ຍີ່ປຸ່ນຍົກຣະດັບຄວາມສັມພັນ ກັບ ອາຊຽນ
2013.11.17

ທ່ານ ຊິນໂຊ ອາເບ ນາຍົກຣັຖມົນຕຣີຍີ່ປຸ່ນຢ້ຽມຢາມກໍາພູຊາໃນວັນເສົາຜ່ານມາ ແລະສັນຍາວ່າຈະຍົກຣະດັບ ຄວາມສຳພັນກັບກໍາພູຊາ ໃຫ້ ແໜ້ນແຟ້ນກວ່າເກົ່າ ຊຶ່ງເປັນພາກສ່ວນຂອງການ ຢ້ຽມຢາມ ອາຊຽນ ຂອງຜູ້ນໍາຍີ່ປຸ່ນ ໃນປີນີ້ ຫລັງຈາກທ່ານຂຶ້ນເປັນນາຍົກ.
ອີງຕາມຖແລງການຫລັງຈາກສອງຜູ້ນໍາໄດ້ໂອ້ລົມກັນ ທ່ານອາເບ ນາຍົກຣັຖມົນຕຣີຍີ່ປຸ່ນແລະທ່ານຮຸນເຊນ ນາຍົກຣັຖມົນຕຣີ ກຳພູຊາສັນຍາ ວ່າຈະຍົກຣະດັບ ຄວາມສໍາພັນ ຣະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນ ຂຶ້ນກວ່າເກົ່າ. ນອກຈາກນັ້ນນາຍົກຣັຖມົນຕຣີຍີ່ປຸ່ນ ທ່ານ ອາເບ ຍັງ ໄດ້ໂອ້ລົມກັບທ່ານ ຮຸນເຊນ ກ່ຽວກັບນະໂຍບາຍການປ້ອງກັນ ຄວາມປອດພັຍຂອງຍີ່ປຸ່ນ ເພື່ອສ້າງຄວາມສງົບແລະສະເຖັຽຣະພາບ ໃນຂົງເຂດ.
ຍີ່ປຸ່ນແລະກໍາພູຊາໄດ້ລົງນາມກັນ ໃນຫລາຍສະບັບໃນນັ້ນຮ່ວມດ້ວຍການລົງທຶນຂອງຍີ່ປຸ່ນ ໃນກໍາພູຊາການປະຕິຮູບທາງດ້ານປະຊາທິປະຕັຍ ແລະການຊ່ອຍເຫລືອດ້ານສາທາຣະນະສຸຂ. ທັງສອງຍັງໄດ້ໂອລົມກັນ ກ່ຽວກັບຂໍ້ຕົກລົງການບິນ ໂດຍຕຣົງງຈາກໂຕກຽວຫາ ກຸງພະນົມເປັນ ໃນອະນາຄົດອັນໃກ້ໆນີ້.
ການຢ້ຽມຢາມກໍາພູຊາ ແລະສປປລາວ ເປັນປະເທດສຸດທ້າຍ ໃນການຢ້ຽມຢາມ 10 ປະເທດສະມາຊິກອາຊຽນ ຂອງນາຍົກຣັຖມົນຕຣີ ຍີ່ປຸ່ນ ເທື່ອນີ້ ນັກວິເຄາະບອກວ່າ ເປັນນະໂຍບາຍຕ້ານຈີນ ຂອງຍີ່ປຸ່ນ.