ການສູ້ຣົບ ຢູ່ພະມ້າ ຍັງດຳເນີນໄປ ຢ່າງດຸເດືອດ

ທະຫານ ຂອງກອງກຳລັງແຫ່ງຊາຕ ກະຫຼ່ຽງ ຫຼື KNU.
ທະຫານ ຂອງກອງກຳລັງແຫ່ງຊາຕ ກະຫຼ່ຽງ ຫຼື KNU. (ຮູບພາບ: Cobra Column)

0:00 / 0:00

ກອງ​ກຳ​ລັງ​ແຫ່ງ​ຊາຕ ກະ​ຫຼ່ຽງ ຫຼື KNU ທີ່​ເປັນ​ກຸ່ມ​ຕິດ​ອາ​ວຸດ ຊົນ​ຊາຕ​ຊົນ​ເຜົ່າ ໄດ້​ສັງ​ຫານທະ​ຫານ​ພະ​ມ້າໄປ​ແລ້ວເກືອບ 50 ຄົນ ຫຼັງ​ຈາກທີ່ ໄດ້​ຕໍ່​ສູ້​ກັນ​ເປັນ​ເວ​ລາ​ຫຼາຍ​ອາ​ທິດ ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ​ໄທ​ຍ ເຖິງວ່າ ຝ່າຍ​ທະ​ຫານ​ພະ​ມ້າ ຈະຕອບ​ໂຕ້​ຄືນ​ກໍ​ຕາມ ແຕ່ພື້ນ​ທີ່​ສ່ວນ​ໃຫຍ່ ກໍ​ຍັງ​ຖືກ​ຝ່າຍກອງ​ກຳ​ລັງແຫ່ງ​ຊາຕ​ກະ​ຫຼ່ຽງ ຢຶດ​ຄອງ​ຢູ່. ມີ​ການ​ຍິງ​ປະ​ທະ​ກັນທັງ​ໝົດ 33 ຄັ້ງ ລະ​ຫວ່າງ ກອງ​ກຳ​ລັງ​ແຫ່ງ​ຊາຕ​ກະ​ຫຼ່ຽງ ແລະ ທະ​ຫານ​ພະ​ມ້າ ນັບ​ແຕ່ທະ​ຫານ​ພະ​ມ້າ ​ເຂົ້າ​ມາບຸກ​ໂຈມ​ຕີ​ພື້ນ ​ເຂດ​ຢຶດ​ຄອງ​ຂອງ ກອງ​ກຳ​ລັງ​ກະ​ຫຼ່ຽງ ໃນ​ຕົ້ນ​ເດືອນສິງ​ຫາ ທີ່​ຜ່ານ​ມາ.

ເຖິງວ່າ ຝ່າຍ​ພະ​ມ້າ ຈະ​ມີ​ການ​ຖິ້ມ​ລະ​ເບີດ​ໂຈມ​ຕີ​ ທາງ​ອາ​ກາດ, ແຕ່ຝ່າຍກອງ​ກຳ​ລັງ​ກະ​ຫຼ່ຽງ ກ່າວ​ວ່າ ສາ​ມາດ​ສະ​ກັດ​ກັ້ນ ການ​ໂຈມ​ຕີ​ຂອງ​ຝ່າຍ​ທະ​ຫານ​ພະ​ມ້າ ໂດຍຝ່າຍ​ກະ​ຫຼ່ຽງ​ເສັຽ​ຊີ​ວິຕ 2 ຄົນ ແລະ ບາດ​ເຈັບ 16 ຄົ​ນ ສ່ວນ​ວ່າ ຝ່າຍ​ທະ​ຫານ​ພະ​ມ້າ ເສັຽ​ຊີ​ວິຕ 48 ຄົນ ແລະ ບາດ​ເຈັບ 80 ຄົນ ອີງ​ຕາມຖ​ແລງ​ການ​ຂອງ​ກອງ​ກຳ​ລັງ​ ແຫ່ງ​ຊາຕ​ກະ​ຫຼ່ຽງ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິທຍຸເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ກໍບໍ່​ສາ​ມາດ ຢືນ​ຢັນ​ໂຕ​ເລກ​ຜູ້ເສັຽ​ຊີ​ວິຕ​ໄດ້. ກອງ​ກຳ​ລັງແຫ່ງ​ຊາຕ​ກະ​ຫຼ່ຽງ ຍັງ​ກ່າວ​ວ່າ ການ​ຕໍ່​ສູ້​ກັນ ໄດ້​ເຮັດ​ໃຫ້ປະ​ຊາ​ຊົນຈຳ​ນວນ​ຫຼາຍ ຢູ່ເຂດ ​ເມືອງເມວ​ວະ​ດີ ແລະ ເມືອງກໍ​ກະ​ເຣັກ ຕ້ອງພາ​ກັນຫຼົບ​ໜີ​ການ​ສູ້​ຣົບ ແລະ ຍັງ​ມີ​ຣາຍ​ງານ​ອີກວ່າ ມີ​ຊາວ​ບ້ານ​ເສັຽ​ຊີ​ວິຕ 1 ຄົນ.

