ໂຄງການເສຖກິຈສາຍໄຫມ

ສິດນີ
2019.03.04
F-Belt-road ແຜນທີ່ຂອງປະເທດ ທີ່ໂຄງການເສັ້ນທາງສາຍໄໝຈະຜ່ານ (ຄືສີສົ້ມ)
Screen captured from: globalriskinsights.com

ນັກວິຊາການເວົ້າວ່າ, ຫລັງຈາກຈີນ ໄດ້ລິເລີ່ມໂຄງການເສັ້ນທາງສາຍໄຫມ ມາໄດ້ກວ່າ 5-6 ປີ, 3 ໃນ 6 ແຣວເສຖກິດ ທີ່ໄດ້ວາງໄວ້ໃນ ແຜນການດັ່ງກ່າວ ຂາດການລົງທຶນຈາກພາກເສຖກິດ ເພາະມັນແພງເກີນໄປ.

ທ່ານວ່າໂຄງການເສຖກິດສາຍໄຫມຂອງຣັຖບານຈີນ, ຂາດມາຕຖານໃນການວາງແຜນທີ່ດີ, ດັ່ງຫຼາຍຄົນຄິດໄວ້, ຫຼາຍປະເທດເປັນຫ່ວງ ຢ້ານຕິດກັບຫນີ້ ຈີນ, ຈົນບໍ່ສາມາດອອກໄດ້ ບໍ່ວ່າທາງດ້ານການເມືອງ ເສຖກິດແລະການທູດ.

ບາງປະເທດຢ້ານວ່າ ການສ້າງໂຄງຮ່າງພື້ນຖານຂອງຈີນ, ເປັນຕົ້ນສນາມບິນ, ທ່າເຮືອ, ເຂື່ອນໄຟຟ້າ, ແລະໂຄງການຣົຖໄຟຄວາມໄວສູງ ຈະສົ່ງຜົລສະທ້ອນ ເພີ່ມຫນີ້ໃຫ້ແກ່ປະເທດຕົນ ແລະການບີບຮັດຈາກຈີນ ທາງດ້ານການເມືອງ ແລະການຄ້າ;

ສາສດາຈານ ທ່ານ Jonathan Hillman ນັກຄົ້ນຄວ້າເສຖສາດ ແລະການເມືອງ ທີ່ສູນທິສດີ ການສຶກສານານາຊາດ ທີ່ມີສູນກາງຢູ່ ນະຄອນຫລວງວໍຊິງຕັນ ກ່າວວ່າ, ໂຄງການເສຖກິດສາຍໄຫມຂອງຈີນ ເປັນໂຄງການຂນາດໃຫຍ່ ສ້າງຄວາມສົນໃຈໃຫ້ ຫລາຍປະເທດ ທີ່ຕ້ອງການພັທນາແຕ່ບໍ່ມີ ຊັພຍາກອນ ແລະທຶນຮອນ ໃນການລົງທຶນ.

ທ່ານວ່າໂຄງການເສັ້ນທາງເສຖກິດສາຍໄຫມຂອງຈີນ, ເປັນຕົ້ນການສ້າງເສັ້ນທາງຣັຖໄຟ ຄວາມໄວສູງ ສນາມບິນນານາຊາດ, ທ່າເຮືອ, ກຸດັງສິນຄ້າ, ໂຄງຮ່າງພື້ນຖານປະເພດຕ່າງໆ, ໃນບັນດາ 80 ປະເທດໃນໂລກ ຫຼາຍກວ່າ 2 ສ່ວນສາມ ຂອງປະຊາກອນໂລກເຂົ້າຮ່ວມ ໃນການລົງທຶນຂອງຈີນ 1 ລ້ານ ລ້ານໂດລາ, 7 ເທົ່າໃຫຍ່ກວ່າ ໂຄງການຟື້ນຟູເສຖກິດ ໃນຢູໂຣບຂອງສະຫະຣັດ ຫລື Marshall plan ຫລັງຈາກ ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ.

