ຟິນແລນດ໌ ແລະສະວີເດັນ ຖືກດຶງເຂົ້າ NATO
ປະເທດຟິນແລນດ໌ ແລະ ສະວີເດັນ ສະມັກເຂົ້າໄປ ເປັນສະມາຊິກ NATO ເປັນຍ້ອນການຍຸແຍ່ ຂອງບາງປະເທດ ຫຼື ເປັນຍ້ອນວ່າ ທັງສອງປະເທດນີ້ ບໍ່ໄວ້ໃຈ ຣັສເຊັຽ ໂດຍສະເພາະ ພາຍຫຼັງທີ່ ຣັສເຊັຽໄດ້ບຸກໂຈມຕີ ປະເທດຢູເຄຣນ.
-
ອຸ່ນແກ້ວ
2022-05-22 -
-
-
Your browser doesn’t support HTML5 audio
ຫຼັງຈາກທີ່ ຣັສເຊັຽໃຊ້ກຳລັງທະຫານບຸກ ຢູເຄຣນ ນັບແຕ່ເດືອນກຸມພາ ເປັນຕົ້ນມາ, ປະເທດຟິນແລນດ໌ ແລະ ສະວີເດັນ ກໍສມັກເຂົ້າເປັນສະມາຊິກ ອົງການສົນທິສັນຍາ ປົກປ້ອງແອັດແລນຕິກເໜືອ ຫຼື NATO.
ເປັນທີ່ຖົກຖຽງກັນວ່າ ປະເທດຟິນແລນດ໌ ແລະ ສະວີເດັນ ຖືກບາງປະເທດຊັກຈູງເປັນສະຊິກ NATO ເພື່ອເຂົ້າມາຖ່ວງດຸນອຳນາດຂອງຣັສເຊັຽໃນເຂດທະເລ Baltic ຫຼັງຈາກທັງສອງປະເທດນີ້ ຮັກສາຄວາມເປັນກາງມາຕລອດ.
ກ່ອນຈະເຂົ້າຫານີ້ ຕ້ອງຫວນຄື ກໍຣະນີ ທີ່ຣັສເຊັຽ ໄດ້ສົ່ງທະຫານເຂົ້າມາເຮັດສົງຄາມ ຢູ່ປະເທດຢູເຄຣນ.
ນັກຂ່າວ ແລະ ນັກວິຊາການຈຳນວນນຶ່ງ ໃຫ້ທັສນະວ່າ ຣັຖສເຊັຽໃຊ້ກຳລັງທະຫານ ເຂົ້າໄປບຸກປະເທດເພື່ອນບ້ານ ຄື ຢູ່ເຄຣນ ເປັນຍ້ອນຢູເຄຣນ ຈະເຂົ້າເປັນສະມາຊິກ NATO ແລະ ຖືກຣັສເຊັຽເບິ່ງວ່າ ເປັນພັຍຂົ່ມຂູ່ຕໍ່ຣັສເຊັຍ.
ນັກວິຊາການ ແລະ ສຳນັກຂ່າວບາງສຳນັກ ກໍວິເຄາະ ແລະ ວິຈານວ່າ ຜູ້ນຳຢູ່ເຄຣນ ຖືກປະເທດຕາເວັນຕົກ ແລະ ບາງປະເທດ ຍຸແຍ່ ໃຫ້ເຂົ້າເປັນສະມາຊິກ NATO. ແຕ່ ໃນສ່ວນຂອງຜູ້ນຳຢູເຄຣນ ແລະ ປະຊາຊົນຢູເຄຣນເອງ ກໍເຫັນການ ປະເທດຢູເຄຣນ ມີສິດທີ່ຈະຕັດສິນຊາຕາກັມຂອງໂຕ ວ່າຈະເຂົ້າກັບອົງກອນໃດກໍໄດ້ ແລະ ມີແນວທາງຂອງຕົນເອງ.
ຕໍ່ມາ ກໍມີຂ່າວວ່າ ປະເທດສະວີເດັນ ແລະ ປະເທດຟິນແລນດ໌ ທີ່ເປັນເພື່ອນບ້ານຂອງຣັສເຊັຽ ໄດ້ປະກາດຈະເຂົ້າເປັນສາມາຊິກຂອງ NATO.