ອີງ​ຕາມ​ຖ​ແລງ​ການ ຂອງກອງ​ກຳ​ລັງ​ແຫ່ງ​ຊາຕ​ກະ​ຫຼ່ຽງ, ເຂດ​ກໍ​ກະ​ເຣັກ ເປັນ​ພື້ນ​ທີ່​ ທີ່​ມີ​ການ​ຕໍ່​ສູ້ກ​ກັນ ​ລະ​ຫວ່າງກອງ​ກຳລັງ​ ແຫ່ງ​ຊາຕ​ກະ​ຫຼ່ຽງ ແລະ ທະ​ຫານ​ພະ​ມ້າ ໂດຍສະ​ເພາະກອງ​ກຳ​ລັງ ​ຮັກ​ສາ​ດິນ​ແດ​ນ​ຂອງ​ພະ​ມ້າ.

ເລ​ຂາ​ທິ​ການ ​ເມືອງເມວ​ວະ​ດີ ທ່ານ ປາ​ໂດ ຊໍ ໄດ້​ກ່າວ ຕໍ່​ນັກ​ຂ່າວວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ​ ວ່າ: “ທະ​ຫານ​ພະ​ມ້າ ໄດ້​ລະ​ດົມ​ໂຈມ​ຕີ​ໃສ່ ພາກ​ຕາ​ເວັນ​ອອກ​ຂອງ​ສາຍ​ພູດາວ​ນາ.”

ທ່ານ ​ປາ​ໂດ​ຊໍ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ ໃນ​ເບື້ອງ​ຕົ້ນ ຢູ່​ເມືອງແມວ​ວາ​ດີ ແລະ ເມືອງ​ກໍ​ກະ​ເຣັກ. ນັບ​ແຕ່​ເດືອນ​ທັນ​ວາ 2021 ເປັນ​ຕົ້ນ​ມາ, ມີ​ການ​ຍິງ​ປະ​ທະ​ກັນ ລະ​ຫວ່າງກອງ​ກຳ​ລັງ​ແຫ່ງ​ຊາຕກະ​ຫຼ່ຽງ ແລະ ທະ​ຫານພະ​ມ້າ ຢ່າງ​ຕໍ່​ເນື​ອງ ເຊິ່ງ​ການ​ຕໍ່​ສູ້​ ຈະ​ຢູ່​ເຂດ​ສາຍ​ພູ​ດາວ​ນາ ແລະ ບໍ່​ຮູ້​ວ່າເປັນ​ຫຍັງ ທັງ​ສອງ​ຝ່າຍ ​ຈຶ່ງ​ເອົາ​ພື້ນ​ທີ່​ດັ່ງ​ກ່າວ ເປັນ​ເປົ້າ​ໝາຍ ແລະ ໃນ​ການ​ຕໍ່​ສູ້​ທຸກ​ຄັ້ງ ກໍ​ມີ​ຜູ້​ເຄາະ​ຮ້າຍ​ຫຼາຍ​ຄົນ.

