ຕໍາຫລວດຫລວງນໍ້າທາ ຈັບຄົນຈີນ 2 ຄົນ ທີ່ເຂົ້າເມືອງຜິດກົດໝາຍ
2024.08.22

ໃນວັນທີ 3 ສິງຫາ 2024 ທີ່ຜ່ານມາ, ຕໍາຫຼວດ ແຂວງຫລວງນໍ້າທາ ກວດກາຄວາມເປັນລະບຽບຮຽບຮ້ອຍ ຢູ່ເຂດເສດຖະກິດພິເສດ ບໍ່ເຕັນແດນງາມ ແລະ ລຽບຕາມຊາຍແດນ ແລ້ວພົບຜູ້ຕ້ອງສົງໄສ ເພດຊາຍ ສັນຊາດຈີນ 2 ຄົນ ຈຶ່ງນໍາໂຕຜູ້ກ່ຽວມາດໍາເນີນການສອບສວນ ຍ້ອນບໍ່ມີເອກະສານຢັ້ງຢືນຕົວຕົນ.
ຜ່ານການສອບສວນ ພວກກ່ຽວທັງ 2 ຄົນ ສາລະພາບວ່າ ໄດ້ລັກລອບເຂົ້າມາປະເທດລາວ ຫລັງຈາກນັ້ນ ກໍມີນາຍໜ້າ ພາໄປສົ່ງ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລ້ວກໍຖືກບັງຄັບໃຫ້ເຮັດວຽກຕອບແຊັດ ປະມານ 2 ເດືອນ ແລະ ບໍ່ໄດ້ເງິນເດືອນ ຈຶ່ງພາກັນໂຕນໜີອອກມາ.
ເຈົ້າໜ້າທີ່ແຂວງຫລວງນໍ້າທາ ນາງນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ເຂົາເຈົ້າຍອມຮັບວ່າ ຖືກຕົວະມາ ຖືກຕົວມາ ໃຫ້ບັງຄັບເຮັດວຽກຕອບແຊັດ ຢູ່ໃນເຂດສາມຫຼ່ຽມຄໍາ ຕາມຄໍາໃຫ້ການຂອງເຂົາ ເຂົາວ່າ ເຂົາໄດ້ໂຕນໜີ ອອກຈາກຫັ້ນມາ ເນື່ອງຈາກ ເຂົາເຮັດວຽກຫັ້ນແຫຼະ ທາງບໍລິສັດ ບໍ່ເອົາເງິນເດືອນໃຫ້ເຂົາ ແລ້ວກໍຢູ່ ແລ້ວບັງຄັບໃຫ້ເຂົາເຈົ້າເຮັດ ແລ້ວເຂົາກໍບໍ່ມັກ ເຊັ່ນນັ້ນແລ້ວ ເຂົາກໍພາກັນໂຕນໜີອອກມາ.”
ຍາງ ນາງ ກ່າວຕື່ມວ່າ ຜູ້ກ່ຽວມາຮອດ ເຂດເສດຖະກິດພິເສດ ບໍ່ເຕັນແດນງາມ ໄດ້ກໍ ຍ້ອນວ່າ ໄດ້ຕິດຕໍ່ບຸກຄົນ ບໍ່ຮູ້ຊື່ ເພື່ອມາຊ່ວຍເຫຼືອ ພ້ອມນໍາເອົາຜູ້ກ່ຽວ ກັບບ້ານ. ຫຼັງຈາກນັ້ນ ກໍມີລົດຕູ້ມາຮັບ ແລ້ວນໍາໄປສົ່ງຢູ່ໂຮງແຮມ ໃນເຂດເສດຖະກິດພິເສດບໍ່ເຕັນແດນງາມ ເພື່ອລໍຖ້າກັບປະເທດຈີນ ໂດຍການລັກລອບ ອອກຕາມເສັ້ນທາງນ້ອຍ ແຕ່ຖືກເຈົ້າໜ້າທີ່ຈັບໄດ້ກ່ອນ.
ທາງດ້ານດໍາຫຼວດ ກວດຄົນເຂົ້າເມືອງ ແຂວງຫລວງນໍ້າທາ ໄດ້ຕັ້ງຂໍ້ຫາ ຜູ້ກ່ຽວ 2 ຄົນ ວ່າ ລັກລອບເຂົ້າເມືອງແບບຜິດກົດໝາຍ. ເຈົ້າໜ້າທີ່ແຂວງຫລວງນໍ້າທາ ທ່ານນີ້ ໄດ້ກ່າວວ່າ:
“ແຂວງວບໍ່ແກ້ວ ອອກຈາກບໍລິສັດຫັ້ນມາ ແລ້ວມາ ມາແຈ້ງມອບໂຕກັບເຈົ້າໜ້າທີ່ ຕມ ຢູ່ແຂວງຫລວງນໍ້າທາ ແຕ່ບົນພື້ນຖານໃນການແກ້ໄຂ ຫັ້ນນ່າ ຢູ່ ແຂວງຫລວງນໍ້າທາ ຈະສົ່ງກັບຄືນ ແລ້ວຈັດສົ່ງໃນນາມ ຜູ້ກ່ຽວ ຜູ້ກ່ຽວທັງສອງຄົນ ເຂົ້າເມືອງແບບຜິດກົດໝາຍ.”
ປັດຈຸບັນ ຕໍາຫຼວດ ແຂວງຫລວງນໍ້າທາ ໄດ້ນໍາຕົວຜູ້ກ່ຽວທັງ 2 ຄົນ ມອບໃຫ້ເຈົ້າໜ້າທີ່ຈີນ ເພື່ອສືບຕໍ່ ດໍາເນີນຄະດີ ຕາມລະບຽບກົດໝາຍຈີນແລ້ວ.
