ຊາວກຳພູຊາປະທ້ວງ ທີ່ດິນ ຖືກຍຶດ
2019.04.28
ປະຊາຊົນຊາວກຳພູຊາ ສອງຮ້ອຍກວ່າຄົນ ຈາກເມືອງສະຕອງ ແລະເມືອງອໍຣານ ແຂວງກຳປົງສະປື ພາກັນປະທ້ວງຕໍ່ຫນ້າ ກະຊວງ ມະຫາດໄທ ກົມຈັດສັນທີ່ດິນ ທີ່ກຸງພະນົມເປັນ ໃນອາທິດນີ້ ຮຽກຮ້ອງໃຫ້ຣັຖບານຍົກເລີກ ສັນຍາໃຫ້ບໍຣິສັດນ້ຳຕານ ສຳປະທານດິນຂອງ ຣັຖບານ ໃນເຂດດັ່ງກ່າວ ທີ່ກວມເອົາດິນຊາວບ້ານໃນຫລາຍບ້ານ.
ທ້າວ ນີມຣານ ນຶ່ງໃນຈຳນວນຜູ້ປະທ້ວງເວົ້າວ່າ ຊາວບ້ານໄດ້ພາກັນມາປະທ້ວງອີກໃຫມ່ ຕ້ອງການຢາກໃຫ້ຣັຖບານຍົກເລີກ ການໃຫ້ ສຳປະທານ ແກ່ບໍຣິສັດນ້ຳຕານ ທີ່ສົ່ງຜົລກະທົບ ຕໍ່ຊີວີດ ການເປັນຢູ່ຂອງຊາວບ້ານ ແລະສະພາບແວດລ້ອມ ແລະແມ່ນ້ຳລຳທານ ໃນເຂດດັ່ງກ່າວ ຍ້ອນການໃຊ້ສານເຄມີ ແລະກວມເອົາດິນຊາວບ້ານ.
ທ່ານວ່າ "ພວກເຮົາໄດ້ ຮຽກຮ້ອງໃຫ້ກະຊວງ ເຂົ້າໄປຫຍຸ້ງກ່ຽວໃນບັນຫານີ້ແລະບອກບໍຣິສັດນ້ຳຕານໃຫ້ ຈ່າຍຄ່າຊົດເຊີຍແກ່ຊາວບ້ານ ຮ່ວມດ້ວຍໃຫ້ຍຸດຕິການ ນາບຂູ່ປະຊາຊົນ.”
ໃນຂນະດຽວກັນ ຊາວບ້ານອີກຜູ້ນຶ່ງ ທີ່ຮ່ວມໃນການປະທ້ວງ ຊື່ວ່າ ທ້າວ ລີລໍ ກໍເວົ້າວ່າ ພວກທ່ານໄດ້ມາຮຽກຮ້ອງ ໃຫ້ກະຊວງແກ້ໄຂ ບັນຫານີ້ຫຼາຍເທື່ອແລ້ວ ກະຊວງສັນຍາວ່າຈະແກ້ໄຂ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີການແກ້ໄຂເລີຍ ລາວເວົ້າວ່າ ຊາວບ້ານຈະກັບຄືນມາ ປະທ້ວງອີກໃຫມ່ ຈົນກວ່າ ບັນຫາຈະຖືກແກ້ໄຂ.
ລາວເວົ້າວ່າ "ພວກເຮົາຕ້ອງການຢາກໃຫ້ກະຊວງແກ້ໄຂບັນຫານີ້ໃຫ້ໄວທີ່ສຸດ ເພື່ອປັບປຸງຊີວີດ ຂອງຊາວບ້ານໃຫ້ດີຂຶ້ນ.”