ການ​ຕໍ່​ສູ້​ຢູ່​ເມືອງພ​ລາ​ດາ ເປັນ​ໄປ​ຢ່າງ​ດຸ​ເດືອດ ຫຼັງ​ຈາກ​ທີ່​ມີ​ການ​ປ່ຽນ​ຜູ້​ນຳ ກອງ​ພັນ​ຊາ​ການ​ທະ​ຫານ ເຂດພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ພົນ​ຕ​ຣີ ມຽດ ເຕັດ ໂອ ຜູ້​ບັນ​ຊາ​ການ​ທະ​ຫານ ຢູ່​ໃນ​ຣັ​ຖ​ກະ​ສິນ ທີ່​ມາ​ປ່ຽນ​ແທນ ພົນ​ຕ​ຣີ ໂກ​ໂກ ເມືອງ ຜູ້​ບັນ​ຊາ​ການທະ​ຫານ ​ຂອງ​ຝ່າຍ​ພະ​ມ້າ ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຂອງຣັ​ຖ​ກະ​ຫຼ່ຽງ. ກອງ​ກຳ​ລັງ​ແຫ່ງ​ຊາຕ​ກະ​ຫຼ່ຽງ ມີ​ທັງ​ໝົດ 6 ກອງ​ພົນ ແລະ ໜ່ວຍກອງ​ກຳ​ລັງ​ປ້ອງ​ກັນ​ໂຕ​ ທີ່​ມີ​ຊື່​ວ່າ Cobra Column ທີີ່​ຕໍ່​ສູ້​ຕ້ານກັບ​ຝ່າຍ​ທະ​ຫານ​ພະ​ມ້າ. ໂຄ​ສົກໜ່ວຍກອງ​ກຳ​ລັງ​ປ້ອງ​ກັນໂຕ Cobra Column ຂອງກອງ​ກຳ​ລັງແຫ່ງ​ຊາຕກະ​ຫຼ່ຽງ ໄດ້​ກ່າວ​ວ່າ ຕໍ່​ນັກ​ຂ່າວ ວິທຍຸເອ​ເຊັຽ​ເສ​ຣີ ວ່າ: “ທະ​ຫານ​ພະ​ມ້າ ໄດ້​ໃຊ້​ຈະ​ຣວດ, ປືນ​ໃຫຍ່ ແລະ ການ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ການ​ຕໍ່​ສູ້ ກັບກອງ​ກຳ​ລັງ​ແຫ່ງ​ຊາຕ​ກະ​ຫຼ່ຽງ.”

ທ່ານ ກ່າວ​ຕື່ມ​ອີກວ່າ: “ການ​ຕໍ່​ສູ້ ໄດ້​ມີ​ຄວາມ​ຮຸ​ນ​ແຮງ​ຂຶ້ນ ໃນ​ຊ້ວງ 7 ມື້ ທີ່​ຜ່ານ​ມາ ໂດຍ ທະ​ຫານ​ພະ​ມ້າ ໄດ້​ນຳ​ໃຊ້ ກອງ​ກຳ​ລັງ​ຈຳ​ນວນ​ຫຼາຍ ​ທີ່ບໍ່​ເຄີຍ​ມີ​ມາກ່ອນ.”

