ຊາວພະມ້າ ອາດເສັຽຊີວິດ 4 ແສນຄົນ ຖ້າບໍຣິຫານ ບໍ່ດີ

ຣັຖບານເງົາ ພົລເຮືອນ ພະມ້າ ເຕືອນກຸ່ມຜູ້ນຳ ຜເດັດການ ທະຫານພະມ້າວ່າ ປະຊາຊົນພະມ້າ ອາດເສັຽຊີວິດ ຍ້ອນໂຄວິດ-19 ຣະບາດ ຮອບ 3 ເຖິງ 4 ແສນຄົນ ຖ້າບໍ່ມີ ການບໍຣິຫານ ແລະ ຈັດການ ທີ່ດີ ໃນການຕ້ານ ໂຄວິດ-19 ຣະບາດ ໃນປັດຈຸບັນ.

ກຸ່ມຜູ້ອາສາສມັກ ໄຫວ້ໃຫ້ດວງວິນຍານ ຂອງຜູ້ທີ່ເສັຽຊີວິດ ຍ້ອນໂຄວິດ-19 ໃຫ້ໄປດີເຖິງສຸຂ ໃນປ່າຊ້າ ທີ່ເມືອງມັນດາເລ, ໃນວັນທີ 14 ເດືອນກໍຣະກະດາ ປີ 2021 AFP

ຣັຖບານເງົາ ພົລເຮືອນພະມ້າ ເຕືອນ ໃນມື້ວັນຈັນວ່າ ປະຊາຊົນ ພະມ້າ ອາດເສັຽຊີວິດ ເຖິງ 4 ແສນຄົນ ຖ້າກຸ່ມ ຜູ້ນຳຜເດັດການ ທະຫານພະມ້າ ຂາດການບໍຣິຫານ ຈັດການ ໃນການຕ້ານ ການຣະບາດ ຂອງໂຄວິດ-19 ຮອບໃໝ່ ຍ້ອນການຂາດ ອັອກຊີເຢັນ, ຂາດການສັກວັກຊີນ ແລະ ຂາດການເອົາໃຈໃສ່ ຂອງກຸ່ມທະຫານ  ທີ່ເຮັດໃຫ້ ການເສັຽຊີວິດ ເພີ່ມຂຶ້ນ ຢ່າງຫຼວງຫຼາຍ ໃນປັດຈຸບັນ ແລະ ອົງການ ສຫະປະຊາຊາດ ກໍເຕືອນ ກ່ຽວກັບ ເຫດການຮ້າຍແຮງ ດັ່ງກ່່າວນີ້ ເໝືອນກັນ.

ກຸ່ມຜູ້ນຳຜເດັດການ ທະຫານພະມ້າ ໄດ້ຍຶດອຳນາດ ຈາກຣັຖບານ ພົລເຮືອນ ຂອງຍານາງ ອັອງ ຊານ ຊູ ຈີ ໃນເດືອນກຸມພາ ຜ່ານມາ ເຮັດໃຫ້ ສຖານະການ ການຣະບາດ ຂອງໂຄວິດ-19  ໃນພະມ້າ ຮ້າຍແຮງຂຶ້ນ ຍ້ອນບໍ່ມີ ການປ້ອງກັນ ນອກຈາກນັ້ນ ກຸ່ມຜເດັດການ ຍັງໄດ້ຣາຍງານ ຈຳນວນໂຕເລກ ຜູ້ຕິດເຊື້ອ ຕ່ຳກວ່າ ຄວາມເປັນຈິງ ເຊື່ອງຂໍ້ມູນ ແລະ ຈຳນວນ ການຕາຍ ຂອງຜູ້ຕິດເຊື້ອ ຮວມທັງ ບໍ່ມີ ການວາງແຜນກະຕຣຽມ ໃນການຕ້ານ ໂຣຄດັ່ງກ່າວ ໃນຮອບ 3 ທີ່ຈະເກີດຂຶ້ນ ໃນອະນາຄົດ ໃກ້ໆນີ້, ອີງຕາມຄຳເວົ້າ ຂອງທ່ານ ຊໍເວໂຊ, ອະດີດ ຣັຖມົນຕຣີ ກະຊວງສາທາຣະນະສຸຸ​ຂ ພະມ້າ ໃນຣັຖບານເງົາ ຂອງຍານາງ ອັອງ ຊານ ຊູ ຈີ ຕໍ່ ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ.

