ເຈົ້າໜ້າທີ່ ແຮງງານໄທ ກວດພົບຄົນງານລາວ ຜິດກົດໝາຍໄທ 10 ພັນປາຍຄົນ

ຈຳປາທອງ
2024.08.05
ເຈົ້າໜ້າທີ່ ແຮງງານໄທ ກວດພົບຄົນງານລາວ ຜິດກົດໝາຍໄທ 10 ພັນປາຍຄົນ ກຸ່ມຄົນງານລາວ ທີ່ພວມຢູ່ໃນໄລຍະລໍຖ້າ ການຂຶ້ນທະບຽນແຮງງານ, ຕ້ອງອອກໄປປະທັບກາເຂົ້າ-ອອກເມືອງ ທຸກໆເດືອນ ທີ່ດ່ານສາກົນ ໄທ-ມຽນມາ ເພື່ອຮັກສາສິດ ຢູ່ປະເທດໄທ ຢ່າງຖືກຕ້ອງ (TS). ເດືອນຕຸລາ ປີ 2023.
RFA

ກົມຈັດຫາງານ ກະຊວງແຮງງານຂອງໄທ ລາຍງານຜົນຂອງການປະຕິບັດງານ “ພົບ, ຈັບ, ປັບ, ສົ່ງກັບ” ໃນໄລຍະ 57 ມື້ ຄືແຕ່ວັນທີ 5 ມິຖຸນາຫາວັນທີ 1 ສິງຫາ 2024 ນີ້ ຊຶ່ງໃນນັ້ນ ໄດ້ກວດກາສະຖານທີ່ ປະກອບການ 12,983 ແຫ່ງທົ່ວປະເທດ ແລະພົບຄົນງານຕ່າງປະເທດ 1.6 ແສນປາຍຄົນ ທີ່ໄປເຮັດວຽກຢູ່ໄທ ແບບຜິດກົດໝາຍ. ໃນຈໍານວນດັ່ງກ່າວ ເປັນຄົນສັນຊາດມຽນມາ ຫຼື ພະມ້າ 121,285 ຄົນ, ກໍາພູຊາ (ກຳປູເຈ້ຍ) 24,484 ຄົນ, ລາວ 10,769 ຄົນ, ຫວຽດນາມ 104 ຄົນ ແລະຄົນຊາດອື່ນໆອີກ.

ແລະທີ່ຜ່ານມາ ທາງການໄທ ກໍໄດ້ດໍາເນີນຄະດີ ຄົນງານຕ່າງປະເທດ 1,179 ຄົນ ຊຶ່ງໃນນັ້ນ ເປັນຄົນສັນຊາດພະມ້າ 724 ຄົນ, ກໍາພູຊາ 190 ຄົນ, ລາວ 162 ຄົນ, ຫວຽດນາມ 22 ຄົນ ແລະຄົນສັນຊາດອື່ນໆອີກ 81 ຄົນ.

ຄົນງານລາວ 10,769 ຄົນ ທີ່ຖືກຈັບຄືທີ່ວ່ານັ້ນ ຈະຖືກດໍາເນີນຄະດີ ເພື່ອໃຫ້ເສຍຄ່າປັບ ແລະສົ່ງກັບຄືນ ສປປລາວ. ແຕ່ຄົນງານຕ່າງປະເທດ ທີ່ຖືກຈັບ ແລະຈະຖືກສົ່ງກັບປະເທດນັ້ນ ຈະຕ້ອງໄດ້ພິຈາລະນາ ເປັນແຕ່ລະກໍລະນີໄປ.

ເຈົ້າໜ້າທີ່ກົມຈັດຫາງານຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ສິງ ຫານີ້ວ່າ ການກວດກາຄົນງານຕ່າງປະເທດຢູ່ໄທ ຂອງກົມຈັດຫາງານຄັ້ງນີ້ ອາດຈະດໍາເນີນໄປຈົນໝົດເດືອນກັນຍາ 2024 ນີ້ ແຕ່ກໍຂື້ນຢູ່ກັບນະໂຍບາຍ ແລະທ່ານເວົ້າເຖິງເລື່ອງການຈັບຄົນງານນັ້ນວ່າ:

