ທະຫານພະມ້າ ສືບຕໍ່ໂຈມຕີ ກຸ່ມກອງກຳລັງ ປົກປ້ອງປະຊາຊົນ

ປະຊາຊົນ 10,000 ຄົນ ຢູ່ເຂດບາໂຄ ພະມ້າ ຕ້ອງໜີອອກຈາກບ້ານ ເປີດການໂຈມຕີ ຂອງທະຫານພະມ້າ ແລະ ທະຫານພະມ້າ ສັງຫານປະຊາຊົນ 21 ຄົນ ຢູ່ເຂດຣັຖສານ.

ຊາວບ້ານ ທີ່ໜີຈາກບ້ານເຮືອນຂອງຕົນເອງ ຢູ່ເຂດ ບາໂຄ ໃນວັນທີ 12 ມີນາ 2023. ນັກຂ່າວ ພົລເມືອງ

ມີ​ປະ​ຊາ​ຊົນເກືອບ 10,000 ຄົນ ຢູ່​ພາກ​ກາງ​​ເຂດ​ບາ​ໂຄ (Bago) ໄດ້​ພາ​ກັນ​ໜີ​ອອກ​ຈາກ​ບ້ານ​ ຂອງ​ຕົນ ໃນ​ຂະ​ນະ​ທີ່ ທະ​ຫານ​ພະ​ມ້າ ຍັງ​ເປີດ​ການ​ໂຈມ​ຕີ ທາງ​ທະ​ຫານ ໃນ​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ກວາດ​ລ້າງກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ແລະ ນັກ​ຣົບ​ກະຫ​ຣ່ຽງ ທີ່​ຕໍ່​ຕ້ານ​ທະ​ຫານ​ພະ​ມ້າ. ຊາວ​ບ້ານ​ກ່າວ​ວ່າ ມີ 12 ບ້ານ ຢູ່​ເມືອງ ສະ​ເວ​ຈິນ ຢູ່​ພາກ​ຕາ​ເວັນ​ອອກ​ເຂດ​ບາ​ໂຄ ໄດ້​ພາ​ກັນ​ໜີ​ຈາກ​ບ້ານ. ມີ​ກຳ​ລັງ​ທະ​ຫານ ປະ​ຈຳ​ການ​ຢູ່ 80 ບ້ານ ໄດ້​ເຣີ່ມ​ບຸກ​ທະ​ລາຍ​ໝູ່​ບ້ານ ໃນ​ວັນ​ທີ 9 ມີ​ນາ ອີງ​ຕາມຂໍ້​ມູນ​ຈາກແມ່​ຍິງ​ຄົນ​ນຶ່ງ ທີ່​ຖືກ​ບັງ​ຄັບ​ໃຫ້​ໜີ​ຈາກ​ບ້ານ.

ແມ່​ຍິງ​ຄົນນັ້ນ ໄດ້​ກ່າ​ວ​ວ່າ:

“ທະ​ຫານ​ພະ​ມ້າ ໄດ້​ເຂົ້າ​ມາ​ບຸກ​ທະ​ລາຍ ​ບ້ານ ຕຸງ​ລວງ, ບ້ານ​ເວງ, ບ້ານ ບໍ ກາ ຕາ, ປາ ເດ ກໍ, ນາຍອງ ປິນ ຈີ ແລະ ບ້ານ​ອື່ນໆ ແລະ ໄດ້​ຍິງ​ປືນ​ໃຫຍ່ໃສ່​ຊາ​ວບ້ານ ແລະ ເຮັດ​ໃຫ້​ມີ​ຜູ້​ເຄາະ​ຮ້າຍ.”  

ລາວ ກ່າວ​ວ່າ ໃນ​ຂະ​ນະ​ທີ່​ກຳ​ລັງ​ລົມ​ກັນ​ຢູ່ ມີ​ປະ​ຊາ​ຊົນ​ທີ່​ໜີ​ຈາກ​ບ້ານ ແລະ ພວກ​ທະ​ຫານ​ລຽງ​ໜ້າ​ກັນ​ເຂົ້າ​ມາໝູ່​ບ້ານ ແລະ ຍິງ​ປືນ​ໃຫຍ່​ໃສ່​ໝູ່​ບ້ານ.

