ທ່ານ ຈອນ ແຄຣີ ຣັຖມົນຕຣີ ການຕ່າງປະເທດສະຫະຣັຖ ຮຽກຮ້ອງ ໃຫ້ ທຸກປະເທດໃນໂລກ ຕໍ່ສູ້ກັບ ການປ່ຽນແປງ ຂອງດິນຟ້າອາກາດ.
ທ່ານ ແຄຣີ ກ່າວຄຳຮຽກຮ້ອງດັ່ງກ່າວ ຕໍ່ນັກສຶກສາທີ່ນະຄອນຫຼວງ ຈາກາຕ້າ ເມືອງຫລວງ ຂອງອິນໂດນີເຊັຍ ເມື່ອວັນອາທິດທີ່ ຜ່ານມາ. ທ່ານ ແຄຣີ ກ່າວຕອນນຶ່ງວ່າ ການປ່ຽນແປງຂອງດິນຟ້າອາກາດເປັນ ບັນຫາທີ່ຮ້າຍແຮງທີ່ສຸດ ບັນຫານຶ່ງທີ່ມະນຸດເຮົາກຳລັງປະສົບຢູ່ອາດ ຈະຮ້າຍແຮງເທົ່າໆກັບ ການກໍ່ການຮ້າຍ ແລະອາວຸດນິວເຄຼັຍ. ຍ້ອນ ມະນຸດເຮົາ ປ່ອຍຄວັນພິດ Carbon dioxide ອອກສູ່ ບັນຍາກາດ ຫລາຍເກີນໄປດ້ວຍການສ້າງ ໂຮງຈັກໂຮງງານ ຣົດ ແລະການຕັດໄມ້ ທຳຣາຍປ່າ ອາກາດຂອງໂລກ ຈະຮ້ອນຂຶ້ນໃນອະນາຄົດ ອັນໃກ້ໆນີ້ ແລະຣະດັບນ້ຳທະເລຈະສຸງຂື້ນເຖິງ 1 ແມັດ ນ້ຳຈະຖ້ວມປະຊາກອນ ຂອງໂລກໂດຍສະເພາະຊາວອິນໂດນີເຊັຍ ຫລາຍລ້ານຄົນ ຈະບໍ່ມີ ບ່ອນຢູ່ ແລະບ່ອນທຳມາຫາກິນ.
ຣັຖມົນຕຣີການຕ່າງປະເທດສະຫະຣັຖກ່າວອີກວ່າ ກໍຄືກັບບັນຫາການກໍ່ການຮ້າຍ ທຸກປະເທດໃນໂລກ ຕ້ອງຮ່ວມມືກັນ ເພື່ອຫລຸດຜ່ອນ ການ ປ່ຽນແປງ ຂອງດິນຟ້າອາກາດ. ປະເທດທີ່ກຳລັງພັທນາກໍບໍ່ຄວນຖິ້ມໂທດໃສ່ ປະເທດທີ່ຈະເຣີນແລ້ວ ປະເທດທີ່ທຸກຍາກກໍມີສ່ວນຮັບຜິດຊອບ ເທົ່າກັນ ເຊັ່ນ ຄວນປົກປັກຮັກສາປ່າໄມ້ ແລະບໍ່ຄວນເຮັດຫຍັງຜິດພາດ ເໝື່ອນກັບຫລາຍປະເທດ ໃນອະດີດ.
ອິນໂດນີເຊັຍ ເປັນປະເທດທີ່ມີເກາະດອນຫລາຍ ຫລາຍເຖິງ 1,700 ດອນ ຊຶ່ງແຕ່ກ່ອນ ອຸດົມສົມບູນໄປດ້ວຍປ່າໄມ້ແລະຕົ້ນໄມ້; ແຕ່ປັດຈຸບັນ ຊັພຍາກອນທັມມະຊາດເຫລົ່ານັ້ນ ໄດ້ຫລຸດໜ້ອຍຖອຍລົງ ຍ້ອນການຕັດໄມ້ທຳຣາຍປ່າ ທີ່ເປັນສາເຫດນຶ່ງທີ່ພາໃຫ້ ດິນຟ້າອາກາດປ່ຽນແປງ.