ປະເທດຟິນແລນດ໌ ແລະ ປະເທດສະວີເດັນ ເປັນປະເທດທີ່ຢູ່ໃນກຸ່ມ ປະເທດທີ່ລະບົບການສຶກສາ ດີທີ່ສຸດໃນໂລກ ອີງຕາມຂໍ້ມູນຢູ່ເວບໄຊທ໌ຕ່າງໆ ຫຼື ທ່ານສາມາດ ເຂົ້າໄປໃນ Google ແລ້ວ ຕີຄຳວ່າ “Best education countries in the world”.
ໃນປີ 2021, ປະເທດ ຟິນແລນດ໌ ຖືກຈັດອັນດັບປະເທດ ທີ່ມີຄວາມໂປ່ງໃສເປັນອັນດັບ 2 ຂອງໂລກ ແລະ ສະວີເດັນ ເປັນປະເທດທີ່ມີຄວາມໂປ່ງໃສເປັນອັນດັບ 4 ຂອງໂລກ ເຊິ່ງທັງສອງປະເທດນີ້ ເປັນປະເທດທີ່ມີການສໍ້ຣາສບັງຫຼວງໜ້ອຍທີ່ສຸດ ອີງຕາມຂໍ້ມູນຢູ່ໃນເວບໄຊທ໌ ຂອງອົງການຄວາມໂປ່ງໃສສາກົລ ຫຼື Transparency International.
ໃນດ້ານສິດເສຣີພາບຂອງສື່ມວນຊົນ ໃນປີ 2021, ປະເທດຟິນແລນດ໌ ຖືກຈັດ ຢູ່ໃນອັນດັບທີ 2 ຂອງໂລກ ສ່ວນວ່າ ປະເທດສະວີເດັນຖືກຈັດຢູ່ໃນອັນດັບທີ 3 ຂອງໂລກ ອີງຕາມຂໍ້ມູນຈາກອົງການຂ່າວ ທີ່ບໍ່ມີພົມແດນ ຫຼື Reporters Without Borders.
ໃນປີ 2021 ໃນດ້ານສິດທິມະນຸສ, ປະເທດຟິນແລນດ໌ ຖືກຈັດໃນອັນດັບ 7 ຂອງໂລກ ສ່ວນວ່າ ປະເທດສະວີເດັນ ຖືກຈັດຢູ່ໃນ ອັນດັບທີ 9 ຂອງໂລກ.
ຄຳຖາມ ກໍຄືວ່າ ປະຊາຊົນແລະຜູ້ນຳ ຢູ່ປະເທດທີ່ມີການສຶກເປັນອັນດັບຕົ້ນໆ ຂອງໂລກ, ຢູ່ໃນປະເທດທີ່ມີຄວາມໂປ່ງໃສເປັນອັນດັບໂລກ, ຢູ່ໃນປະເທດທີ່ສິດທິໃນການປາກເວົ້າ-ຂີດຂຽນ ເປັນອັນດັບໂລກ ໂດຍສະເພາະປະເທດຟິນແລນດ໌ ແລະ ສະວີເດັນ ຈະຖືກປະເທດໃດປະເທດນຶ່ງ ສັ່ງ ຫຼື ຊຸກຈູງ ໃຫ້ຫັນຊ້າຍ ຫັນຂວາ ຢ່າງງ່າຍດາຍໄດ້ຫຼືບໍ່?
ນັກທຸຣະກິຈລາວທ່ານນຶ່ງ ຜູ້ທີ່ຕິດຕາມສະຖານະການ ຢູເຄຣນ-ຣັສເຊັຽ ຢ່າງໃກ້ຊິດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຊິໄປສັ່ງໃຫ້ມັນເຮັດວຽກຫັ້ນວຽກນີ້ ມັນຊິເຮັດຈັກເທື່ອ ຄົນມັນມີຢູ່ແລ້ວ ກະເຂົາຄືກັນ ເຂົາມີເງິນລະເຂົາມີຄວາມຮັບຜິດຊອບສູງ ເຂົາບໍ່ຄໍຣັບຊັ້ນອີກ ຂັ້ນປະເທດໃດບໍ່ຄໍຣັບຊັ້ນ ຂ້ອຍເຊື່ອວ່າ ເຈົ້າຍຸແຍ່ເຂົາບໍ່ໄດ້ດອກ.”
