ, ຕຳຣວດ, ອັຍການ, ທະຫານ, ສານ ແລະ ຄຸກ, ແຕ່ໃນຫຼາຍຫົວເມືອງໃຫຍ່ ເປັນຕົ້ນແມ່ນ ນະຄອນຫຼວງເນ່ປີ່ດໍ້, ນະຄອນຫຼວງເກົ່າຢ້າງກຸ້ງ, ແລະ ນະຄອນມັນດ່າເລ່ ກໍຍິ່ງມີປະຊາຊົນພະມ້າ ຈາກຫຼາກຫຼາຍກຸ່ມອາຊີພ ຈຳນວນຫຼາຍແສນຄົນ ອອກມາເດີນຂະບວນປະທ້ວງໃຫຍ່ ຫຼືສະແດງການປະທ້ວງ ໃນຮູບແບບຕ່າງໆ ເພື່ອສົ່ງສັນຍານໃຫ້ ຣັຖບານທະຫານພະມ້າ ທີ່ພວກເຂົາເຫັນວ່າ ໄດ້ປຸ້ນອຳນາດ ຈາກຣັຖບານພົລເຮືອນ ທີ່ຊະນະການເລືອກຕັ້ງຈາກປະຊາຊົນພະມ້າ ໄປນັ້ນ, ຮີບສົ່ງອຳນາດຄືນ ໃຫ້ແກ່ຣັຖບານພົລເຮືອນ ໂດຍໄວ ແລະ ປຣາສະຈາກເງື່ອນໄຂໃດໆ.

ສຽງ1

ກ່ຽວກັບເຣື່ອງການຣັຖປະຫານໃນປະເທດພະມ້ານີ້, ຊາວລາວທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຕິດຕາມເຫດການ ໃນປະເທດພະມ້າ ມາຕລອດຕັ້ງແຕ່ຕົ້ນ ກໍໄດ້ແບ່ງປັນທັສນະ ຂອງທ່ານ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 25 ກຸມພາ ນີ້ວ່າ ເຫດການທີ່ເກີດຂຶ້ນ ໃນປະເທດພະມ້າ ຄົງບໍ່ສົ່ງຜົລໃດໆ ຕໍ່ປະເທດລາວ ບໍ່ວ່າຈະທາງກົງ ຫຼືທາງອ້ອມ ເພາະລາວ ແລະ ພະມ້າ ບໍ່ໄດ້ມີການຄ້າຂາຍກັນ ຫຼາຍພໍປານໃດ ແລະ ເຫດການຄັ້ງນີ້ ກໍຄົງບໍ່ສາມາດເຮັດໃຫ້ຊາວໜຸ່ມ ແລະ ນັກຮຽນຮູ້ປັນຍາຊົນລາວ ຮູ້ສຶກຫຍັງພໍປານໃດ.

ສຽງ2

ຊາວລາວອີກທ່ານນຶ່ງ ທີ່ຕິດຕາມເຫດການ ໃນປະເທດພະມ້າ ກໍໄດ້ແບ່ງປັນທັສນະ ຂອງທ່ານ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ສິ່ງທີ່ເກີດຂຶ້ນໃນປະເທດພະມ້າ ຄົງບໍ່ມີຜົລໃດໆ ຕໍ່ເສຖກິຈລາວ ເພາະໃນໄລຍະໂຄວິດ-19 ຍິ່ງບໍ່ໄດ້ມີການພົວພັນແນວໃດເລີຍ.