(ພາສາໄທ) ບໍ່ແມ່ນວ່າ ເຮົາພົບກະທໍາຜິດປຸບ ເຮົາຈະຈັບທຸກກໍລະນີ, ຕ້ອງໄດ້ເບິ່ງຢ່າງອື່ນ ມາປຽບ ທຽບນໍາດ້ວຍ ຍ້ອນວ່າ ບາງທີ ເຮົາກໍມີອໍານາດ ໃນການຕັກເຕືອນເຂົາເຈົ້າດ້ວຍ. ແຕ່ວ່າສ່ວນໃຫຍ່ ຖ້າເປັນງານທີ່ຫ້າມເດັດຂາດ ເຮົາກໍຈະຈັບ ແລະສົ່ງໃຫ້ພະນັກງານສອບສວນຕາມຂັ້ນຕອນ ຫຼັກໆກໍແມ່ນງານເລ້ຂາຍ ເປັນງານຫ້າມຢ່າງເດັດຂາດ ຖ້າພົບຕ່າງດ້າວເຮັດ ມັນແມ່ນຄວາມຜິດຊຶ່ງໜ້າ ຕ້ອງຈັບ ແລະຜັກດັນເລີຍ.”

ເວົ້າເຖິງຄົນງານລາວ ທີ່ໄປເຮັດວຽກຢູ່ໄທ ເຈົ້າໜ້າທີ່ພະແນກແຮງງານ ແລະສະຫວັດດິການສັງຄົມ ຢູ່ແຂວງພາກໃຕ້ຂອງລາວ ທ່ານນຶ່ງເວົ້າວ່າ ມີທັງຄົນງານທີ່ຖືກກົດໝາຍ, ຕາມ MOU ແລະທັງຄົນງານຜິດກົດໝາຍ ທີ່ເປັນສ່ວນໃຫຍ່, ທັງໄປແບບວີຊາທ່ອງທ່ຽວ, ໄປຢ້ຽມຢາມພີ່ນ້ອງ.

ໄປຖືກແນ່ຜິດແນ່ ສ່ວນໃຫຍ່ກໍ່ແມ່ນສິຜິດຫັ້ນແຫລະ ຫລາຍເພາະວ່າຂະເຈົ້າກໍໄປທາງຊາຍແດນ ກໍມີແຕ່ວ່າຖືແພສພັອດ ຫລືທ່ອງທ່ຽວບໍ່ ໄປຢ້ຽມຢາມບໍ່ ເປັນຈັ່ງຊັ້ນສ່ວນຫລາຍ ທ່ຽວພີ່ນ້ອງໄປຈັ່ງຊັ້ນ.

ຄົນງານລາວ ທີ່ເຮັດວຽກຢູ່ແຂວງ ສະໝຸດສາຄອນ ຂອງໄທ ດ້ວຍວີຊາທ່ອງທ່ຽວນາງນຶ່ງເວົ້າວ່າ ຍ້ອນເສດຖະກິດລາວຫຍຸ້ງຍາກ ເງິນກີບເຟີ້ ແລະເງິນກີບອ່ອນຄ່າ ຊີວິດການເປັນຢູ່ຫຍຸ້ງຍາກຫຼາຍ ຈຶ່ງເຮັດໃຫ້ຄົນງານລາວ ຫຼັ່ງໄຫຼມາເຮັດວຽກຢູ່ໄທຫຼາຍຂື້ນ ແລະວ່າ ສ່ວນຕົວນາງແລ້ວ ຄິດວ່າ ມາເຮັດວຽກແບບວີຊາທ່ອງທ່ຽວກ່ອນ ມາເບິ່ງສະພາບຂອງງານກ່ອນ ຖ້າພໍໃຈ ກໍຈະເຮັດແບບ ມາຕາມ MOU ເພາະເຮັດຍາມໃດກໍໄດ້ ດັ່ງທີ່ນາງເວົ້າວ່າ:

ຂ້າມມາໃຫ້ພົ້ນທາງຝັ່ງລາວກ່ອນ ແມ່ນເລີ້ມຕົ້ນກໍຄືວ່າເຂົ້າມາທ່ອງທ່ຽວກ່ອນ ມາເບິ່ງງານກ່ອນມາລົງບ້ານເຖົ້າແກ່ກ່ອນ ມາສຶກສາເບິ່ງຈິດໃຈເພິ່ນ ໜ້າງານເພິ່ນເປັນຈັ່ງໃດ ກໍເລີຍແບບວ່າພາດສະປອດດີກວ່າ ໃຫ້ໄດ້ເຈົ້ານາຍ ທີ່ແບບວ່າຖືກຕ້ອງຕາມທີ່ເພິ່ນເວົ້າ ອີ່ຫລີຫັ້ນນ່າ ເຂົາຈຶ່ງເຮັດ MOU ເພາະວ່າເຮັດມັນຍາມໃດກໍໄດ້ ມັນຍັບໍ່ທັນສາຍເກີນ.

