ເສຖກິດໂລກດີຂື້ນ ປີ 2013

ອົງການ ກອງທຶນ ສາກົນ ເຫັນການເຕີບໂຕ ຂອງ ເສຖກິດໂລກ ແດ່ເລັກນ້ອຍ ໃນປີ 2013

ທ່ານ Olivier Blanchard ຫົວໜ້າຫ້ອງການ ຜແນກເສຖກິດ ອົງການ ກອງທຶນສາກົນ (IMF)
ທ່ານ Olivier Blanchard ຫົວໜ້າຫ້ອງການ ຜແນກເສຖກິດ ອົງການ ກອງທຶນສາກົນ (IMF) (IMF-direct)

0:00 / 0:00

ອົງການ ກອງທຶນສາກົນ ໄດ້ໃຫ້ການ ຄາດຄະເນວ່າ ເສຖກິດໂລກ ຈະເຕີບໂຕຂື້ນ ແດ່ເລັກນ້ອຍ ໃນປີ 2013 ແຕ່ເຕືອນວ່າ ເຫດວິີກິດການ ໃນຢູໂຣໂຊນ ແລະ ໃນສະຫະຣັຖ ອາດສົ່ງຜົລກະທົບ ຕໍ່ການເຕີບໂຕ. ການລາຍງານ ໃນມື້ວັນພຸດ ເປັນການ ຄາດຄະເນ ຂອງກອງທຶນ ເສຖກິດໂລກ ສຳລັບ ອະນາຄົດ ສ່ວນໃຫຍ່ ຈະເອົາຂໍ້ມູນ ມາຈາກ ການຄາດຄະເນ ເສຖກິດໂລກ ເລີ້ມແຕ່ ເດືອນຕຸລາ ຜ່ານມາ ທີ່ການເຕີບໂຕ ໄດ້ຫລຸດລົງ ບາງເລັກນ້ອຍ ປະມານ 1 ສ່ວນ 10 ຂອງ ເປີເຊັນ ເຖິງ 3.5 ເປີເຊັນ. ກອງທຶນສາກົນ ໃຫ້ການ ຄາດຄະເນ ວ່າ ເສຖກິດໂລກ ເຕີບໂຕເພີ້ມຂື້ນ 3.2 ເປີເຊັນ ໃນປີ 2012.

ນາຍ Olivier Blanchard ຫົວຫນ້າ ຜແນກເສຖກິດ ຂອງ ກອງທຶນສາກົນ ກ່າວວ່າ ຄວາມຣະມັດຣະວັງ ກ່ຽວກັບ ການຄາດຄະເນ ການເຕີບໂຕ ຕ້ອງໃຫ້ຮອບຄອບ ພວກເຮົາ ບໍ່ຕ້ອງຢູ່ ໃຕ້ພາບລວງຕາ ຍັງມີສິ່ງທ້າທາຍ ຫລາຍຢ່າງຂວາງຫນ້າ ພວກເຮົາຢູ່.

ອົງການ ກອງທຶນສາກົນ ໄດ້ຄາດຄະເນ ການຫລຸດລົງ ຂອງ ເສຖກິດ ໃນກຸ່ມປະເທດ ຢູໂຣໂຊນ 17 ປະເທດ ແດ່ເລັກນ້ອຍ ໃນປີ 2013. ອົງການດ່ັງກ່າວ ບອກວ່າ ເຖີິງແມ່ນວ່າ ບັນດາ ປະເທດດັ່ງກ່າວ ຈະອອກ ກົດຣະບຽບ ຣັດກຸມ ໃນການ ຈ່່າຍຫນີ້ສີນ ໃນບາງປະເທດ ແຕ່ກໍຍັງມີ ບັນຫາ ຄວາມບໍ່ແນ່ນອນ ກ່ຽວກັບ ກົດຣະບຽບ ດັ່ງກ່າວ ໃນການຊອ່ຍຫລຸດຜ່ອນ ເຫດວິກິດ ນັ້ນໄດ້ແທ້ ຫລືບໍ.

ອົງການ ກອງທືນສາກົນ ເຕືອນວ່າ ເຂດຢູໂຣໂຊນ ຍັງຈະສືບຕໍ່ ເປັນພັຍນາບຂູ່ ຕໍ່ການເຕີບໂຕ ຂອງ ເສຖກິດໂລກ ຢູ່ຕໍ່ໄປ ໃນອະນາຄົດ.