ໂຄງການດັ່ງກ່າວ ຈີນ ມີຈຸດປະສົງ ໃນການສົ່ງອອກສິນຄ້າຄົນຈີນ ແລະເທັກໂນໂລຈີ ຈີນໄປທົ່ວເອເຊັຽ, ຢູໂຣບ, ແລະອາຟຣິກາ ໃນທົສວັດ ຕໍ່ໄປ ຂອງປະທານາທິບໍດີ ຊິຊິນປິງ. ໃນຂນະທີ່ປະເທດ ຕາເວັນຕົກ ແລະສະຫະຣັດ ຫັນຄວາມສົນໃຈ ໃນການສ້າງ ເສຖກິດພາຍໃນ ແຕ່ຈີນ ພັດຫັນຄວາມສົນໃຈ ໃນການສ້າງເສຖກິດພາຍນອກ ຫລາຍກວ່າໃນຈີນ ເອງ.

ອີງຕາມການສຳຣວດຈາກສະຖາບັນຄົ້ນຄວ້າ ທາງດ້ານເສຖກິດ ແລະການເມືອງ, ຈາກປະເທດສິງກະໂປ ກ່ຽວກັບໂຄງການເສຖກິດ ສາຍໄຫມ ຂອງຈີນ, ໃນບັນດາປະເທດອາຊຽນ ທັງຫລາຍພົບວ່າ ກຸ່ມຜູ້ນຳອາຊຽນ ຮ່ວມດ້ວຍນັກວິຊາການ ນັກທຸຣະກິດ ການຄ້າ ແລະອົງການພາກ ປະຊາສັງຄົມ ສື່ມວນຊົນ ຕ່າງກໍພາກັນເວົ້າວ່າ, ໂຄງການເສຖກິດສາຍໄຫມຂອງຈີນ, ແມ່ນການຂຍາຍອຳນາດ ທາງດ້ານການເມືອງ ແລະຖສກິດຂອງຈີນ ມາໃນຂົງເຂດ ເພື່ອຕ້ານ ສະຫະຣັດ ແລະ ປະເທດຕາເວັນຕົກ.

73% ເວົ້າວ່າ, ເຊື່ອວ່າ ຈີນ ຕ້ອງການຂຍາຍອຳນາດ ທາງດ້ານການເມືອງມາໃນຂົງເຂດ ເຫນືອກວ່າ ສະຫະຣັດ ແລະເຄິ່ງນື່ງ, ເຊື່ອວ່າ ຈີນ ຕ້ອງການປ່ຽນໂສມ ຫນ້າອາຊຽນ ໃຫ້ເຂົ້າໄປຢູ່ໃນການ ຄວບຄຸມຂອງຈີນ. ຫລາຍປະເທດໄດ້ຣະມັດຣະວັງ ໃນການລົງທຶນ ກັບຈີນ ໃນແຜນການດັ່ງກ່າວ ເປັນຕົ້ນປະເທດໄທ, ມາເລເຊັຍ, ແລະສິງກະໂປ. ຫລາຍປະເທດຫັນຫນ້າເຂົ້າຫາ ຈີນ, ຫລາຍກວ່າ ສະຫະຣັດ ແລະ ສະຫາພາບຢູໂຣບ, ໃນປັດຈຸບັນ ເປັນຕົ້ນ ສປປລາວ, ກຳພູຊາ, ໄທ, ອິນໂດເນເຊັຽ ແລະ ຟິລິປປິນ ຍ້ອນຕ້ອງການ ການພັທນາ ແລະການຊ່ອຍເຫລືອຈາກ ຈີນ.