ນາງເວົ້າຕື່ມວ່າ ຄົນງານລາວ ສ່ວນຫຼາຍທີ່ຖືກຈັບນັ້ນ ອາດເປັນເພາະເຮັດວຽກໃນຮ້ານອາຫານ ຫລືທຸລະກິດຂະໜາດໃຫຍ່, ຫາກເປັນແມ່ບ້ານ ກໍອາດຈະຫຼີກລ່ຽງ ຈາກການກວດກາຂອງເຈົ້າໜ້າທີ່ໄດ້.

ແລະຄົນງານລາວ ທີ່ເຮັດວຽກຢູ່ສວນຖົ່ວລຽນ ທີ່ແຂວງຈັນທະບູຣີ ຜູ້ນຶ່ງເວົ້າວ່າ ນາຍຈ້າງໄທ ສ່ວນໃຫຍ່ກໍຢາກຈ້າງຄົນງານ ທີ່ມີ MOU ຖືກຕ້ອງຕາມກົດໝາຍ ແຕ່ວ່າຄົນງານລາວ ສ່ວນຫຼາຍມັກເຂົ້າມາ ດ້ວຍວີຊາທ່ອງທ່ຽວ ຍ້ອນບໍ່ຢາກເສຍເງິນຄ່ານາຍໜ້າ ແລະມາເຮັດວຽກຢູ່ໄທ ກໍງ່າຍກວ່າໄປປະເທດອື່ນ ເພາະພາສາໃກ້ຄຽງກັນຫຼາຍ ສື່ສານກັນໄດ້ງ່າຍ ດັ່ງທີ່ລາວເວົ້າວ່າ:

ຖ້າເຂົາສິມາເຮັດງານຢູ່ໄທ ເຂົາບໍ່ເຂົ້າຫານາຍໜ້າແລ້ວຄົນລາວຫັ້ນ ທີ່ເຂົາບໍ່ຢາກຜ່ານນາຍໜ້າ ຄືເສຍຄ່ານາຍໜ້າແພງຫັ້ນນ່າ ນອກຈາກເຂົາຈະໄປພຸ້ນ. ຕ່າງປະເທດ ອິສຣາແອລ ບໍ່, ເກົາຫລີບໍ່. ເຂົາຈຶ່ງຜ່ານນາຍໜ້າຢູ່ ມາແບບໃນຖານະທ່ອງທ່ຽວ ເຂົາມາເຮັດຢູ່ພີ້.

ຄົນງານລາວ ທີ່ໄປເຮັດວຽກຢູ່ໄທ ແບບບໍ່ມີໃບອະນຸຍາດ ຫລື ເຮັດວຽກ ທີ່ທາງການໄທຫ້າມ ຈະມີໂທດ ຖືກປັບ ແຕ່ 5,000-50,000 ບາດ ແລະ ຖືກສົ່ງກັບຄືນປະເທດ, ບໍ່ມີໂທດຈຳຄຸກ. ຜູ້ກ່ຽວ ຈະບໍ່ສາມາດ ຂໍຮັບໃບອະນຸ ຍາດເຮັດວຽກໄດ້ ຈົນກວ່າຈະພົ້ນໂທດ ເປັນເວລາ 2 ປີແລ້ວ.

ອີງຕາມການລາຍງານຂອງ ກຸ່ມງານພັດທະນາ ລະບົບຄວບຄຸມ ການເຮັດວຽກຂອງຄົນງານຕ່າງດ້າວ ສຳນັກບໍລິຫານແຮງງານຕ່າງດ້າວ ກະຊວງແຮງງານຂອງໄທ ໃນເດືອນພຶດສະພາ 2024, ປັດຈຸບັນ ມີຄົນງານລາວ ທີ່ເຮັດວຽກຢູ່ໄທ ແບບຖືກກົດໝາຍ ຈຳນວນ 268,465 ຄົນ, ໃນຈໍານວນນີ້ ສ່ວນຫລາຍ ເຮັດວຽກຢູ່ ບາງກອກ 73,227 ຄົນ, ຢູ່ແຂວງນົນທະບຸຣີ 11,561 ຄົນ, ຊົນບຸຣີ 10,505 ຄົນ, ປະທຸມທານີ 9,387 ຄົນ, ສະຫມຸດປຣາການ 7,005 ຄົນ, ສະຫມຸດສາຄອນ 6,485 ຄົນ, ຈັນທະບູຣີ 6,359 ຄົນ ແລະຢູ່ແຂວງອື່ນໆອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.