ແມ່​ຍິງ​ຄົນ​ນີ້ ກ່າວ​ວ່າ:

“ບໍ່​ຮູ້​ວ່າ ມີ​ປະ​ຊາ​ຊົນ​ຫຼາຍ​ປານ​ໃດ ຖືກ​ສັງ​ຫານ ຫຼື ບາດ​ເຈັບ ຈາກ​ປືນ​ໃຫຍ່​ຂອງ​ພະ​ມ້າ ຍ້ອນ​ວ່າ ປະ​ຊາ​ຊົນ ບໍ່​ກ້າ​ກັບ​ບ້ານ.”

ປະ​ຊາ​ຊົນ​ພາ​ກັນໄປ​ຢູ່ ຄ້າຍ​ອົບ​ພະ​ຍົບຢູ່​ ບໍ​ຣິ​ເວນ​ວັດ ຢູ່​ເມືອງ ສະ​ເວຈິນ. ມີ​ການ​ຍິງ​ປະ​ທະ​ກັນ ລະ​ຫວ່າງ ທະ​ຫານ​ພະ​ມ້າ ແລະ ທະ​ຫານກອງ​ກຳ​ລັງ​ແຫ່ງ​ຊາຕກະຫ​ຣ່ຽງ ຢູ່​ເມືອງ ສະ​ເວ​ຈິນ ແຕ່​ວ່າ ບໍ່​ມີ​ຝ່າຍ​ໃດ​ອອ​ກະ​ຖແລງ​ການ ໃນ​ການ​ປະ​ທະ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ຕີນ ອູ ໂຄ​ສົກ ເຂດບາ​ໂຄ ໄດ້​ປະ​ຕິ​ເສດ​ ກໍ​ຣະ​ນີ​ທີ່​ຊາວ​ບ້ານ ຖືກ​ບັງ​ຄັບ​ໜີ​ອອກ​ຈາກ​ບ້ານ. ອີງ​ຕາມຂໍ້ມູນາກ ສະຫະປະຊາຊາຕ ໃນວັນທີ 27 ກຸມພາ, ມີປະຊົນ 1.6 ລ້ານຄົນ ໄດ້ກາຍເປັນຄົນອົບພະຍົບ ໃນພະມ້າ ໃນນັ້ນ 1.3 ລ້ານຄົນ ຖືກບັງຄັບ ໃຫ້ໜີຈາກບ້ານ ຍ້ອນຄວາມຂັດແຍ່ງ ແລະ ຄວາມບໍ່ແນ່ນອນ ຫຼັງຈາກທີ່ທະຫານພະມ້າ ເຂົ້າມາຢຶດອຳນາດ ໃນວັນທີ 1 ກຸມພາ 2021. ທະ​ຫານ​ພະ​ມ້າ ໄດ້​ສັງ​ຫານປະ​ຊາ​ຊົນ 21 ຄົນ ລວມ​ມີ​ພຣະ​ສົງ 3 ອົງ ໃນ​ການ​ເຂົ້າ​ມາ​ບຸກ​ທະ​ລາຍ​ວັດ ຢູ່ ຣັ​ຖ​ສານ ອີງ​ຕາມ​ຂໍ້​ມູ​ ຈາກກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນຢູ່​ຣັ​ຖ​ກະຫ​ຣ່ຽງ ແລະ ປາໂອ. ຢູ່​ໃນ​ຖ​ແລງ​ການອອກ​ມາ​ ໃນ​ວັນ​ທິດ ໄດ້​ລະ​ບຸ​ວ່າ ທະ​ຫານ​ພະ​ມ້າ ໄດ້​ກວາດ​ລ້າງ ບ້ານ​ນ້ຳ​ເນນ ທີ່​ຕັ້ງ​ຢູ່​ຫ່າງ​ຈາກ ນະ​ຄອນ​ຫລວງ​ ເນ​ປິ​ດໍ ໄປ​ທາງ​ພາກ​ຕາ​ເວັນ​ອອກ 50 ກິ​ໂລ​ແມັດ.