ເຈົ້າໜ້າທີ່ແຂວງຫລວງນໍ້າທາອີກ ທ່ານນຶ່ງ ໄດ້ກ່າວວ່າ:
“ແມ່ນ ແມ່ນ ສົ່ງ ແລ້ວເພາະວ່າ ເອກະສານນີ້ ພວກເຮົາກໍເຫັນຢູ່ ເອກະສານນີ້ ພວມເປັນເອກະສານດ່ວນ ແລ້ວພວກເຮົາສົ່ງແຈ້ງຕໍ່ພະແນກເອກສານນີ້ ມາຮອດພວກເຮົາ ພວກເຮົາ ສົ່ງຕໍ່ແລ້ວ.”
ສະຖານະການທົ່ວໄປ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃນປັດຈຸບັນນີ້ ແມ່ນ ຕໍາຫຼວດລາວ-ຈີນ ກໍາລັງກວາດລ້າງແກ້ງ Call Center ຫຼື ຕອບແຊັດ ຈຶ່ງເຮັດໃຫ້ບໍລິສັດ ສໍ້ໂກງ ບາງແຫ່ງປິດກິດຈະການ ແລະ ຍັງບໍ່ເປີດຮັບສະໝັກ ຕໍາແໜ່ງພະນັກງານຕອບແຊັດອີກ. ພະນັກງານທີ່ເຮັດວຽກຕອບແຊັດ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ກ່າວວ່າ:
“ຢູ່ສາມຫຼ່ຽມຕອນນີ້ຫັ້ນ ຕໍາຫຼວດກໍາລັງກວດລ້າງ ວຽກຕອບແຊັດຫັ້ນ ບໍ່ໄດ້ແລ້ວດຽວນີ້ ບໍລິສັດ ເຂົາເຈົ້າປິດ ເຂົາເຈົ້າພັກກ່ອນ.”
ສ່ວນບໍລິສັດສໍ້ໂກງ ທາງໂທລະຄົມ ຫຼື ແກ້ງຕອບແຊັດ ທີ່ຈັດຕັ້ງຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລ້ວເສັຍພາສີອາກອນ ມີເອກະສານ ການຈັດຕັ້ງບໍລິສັດ ຢ່າງຖືກກົດໝາຍ ພັດມີແຜນຈະເປີດຮັບສະໝັກພະນັກງານຕອບແຊັດ ໃນວັນທີ 1 ກັນຍາ 2024 ຫຼື ຫຼັງຈາກ ວັນທີ 25 ສິງຫາ 2024 ທີ່ຕໍາຫຼວດລາວ-ຈີນ ສືບຕໍ່ກວາດລ້າງກຸ້ມແກ້ງຕອບແຊັດ.
ນອກຈາກນັ້ນ ບໍລິສັດ ຕອບແຊັດ ຍັງມີແຜນປ່ຽນຕະຫຼາດໄປຍັງປະເທດອື່ນ. ພະນັກງານຕອບແຊັດ ຂອງບໍລິສັດຈີນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ກ່າວວ່າ:
“ໂຕບ່ອນເອື້ອຍຢູ່ນີ້ນ່າ ແມ່ນຫົວໜ້າ ຈະແມ່ນອັນເສັຍພາສີ ມີຫຍັງໝົດແລ້ວ ເນາະ ກໍແມ່ນ ມີເອກະສານຄົບໝົດ ຕ່າງແຕ່ວ່າ ເຂົາເຈົ້າຈະປິດວັນທີ 25 ເດ້ ຫຼັງຈາກຈ່າຍເງິນເດືອນພະນັກງານແລ້ວເນາະ ກໍເລີຍແບບວ່າ ສັ່ງພະນັກງານຢຸດພັກຜ່ອນກ່ອນ ແລ້ວກໍເລື່ອງຮັບຄົນ ກໍຢຸດກ່ອນຫັ້ນນ່າ ກໍເລີຍວ່າ ຈະເລີ່ມຕົ້ນ ວັນທີ 1 ໃໝ່ ແບບຊີ້ ຕ່າງແຕ່ວ່່າ ເຂົາໜ້າຈະເຮັດເປັນຕະຫຼາດອື່ນນ່າ ບາງທີຕະຫຼາດໄທຈະຍຸບ.”
ສໍາລັບແຜນຂອງທາງການລາວ-ຈີນ ປະກາດວ່າ ນັບແຕ່ວັນທີ 9- 25 ສິງຫາ 2024 ບັນດາຫົວໜ່ວຍ ທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງ ທາງໂທລະຄົນ ຫຼື Call Center ຫຼື ແກ້ງຕອບແຊັດ ຕ້ອງຢຸດເຊົາ ການເຄື່ອນໄຫວດັ່ງກ່າວ ຢ່າງເດັດຂາດ ພ້ອມທັງຮື້ຖອນ ອຸປະກອນເທັກນິກ ຮັບໃຊ້ໃຫ້ແກ່ ການເຄື່ອນໄຫວສໍ້າໂກງທາງໂທລະຄົມ ອອກຈາກອາຄານທັງໝົດ.
ຫຼັງຈາກວັນທີ 25 ສິງຫາ 2024 ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຈະຈັດຕັ້ງຄະນະສະເພາະກິດ ມາດໍາເນີນການກວດກາຈັບກຸມ ບັນດາຫົວໜ່ວຍທີ່ຝ່າຝືນສືບຕໍ່ເຄື່ອນໄຫວສໍ້ໂກງ ທາງໂທລະຄົມ ມາດໍາເນີນຄະດີ ຕາມກົດໝາຍ.