ປະຊາຊົນຢູ່ໃນປະເທດ ທີ່ມີຄວາມຈະເຣີນ ຍາກທີ່ຈະຖືກຕົກເປັນເຄື່ອງມື ຂອງນັກການເມືອງ ເພາະນັກການເມືອງກ່ອນທີ່ຈະຕັດສິນໃຈ ອອກນະໂຍບາຍ ທີ່ມັນກ່ຽວກັບພັນກັບຄວາມເປັນ ຄວາມຕາຍຂອງປະເທດຕົນ ເຂົາຕ້ອງມີການສຳຣວດຄວາມຄິດເຫັນ ຂອງປະຊາຊົນກ່ອນ.
ນັກທຸຣະກິຈ ທ່ານນີ້ ກ່າວວ່າ:
“ໂພເຂົາກວດສອບທົ່ວປະເທດ ມັນສຳຣວດອອກມາໄດ້ແບບນັ້ນ ເຂົາໃຫ້ລົງຜ່ານ Application ເຂົານ່າ ໃຫ້ປະຊາຊົນ ສະແດງຄວາມຄິດຄ-ວາມເຫັນ ທຳອິດກະເຫັນດີແຕ່ 60 ປາຍເປີເຊັນ.”
ນັກວິເຄາະຕ່າງປະເທດ ກໍໃຫ້ຄຳເຫັນວ່າ ບັນຫາທີ່ເກີດຂຶ້ນ ກັບປະເທດຢູເຄຣນ ເຮັດໃຫ້ເຮັດໃຫ້ ຟິນແລນດ໌ ແລະ ສະວີເດັນ ຕ້ອງໄດ້ເລືອກຂ້າງ ແລະ ເຂົາເຈົ້າບໍ່ເຊື່ອໃຈຣັສເຊັຽ ແລະ ນັກທຸລະກິຈ ທ່ານນີ້ ກໍເຫັນຕຣົງກັນວ່າ:
“ຊິຢູແບບເປັນກາງ ມັນໃຊ້ບໍ່ໄດ້ແລ້ວຍຸກນີ້ ເຊື່ອໃຈບໍ່ໄດ້ແລ້ວ ຣັສເຊັຽນີ້ ປະເທດອື່ນເຂົາບໍ່ເຊື່ອ ຢູ່ ຢູໂຣບ ເຂົາບໍ່ເຊື່ອຣັດສເຊັຽ.”
ໃນວັນທີ 18 ພຶສພາ, ທູດຟິນແລນດ໌ ທ່ານ Klus Korhonen ແລະ ທູດສະວິເດັນ ທ່ານ Axel Wernhoff ປະຈຳ NATO ໄດ້ຢືນໃບສມັກການເປັນສະມາຊິກ NATO ຕໍ່ເລຂາທິການນາ ນາໂຕ້ ພົນເອກ Jens Stoltenber ຢູ່ ນະຄອນຫລວງ Brussel ປະເທດເບວຢ້ຽມ ໃນຕອນເຊົ້າຂອງວັນພຸດທີ່ຜ່ານມາ, ອີງຕາມການຣາຍງານ ທາງໂທຣະທັສຟິນແລນດ໌.
ພົນເອກ Stoltenberg ໄດ້ກ່າວຕໍ່ທູດທັງສອງປະເທດ ວ່າ: “ມັນເປັນວັນທີ່ດີ ໃນຊ້ວງເວລາອັດຕະຄັດ ສຳລັບຄວາມໝັ້ນຄົງ ຂອງພວກເຮົາ. ຂອບໃຈ ສະວີເດັນ ແລະ ຟິນແລນດ໌ ທີ່ຢື່ນໃບສະໝັກເຂົ້າເປັນສະມາຊິກ NATO.”