ເຈົ້າ​ໜ້າ​ທີ່​ຖ​ແລງ​ຂ່າວ ຈາກ​ກຸ່ມກອງ​ກຳ​ລັງ​ ປົກ​ປ້ອງ​ປະ​ຊາ​ຊົນ​ ຣັ​ຖ​ກະ​ຫຣ່ຽງ ທີ່​ເຂົ້າ​ມາ​ຮອດ​ເຂດ​ດັ່ງ​ກ່າວ ຫຼັງ​ຈາກ ທີ່​ຊາວ​ບ້ານ​ຖືກ​ສັງ​ຫານ​ແລ້ວ, ໄດ້​ກ່າວ​ວ່າ:

“ຜູ້​ເຄາະ​ຮ້າຍ ​ສ່ວນ​ຫຼາຍ ຖືກ​ຍິງ​ໃສ່​ຫົວ”.

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ວ່າ:

ພ​ວກ​ເຮົາ​ສາ​ມາດ​ຢືນ​ຢັນວ່າ ທະ​ຫານ​ພະ​ມ້າ ເຂົ້າ​ໄປ​ໃນ​ໝູ່​ບ້ານ ພວກ​ເຮົາ​ຢືນ​ຢັນ​ວ່າ ປະ​ຊາ​ຊົນຖືກ​ສັງ​ຫານ ທັງ​ໝົດ​ຖືກ​ຍິງ​ເສັຽ​ຊີ​ວິດ. ຂ້ອຍ​ຄິດ​ວ່າ ທະ​ຫານ​ພະ​ມ້າ​ທັງ​ໝົດ ມາ​ຈາກກອງ​ທັບ​ພາກ 66.”

ທ່ານ​ກ່າວ​ວ່າ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ໄດ້​ເອົາ​ສົບ​ຜູ້​ເສັຽ​ຊີ​ວິດ ​ໄປ​ສັນ​ນະ​ສູດ​ອັດ​ຕະ​ລັກ.

ທ່ານ ລິນ ລິນ ເຈົ້າ​ໜ້າ​ທີ່ຖ​ແລງ​ຂ່າວ ປະ​ຈຳ​ສະ​ຫະ​ພັນ​ ກູ້​ຊາຕກະຫ​ຣ່ຽງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ທະ​ຫານ​ພະ​ມ້າ ໄດ້​ມາ​ປະ​ຈຳ​ຢູ່​ບ້ານ ພາ ຢາ ຕາ ອາງ ໄດ້​ເຂົ້າ​ໄປ​ໝູ່​ບ້ານ ນ້ຳ​ເວນ ຈາກ​ພາກ​ຕາ​ເວັນ​ອອກ ແລະ ເຣີ່ມ​ຍິງ​ປືນ​ໃສ່​ໝູ່​ບ້ານ ເວ​ລາ 5 ໂມງ​ເຊົ້າ ໃນ​ວັນ​ທີ 11 ມີ​ນາ ແລະ ສົບ​ຜູ້​ເສັຽ​ຊີ​ວິດຖືກ​ພົບ​ເຫັນ ໃນ​ຕອນ​ສວາຍ​ຕໍ່​ຂອງມື້​ຕໍ່​ມາ. ທ່ານ ກ່າວ​ວ່າ ພວກ​ເຮົາ​ໄດ້​ຍິນ​ສຽງ​ ປະ​ຊາ​ຊົນ​ຮ້ອງ​ໄຫ້ ຂໍ​ຊີ​ວິດ ໃນ​ຕອນ 7 ໂມງ​ແລງ ແລະ ໃນ​ວັນ​ທີ 11 ຕໍ່​ມາ ພ​ວກ​ເຮົາ​ໄດ້​ຍິນ​ສຽງ​ປືນ. ພວກ​ເຮົາ​ບໍ່​ຄິດ​ວ່າ ທະ​ຫານ​ພະ​ມ້າ ຈະ​ຂ້າ​ປະ​ຊາ​ຊົນ​ຫຼາຍ​ປານນີ້. ພວ​ກ​ເຮົາ​ເຫັນ​ສົບ​ຜູ້​ເສັຽ​ຊີ​ວິດ ທີ່​ພວກ​ທະ​ຫານ​ພະ​ມ້າ ໄດ້​ເອົາ​ມາ​ກອງ​ໄວ້ ເຊິ່ງ​ສົບ​ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ​ເລືອດ ເຂົາ​ເຈົ້າ​ຖືກ​ຍິງ​ໃສ່​ຫົວ.

