ທະຫານພະມ້າ ສືບຕໍ່ໂຈມຕີ ກຸ່ມກອງກຳລັງ ປົກປ້ອງປະຊາຊົນ

ຊາວບ້ານ ທີ່ໜີຈາກບ້ານເຮືອນຂອງຕົນເອງ ຢູ່ເຂດ ບາໂຄ ໃນວັນທີ 12 ມີນາ 2023.
ຊາວບ້ານ ທີ່ໜີຈາກບ້ານເຮືອນຂອງຕົນເອງ ຢູ່ເຂດ ບາໂຄ ໃນວັນທີ 12 ມີນາ 2023. (ນັກຂ່າວ ພົລເມືອງ)

0:00 / 0:00

ມີ​ປະ​ຊາ​ຊົນເກືອບ 10,000 ຄົນ ຢູ່​ພາກ​ກາງ​​ເຂດ​ບາ​ໂຄ (Bago) ໄດ້​ພາ​ກັນ​ໜີ​ອອກ​ຈາກ​ບ້ານ​ ຂອງ​ຕົນ ໃນ​ຂະ​ນະ​ທີ່ ທະ​ຫານ​ພະ​ມ້າ ຍັງ​ເປີດ​ການ​ໂຈມ​ຕີ ທາງ​ທະ​ຫານ ໃນ​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ກວາດ​ລ້າງກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ແລະ ນັກ​ຣົບ​ກະຫ​ຣ່ຽງ ທີ່​ຕໍ່​ຕ້ານ​ທະ​ຫານ​ພະ​ມ້າ. ຊາວ​ບ້ານ​ກ່າວ​ວ່າ ມີ 12 ບ້ານ ຢູ່​ເມືອງ ສະ​ເວ​ຈິນ ຢູ່​ພາກ​ຕາ​ເວັນ​ອອກ​ເຂດ​ບາ​ໂຄ ໄດ້​ພາ​ກັນ​ໜີ​ຈາກ​ບ້ານ. ມີ​ກຳ​ລັງ​ທະ​ຫານ ປະ​ຈຳ​ການ​ຢູ່ 80 ບ້ານ ໄດ້​ເຣີ່ມ​ບຸກ​ທະ​ລາຍ​ໝູ່​ບ້ານ ໃນ​ວັນ​ທີ 9 ມີ​ນາ ອີງ​ຕາມຂໍ້​ມູນ​ຈາກແມ່​ຍິງ​ຄົນ​ນຶ່ງ ທີ່​ຖືກ​ບັງ​ຄັບ​ໃຫ້​ໜີ​ຈາກ​ບ້ານ.

ແມ່​ຍິງ​ຄົນນັ້ນ ໄດ້​ກ່າ​ວ​ວ່າ:

“ທະ​ຫານ​ພະ​ມ້າ ໄດ້​ເຂົ້າ​ມາ​ບຸກ​ທະ​ລາຍ ​ບ້ານ ຕຸງ​ລວງ, ບ້ານ​ເວງ, ບ້ານ ບໍ ກາ ຕາ, ປາ ເດ ກໍ, ນາຍອງ ປິນ ຈີ ແລະ ບ້ານ​ອື່ນໆ ແລະ ໄດ້​ຍິງ​ປືນ​ໃຫຍ່ໃສ່​ຊາ​ວບ້ານ ແລະ ເຮັດ​ໃຫ້​ມີ​ຜູ້​ເຄາະ​ຮ້າຍ.”

ລາວ ກ່າວ​ວ່າ ໃນ​ຂະ​ນະ​ທີ່​ກຳ​ລັງ​ລົມ​ກັນ​ຢູ່ ມີ​ປະ​ຊາ​ຊົນ​ທີ່​ໜີ​ຈາກ​ບ້ານ ແລະ ພວກ​ທະ​ຫານ​ລຽງ​ໜ້າ​ກັນ​ເຂົ້າ​ມາໝູ່​ບ້ານ ແລະ ຍິງ​ປືນ​ໃຫຍ່​ໃສ່​ໝູ່​ບ້ານ.