ທ້າວ ເຊືອງ ສຸຄົມ ຊາວບ້ານອີກຜູ້ນຶ່ງ ຈາກເມືອງອໍຣັນ ທີ່ເຂົ້າຮ່ວມໃນການປະທ້ວງຄັ້ງນີ້ ເວົ້າວ່າ ວ່າງປີທີ່ຜ່ານມາ ເຈົ້າຫນ້າທີ່ ຈາກ ກະຊວງ ແລະຫ້ອງການປົກຄອງທ້ອງຖິ່ນ ໄດ້ລົງໄປແກ້ໄຂ ບັນຫາດັ່ງກ່າວ ກັບຊາວບ້ານ ຜູ້ໄດ້ຮັບຜົລກະທົບ ໂດຍສເນີຄ່າຊົດເຊີຍໃຫ້ ຄອບຄົວລະ 300 ຫາ 500 ໂດລາ ແຕ່ຊາວບ້ານປະຕິເສດ ເພາະມັນນ້ອຍເກີນໄປ ຖ້າທຽບໃສ່ຄວາມເສັຽຫາຍຂອງ ຊາວບ້ານຈາກການ ສຳປະທານ ຂອງບໍຣິສັດນ້ຳຕານ.
ການປະທ້ວງ ຄັ້ງນີ້ ບໍ່ໃຫຍ່ປານໃດ ຊາວບ້ານທ່ານນຶ່ງບອກວ່າ ຖ້າບັນຫາຍັງບໍ່ຖືກແກ້ໄຂ ເທື່ອຫນ້າການປະທ້ວງ ຈະໃຫຍ່ກວ່ານີ້ ພວກ ຂະເຈົ້າກຳລັງ ຣະດົມພົນກັນຢູ່ ໃນເວລານີ້. ຝ່າຍຣັຖບານ ທ່ານ ແສງລໍ ໂຄສົກ ກົມທີ່ດິນ ປະຕິເສດທີ່ຈະໃຫ້ຄຳເຫັນ ກ່ຽວກັບເຣື້ອງນີ້.
ໃນຂນະທີ່ຕົວແທນຂອງບໍຣິສັດ ພະນົມເປັນນ້ຳຕານ ຜູ້ທີ່ໄດ້ຮັບສຳປະທານທີ່ດິນ ທີ່ເປັນເຈົ້າຂອງໂດຍ ມະຫາເສຖກິດ ກຳພູຊາ ທ່ານ ລີປົງພັດ ກໍບໍ່ສາມາດໃຫ້ຄຳເຫັນໃນບັນຫານີ້ ຫລັງຈາກຖືກ ຖາມຈາກນັກຂ່າວ.
ທ່ານ ລຸງ ຈັນດາ ເຈົ້າເມືອງໆສະຕອງ ຜູ້ທີ່ໄດ້ເຂົ້າຮ່ວມກອງປະຊຸມກັບເຈົ້າຫນ້າທີ່ ກະຊວງແລະຕົວແທນຊາວບ້ານ ກໍບອກວ່າ ໃນປັດຈຸບັນ ຫນ່ວຍງານເຮັດວຽກ ກ່ຽວກັບເຣື້ອງນີ້ ຂອງຣັຖບານ ກຳລັງຊອກຫາວິທີທາງແກ້ໄຂ ແລະຈະລົງໄປຊ່ອຍຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຫລັງຈາກບຸນປີໃຫມ່ ກຳພູຊາ ສິ້ນສຸດລົງ. ແຕ່ຍັງບໍ່ຖຶກແກ້ໄຂ.
ທ່ານວ່າ "ທາງກະຊວງກຳລັງຄົ້ນຄວ້າຫາທາງອອກ ໃນການແກ້ໄຂບັນຫານີ້ຢູ່ ຫລັງຈາກບຸນປີໃຫມ່ ກຳພູຊາ ທີມງານດັ່ງກ່າວ ຈະລົງໄປພົບ ກັບຊາວບ້ານ ໂດຍຕົງແລະເຮັດວຽກກັບຊຸມຊົນ ເພື່ອແກ້ໄຂບັນຫານີ້.”