ມີ​ປະ​ຊາ​ຊົນ​ປະ​ມານ 1,400 ຄົນ ຢູ່​ບ້ານນ້ຳ​ເນນ ແລະ ພື້ນ​ທີ່​ໃກ້​ຄຽງ ໄດ້​ພາ​ກັນ​ໜີ​ອອກ​ຈາ​ກ​ບ້ານ​ເຮືອນ​ຂອງ​ຕົນ​ເອງ ແລະ ໄດ້​ໄປ​ພັກ​ຢູ່ນຳ​ຍາດ​ພີ່​ນ້ອງ ຢູ່​ບ້ານ​ອື່ນ ຫຼື ຢູ່​ວັດ. ເຈົ້າ​ໜ້າ​ທີ່​ບັນ​ເທົາ​ທຸກ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

“ປະ​ຊາ​ຊົນ ໝົດ​ບ້ານ ​ຕ້ອງ​ພາ​ກັນ​ໜີ​ໄປ ​ຢູ່​ບ່ອນ​ປອດ​ໄພ.”

ປ​ະ​ຊາ​ຊົນ​ກ່າວ​ວ່າ ທະ​ຫານ​ພະ​ມ້າ ໂຈມ​ຕີ​ທາງ​ອາ​ກາດ 5 ຄັ້ງ ໃນ​ເຂດ​ດັ່ງ​ກ່າວ ໃນ​ວັນ​ທີ 11 ມີ​ນາ ແລະ ໄດ້​ເຜົາ​ບ້ານ​ເຮືອນ​ຂອງ​ ປະ​ຊາ​ຊົນ ປະ​ມານ 60 ຫຼັງ ໃນ​ຕອນ​ເຊົ້າ​ມື້​ຕໍ່​ມາ. ທ່ານ ຂຸນ ເບັນ​ຈາ​ມິນ ໂຄ​ສົກກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຣັ​ຖປາ ອູ ໄດ້​ກ່າວ​ວ່າ ໃນ​ຈຳ​ນວນ​ຜູ້​ທີ່​ຖືກ​ສັງ​ຫານ ຈາກ​ທະ​ຫານ​ພະ​ມ້າ ເປັນພ​ຣະ​ສົງ ລວມ​ທັງ ເຈົາ​ອາ​ທິ​ການ​ວັດ ລວມ​ທັງ​ມີແມ່​ຍິງ ອາ​ຍຸປະ​ມານ 20 ປີ ແລະ ຜູ້​ຊາຍອີກ 17 ຄົນ.

