ພັກການເມືອງ ກຳພູຊາ ເລີ້ມຫາສຽງ
2013.06.28

ຂະບວນກຸ່ມ ທີ່ ສນັບສນູນ ພັກການເມືອງ ບໍ່ວ່າທັງ ຝ່າຍຄ້ານ ແລະ ພັກຂອງຣັຖ ໄດ້ພາກັນ ແຫ່ ຂະບວນ ອອກຫາສຽງ ຜ່ານໃຈກາງ ກຸງ ພະນົມເປັນ ຢ່າງຟົດຟື້ນ ໃນວັນ ພະຫັດ ເພຶ່ອ ເລິ້ມຕົ້ນ ການ ໂຄສະນາ ຫາ ສຽງ ໃນການເລືອກຕັ້ງ ທີ່ ຈະມີຂຶ້ນ ໃນເດືອນ ກໍຣະກະດາ 2013 ນີ້. ກຸ່ມພັກ ຣັຖບານ ແນ່ນອນວ່າ ຢາກເຫັນ ທ່ານ ຮຸນເຊນ ເປັນຜູ້ນຳ ຕຶ່ມອີກ ຈາກ 28 ປີ ທີ່ ທ່ານ ໄດ້ ກຳອຳນາດ ໃນ ກຳພູຊາ.
ພັກຣັຖບານ ແລະ ພັກຝ່າຍຄ້ານ ຕ່າງກໍຈັດ ການຊຸມນຸມ ໂຄສະນາ ຫາສຽງ ໃນໃຈກາງ ກຸງ ພະນົມເປັນ ໃນ ວັນພະຫັດ ແລະ ທັງສອງພັກ ກໍມີ ປະຊາຊົນ ອອກມາ ສນັບສນູນ ຢ່າງໜ້ອຍ ພັກລະ 10 ຄົນ ໃນມື້ເລິ້ມ ຕົ້ນ.
ການເລືອກຕັ້ງ ທົ່ວປະເທດ ໃນວັນທີ 28 ເດືອນ ກໍຣະກະດາ ເປັນການ ເລືອກຕັ້ງ ເອົາ ສະມາຊິີກ ສະພາ ແຫ່ງຊາດ ເທຶ່ອທີ່ 5 ຫລັງຈາກ ທີ່ ອົງການ ສະຫະປະຊາຊາດ ໄດ້ ລົງນາມ ໃຫ້ ຢຸດ ສົງຄາມ ກາງເມືອງ ໃນປີ 1991 ຊຶ່ງ ຫມາຍຄວາມວ່າ ສິ້ນສຸດ ການນອງເລືອດ ມາເປັນ ຫລາຍ ທົສວັດ ໃນ ກຳພູຊາ ໃນນັ້ນ ຮ່ວມດ້ວຍ ການຂ້າລ້າງ ເຜົ່າພັນ ໃນສມັຍ ຜູ້ນຳ ຂເມນແດງ ເຮືອງອຳນາດ ຣະຫວ່າງ ປີ 1975 ຫາ 1979.
ທ່ານ ຮຸນເຊນ ມີອາຍຸ 60 ປີ ໃນ ປັດຈຸບັນ ມີ ຈຸດປະສົງ ຈະ ເປັນຜູ້ນຳ ກຳພູຊາ ຈົນຮອດ ອາຍຸ 74 ປີ ຫລຸດລົງ ຈາກ ທີ່ເຄີຍ ສັນຍາໃວ້ ໃນຣະຍະ ທີ່ຜ່ານມາ ວ່າ ທ່ານຈະເປັນ ຜູ້ນຳ ກຳພູຊາ ຈົນຮອດ ອາຍຸ 90 ປີ. ພັກ ປະຊາຊົນ ກຳພູຊາ ຂອງ ທ່ານ ຮຸນເຊນ ຄາດວ່າ ຈະຊນະ ການເລືອກຕັ້ງ ເຫມືອນເດີມ ເພາະ ພັກຝ່າຍຄ້ານ ບໍ່ແຂງແຮງ ພໍ.