ທ່ານ ແມວ​ໂທ​ຣາ ໂກ​ໂກ ໄດ້​ກ່າວ​ວ່າ: “ນອກ​ຈາກ​ມີ​ເຄື່ອງ​ມີ​ອຸ​ປະ​ກອນ ​ຫຼາກ​ຫຼາຍ​ແລ້ວ ເຂົາ​ເຈົ້າ​ຍັງ​ ໄດ້​ເປີດ​ສະ​ໜາມ​ຣົບ​ຫຼາຍ​ບ່ອນ, ແລະ ມີ​ການ​ໃຊ້​ອາ​ວຸດ​ໜັກ ໃນ​ການ​ຕໍ່​ສູ້, ມີ​ການ​ຖິ້ມ​ລະ​ເບີດຂ​ນາດ 500 ປອນ. ພ​ວກ​ທະ​ຫານ​ພະ​ມ້າ ໃຊ້ລະ​ເບີດ​ລູກວ່ານທີ່​ຕ້ອງ​ຫ້າມ, ມີ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຫຼາຍ​ຄັ້ງ ຢູ່​ບ່ອນ​ເກົ່າ ແລະ ການ​ຕໍ່​ສູ້​ມີ​ຄວາມ​ດຸ​ເດືອດ​ຂຶ້ນ​ຫຼາຍ.”

ວິທຍຸເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ ຕິດ​ຕໍ່​ຫາ ພົນ​ຕ​ຣີ ຊໍ​ມິນ ໂຄ​ສົກ​ຂອງ​ຝ່າຍ​ທະ​ຫານ​ພະ​ມ້າ ທາງ​ໂທ​ລະ​ສັບ ແຕ່ ທ່ານ ປະ​ຕິ​ເສດ​ທີ່​ຈະ​ຕອບ​ຄຳ​ຖາມ.

ນຶ່ງ​ໃນໜ່ວຍກອງ​ກຳ​ລັງ​ປ້ອງກັນ​ໂຕ Cobra Column ຂອງກອງ​ກຳ​ລັງແຫ່ງ​ຊາຕກະ​ຫຼ່ຽງ ​ຖືກ​ທຳ​ລາຍ ໂດຍ​ການ​ໂຈມ​ຕີ ​ທາງ​ອາ​ກາດ​ຂອງ​ທະ​ຫານ​ພະ​ມ້າ ໃນ​ວັນ​ທີ 19 ພຶ​ສ​ພາ 2022.

ທ່ານ ປາ​ໂດ​ ຊໍ ໄດ້​ກ່າວ​ວ່າ ກອງ​ກຳ​ລັງ​ແຫ່ງ​ຊາດ​ກະ​ຫຼ່ຽງ ມີ​ຜູ້​ໄດ້​ສົບ​ເຄາະ​ຮ້າຍບໍ່​ຫຼາຍ ຍ້ອນ​ວ່າ ເຂົາ​ເຈົ້າ​ມີຈຸດ​ຢືນ​ທີ່​ໜັກ​ແໜ້ນ, ການ​ຄຸ້ນ​ເຄີຍ​ກັບເຂດ​ແດນ, ແລະ ຄວາມ​ສາ​ມາດ​ໃນ​ການ​ໃຊ້​ຍຸ​ທ​ສາ​ຕ ​ສົງ​ຄາມກອງ​ໂຈນ.

ຜູ້​ໜີ​ການ​ສູ້​ຣົບ​ຄົນ​ນຶ່ງ ໄດ້ ກ່າວ​ວ່າ: “ພົ​ລ​ເຮືອນ ຕ້ອງ​ພາ​ກັນ​ອົບ​ພະ​ຍົມ ໜີ​ການ​ສູ້​ຣົບ ໄປ​ເຂດ​ແຄມ​ແມ່​ນ້ຳເມວ ແລະ ຂາດ​ອາ​ຫານ​ການ​ກິນ.”