“ທີມງານ ດ້ານພຍາດຕິດຕໍ່ ຂອງພວກເຮົາ ໄດ້ກວດ ແລະ ວິຈັຍ ຂໍ້ມູນ ຈຳນວນ ຄົນເສັຽຊີວິດ ແລະ ຕິດເຊື້ອໂຄວິດ-19 ໃນສະພາບໂຕຈິງ ພົບວ່າ ອາດມີ ຊາວພະມ້າ ເສັຽຊິວິດ ເຖິງ 3 ຫາ 4 ແສນຄົນ ຖ້າບໍ່ມີ ມາຕການ ໃນການຕ້ານ ໂຣຄດັ່ງກ່າວ ທີ່ກຳລັງຣະບາດ ຢູ່ໃນເວລານີ້ ໃຫ້ທັນເວລາ.”

ເຈົ້າໜ້າທີ່ ຕ່າງຊາດ ທີ່ເຮັດວຽກ ໃນພະມ້າ ທ່ານນຶ່ງ ເວົ້າວ່າ:

“ມັນເປັນ ຄວາມເສັຽຫາຍ ຢ່າງໃຫຍ່ ຕໍ່ລະບົບ ສາທາຣະນະສຸຂ ຂອງພະມ້າ ໃນເຫດການສຸກເສີນ ເທື່ອນີ້ ທີ່ເຮັດໃຫ້ ຈຳນວນຄົນ ຕິດເຊື້່ອ ໂຄວິດ-19 ສູງ, ບໍ່ມີຜູ້ໃດ ເຊື່ອກຸ່ມຜູ້ນຳ ຜເດັດການ ທະຫານອີກແລ້ວ ທີ່ຈະມາ ສັກວັກຊີນ ໃຫ້ປະຊາຊົນ ເພື່ອປ້ອງກັັນໂຣຄ ດັ່ງກ່າວ.”

ທ່ານຊໍເວໂຊ ອະດີດ ຣັຖມົນຕຣີສາທາຣະສຸຂ ພະມ້າ ຍັງບອກອີກວ່າ: ຂ້າພະເຈົ້າ ຄິດວ່າ ມີຊາວພະມ້າ ເສັຽຊີວິດ ຍ້ອນຕິດໂຄວີິດ-19 ແຕ່ລະມື້ 1 ພັນປາຍຄົນ ແລະ ມີຜູ້ຕິດເຊື້ອໃໝ່ ລະຫວ່າງ 6 ຫາ 7 ພັນຄົນ ໃນແຕ່ລະມື້ ແຕ່ບໍ່ມີຣາຍງານ ຊຶ່ງທາງການພະມ້າ ຣາຍງານ ໂຕເລກ ຕ່ຳກວ່າ ຄວາມເປັນຈິງ ແຕ່ຖ້າຂໍ້ມູນ ຖືກຮິບໂຮມ ຢ່າງໂປ່ງໄສ ການຕິີດເຊື້ອ ໂຄວິດ-19 ຂອງປະຊາຊົນ ພະມ້າ ໃນແຕ່ລະມື້ ອາດຮອດ 10 ພັນຄົນ.

ກຸູ່ມຜູ້ນຳຜເດັດການ ທະຫານພະມ້າ ໄດ້ຣາຍງານ ການຕິດເຊື້່ອ ໂຄວິດ-19 ຂອງປະ ຊາຊົນ ແຕ່ລະມື້ ຕ່ຳກວ່າ 5 ພັນຄົນ ຕໍ່ມື້ ອາທິດນຶ່ງ 7 ວັນ ຈົບລົງ ໃນມື້ວັນອາທິດ ແຕ່ລະສັ​ປ​ດາ.

ໃນຂນະດຽວກັນ ທິມງານ ອົງການອະນາມັຍໂລກ ປະຈຳ ປະເທດພະມ້າ ກໍເຕືອນ ໃນມື້ວັນຈັນ ຜ່ານມາວ່າ ການຣະບາດ ຮອບ 3 ຂອງໂຄວິດ-19 ຈະສ້າງ ຄວາມຫາຍຍະນະ ໃຫ້ແກ່ ປະເທດພະມ້າ ທີ່ມີ ປະຊາກອນ 54 ລ້ານຄົນ ຖ້າບໍ່ມີ ການແກ້ໄຂ ແລະ ຄຸ້ມກັນ.