ໃນຂນະດຽວກັນ ນັກວິຊາການກຳພູຊາ ທ່ານນຶ່ງໃຫ້ຄວາມເຫັນກ່ຽວກັບບັນຫານີ້ວ່າ:
"ຂ້າພະເຈົ້າຄິດວ່າ ປະຊາຊົນຢູ່ກຸງພະນົມເປັນ ສ່ວນຫລາຍເປັນພ້ອມທັງທ່ານເອງ ແລະປະຊາຊົນຈາກແຂວງກຳປົງສະປື ໄດ້ພາກັນປະທ້ວງ ມາຫລາຍປີແລ້ວ ກ່ຽວກັບບໍຣິສັດນຳຕານ ທີ່ເປັນເຈົ້າຂອງ ໂດຍມະຫາເສດຖິ ທ່ານ ຢົງປັດພັດ ທີ່ໄປຍຶດເອົາດິນຊາວບ້ານ ປາສຈາກຄ່າ ຊົດເຊີຍ."
ທ່ານເວົ້າຕື່ມວ່າ:
"ສ່ວນຫລາຍປະຊາຊົນຍັງບໍ່ໄດ້ຮັບຄ່າຊົດເຊີຍ ທີ່ເປັນທັມ ຈາກບໍຣິສັດ ປະຊາຊົນເສັຽດິນໄປຢ່າງຫລວງຫລາຍ ຈາກການຍຶດໄປຂອງບໍຣິສັດ ນ້ຳຕານ ປາສຈາກຄ່າຊົດເຊີຍ ແຕ່ຢ່າງໃດ."
ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການຕ່າງຊາດ ທ່ານນຶ່ງເວົ້າວ່າ ບັນຫາການຍຶດເອົາທີດິນຊາວບ້ານ ໃຫ້ນັກລົງທຶນສຳປະທານ ໃນຂົງເຂດ ອາຊຽນ ໂດຍສະເພາະ ທີ່ກຳພຊາ ລາວ ພະມ້າ ແລະ ວຽດນາມ ເກີດຂຶ້ນຕລອດ ຍ້ອນໂຄງການພັທນາ ຂອງຣັຖບານໃນການສ້າງເສຖກິດ ຂອງຊາດ, ເປັນຕົ້ນການສ້າງເຂື່ອນໄຟຟ້າ ການປູກຕົ້ນໄມ້ເສຖກິດ ສ້າງເຂດເສຖກິດພິເສດ ຖນົນຫົນທາງ ແລະອື່ນໆ ແຕ່ ບັນຫາມີຢູ່ວ່າ ໂຄງການຕ່າງໆເຫລົ່ານັ້ນ ຫລາຍແຫ່ງໄປກວມເອົາດິນຊາວບ້ານ ເປັນຕົ້ນການສ້າງເຂື່ອນ ປະຊາຊົນຫລາຍຮ້ອຍ ແລະຫລາຍພັນຄອບຄົວ ຖືກໂຍກຍ້າຍ ປາສຈາກ ຄ່າຊົດເຊີຍ ຖ້າໄດ້ກໍບໍ່ສົມເຫດສົມຜົລ ຊາວບ້ານຜູ້ໄດ້ຮັບຜົລກະທົບ ກໍບໍ່ໃຜຊ່ອຍເຂົາໄດ້ ຈຳເປັນຕ້ອງໄດ້ໂຍກຍ້າຍ ຕາມຄຳສັ່ງຂອງທາງການ.
ບັນຫາ ໃນກຳພູຊາ ກໍເຫມືອນກັນ ກັບບັນຫາໃນ ລາວ ຊື່ງໃນປັດຈຸບັນ ປະຊາຊົນລາວ ຫລາຍພັນຄົນ ກໍໄດ້ຮັບຜົລກະທົບຈາກໂຄງການ ຂອງຣັຖບານ ແຕ່ບໍ່ກ້າຈະປະທ້ວງ ເຫມືອນຊາວກຳພູຊາ.