ຜູ້​ອົບ​ພະ​ຍົບ ໄດ້​ກ່າວ​ວ່າ “ພວກເຮົາ (ໝາຍ​ເຖິງ​ຜູ້​ອົບ​ພະ​ຍົມ) ​ຕ້ອງ​ໄດ້​ພາ​ກັນ​ໜີ້ ຈາກ​ພື້ນ​ທີ່​ນຶ່ງ​ໄປຫາ ອີກພື້ນ​ທີ່​ນຶ່ງ ພວກ​ເຮົາ ບໍ່​ມີ​ອາ​ຫານ, ບໍ່​ມີ​ຣົ​ຖ ຫຼື ຣົ​ຖ​ຈັກ ທີ່​ຈະ​ໜີ​ໄປ​ບ່​ອນ​ປອດ​ພັຍ, ພວກ​ເຮົາ​ໜີ​ເຂົ້າ​ປ່າ ແລະ ທັງ​ຕົກ​ຂີ້​ຕົມ.”

ຜູ້​ອົບ​ພະ​ຍົມ​ຄົນ​ນີ້ ຍັງ​ກ່າວ​ຕື່ມ​ອີກວ່າ: “ຕ້ອງ​ໄດ້​ພາ​ກັນ​ຫາມ ຜູ້​ສູງ​ອາ​ຍຸ. ພວກ​ເຮົາ​ພາ​ກັນ​ແລ່ນ​ໜີ​ດ້ວ​ຍ​ຄວາມ​ຢ້ານ​ກົວ ຈົນ​ຈະ​ຮອດ​ຝັ່ງ​ແມ່​ນ້ຳ ພາ​ກັນ​ນອນ​ຢູ່​ທີ່​ນັ້ນ ແລະ ບາງ​ຄົນ​ກໍ​ບໍ່​ໄດ້​ກິນ​ຮອດ​ເຂົ້າ.”

ອີງ​ຕາມຖ​ແລງ​ການ ຂອງ​ກອງ​ກຳ​ລັງ​ແຫ່ງ​ຊາຕ​ກະ​ຫຼ່ຽງ, ຢ່າງໜ້ອຍ​ມີ​ປະ​ຊາ​ຊົນ 90,000 ຄົນ ຕ້ອງ​ໜີ​ຈາກ​ຖິ່ນ​ຖານ ຍ້ອນ​ການ​ສູ້​ຣົບ ໃນ​ເຂດ​ທີ່ມີ​ການ​ຄ​ວບ​ຄຸມ​ໂດຍ ກອງ​ພົນ​ນ້ອຍ​ທີ 6 ຂອງກອງ​ກຳ​ລັງ​ແຫ່ງ​ຊ​າຕ​ກະ​ຫຼ່ຽງ ນັບ​ແຕ່​ເດືອນ ທັນ​ວາ 2021.

ສ່ວນວ່າ ຍາງ ອອງ ​ຊານ ຊູ​ຈີ ​ຫົວ​ໜ້າສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ ຫຼື NLD ທີ່​ຖືກທະ​ຫານ​ພະ​ມ້າ ຢຶດ​ອຳນາດ ແລະ ກັກ​ໂຕ ໄດ້​ຖືກ​ຍ້າຍໄປ​ກັກ​ຂັງ​ດ່ຽວ ໄດ້​ຫຼາຍ​ເດືອນແລ້ວ.

ແຫຼ່ງ​ຂ່າວ​ທີ່​ໃກ້​ຊິດເຈົ້າ​ໜ້າ​ທີ່​ສານ ນະ​ຄອນ​ຫລວງ ເນ​ປີ​ດໍ ຂອງ​ພະ​ມ້າ ໄດ້ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ “ຄະ​ດີ ຂອງ​ຍາ​ນາງ ອອງ ຊານ ຊູ​ຈີ ແລະ ຄົນໃກ້​ຊິດ​ຂອງ ຍາ​ນາງ ໄດ້​ຖືກ​ນຳ​ມາ​ໄຕ່​ສວນ ຢູ່​ສານ​ພິ​ເສດ ສະ​ເພາະ​ຢູ່​ໃນ​ຄຸກເລີຍ.”