ສຽງ3

ແລະ ເມື່ອຖາມວ່າ ເຫດການຣັຖປະຫານໃນປະເທດພະມ້າ ຈະເປັນສິ່ງທີ່ເຮັດໃຫ້ປະຊາຊົນລາວ ໄດ້ຮຽນຮູ້ ຫຼືມີຜົລຫຍັງຕໍ່ຊາວໜຸ່ມ ແລະ ນັກຮຽນຮູ້ປັນຍາຊົນລາວ ໃນຂະບວນການ ເພື່ອປະຊາທິປະຕັຍແນວໃດ? ທ່ານກໍຕອບວ່າ ຄົງເປັນໄປບໍ່ໄດ້ ເພາະຊາວລາວສ່ວນໃຫຍ່ ຢ້ານທີ່ຈະສະແດງຄວາມຄຶດເຫັນ ກ່ຽວກັບປະເດັນ ການບໍຣິຫານປະເທດ ຢູ່ແລ້ວ, ພຽງແຕ່ພວກເຂົາຮັບຮູ້ຊື່ໆ ໂດຍຜ່ານການນຳສເນີຂ່າວສານ ໃນສື່ສັງຄົມອອນລາຍເທົ່ານັ້ນ.

ສຽງ4

ສ່ວນວ່າໃນພາບລວມຫຼ້າສຸດແລ້ວ, ການຣັຖປະຫານໃນປະເທດພະມ້າ ເທື່ອນີ້ ກໍເຣີ່ມໄດ້ຮັບການຕອບໂຕ້ ຈາກນາໆປະເທດແດ່ແລ້ວ, ເປັນຕົ້ນແມ່ນ ໃນໄລຍະທ້າຍສັປດາ ຂອງທ້າຍເດືອນກຸມພາ ນີ້ ສະຫະພາບຢຸໂຣປ ແລະ ປະເທດອັງກິດ ກໍໄດ້ເຣີ່ມມີມາຕການລົງໂທສ ຕໍ່ກຸ່ມພາຍພົລທະຫານພະມ້າ ທີ່ກໍ່ການຍຶດອຳນາດ ຢ່າງບໍ່ຊອບທັມນີ້ ດ້ວຍຫຼາກຫຼາຍວິທີ ເປັນຕົ້ນແມ່ນມາຕການທາງດ້ານເສຖກິຈ, ການເງິນ ແລະ ຈະທົບທວນຄືນ ກ່ຽວກັບບັນດານະໂຍບາຍ ການຮ່ວມມືດ້ານການພັທນາ ແລະ ການຮ່ວມມືດ້ານການຄ້າ.

ຫຼ້າສຸດນີ້, ໃນວັນທີ 26 ກຸມພາ, ທນາຄານໂລກ ກໍໄດ້ອອກຖແລງການ ຣະງັບເງິນສນັບສນູນ ແກ່ໂຄງການຕ່າງໆ ຫຼືການເຮັດທຸຣະກັມ ຮ່ວມກັບຣັຖບານ ຂອງຄນະຣັຖປະຫານແລ້ວ ພ້ອມທັງຈະບໍ່ອະນຸມັດ ຄຳຂໍການຖອນເງິນ ຂອງບັນດາຜູ້ຮັບເໝົາ, ຜູ້ສນອງອຸປະກອນຕ່າງໆ ແລະ ບໍຣິສັດທີ່ປຶກສາ ໃນປະເທດພະມ້າ ທີ່ຍື່ນຄຳຂໍຖອນເງິນ ພາຍຫຼັງວັນທີ 1 ກຸມພາ 2021 ຫຼືພາຍຫຼັງມື້ຣັຖປະຫານ.

ແລະ ທັງໝົດນັ້ນ, ກໍແມ່ນບາງທັສນະ ຂອງຊາວລາວ ທີ່ຕິດຕາມເຫດການ ການຣັຖປະຫານໃນປະເທດພະມ້າ ທີ່ຍັງບໍ່ມີທ່າທີວ່າ ຈະສງົບລົງ ໃນເມື່ອໃດ? ຫຼືເຫດການ ຈະຖືກແກ້ໄຂໄປໃນທິດທາງໃດ? ແລະ ປະຕິກິຣະຍາອັນຫຼ້າສຸດ ຈາກນາໆປະເທດ ທີ່ມີຕໍ່ບັນດານາຍພົລທະຫານຣະດັບສູງ ຂອງພະມ້າ ທີ່ກໍ່ການຍຶດອຳນາດ ຣັຖປະຫານໃນຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.