ແຕ່ນັກວິເຄາະເວົ້າວ່າ ໂຄງການເສັ້ນທາງສາຍໄຫມ ຂອງຈີນ ໃນທີ່ສຸດ ກໍຈະປະເຊີນກັບບັນຫາ ຫລາຍຢ່າງ ທ່ານ ອະທິບາຍວ່າ ຫລັງຈາກການລິເລີ້ມ, ໂຄງການເສຖກິດສາຍໄຫມ ຂອງຈີນ ມາແຕ່ປີ 2013 ໃນປັດຈຸບັນ, ກໍບໍ່ເຫັນຄວາມຄືບຫນ້າ ຫລາຍປານໃດ ໃນຫລາຍໂຄງການ, ໃນປະເທດຕ່າງໆ ບາງໂຄງການກໍຫລົ້ມແຫລວ ຍ້ອນການສໍ້ຣາຊບັງຫລວງ ແລະການຮັບສິນບົນ ຂອງເຈົ້າຫນ້າທີ່ ທ້ອງຖິ່ນ ຈາກບໍຣີສັດສຳປະທານ, ດັ່ງຕົວຢ່າງໂຄງການ ສ້າງທ່າເຮືອ ແລະ ຖນົນຫົນທາງ ສນາມບິນ ໃນບາງປະເທດ ໃນອາຟຣິກາ ແລະໃນອາຊຽນ.

ທ່ານວ່າ ໂຄງການເສຖກິດສາຍໄຫມຂອງຈີນ ກວມເອົາ 6 ແຣວ ເສຖກິດຂນາດໃຫຍ່ ໃນໂລກ ແຕ່ການພັທນາຕ່າງໆ ໃນໂຄງການນີ້ ພັດຢູ່ນອກແຣວ ດັ່ງກ່າວເປັນໂຄງການ ເພື່ອສ້າງປໂຍດ ໃຫ້ແກ່ຈີນຫຼາຍກວ່າ ໃຫ້ແກ່ປະເທດນັ້ນໆ ແລະເປັນໂຄງການ ທີ່ຂາດການ ວາງແຜນ ແລະການເຂົ້າຮ່ວມຂອງປະເທດທ້ອງຖິ່ນ ໃນການພິຈາຣະນາ ແລະການຕັດສີນໃຈ.

ຫລັງສືພີມ Bloomberg ຣາຍງານວ່າ ໂຄງການເສຖກິດສາຍໄຫມຂອງຈີນ ບໍ່ຕ່າງຫຍັງກັບການຂາຍ franchise ສິນຄ້າ ຂອງຈີນ ມາໃນປະເທດຂົງເຂດ ແລະຜູ້ນຳຂອງປະເທດ ທີ່ເຂົ້າຮ່ວມ ຕ່າງພາກັນຍາດຜົລປໂຍດ ໃນໂຄງການດັ່ງກ່າວ ໂດຍບໍ່ຄຳນຶງ ເຖິງຄວາມຕ້ອງການ ຂອງປະຊາຊົນ ເຖິງແມ່ນວ່າປະເທດຊາດ ຈະຕິດຫນີ້ຈີນ ຫລາຍປານໃດກໍຕາມ. ແລະວ່າ ໂຄງການເສຖກິດ ສາຍໄຫມ ເປັນການຂາຍ project ຫລາຍກວ່າ ການພັທນາປະເທດຊາດ ຍ້ອນການສໍ້ຣາສບັງຫລວງ ແລະການຮັບສິນບົນ ຂອງເຈົ້າຫນ້າທີ່ຣັດ ໃນປະເທດນັ້ນໆຫລາຍກວ່າ.

ເປັນໂຄງການທີ່ເປີດໂອກາດໃຫ້ ບັນດາປະເທດເຫລົ່ານັ້ນ ສໍ້ຣາສບັງຫລວງຫລາຍຂຶ້ນ ຍ້ອນການເອົາເງິນຫລວງມາໃຊ້, ການຮັບສິນບົນ ຈາກການສຳປະທານ ໃນການສຳປະທານ ແລະການຊື້ຈ້າງຈອບອອຍ ກັນຕ່າງໆນາໆ ທີ່ຈີນບໍ່ສາມາດຄວບຄຸມໄດ້.