ໂຄ​ສົກກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຣັ​ຖ​ປາອູ ກ່າວ​ຕື່ມ​ວ່າ ພວກ​ເຮົາ​ໄດ້​​ພົບລູກ​ປືນ​ ຂ​ນາດ 5.56 ມມ ແລະ ກະ​ສອບ​ລູກ​ປືນ ທີ່​ຖືກ​ໃຊ້​ໃນ​ການ​ສັງ​ຫານ​ໝູ່ ເຊິ່ງ​ມີ​ເຄື່ອງ​ໝາຍ​ວ່າ Ka Pa Sa ເຊິ່ງ​ເປັນ​ສັນ​ຍາ​ລັກ ​ຂອງອາ​ວຸດ​ຂອງ​ທະ​ຫານ​ພະ​ມ້າ ທີ່​ຜ​ລິດ​ໂດຍໂດຍໂຮງ​ງານ ຜ​ລິດ​ອາ​ວຸດ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ພະ​ມ້າ, ຢູ່​ບໍ​ລິ​ເວນ​ວັດ ພວກ​ເຮົາ​ໄດ້​ພົບລູກ​ປືນ​ຄົກ ທີ່​ພວກ​ທະ​ຫານ​ພະ​ມ້າ​ ໄດ້​ນຳ​ໃຊ້ ເພື່ອ​ເພື່ອ​ເບີກ​ທາງ​ ໃຫ້​ມີ​ການ​ບຸກ​ໂຈມ​ຕີ​ ທາງ​ພາກ​ພື້​ນ​ດິນ. ທ່ານ ເບນ ຈາ ມິນ ໄດ້​ກ່າວ​ວ່າ ໄດ້​ພົບ​ສົບ​ຜູ້​ເສັຽ​ຊີ​ວິດ​ເພີ່ມ​ເຕີມ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ ​ຂອງ​ໝູ່​ບ້ານ ແລະ ພວກ​ເຮົາ​ພະ​ຍາ​ຍາມ​ ຈະ​ສັນ​ນະ​ສູດ​ສົບ​ເຂົາ​ເຈົ້າ, ຜູ້​ຖືກ​ເຄາະ​ຮ້າຍ​ທັງ​ໝົດ ພາ​ກັນໄປ​ລີ້​ຢູ່​ຫ້ອງ​ໃຕ້​ດິນ ພາຍ​ໃນ​ວັດ ແລະ ພວກ​ທະ​ຫານ​ພະ​ມ້າ​ພົບ​ພວກ​ເຂົາ ແລ້ວ​ນຳ​ເຂົາ​ເຈົ້າ​ ມາ​ຢູ່​ຕໍ່​ໜ້າ​ວັດ ກ່ອນ​ທີ່​ຈະ​ກະ​ທຳ​ການ​ສັງ​ຫານ ອີງ​ຕາມ​ຂໍ້​ມູນ ​ຈາກ​ທ່ານ​ເບ​ນ​ຈາ​ມິນ.

ທະ​ຫານ​ພະ​ມ້າ ໄດ້​ບຸກ​ທະ​ລາຍ ສະ​ມາ​ຊິກ​ສັນ​ນິ​ບາດ ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ໃຫ້​ສານ​ຕັດ​ສິນ ​ຈຳ​ຄຸກ​ຕ​ລອດ​ຊີ​ວິດ ສະ​ມາ​ຊິກ​ພັກ​ຫຼາຍ​ຄົນ ຢູ່ ເຂດ​ພາກ​ໃຕ້​ຂອງ​ຣັ​ຖ​ສານ. ສານພະ​ມ້າ ໄດ້ຕັດ​ສິນ​ປະ​ຫານ​ຊີ​ວິດ ທ່ານ ເພກອ​ນ ແລະ ທ່ານ ເມືອງເຢັນ ແລະ ທ່ານ ໂຈ​ເຊບ ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ.  

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ຫຼື Human Rights Watch ປະຈໍາອາເຊັຽ ຕາເວັນອອກ ສຽງໃຕ້ ກ່າວຕໍ່ ສຳນັກຂ່າວຕ່າງປະເທດວ່າ:

“ພວກ​ເຮົາຈະເຫັນວ່າ ບໍ່ມີການເຄົາຣົບສິດທິມະນຸສ ໃນພະມ້າ ນັບແຕ່ມີການຣັປະຫານດ້ວຍຄວາມສັດຈິງ ທ່ານ ຈະຄິດພາບເຫັນເລີຍວ່າ ມັນເປັນສະຖານະ ການທີ່ບໍ່ດີ ທີ່ທະຫານກໍ່ອາຊຍາກັມ ຕໍ່ປະຊາຊົນ​ໂຕເອງ.”

ນອກ​ຈາກນີ້, ສານທະຫານພະມ້າ ຢູ່ພາກເໜືອເຂດຣັຖສະກາງ ໄດ້ສັ່ງຕັດສິນຈຳຄຸກ ຜູ້ຍິງຊາວພະມ້າ 9 ຄົນ ເປັນເວລາ 12 ປີ ຍ້ອນພວກເຂົາຖືກກ່າວຫາວ່າ ເປັນກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຫຼື PDF.