ທ່ານ ຍັງກ່າວວ່າ: “ທຸກໆຊາດ ມີສິດ ທີ່ຈະເລືອກທາງເດີນຂອງຕົນເອງ. ຟິນແລນດ໌ ແລະ ສະວີເດັນ ກໍໄດ້ເລືອກທາງເດີນຂອງຕົນເອງ ຫຼັງຈາກຜ່ານຂບວນການທາງປະຊາມະຕິ ແລະ ຂ້າພະເຈ້າ ຂໍຕ້ອນຮັບເອົາຄຳຮ້ອງຂອງປະເທດສະວີເດັນ ແລະ ຟິນແລນດ໌ ທີ່ຂໍເຂົ້າເປັນສະມາຊິກ NATO”.
ຟິນແລນດ໌ ແລະ ສະວີເດັນ ເປັນພັນທະມິຕທີ່ໃກ້ຊິດກັບນາໂຕ້ ເຊິ່ງມີການຮ່ວມມືທາງພັນທະກິຈ ແລະ ການຊ້ອມຣົບ. ແຕ່ວ່າ ການເຂົ້າເປັນສະຊິກຂອງສອງປະເທດນີ້ ຍັງມີຊອງວ່າງຫຼາຍຢ່າງທີ່ຈະຕ້ອງແກ້ໄຂ ພາຍໃນອົງການ NATO ເອງ ແລະ ເຫດການທີ່ບໍ່ຄາດຄິດຈະເກີດຂຶ້ນໃນທະວີບຢູໂຣບ. ເມື່ອນ້ຳແຂງລະລາຍ ແລະ ການເດີນເຮືອ ຢູ່ຂວັ້ນໂລກເໜືອເພີ່ມຂຶ້ນ, ກິຈກັມທາງອາກາດ ແລະ ທາງທະເລ ໃນເຂດດັ່ງກ່າວເພີ່ມຂຶ້ນ ເມື່ອບໍ່ດົນປີມານີ້. ຣັສເຊັຽມີການຕັດເສັ້ນທາງເດີນເຮືອ ເຂົ້າມາເຂດທະເລ Baltic ເພື່ອຕັດທາງຜ່ານໃສ່ມະຫາສມຸດ Atlantic ບ່ອນທີ່ພັນທະມິຕຂອງ NATO ຄວບຄຸມຢູ່.
ປະທານາທິບໍດີຟິນແລນດ໌ ທ່ານ Sauli Niinisto ໄດ້ກ່າວຕໍ່ສຳນັກຂ່າວ CNN ເມື່ອວັນທີ 19 ພຶສພາ ຫຼັງຈາກທີ່ທ່ານ ໄດ້ສົນທະນາທາງໂທຣະສັບກັບ ທ່ານ Vladimir Putin ປະທານາທິບໍດີຣັສເຊັຽ ຕອນນຶ່ງ ວ່າ: “ຂ້າພະເຈົ້າຕ້ອງການຢືນຢັນອີກຄັ້ງນຶ່ງວ່າ ສະຖານະການມີການປ່ຽນແປງ ພວກເຮົາຕ້ອງການຂໍເຂົ້າເປັນສະມາຊິກ NATO ໃນເວລາດຽວກັນ ທ່ານ Vladimir ກໍຢືນຢັນວ່າ ການເຂົ້າເປັນສະມາຊິກດັ່ງກ່າວ ນັ້ນຜິດພາດ. ຣັສເຊັຽບໍ່ໄດ້ນາບຂູ່ຟິນແລນດ໌. ການສົນທະນາຂອງພວກເຮົາ ທາງສອງເປັນໄປຢ່າງເຍືອກເຢັນ.”
ໃນເວລາຕ້ອນຮັບ ທ່ານ Sauli Niinistö ປະທານາທິບໍດີ ຟິນແລນດ໌ ແລະ ຍານາງ Magdalena Andersson ນາຍົກຣັຖມົນຕຣີ ສະວີເດັນ ຢູ່ ທຳນຽບຂາວ ສະຫະຣັຖອາເມຣິກາ, ປະທານາທິບໍດີ Joe Biden ໄດ້ກ່າວ ກ່າວຕອນນນຶ່ງວ່າ: “ໃຫ້ເປັນທີ່ກະຈ່າງແຈ້ງວ່າ ສະມາຊິກໃໝ່ [ຟິນແລນດ໌ ແລະ ສະວີເດັນ] ທີ່ເຂົ້າຮ່ວມ NATO ບໍ່ເປັນພັຍຂົ່ມຂູ່ປະເທດໃດ. ບໍ່ເຄີຍມີ. ຈຸດປະສົງຂອງ NATO ແມ່ນເພື່ອປ້ອງກັນການຮຸກຮານ. ຈຸດປະສົງຂອງ NATO ກໍເພື່ອປ້ອງກັນໂຕເອງ.”