ອີງຕາມ ຖແລງການ ຈາກ ອົງການ ອະນາມັຍໂລກ, ການຣະບາດຂອງໂຄວິດ-19 ໃນພະມ້າ ໃນປັດຈຸບັນ ຈະສົ່ງ ຜົລກະທົບ ຕໍ່ສຸຂພາບ ຂອງປະຊາຊົນ ຊາວພະມ້າ ແລະ ການເຕີບໂຕ ທາງດ້ານເສຖກິຈ ຢ່າງໃຫຍ່ຫຼວງ, ມາຕການ ໃນການສກັດກັ້ນ ການຣະບາດ ຕ້ອງໄດ້ ປະຕິບັດ ຢ່າງຮີບດ່ວນ ໃນເວລານີ້ ອະນຸຍາດ ໃຫ້ນັກຊ່ຽວຊານ ທາງດ້ານ ສາທາຣະນະສຸຂ ເຂົ້າໄປ ເຮັດວຽກ ໃນພະມ້າ ທັງຈາກ ຝ່າຍຣັຖບານ ຜົລເຮືອນ ແລະ ຈາກພາກເອກຊົນ ຜູ້ທີ່ມີ ຄວາມຮູ້ ແລະ ຄວາມສາມາດ ໃນການຕ້ານ ໂຣຄດັ່ງກ່າວ.

ທິມງານ ຈາກໜ່ວຍປ້ອງກັນ ໂຄວິດ-19 ໃນພະມ້າ ກ່າວວ່າ ໜ່ວຍງານ ທີ່ກ່ຽວຂ້ອງ ກຳລັງເຮັດວຽກ ກັບພາກສ່ວນຕ່າງໆ ໃນການສັກວັກຊີນ ແລະ ຊ່ອຍບັນຫາ ການຂາດເຂີນ ອັອກຊີເຢັນ ທີ່ເຮັດໃຫ້ ປະຊາຊົນ ພະມ້າ ເສັຽຊິີວິດ ຢ່າງຫຼວງຫຼາຍ ໃນຂນະທີ່ ສພາບການຣະບາດ ເພີ່ມຂຶ້ນ ໃນປັດຈຸບັນ.

ແຕ່ອົງການ ຊ່ອຍເຫຼືອຕ່າງຊາດ ເວົ້າວ່າ ຄວາມຕ້ອງການ ອັອກຊີເຢັນ ສູງ ໃນເວລານີ້ ເປັນການຍາກ ທີ່ໄດ້ ອັອກຊີເຢັນ ມາໃຫ້ປະຊາຊົນ ໃຊ້ ໃນບາງແຂວງ ຍ້ອນວ່າ ກຸ່ມທະຫານ ຕ້ອງການ ໜັງສືຈາກ ກຸ່ມຜເດັດການກ່ອນ ກ່ອນຈະ ອະນຸຍາດ ຂົນສົ່ງ ອັອກຊີເຢັນ ໄປເຂດທີ່ມີ ການຕໍ່ຕ້ານ.

ຮ້າຍໄປກວ່ານັ້ນ, ກຸ່ມຜເດັດການ ທະຫານພະມ້າ ຍັງໄດ້ວາງ ມາຕການ ຈຳກັດ ເວລາໃນການເຂົ້າ-ອອກ ປະເທດ ແລະ ການປິດບ້ານ ປິດເມືອງ ໃນຫຼາຍແຂວງ ທີ່ເປັນສາເຫດ ເຮັດໃຫ້ ຜູ້ຕິດເຊື້ອ ຂາດ ອອ໌ກຊີເຢັນ ໃນການຊ່ອຍຊີວິດ ຂອງປະຊາຊົນ ໃນເຂດທີ່ ກຸ່ມທະຫານ ບໍ່ອະນຸຍາດ.

