ໄມ້ເຖື່ອນຊາຍແດນ ໄທ-ກັມພູຊາ
ການລັກ ຕັດໄມ້ ເຖື່ອນ ສ້າງຄວາມ ເຄັ່ງຕຶງ ຕາມແນວ ຊາຍແດນໄທ ກັມພູຊາ.
-
2013-02-27 -
-
-
Your browser doesn’t support HTML5 audio
ການລັກ ຕັດໄມ້ ເຖື່ອນ ສ້າງຄວາມ ເຄັ່ງຕຶງ ຕາມແນວ ຊາຍແດນໄທ ກັມພູຊາ.
ຄວາມແຕກຕ່າງ ຣະຫວ່າງ ກັມພູຊາ ແລະໄທ ໃນບັນຫາ ການລັກຕັດໄມ້ ເຖື່ອນ ຜິດກົດຫມາຍ ໂດຍສະເພາະ ໄມ້ຂະຍູງ ໄດ້ເກີດຂື້ນ ໃນກອງປະຊຸມ ຊາຍແດນ ຣະຫວ່າງ ສອງປະເທດ ໃນມື້ວານນີ້. ທາງການກັມພູຊາ ໄດ້ປະນາມວ່າ ກຳລັງ ທະຫານໄທ ມັກໃຊ້ ຄວາມຮຸນແຮງ ໃນການ ແກ້ໄຂບັນຫາ ດັ່ງກ່່າວ. ໃນຂະນະ ທີ່ໄທ ໄດ້ຮຽກຮ້ອງ ໃຫ້ ກັມພູຊາ ຫ້າມ ປະຊາຊົນ ຂອງຕົນ ເຂົ້າມາຕັດໄມ້ ທີ່ຫາຍາກ ແລະ ມີຄ່າ ໃນເຂດແດນ ຂອງໄທ.
ຣັັຖມົນຕຣີ ປ້ອງກັນ ປະເທດໄທ ທ່ານ ສຸກຂຸມພົລ ສຸວັນນະຕະ ໄດ້ພົບປະກັບ ຝ່າຍຕົງກັນຂ້າມ ຣັຖມົນຕຣີ ປ້ອງກັນ ປະເທດ ກັມພູຊາ ນາຍພົລ ເຕບານ ໃນມື້ວານນີ້. ທາງການ ກັມພູຊາ ໄດ້ຮຽກຮ້ອງ ຕໍ່ເຈົ້າຫນ້າທີ່ ໄທ ໃນກອງປະຊຸມ ໃຫ້ໃຊ້ ຣະບົບສານ ໃນການ ແກ້ໄຂ ບັນຫາ ແທນທີ່ຈະໃຊ້ ຄວາມຮຸນແຮງ ຕໍ່ ປະຊາຊົນ ກັມພູຊາ ຜູ້ທີ່ຖືກ ຈັບກຸມ ຍ້ອນລັກ ເຂົ້າມາຕັດ ໄມ້ຂະຍູງ ໃນເຂດແດນ ຂອງໄທ.
ທ່ານ ສຸກຂຸມພົລ ເວົ້າວ່າ ທ່ານໄດ້ບອກກັບ ທ່ານ ເຕບານ ວ່າ ຣັຖບານໄທ ໄດ້ເພີ້ມມາຕການ ໃນການ ເຝົ້າຣະວັງ ຕາມແນວ ຊາຍແດນ ຫລາຍຂື້ນ ເພື່ອປົກປ້ອງ ໄມ້ຂະຍຸງ ທີ່ມີຄ່າຂອງໄທ ແລະ ຈະສືບຕໍ່ລົງໂທດ ຜູ້ກະທຳຜິດ ຖ້າຈັບໄດ້. ທ່ານວ່າ ເຈົ້າຫນ້າທີ່ ກັມພູຊາ ຕ້ອງຫ້າມ ປະຊາຊົນ ຂອງຕົນ ບໍ່ໃຫ້ລັກ ເຂົ້າມາຕັດ ໄມ້ທີ່ມີຄ່າ ຂອງໄທ ແລະ ທາງການໄທ ຈະບໍ່ລົດລະ ໃນການລົງໂທດ ກຸ່ມດ່ັງກ່າວ ຢ່າງເດັດຂາດ.