ຈີນສເນີໃຫ້ກຸ່ມອາຊຽນ ຢືມ ເງິນ

ຈີນ ສເນີໃຫ້ ເງິນ ກູ້ຢືມ ຈໍານວນ 20 ພັນ ລ້ານ ໂດລາ ສະຫະຣັດ ແກ່ກຸ່ມ ປະເທດ ອາຊຽນ.

ຈີນສເນີໃຫ້ກຸ່ມອາຊຽນ ຢືມ ເງິນ RFA

 

ຈີນ ສເນີໃຫ້ ເງິນ ກູ້ຢືມ 20 ພັນ ລ້ານ ໂດລາ ສະຫະຣັດ ແລະ ຮັບປະກັນ ເຖິງຄວາມ ເປັນໄປໄດ້ ຂອງ ສົນທິ ສັນຍາ ມິຕພາບ ກັບ ບັນດາ ປະເທດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຊຶ່ງ ປາກົດວ່າ ຈະຊ່ວຍ ຫລຸດຜ່ອນ ຄວາມ ເຄັ່ງຕຶງ ເຣື່ອງ ຂໍ້ ຂັດແຍ່ງ ທາງ ທະເລ ທີ່ ສູງຂຶ້ນ ໃນປີນີ້. ຕາມ ຣາຍງານ ຂ່າວ ເອແອັຟພີ ວັນທີ 13 ພຶສຈິກາ 2014.

ໃນ ກອງປະຊຸມ ສຸດຍອດ ເອເຊັຽ ຕາເວັນອອກ ທີ່ ພະມ້າ ນາຍົກ ຣັຖມົນຕຣີ ຈີນ ລິ ເກ໊ ກ໋ຽງ ກ່າວວ່າ 10 ພັນລ້ານ ໂດລາ ສະຫະ ຣັດ ຈະຕຽມ ໄວ້ ໃຫ້ 10 ປະເທດ ອາຊຽນ ກູ້ຢືມ ດ້ວຍ ດອກເບັຽ ຕ່ຳ ແລະ ອີກ 10 ພັນ ລ້ານ ໂດລາ ສໍາລັບ ໂຄງການ ໂຄງສ້າງ ພື້ນຖານ ຕ່າງໆ.

ພ້ອມດຽວກັນ ຈີນ ກໍຍັງໄດ້ ຕົກລົງ ຈະຕັ້ງ ໂທຣະສັບ ສາຍດ່ວນ ເພື່ອຊ່ວຍ ຕ່າວປີ້ນ ຈຸດຮ້ອນ ໃນ ທະເລຈີນ ໃຕ້ ທີ່ ຂັດແຍ່ງກັນ ຢ່າງ ດຸເດືອດ ນັ້ນ ແລະ ກໍພ້ອມ ທີ່ ຈະ ລົງນາມ ໃນສົນທິ ສັນຍາ ມິຕພາບ ແລະ ການ ຮ່ວມມື ກັບກຸ່ມ ອາຊຽນ ນຳດ້ວຍ.

4 ປະເທດ ອາຊຽນ ຄື ບຣູນາຍ ມາເລເຊັຽ ຟີລິບປິນ ແລະ ວຽດນາມ ຕ່າງ ກໍອ້າງ ກັມສິດ ສ່ວນໜຶ່ງ ໃນ ທະເລຈີນ ໃຕ້ ຊຶ່ງ ເປັນເຂດ ທາງເດີນ ທະເລ ທີ່ ສຳຄັນ ທີ່ ເຊື່ອກັນ ວ່າ ອຸດົມ ໄປດ້ວຍ ແຫລ່ງ ນ້່ຳມັນ ແລະ ແກັສ ໃນ ພື້ນ ທະເລ. ແຕ່ ຈີນ ອ້າງເອົາ ເກືອບໝົດ ທັງເຂດ ທະເລຈີນ ໃຕ້ ວ່າ ເປັນ ຂອງຕົນ ຮວມທັງ ນ່ານນ້ຳ ທີ່ຢູ່ໃກ້ ຊາຍຝັ່ງ ທະເລ ຂອງ ປະເທດ ເພື່ອນ ບ້ານ ຂອງຕົນ.

ປະທານາທິບໍດີ ຟີລິປປິນ ກ່າວຕໍ່ ຜູ້ນຳ ປະເທດ ອາຊຽນ ວ່າ ການພົບປະ ກັບ ປະທານປະເທດ ຈີນ ສີ ຈິນ ຜິງ ຢູ່ນອກ ກອງ ປະຊຸມ ເອເປັກ ເປັນການ ສົນທະນາ ທີ່ ອົບອຸ່ນ ແລະ ຈິງໃຈ ແຕ່ ພ້ອມ ດຽວກັນ ທ່ານ ກໍຮຽກຮ້ອງ ໃຫ້ ກຸ່ມ ອາຊຽນ ຍຶດໝັ້ນ ຢູ່ໃນ ທ່າທີ ທວງໃຫ້ ມີຫລັກການ ໃນທາງ ປະຕິບັດ ໃນ ທະເລຈີນ ໃຕ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org