ເຈົ້າໜ້າທີ່ ຊ່ອຍເຫຼືອ ຈາກອົງການຕ່າງຊາດ ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ເວົ້າວ່າ:

“ສິ່ງ ທີ່ພວກເຮົາ ເຮັດຢູ່ ໃນປັດຈຸບັນ ບໍ່ພຽງພໍ ໃນການເອົາ ອັອກຊີເຢັນ ໄປໃຫ້ຜູ້ຕິດເຊື້ອ ທັນເວລາ ເມື່ອເວລາ ພວກເຮົາ ຂົນ ອັອກຊີເຢັນ ໄປຮອດ ບ່ອນເປົ້າໝາຍ ກໍເຫັນ ປະກາດ ຕິດໄວ້ວ່າ ກ່ອນຈະຕື່ມ ຖັງຫຼາຍຂາຍ ອັອກຊີເຢັນ ໄດ້ຕ້ອງມີ ໃບອະນຸຍາດ ຈາກກຸ່ມທະຫານກ່່ອນ.”

ຊາວນະຄອນຢ້າງກຸ້ງ ທ່ານນຶ່ງ ເວົ້າວ່່າ ບັນຫາ ໃນເວລານີ້ ແມ່ນການຂາດ ອັອກຊີເຢັນ ຢ່າງໜັກ ສຳລັບຜູ້ຕິດເຊື້ອ ທ່ານວ່າ ຜູ້ຕິດເຊື້ອໃຊ້ ອັອກຊີເຢັນ ຄົນນຶ່ງໝົດຖັງ ແລະ ຜູ້ທີ່ຕ້ອງການ ຄົນອື່ນໆ ບໍ່ມີ ອອ໌ກຊີເຢັນ ໃຊ້ກໍເສັຽຊີວິດ ຍ້ອນຂາດ ລະບົບຫາຍໃຈ ແລະ ລາຄາ ອັອກຊີເຢັນ ກໍເພີ່ມສູງຂຶ້ນ ໃນຕລາດ.

ອີງຕາມ ການຣາຍງານ ຈາກສື່ສັງຄົມ ອ໋ອນລາຍ ໃນວັນທີ 17 ກໍຣະກະດາ, ກຸ່ມທະຫານ ໄດ້ຍຶດ ຣົດຂົນຖັງ ອັອກຊີເຢັນ ໃນທ່າເຮືອ ຊານນະຄອນຢ້າງກຸ້ງ ທີ່ກຳລັງ ຈະຂົນອອກຈາກ ເຮືອ ແລະ ປະຊາຊົນ ກຳລັງລຽນແຖວກັນ ຈະຊື້ຢູ່ ກຸ່ມທະຫານ ບອກວ່າ ຕ້ອງໄດ້ຮັບ ອະນຸຍາດ ແລະ ລົງທະບຽນ ຈາກຫ້ອງການ ແຂວງກ່ອນ ກ່ອນຈະຂົນ ອອກໄດ້. ຊາວພະມ້າ ຄົນນຶ່ງ ຜູ້ທີ່ຕິດເຊື້ອ ໂຄວິດ-19 ກ່າວວ່າ:

“ມີການປະຕິເສດ ຈາກກຸ່ມທະຫານ ໃນຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ມາຕລອດ ຊຶ່ງກ່ອນໜ້ານີ້ ເຖິງແມ່ນວ່າ ລະບົບ ສາທາຣະນະສຸຂ ໃນພະມ້າ ຈະບໍ່ດີປານໃດ ກໍຕາມ ແຕ່ປະຊາຊົນ ຍັງຮູ້ວ່າ ມີຜູ້ຮັບຜິດຊອບ ຖ້າມີ ເຫດການສຸກເສີນ ແບບນີ້ເກີດຂຶ້ນ.”

ໃນມື້ວັນພະຫັດ ຜ່ານມາ ເຈົ້າໜ້າທີ່ ສາທາຣະນະສຸຂ ພະມ້າ ປະກາດວ່່າ ຈຳນວນ ຄົນຕິດເຊື້ອ ໃນພະມ້າ ມາຮອດ ປັດຈຸບັນ ມີຄົນຕິດເຊື້ອ ໂຄວິດ-19, 1 ແສນ 8 ໝື່ນປາຍຄົນ ໃນນີ້ ຜູ້ຕິດເຊື້ອໃໝ່ ມີຢູ່ 4 ພັນປາຍຄົນ ແລະ ເສັຽຊີວິດແລ້ວ 3 ພັນປາຍຄົນ, ຮວມດ້ວຍ ຜູ້ຕິດໃໝ່ ເສັຽຊີວິດ 51 ຄົນ ແຕ່ໜ່ວຍງານ ເອກຣາດ ເວົ້າວ່າ ໂຕເລກ ດັ່ງກ່າວ ຕ່ຳກວ່າ ຄວາມເປັນຈິງ ຫຼາຍເທົ່າ.