ຜູ້​ທີ່​ເຫັນ​ເຫດ​ການ ຖືກ​ທະ​ຫານພະ​ມ້າ ​ນຳ​ໂຕ​ມາສືບ​ສວນ​ສອບ​ສວນ ຢູ່​ໃນ​ສານ ທີ່​ມີ​ສ່ວນ​ພົວ​ພັນ​ໃນ​ຄະ​ດີນີ້. ຂໍ້​ມູນ​ການ​ສືບ​ສວນ​ສອບ​ສວນ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ ໃນ​ຂະ​ນະ​ທີ່ ທະ​ນາຍ​ຄວາມ​ຂອງ ຍາ​ນາງ ອອງ​ຊານ ຊູ​ຈີ ຍັງບໍ່​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ເຜີຍ​ແຜ່​ຂໍ້​ມູນ​ຕໍ່​ສື່ມວນ​ຊົນ.

ທີ່​ຜ່ານ​ມາ, ໄດ້​ມີ​ການໄຕ່​ສວນ​ຄະ​ດີ​ດັ່ງ​ກ່າວ ທຸກໆ​ວັນ​ພະ​ຫັດ ໃນ​ສານ​ພິ​ເສດ ຢູ່ນະ​ຄອນ​ຫລວງ ເນ​ປີ​ດໍ ເຊິ່ງ​ດຳ​ເນີນ​ການ​ຢູ່​ຄ້າຍ​ທະ​ຫານ ນັບ​ແຕ່​ວັນ​ທີ 1 ກຸມ​ພາ 2021 ເປັນ​ຕົ້ນ​ມາ ທີ່​ທະ​ຫານ​ພະ​ມ້າ ​ເຂົ້າ​ມາ​ຍຶດ​ອຳ​ນາດ​ ຈາກ​ຣັ​ຖ​​ບານ​ ຍາ​ນາງ ອອງ ຊານ ຊູ​ຈີ ທີ່​ເປັນ​ຝ່າຍ​ຊະ​ນະ​ການ​ເລືອກ​ຕັ້ງ.

ທ່ານ ຊານ ເທີ​ເນວ ໄດ້​ເປັນ​ທີ່​ປຶກ​ສາ​ທາງ​ດ້ານ​ທຸ​ຣະ​ກິ​ຈ ຂອງ​ຍາ​ນາງ ອອງ ຊານ ຊູ ຈີ ນັບ​ແຕ່​ປີ 2017 ຢູ​ພາຍ​ໃຕ້​ຣັ​ຖ​ບານຂອງ ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕຂອງ​ພະ​ມ້າ. ທ່ານ ເປັນ​ຄົນ​ຕ່າງ​ປະ​ເທດ ຄົນ​ທຳ​ອິດ ທີ່​ໃກ້​ຊິດ​ກັບ​ຣັ​ຖ​ບານຂອງ ຍາ​ນາງ ອອງ ຊານ ຊູ ຈີ ໄດ້​ຖືກ​ຈັບ​ ແລະ ກັກ​ໂຕ ນັບ​ແຕ່​ທະ​ຫານ​ເຂົ້າ​ມາ​ຍຶດ​ອຳ​ນາດ. ຍາ​ນາງ ອອງ ຊານ ຊູ ຈີ ອາ​ຍຸ 77 ປີ ​ຖືກໄດ້ດຳ​ເນີນ​ຄະ​ດີ 19 ຂໍ້​ຫາ ນັບ​ແຕ່ ທະ​ຫານ​ພະ​ມ້າ​ເຂົ້າ​ມາ​ຍຶດ​ອຳ​ນາດ.

ຍານາງ ຖືກ​ຕັດ​ສິນ​ຈຳ​ຄຸກ 11 ປີ ໃນ 6 ຂໍ້ຫາ. ທີ່ເຫຼືອ ອີກ 13 ຂໍ້​ຫາ ຍັງ​ຄົງ​ພິ​ຈາ​ລະ​ນາ ຢູ່. ຖ້າ​ມີ​ການ​ຕັດ​ສິນ​ໝົດ​ທຸກ​ຂໍ້​ຫາ ຍາງ​ນາງ ກໍ​ຈະ​ຖືກ​ຕັດ​ສິນ​ຈຳ​ຄຸກເປັນ​ເວ​ລາ 100 ປາຍ ປີ.