ບາງໂຄງການບໍ່ໄປບໍ່ມາ ແລະກໍຢຸດສງັກ ເປັນຕົ້ນ ໂຄງການສ້າງທໍ່ຣະບາຍນ້ຳມັນແ ລະແກັສ ທັມມະຊາດຈາກທ່າເຮືອ ພະມ້າ ໄປແຂວງຢູນານຈີນ ໃນມູນຄ່າປະມານ 9.6 ຕື້ໂດລາ ຫລັງຈາກສ້າງສຳເຣັດ 5 ປີ ຍັງບໍ່ສາມາດໃຊ້ໄດ້.

ໂຄງການຣົດໄຟຄວາມໄວສູງ ຂອງອິນໂດເນເຊັຽ ທີ່ຮ່ວມສ້າງກັບຈີນ ຈາກກຸງຈາກາຕາ ໄປຫານະຄອນ ບັນດາເມືອງຫລວງ ຂອງເກາະຈາວາ ພາກຕາເວັນຕົກ ສ້າງມາເປັນເວລາສອງປີ ຍັງບໍ່ແລ້ວ ຕາມກຳນົດເວລາ ຍ້ອນການສໍ້ຣາສບັງຫລວງ.

ຫນັງສືພີມ South China morning post ຣາຍງານໃນປີ 2016 ວ່າເຈົ້າແຂວງໆນຶ່ງໃນອິນໂດເນເຊັຽ ປະນາມໂຄງການ ດັ່ງກ່າວວ່າ ເປັນໂຄງການທີ່ໃຊ້ເງິນຣັດ ຫລາຍເກີນໄປ ແລະກໍບໍ່ຍຸຕິທັມ ຕໍ່ແຂວງທີ່ບໍ່ພັທນາ ຍ້ອນສ່ວນໃຫຍ່ ໂຄງການດັ່ງກ່າວ ຈະຜ່ານໄປໃນແຂວງ ທີ່ພັທນາຫລາຍກວ່າ. ໂຄງການບໍ່ໄດ້ຊ່ອຍຄົນຈົນ ຊ່ອຍແຕ່ກຸ່ມຄົນລວຍ ຫລາຍກວ່າ ແລະອິນໂດເນເຊັຽ ກໍເພີ້ມຫນີ້ຫລາຍຂຶ້ນ.

ບັນດາປະເທດໃນເອເຊັຽໃຕ້ແລະເອເຊັຽອາຄະເນ ກັງວົນ ຢ້ານວ່າ, ຈີນ ຈະຄວບຄຸມທຸກຢ່າງ ທາງດ້ານການຄ້າ ການຄົມມະນາຄົມ ຖ້າບໍ່ສາມາດຈ່າຍຫນີ້ຄືນ ໃຫ້ຈີນໄດ້ ເປັນຕົ້ນຄວບຄຸມເສັ້ນທາງຣົດໄຟ ສນາມບິນ ແລະທ່າເຮືອ ທີ່ຈີນ ຮ່ວມສ້າງ.

ປະເທດທີ່ເປັນຜູ້ເຄາະຮ້າຍກ່ອນຫມູ່ ໃນໂຄງການນີ້ ປະເທດທຳອິດ ໃນປັດຈຸບັນ ກໍແມ່ນປະເທດ ສຣີລັງກາ ຍ້ອນຈ່າຍຫນີ້ຈີນ ບໍ່ໄດ້ ຖືກຈີນ ບັງຄັບໃຫ້ ສຣີລັງກາ ອະນຸມັດ ການສຳປະທານ ທ່າເຮືອ ຮຳບັນໂຕຕາ ແລະ ດິນອ້ອມຂ້າງ ໃຫ້ແກ່ບໍຣິສັດ ເຮືອຂົນສົ່ງສິນຄ້າ ຂອງຈີນ ເປັນເວລາ 99 ປີ ເພື່ອທ່າຍຫນີ້ ຈີນ.