ການເພີ່ມຂຶ້ນ ຂອງຈຳນວນ ຄົນຕິດເຊື້ອໂຄວິດ-19 ໃນພະມ້າ ເຮັດໃຫ້ຜູ້ລົງທຶນ ຈາກຫຼາຍປະເທດ ໃນພະມ້າ ຍຸຕິການລົງທຶນ ແລະ ປິດກິຈການ ໂຮງງານຫຼາຍແຫ່ງ ເປັນຕົ້ນ ຈີນແລະ ບາງປະເທດ, ທາງການພະມ້າ ກໍສັ່ງປິດ ດ່ານເຂົ້າ-ອອກ ທົ່ວປະເທດ ເພື່ອສກັດກັ້ນ ການແຜ່ລາມ ຮວມທັງ ການລ໊ອກດາວ ໃນຫຼາຍແຂວງ ທີ່ສ່ຽງ ເປັນຕົ້ນ ແຂວງທີ່ຕິດກັບ ປະເທດເພື່ອນບ້ານ ທີ່ມີການຣະບາດ.

ໃນມື້ດຽວກັນ ກະຊວງ ສາທາຣະນະສຸຂ ພະມ້າ ໃນຣັຖບານ ຜເດັດການ ທະຫານ ກໍປະກາດ ມາຕການ ໃຫ້ຄົນຢູ່ບ້ານ ຢູ່ເຮືອນ ບໍ່ໃຫ້ເດີນທາງ ເຂົ້າ-ອອກ ຖ້າບໍ່ຈຳເປັນ ໂດຍສະເພາະ ໃນຊຸມຊົນ ເຂດແອອັດ ໃນຫົວເມືອງໃຫຍ່ໆ ດັ່ງນະຄອນຢ້າງກຸ້ງ ແລະ ມັນດາເລ ແຕ່ການປະກາດດັ່ງກ່າວ ຊ້າເກີນໄປ ຍ້ອນການແຜ່ລາມ ການຕິດເຊື້ອ ສູງເກີນໄປ ທີ່ຈະແກ້ໄຂໄດ້.

ມາຮອດ ວັນທີ 5 ເດືອນກໍຣະກະດາ ປີ 2021 ນີ້ ທາງການ ພະມ້າ ໄດ້ສັກວັກຊີນ ໃຫ້ແກ່ ປະຊາຊົນ ຊາວພະມ້າ ກວ່າ 3 ລ້ານຄົນ ໃນຈຳນວນ ປະຊາກອນ ພະມ້າ ທັງໝົດ 54 ລ້ານຄົນ, ອີງຕາມ ຖແລງການ ຈາກອົງການ ອະນາມັຍໂລກ ໃນຂນະທີ່ ກຸ່ມທະຫານ ພະມ້າ ພຍາຍາມ ໃນການຊອກວັກຊີນ ເພີ່ມຕື່ມ ເປັນຕົ້ນ ຈາກຈີນ ແລະ ຣັດເຊັຽ.

ການຕິດເຊື້ອໂຄວິດ-19 ຢ່າງຫຼວງຫຼາຍ ໃນພະມ້າ ແລະ ປະເທດອ້ອມຂ້າງ ເຮັດໃຫ້ ອະດີດຜູ້ນຳ ພົລເຮືອນ ພະມ້າ ຍານາງ ອັອງ ຊານ ຊູ ຈີ ຜູ້ທີ່ຖືກກັງຂັງ ຮວມດ້ວຍ ຣັຖບານເງົາ ພົລເຮືອນ ຮຽກຮ້ອງໃຫ້ ປະຊາຊົນ ພະມ້າ ໃຊ້ມາຕການ ປ້ອງກັນ ໂຕເອງຫຼາຍຂຶ້ນ, ອີງຕາມ ຄຳເວົ້າ ຂອງທະນາຍຄວາມ ຂອງນາງ ທ່ານ ມີນ ມີນ ໂຊ ໃນມື້ວັນຈັນ.