ກຸ່ມກອງ​ກຳລັງ ປົກປ້ອງປະຊາຊົນ ຖືກຈັດຕັ້ງຂຶ້ນ ໂດຍປະຊາຊົນພະມ້າ ເພື່ອຕໍ່ຕ້ານກຸ່ມທະຫານ ພະມ້າທີ່ຣັປະຫານຍຶດອຳນາດ ຈາກຣັບານພະມ້າທີ່ມາຈາກ ການເລືອຕັ້ງໃນເດືອນກຸມພາ 2021 ທີ່ຜ່ານມາ. ບັນດາຜູ້ຍິງທັງ 9 ຄົນຖືກດຳເນີນຄະດີ ພາຍໃຕ້ກົດໄອຍະການເສິກ ຂອງທະຫານພະມ້າ ໂດຍສານທະຫານພະມ້າ ແລະ ເຂົາເຈົ້າຖືກຕັດສິນຈຳຄຸກ ໃນເດືອນຕຸລາ 2022 ທີ່ຜ່ານມາ ອີງຕາມແຫຼ່ງຂ່າວ ທີ່ໃກ້ຊິດຄ້າຍຄຸມຂັງ ແລະ ເຈົ້າໜ້າທີ່ກຸ່ມກອງກຳລັງ ປົກປ້ອງປະຊາຊົນ. ຂໍ້ມູນດັ່ງກ່າວ ຕ້ອງໃຊ້ເວລາ 1 ເດືອນ ກ່ອນທີ່ຈະມີການເຜີຍແຜ່ ຍ້ອນວ່າ ເຈົ້າໜ້າທີ່ທະຫານພະມ້າ ບໍ່ໄດ້ແຈ້ງໃຫ້ຄອບຄົວ ຜູ້ທີ່ຖືກສັ່ງຈຳຄຸກຮັບຮູ້. ຜູ້ຍິງທີ່ຖືກສານຕັດສິນທັງໝົດ ມີອາຍຸປະມານ 20 ປີ ເຂົາເຈົ້າໄດ້ຖືກຈັບໂຕ ໃນເວລາທີ່ທະຫານພະມ້າ ໄດ້ບຸກລະທາຍຄ້າຍ ຂອງກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຢູ່ເມືອງກາເລ ໃນວັນທີ 16 ພຶຈິກາ 2021 ທີ່ຜ່ານມາ ເຊິ່ງເຂົ້າເຈົ້າຖືກຄຸມ ຂັງຢູ່ໃນຄຸກເມືອງກາເລ. ພວກເຂົາແຕ່ລະຄົນໄດ້ຮັບໂທດຈຳຄຸກ 2 ປີ ພາໃຕ້ມາຣາ 505 ແລະ ອີກ 10 ປີ ພາໃຕ້ມາຣາ 50 ຂອງກົດໝາຍຕ້ານ ການກໍ່ການຮ້າຍ ຂອງທະຫານພະມ້າ. ເຈົ້າໜ້າທີ່ກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ:

“ແມ່​ຍິງເຫຼົ່ານັ້ນ ບໍ່ໄດ້ໂທດໜັກ ແຕ່ ເຂົາເຈົ້າກໍຖືກບັງຄັບໃຫ້ເຮັດວຽກຢູ່ໃນຄຸກ.”

ທ່ານ ກ່າວ​ຕື່ມອີກວ່າ:

ແມ່ຍິ່ງເຫຼົ່ານັ້ນ ທີ່ຢູ່ໃນຄຸກ ຍັງມີສຸພາບທີ່ດີ ເຂົາເຈົ້າເຮັດວຽກຕາມທີ່ເຈົ້າໜ້າທີ່ສັ່ງ ໂດຍເຂົາເຈົ້າເຮັດວຽກຕັດຫຍິບ.”