ມາເລເຊັຽ ປະກາດ ວ່າງຫລັງໆມານີ້ວ່າຈະບໍ່ເຂົ້າຮ່ວມໂຄງການ ຣົດໄຟ ກັບຈີນ, ໃນມູນຄ່າ 20 ຕື້ໂດລາ ຍ້ອນເປັນແຜນການຂອງຣັຖບານ ຊຸດເກົ່າ ຂອງທ່ານ ນາຈີບ ຣາຊັກ ທີ່ເຕັມໄປດ້ວຍການສໍ້ຣາສບັງຫລວງ ແລະຊື້ຈ້າງຈອບອອຍ ຊຶ່ງໃນປີ 2016 ເຈົ້າຫນ້າທີ່ຈີນ ໄດ້ຊ່ອຍ ທ່ານ ຣາຊັກ ພົ້ນຄະດີ ການສໍ້ຣາສບັງຫລວງ ແລະ ຜູ້ນຳມາເລເຊັຽ ກໍຕອບແທນດ້ວຍການໃຫ້ສຳປະທານຈີນ ໃນການສ້າງເສັ້ນທາງຣົດໄຟ ຄວາມໄວສູງ ແລະ ທໍ່ຣະບາຍນ້ຳມັນ ໃນມາເລເຊັຽ ຮ່ວມກັບ ມາເລເຊັຽ ທີ່ໃຊ້ເງິນຣັຖ ມາລົງທຶນ.

ນອກຈາກນັ້ນ ກໍມີໂຄງການຢູ່ປະເທດ ນາຍເຈີເຣັຽ ອາຟຣີກາ ແລະປະເທດ ອາເຢັນຕິນາ ອາເມຣິກາໃຕ້ ກໍມີການສໍ້ຣາສບັງຫລວງ ເຫມືອນກັນ.

ນັກວິເຄາະທ່ານນີ້ເວົ້າວ່າ ໂຄງການເສຖກິດສາຍໄຫມຂອງຈີນ ນອກຈາກການສໍ້ຣາສບັງຫຼວງແລ້ວ ຍັງສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຊີວິດ ການເປັນຢູ່ ຂອງປະຊາຊົນທ້ອງຖິນ ໃນຫລາຍປະເທດນຳອີກ ດັ່ງຄົນລາວ ທ່ານນຶ່ງກ່າວກ່ຽວກັບ ຜົລກະທົບ ຈາກໂຄງການຣົດໄຟ ໃນລາວວ່າ:

“ກະມີຄວາມຫຍຸ້ງຍາກຫລາຍ ເພາະວ່າ ຜ່ານມາ ເຮົາມີຮ້ານຂາຍ ເຄື່ອງເປັນບ່ອນຫາເງິນ ຂາຍເຄື່ອງກິນ ແຕ່ລະມື້ ດຽວນີ້ກະຍ້າຍມາ ເຊົ່າເຮືອນຢູ່ ກະແມ່ນ ຢູ່ທີ່ ທາງບໍຣິສັດ ເຂົາຈ່າຍຄ່າເຊົ່າເຮືອນໃຫ້ ແຕ່ວ່າ ເຮົາບໍ່ມີຣາຍຮັບ ເຂົ້້າເຮືອນ ມັນກະຍາກຢູ່ ເຮົາຕ້ອງໄດ້ຊື້ກິນ ແຕ່ລະມື້ ຈ່າຍແຕ່ລະມື້ ບາດຣາຍຮັບ ພັດບໍ່ມີ.”

ຍ້ອນມີການໂຍກຍ້າຍປະຊາຊົນ ແລະທຳລາຍສີ່ງແວດລອ້ມ ດ້ວຍການຣະເບີດພູຝາ ແລະອື່ນໆຫລາຍບັນຫາທີ່ຈີນ ບໍ່ສາມາດແກ້ໄຂໄດ້ ຍ້ອນເປັນແຜນການທີ່ ຈີນ ບໍ່ຕ້ອງການຢາກໃຫ້ຫລົ້ມແຫລວ ເຖິງແມ່ນວ່າຈະມີບັນຫາ ໃນປະເທດຮ່ວມໂຄງການ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.