ການດຳເນີນຄະດີ ຂອງຍານາງ ຈາກສານ ຂອງກຸມຜເດັດການ ທະຫານພະມ້າ ຢູ່ນະຄອນຫຼວງ ເນປາດໍ ທ່ານ ມີນ ມີນ ໂຊ, ທະນາຍຄວາມ ຂອງຍານາງ ເວົ້າວ່າ ຍານາງ ອັອງ ຊານ ຊູ ຈີ ໄດ້ສົ່ງ ຂໍ້ຄວາມຜ່ານ ທ່ານ ຮຽກຮ້ອງໃຫ້ ປະຊາຊົນ ຊາວພະມ້າ ເບິ່ງແຍງໂຕເອງ ໃຫ້ດີ ໃນໄລຍະ ການຣະບາດ ຂອງໂຄວິດ-19 ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໃນເວລານີ້ ເຮັດໃຫ້ ປະຊາຊົນ ຊາວພະມ້າ ເສັຽຊີວິດ ແລະ ຕິດເຊື້ອ ເປັນຈຳນວນຫຼວງຫຼາຍ ຍ້ອນກຸ່ມທະຫານ ບໍ່ສາມາດ ຊ່ອຍຫຍັງໄດ້.

“ຍາງນາງ ອັອງ ຊານ ຊູ ຈີ ມີຄວາມເປັນຫວ່ງ ຕໍ່ປະຊາຊົນ ຊາວພະມ້າ ຢ່າງແຮງ ໃນເຫດການ ດັ່ງກ່າວ ແລະວ່າ ຍານາງ ໄດ້ຖາມ ຫຼາຍຢ່າງ ກັບທ່ານ ກ່ຽວກັບ ສພາບ ການຣະບາດ ຂອງໂຄວິດ-19 ໃນພະມ້າ ໃນປັດຈຸບັນ ເພື່ອຢາກຮູ້ ແລະ ເປັນຫ່ວງ ກ່ຽວກັບ ຊາຕາກັມ ຂອງປະຊາຊົນ ຊາວພະມ້າ.”

ແມ່ຍິງຊາວພະມ້າ ນາງນຶ່ງ ຜູ້ສົ່ງຖັງ ອອ໌ກຊີເຢັນ ເວົ້າວ່າ:

“ມີຄົນພະມ້າ ຜູ້ຕິດເຊື້ອ ໂຄວິດ-19 ຫຼາຍຄົນ ເສັຽຊີວິດ ຍ້ອນບໍ່ມີ ອັອກຊີເຢັນ ຫາຍໃຈ.”

ເຣີ່ມແຕ່ ເດືອນມິຖຸນາ ວັນທີ 28 ເປັນຕົ້ນມາ ມີຣາຍງານ ຈາກກຸ່ມທະຫານວ່າ ມີກໍຣະນີ ຄົນຕິດເຊື້ອ ໂຄວິດ-19 ໃໝ່ ໃນພະມ້າ ປະມານ 1 ພັນ 2 ຮ້ອຍປາຍຄົນ ຕໍ່ເດືອນ ມາຮອດ ປັດຈຸບັດ ເດືອນດຽວຂຶ້ນ ເປັນ 4 ພັນປາຍຄົນ ແລະ ເສັຽຊີວິດ 3 ພັນປາຍຄົນ ແລະ ຈຳນວນຜູ້ຕິດເຊື້ອ ທັງໝົດ ທົ່ວປະເທດ ກວ່າ 1 ແສນ 5 ໝື່ນຄົນ ຫລັງຈາກ ການຣະບາດແຮງ ໃນເດືອນມີນາ ຜ່ານມາ.