ແມ່​ຍິງທີ່ຖືກຈັບນັ້ນ ຊື່ວ່າ ລາ ຕັນ ຫວີ, ມາ ສອນ ດວງ, ຄາລອນ ສານ, ລາ ມອມ ຄາມ, ວັນລາ ລອນ, ມາລາ ປຽນ ເປວ, ຊາມ ຊູ ຊາ ອຳແມນ ລຳ ດິມ, ນິ ອອງ ດອນ ກິອຽນ.

ນາງ ລາ ຕັນ ຫວີ ໄດ້​ບອກຄອບຄົວຂອງລາວ ວ່າ ຜູ້ຍິງທັງໝົດ ຖືກທະຫານພະມ້າຈັບໂຕໄປ ເປັນເວລາ ເກືອບ 5 ເດືອນ. ໃນເວລານັ້ນ, ເຂົາເຈົ້າບໍ່ສາມາດຕິດຕໍ່ຫາໃຜໄດ້ ຢູ່ນອກຄຸກ. ຕໍ່ມາເຂົາເຈົ້າຈຶ່ງໄດ້ຮັບອະນຸຍາດໃຫ້ຕິດຕໍ່ຫາຄອບຄົວ ແຕ່ວ່າ ບໍ່ອະນຸຍາດໃຫ້ບອກຄອບຄົວວ່າ ເຂົາເຈົ້າຖືກສານຕັດສິນຕອນໃດ ເຊິ່ງຂໍ້ມູນດັ່ງກ່າວ ຫາກໍ່ຖືກຮັບຮູ້ໃນເດືອນພຶຈິກາ ທີ່ຜ່ານມາ ໂດຍ ຜ່ານທະນາຍຄວາມ ແລະ ເຈົ້າໜ້າທີ່ຄຸກ. ຜູ້ເປັນພໍ່ຂອງນາງ ລາ ຕັນ ຫວີ ໄດ້ກ່າຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າວ່າ:

“ໄດ້​ຮັບການຕິດຕໍ່ມາຫຼືຈາທີ່ລູກສາວຂອງຕົນທີ່ຖືກຈັບໄດ້ເປັນເວລາ 5 ເດືອນປາຍລູກສາວຂອງຕົນ ຖືກທະຫານພະມ້າສອບວນ ແລະ ບໍ່ຮູ້ວ່າລາວດຳລົງຊີວິດແນວໃດ. ປັຈຸບັນ ໄດ້ສົ່ງເຄື່ອງຂອງທີ່ລາວຕ້ອງການທຸກໆ 2 ເດືອນ. ກຳລັງລໍຖ້າການກັບມາ ຂອງລູກສາວ.”

ພໍ່​ຂອງລາວ ໄດ້ກ່າວຕື່ມອີກວ່າ ບໍ່ໄດ້ຮັບອະນຸຍາດໃຫ້ ຈ້າງທະນາຍຄວາມ, ບໍ່ມີສິດທີ່ຈະເຂົ້າຮັບຟັງການຕັດສິຂອງສານ ແລະ ເຈົ້າໜ້າທີ່ບໍ່ໄດ້ແຈ້ງໃຫ້ຮູ້ເຖິງການຕັດສິນ ຈະໄດ້ຮັບຜູ້ກໍພຽງແຕ່ ໄດ້ຮັບຂໍ້ມູນຈາກເຟບຸກເທົ່ານັ້ນ.

ມີ​ຜູ້ຍິງຢູ່ພະມ້າ ຖືກສັງຫານທັງໝົດ 370 ຄົນ, 3,000 ປາຍຄົນ ຖືກຈັບ, ແລະ 127 ຄົນ ຖືກທະຫານພະມ້າຂົ່ມຂືນ ນັບຕັ້ງທະຫານພະມ້າເຂົ້າມາຍຶດອຳນາດ ໃນເດືອນກຸມພາ 2021 ທີ່ຜ່ານມາ ອີງຕາມແລງການ ຂອງຣັບານແຫ່ງຊາຕ ຂອງພະມ້າ ທີ່ຢູ່ຝ່າຍກົງກັນຂ້າມ ກັບຝ່າທະຫານພະມ້າ ທີ່ຍຶດອຳນາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org