ໃນການຂໍເຂົ້າເປັນສະມາຊິກ NATO, ຜູ້ນຳປະເທດຕຸຣະກີ (Turkey) ກໍບໍ່ເຫັນດີກັບປະເທດຟິນແລນດ໌ ແລະ ສະວີເດັນ.
ສ່ວນວ່າ ທ່ານ Sergei Lavrov ຣັຖມົນຕຣີຕ່າງປະເທດຣັສເຊັຽ ກໍເຄີຍເວົ້າວ່າ: “ຟິນແລນດ໌ ແລະ ສະວີເດັນ ລວມປະເທດທີ່ເປັນກາງອື່ນໆ ກໍເຂົ້າຮ່ວມການຊ້ອມຣົບກັບ NATO ມາໄດ້ຫຼາຍປີແລ້ວ”.
ທ່ານ Sergei Lavrov ຍັງກ່າວຕື່ມວ່າ “NATO ໄດ້ພິຈາຣະນາການຂຍາຍເຂດແດນ ໃນເວລາທີ່ມີການວາງແຜນ ທາງທະຫານມາທາງ ຢູໂຣບຕາເວັນອອກ. ສະນັ້ນໃນຄວາມຮູ້ສຶກນີ້ ມັນບໍ່ແຕກຕ່າງຫຍັງກັນ.”
ທ່ານ Serge ເຄີຍກ່າວ ໃນເດືອນມົກກະຣາ ທີ່ຜ່ານມາວ່າ: “ມັນຂຶ້ນຢູ່ກັບປະເທດ ຟິນແລນດ໌ ແລະ ສະວີເດັນ ທີ່ຈະສມັກເຂົ້າເປັນສະມາຊິກ NATO ແຕ່ຍັງຕ້ອງການໃຫ້ທັງສອງປະເທດນີ້ ຢູ່ໃນສະຖານະເປັນກາງ.”
ແລະ ທ່ານ ຍັງກ່າວເນັ້ນອີກວ່າ: NATO ເອງ ກໍບໍ່ເຄີຍເຄົາຣົບອະທິປະໄຕ ຂອງປະເທດໃດ.
ມາຕຣາ 5 ຂອງສົນທິສັນຍາ NATO ໄດ້ລະບຸວ່າ ປະເທດສະມາຊິກ NATO ທັງໝົດ ຕົກລົງກັນວ່າ ຖ້າປະເທດສະມາຊິກຂອງ NATO ຖືກໂຈຕີ ໃຫ້ຖືກວ່າ ເປັນການໂຈມຕີປະເທດ NATO ທັງໝົດ ແລະ ປະເທດສະມາຊິກ ຈະຕ້ອງເຂົ້າໄປຊ່ວຍເຫຼືອ ລວມທັງການໃຊ້ກຳລັງທະຫານ ເພື່ອຟື້ນຟູ ແລະຮັກສາຄວາມສງົບ.
ອົງການສົນທິສັນຍາ ປົກປ້ອງແອັດແລນຕິກເໜືອ ຫຼື NATO ຖືກສ້າງຕັ້ງຂຶ້ນໃນປີ 1949 ນຳໂດຍສະຫະຣັຖ ອາເມຣິກາ ຫຼັງຈາກສິ້ນສຸດສົງຄາມໂລກຄັ້ງທີ 2 ໃນປີ 1945.
ອົງການ NATO ຖືກສ້າງຕັ້ງຂຶ້ນ ເພື່ອຈຸດປະສົງ ທາງດ້ານການທະຫານ ແລະ ປັດຈຸບັນມີສະຊິກທັງໝົດ 30 ປະເທດ.