ເຈົ້າໜ້າທີ່ ຈາກອົງການຊ່ອຍເຫຼືອ ຕ່າງຊາດ ຢູ່ນະຄອນຢ້າງກຸ້ງ ເວົ້າວ່າ ກຸ່ມທະຫານ ໄດ້ກີດກັ້ນ ບໍ່ໃຫ້ປະຊາຊົນ ຊື້ບັ້ງ ອອ໌ກຊີເຢັນ ໃນເຂດເມືອງ ດາກອນ ໃນມື້ວັນເສົາ ຜ່ານມາ ປະຊາຊົນ ຊາວພະມ້າ ນາງນຶ່ງ ເວົ້າວ່າ:

“ເຖິງແມ່ນວ່າ ນາງມີເງິນ ຊື້ ຫຼື ຕື່ມ ອັອກຊີເຢັນ ໃສ່ຖັງ ທີ່ນາງມີ ແຕ່ນາງ ກໍບໍ່ສາມາດຊື້ ຫຼື ຕື່ມໄດ້ ຜູ້ຊາຍ ຊາວພະມ້າ ຄົນນຶ່ງ ເສັຽຊີວິດ ໃນຂນະທີ່ ລຽນແຖວ ຖ້າຕື່ມ ອັອກຊີເຢັນ ໃສ່ຖັງ ຂອງລາວ.”

ນາງເວົ້າວ່າ ມາຕການ ການຊື້ ຫຼື ຕື່ມ ອັອກຊີເຢັນ ສຳລັບ ປະຊາຊົນ ຂອງຣັຖບານທະຫານ ສັບສົນ ຂາດລະບົບ ທີ່ແຈ່ມ​ແຈ້ງ ບໍ່ເປັນລະບຽບ ເຮັດໃຫ້ຜູ້ຕິດເຊື້ອ ຫຼາຍຄົນ ທີ່ຕ້ອງການ ຊື້ ຫຼື ຕື່ມ ອັອກຊີເຢັນ ໃສ່ຖັງ ຂອງຕົນ ບໍ່ສາມາດ ເຮັດໄດ້ ຍ້ອນປະຣິມານ ໃນການສົ່ງມາ ຈາກບໍຣິສັດຜູ້ຂາຍ ມີຈຳນວນໜ້ອຍ ບໍ່ພໍກັນ ແລະ ຍັງຕ້ອງໄດ້ຮັບ ອະນຸຍາດ ຈາກທະຫານ ກ່ອນວ່າ ຈະເອົາມາຂາຍ ໃນແຕ່ລະຈຸດນັ້ນ ຫຼາຍໜ້ອຍປານໃດ ໂດຍບໍ່ຄຳນຶງ ເຖິງຄວາມຕ້ອງການ ປະຊາຊົນ ຜູ້ຕິດເຊື້ອ.

ທາງການ ໄດ້ອອກຄຳສັ່ງ ໃຫ້ໂຮງານ ຜລິດ ອັອກຊີເຢັນ ໃນພະມ້າ ຫຼື ນຳເຂົ້າ ຈາກຕ່າງປະເທດ ບໍ່ໃຫ້ຂາຍ ໃຫ້ສ່ວນບຸກຄົນ ໃຫ້ຂາຍໃຫ້ ແຕ່ຄລີນິກ ແລະ ໂຮງພຍາບານ ເທົ່ານັ້ນ, ຂາຍໃຫ້ສຳລັບ ຜູ້ຕິດເຊື້່ອ ທີ່ຕ້ອງການ ອັອກຊີເຢັນ ແຕ່ສພາບໂຕຈິງ ແມ່ນຂາຍໃຫ້ ປະຊາຊົນ ຜູ້ລົງທະບຽນ ບາງຄົນ ບໍ່ຕິດເຊື້ອ ຫຼື ຜູ້ທີ່ມີ ສາຍພົວພັນ ກັບທະຫານ.

ມາຮອດ ວັນທີ 18 ກໍຣະກະດາ ອາທິດນີ້ ກະຊວງສາທາຣະນະສຸຂ ຂອງຣັຖບານ ທະຫານພະມ້າ ຣາຍງານວ່າ ມີຊາວພະມ້າ ຕິດເຊື້ອ ໂຄວິດ-19 ກວ່າ 2 ແສນ 3 ໝື່ນຄົນ, ໃນນັ້ນ ເສັຽຊີວິດ ປະມານ 5 ພັນຄົນ ແຕ່ໂຕເລກ ທີ່ແທ້ຈິງ ຫຼາຍກວ່ານັ້ນ ສິບເທົ່າ ນັກວິຊາການ ພະມ້າ ກ່າວໃນທີ່ສຸດ.

ສບາຍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org