ທະ​ຫານ​ພະ​ມ້າ ທີ່​ຢຶດ​ອຳ​ນາດ ໄດ້​ປະ​ກາດ ວ່າ “ຍາ​ນາງ ອອງ ຊານ ຊູ ຈີ ໄດ້ຖືກ​ສົ່ງ​ຂັງ​ຄຸກ ພາຍ​ໃຕ້​ກົດ​ໝາຍອາ​ສຍ​າ​ ຫຼັງ​ຈາກ ທີ່​ສານ​ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ໄຕ່​ສວນ ກ່ອນ​ໜ້າ​ນີ້ ຍາ​ນາງ ອອງ ຊານ ຊູຈີ ຖືກ​ກັກ​ບໍ​ລິ​ເວນ ຢູ່​ພາຍ​ໃນ​ບ້ານ​ພັກ.”

ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ວາງ​ກຳ​ລັງ​ເຈົ້າ​ໜ້າ​ທີ່ ຢູ່​ຄຸກ​ຄຸມ​​ຂັງ ແລະ ໄດ້​ເພີ່ມ​ການ​ຮັກ​ສາ​ຄວາມ​ປອດ​ພັຍ ຫຼັງ​ຈາກ ຍາງ ນາງ ອອງ ຊານ ຊູ​ຈີ ຖືກ​ນຳ​ໂຕ​ມາ ຢູ່​ຄຸກນະ​ຄອນ​ຫລວງ ເນ​ປີ​ດໍ.

ມີ​ການ​ຈຳ​ກັດ​ລະ​ບຽບ​ການ ຢູ່​ໃນ​ຕຶກ​ຄຸມ​ຂັງ ຜູ້​ຍິງ ແລະ ຜູ້​ຊາຍ ຢ່າງ​ເຄັ່ງ​ຄັດ ອີງ​ຕາມແຫຼ່ງ​ຂ່າວ​ທີ່​ໃກ້​ຊິດ​ກັບ​ຄຸກຄຸມ​ຂັງ.

ຜູ້​ນຳ​ຫຼັກຂອງ​ຣັ​ຖ​ບານ ຍາ​ນາງ ອອງ ຊາຍ ຊູ​ຈີ, ສະ​ມາ​ຊິກຣັ​ຖ​ສະ​ພາ ແລະ ຜູ້​ຕໍ່​ຕ້ານ​ການ​ຢຶດ​ອຳ​ນາດ​ຂອງ​ທະ​ຫານ ໄດ້​ຖືກດຳ​ເນີນ​ຄະ​ດີພິ​ເສດ ຢູ່ ຄຸກ ນະ​ຄອນ​ຫລວງ​ເນ​ປີ​ດໍ ຂອງ​ພະ​ມ້າ.

ຕໍ່​ບັນ​ຫາ​ດັ່ງ​ກ່າວ ນັກ​ສິ​ທ​ທິ​ມະ​ນຸສ​ເຫັນວ່າ ມັນ​ເປັນ​ການກໍ່​ອາ​ສຍາ​ກັມ ຕໍ່​ປະ​ຊາ​ຊົນ ຢູ່​ພະ​ມ້າ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ Human Rights Watch ປະຈໍາອາເຊັຽຕາເວັນອອກສຽງໃຕ້ ກ່າວຕໍ່ສຳ​ນັກ​ຂ່າວ​ ຕ່າງ​ປະ​ເທດ​ວ່າ:

" ພວກ ​ເຮົາ​ຈະ​ເຫັນ​ວ່າ ບໍ່​ມີ​ການ​ເຄົາ​ຣົບ​ສິທ​ທິ​ມະ​ນຸສ ໃນ​ພະ​ມ້າ ນັບ​ແຕ່​ມີ​ການ​ ຣັ​ຖ​ປະ​ຫານ. ດ້ວຍ​ຄວາມ​ສັດ​ຈິງ ທ່ານ ຈະ​ຄິດ​ພາບ​ເຫັນ​ເລີຍ​ວ່າ ມັນ​ເປັນ​ສະ​ຖາ​ນະ​ການ ​ທີ່​ບໍ່​ດີ, ທີ່​ທະ​ຫານກໍ່​ອາ​ສ​ຍາ​ກັມ ຕໍ່​ປະ​ຊາ​ຊົນ​​ໂຕ​ເອງ."

ມີ​ຣາຍ​ງານ​ວ່າ ຢູ່​ບາງ​ເຂດ​ທີ່​ມີ​ການ​ສູ້​ຣົບ ມີ​ປະ​ຊາ​ຊົນ​ປະ​ມານ 100 ຄົນ ບໍ່​ຍອມ​ໜີ​ຈາກ​ບ້ານ ແລະ ເຂົາ​ເຈົ້າ​ຖືກ​ບັງ​ຄັບ ແລະ ພວກ​ທະ​ຫານ​ພາ ​ກັນ​ມາ​ກວດ​ຂໍ້​ຄວາມ​ໂທ​ລະ​ສັບ ຂອງ​ເຂົາ​ເຈົ້າ ວ່າມີ​ການ​ຕິດ​ຕໍ່​ກັບ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ​ຫຼືບໍ່.

ປະ​ຊາ​ຊົນ ກ່າວ​ວ່າ ຍົນ​ເຮ​ລິ​ຄອບ​ເຕີຣ໌ ຂອງ​ທະ​ຫານ​ພະ​ມ້າ ໄດ້​ຍິງ​ປືນ​ໃສ່​ໝູ່​ບ້ານ ໃນ​ວັນ​ທີ 2 ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ.

ມີ​ປະ​ຊົນພະ​ມ້າ ​ຫຼາຍ​ຄົນ ຕ້ອງ​ຕໍ່​ຕ້ານ​ກັບ​ທະ​ຫານ​ພະ​ມ້າ ທີ່​ຍຶດ​ອຳ​ນາດ​ມາ​ແຕ່ ວັນ​ທີ 1 ກຸມ​ພາ 2021, ໂດຍ ເຂົ້າ​ເຈົ້າ​ມີ​ການ​ຈັດ​ຕັ້ງ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDF ຫຼັງ​ຈາກ​ທະ​ຫານ​ເຂົ້າ​ມາ​ຍຶດ​ອຳ​ນາດ​ ຈາກ​ພັກສັນ​ນິ​ບາດ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ ແລະ ມີ​ການ​ຕັດ​ສັນ​ຍາ​ໂທ​ລະ​ສັບ ແລະ ອິນ​ເຕີຣ໌​ເນັດ.

ນອກ​ຈາກນີ້ ທີ່​ຜ່ານ​ມາ ປະ​ຊາ​ຊົນຊາວ​ເມືອງປາ​ເລ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ 4 ຄົນ​ເສັຽ​ຊີ​ວິຕ ລວມ​ມີ​ເດັກ​ຍິງ ຍ້ອນ​ການ​ໂຈມ​ຕີ​ ຂອງ​ທະ​ຫານ​ພະ​ມ້າ ຫຼັງ​ຈາກ​ທີ່​ຊາວ​ບ້ານ ໄດ້​ພາ​ກັນ​ກັບ​ຄືນ​ມາ​ບ້ານ ໃນ​ຂະ​ນະ​ທີ່ ເຂົາ​ເຈົ້າ​ກຳ​ລັງລ້ຽງ​ງົວ ແລະ ເກືອ​ໝູ ຢູ່.