ແມ່​ຍິງ​ຄົນ​ນີ້ ກ່າວ​ວ່າ:

“ບໍ່​ຮູ້​ວ່າ ມີ​ປະ​ຊາ​ຊົນ​ຫຼາຍ​ປານ​ໃດ ຖືກ​ສັງ​ຫານ ຫຼື ບາດ​ເຈັບ ຈາກ​ປືນ​ໃຫຍ່​ຂອງ​ພະ​ມ້າ ຍ້ອນ​ວ່າ ປະ​ຊາ​ຊົນ ບໍ່​ກ້າ​ກັບ​ບ້ານ.”

ປະ​ຊາ​ຊົນ​ພາ​ກັນໄປ​ຢູ່ ຄ້າຍ​ອົບ​ພະ​ຍົບຢູ່​ ບໍ​ຣິ​ເວນ​ວັດ ຢູ່​ເມືອງ ສະ​ເວຈິນ. ມີ​ການ​ຍິງ​ປະ​ທະ​ກັນ ລະ​ຫວ່າງ ທະ​ຫານ​ພະ​ມ້າ ແລະ ທະ​ຫານກອງ​ກຳ​ລັງ​ແຫ່ງ​ຊາຕກະຫ​ຣ່ຽງ ຢູ່​ເມືອງ ສະ​ເວ​ຈິນ ແຕ່​ວ່າ ບໍ່​ມີ​ຝ່າຍ​ໃດ​ອອ​ກະ​ຖແລງ​ການ ໃນ​ການ​ປະ​ທະ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ຕີນ ອູ ໂຄ​ສົກ ເຂດບາ​ໂຄ ໄດ້​ປະ​ຕິ​ເສດ​ ກໍ​ຣະ​ນີ​ທີ່​ຊາວ​ບ້ານ ຖືກ​ບັງ​ຄັບ​ໜີ​ອອກ​ຈາກ​ບ້ານ. ອີງ​ຕາມ​ຂໍ້​ມູນ​ຈ​າກ ​ສະ​ຫະ​ປະ​ຊາ​ຊາຕ ໃນ​ວັນ​ທີ 27 ກຸມ​ພາ, ມີ​ປະ​ຊ​າ​ຊົນ 1.6 ລ້ານ​ຄົນ ໄດ້​ກາຍ​ເປັນ​ຄົນ​ອົບ​ພະ​ຍົບ ໃນ​ພະ​ມ້າ ໃນ​ນັ້ນ 1.3 ລ້ານ​ຄົນ ຖືກ​ບັງ​ຄັບ ​ໃຫ້​ໜີ​ຈາກ​ບ້ານ ຍ້ອນ​ຄວາມ​ຂັດ​ແຍ່ງ ແລະ ຄວາມບໍ່​ແນ່ນອນ ຫຼັງ​ຈາກ​ທີ່​ທະ​ຫານ​ພະ​ມ້າ ​ເຂົ້າ​ມາ​ຢຶດ​ອຳ​ນາດ ໃນ​ວັນ​ທີ 1 ກຸມ​ພາ 2021. ທະ​ຫານ​ພະ​ມ້າ ໄດ້​ສັງ​ຫານປະ​ຊາ​ຊົນ 21 ຄົນ ລວມ​ມີ​ພຣະ​ສົງ 3 ອົງ ໃນ​ການ​ເຂົ້າ​ມາ​ບຸກ​ທະ​ລາຍ​ວັດ ຢູ່ ຣັ​ຖ​ສານ ອີງ​ຕາມ​ຂໍ້​ມູ​ ຈາກກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນຢູ່​ຣັ​ຖ​ກະຫ​ຣ່ຽງ ແລະ ປາໂອ. ຢູ່​ໃນ​ຖ​ແລງ​ການອອກ​ມາ​ ໃນ​ວັນ​ທິດ ໄດ້​ລະ​ບຸ​ວ່າ ທະ​ຫານ​ພະ​ມ້າ ໄດ້​ກວາດ​ລ້າງ ບ້ານ​ນ້ຳ​ເນນ ທີ່​ຕັ້ງ​ຢູ່​ຫ່າງ​ຈາກ ນະ​ຄອນ​ຫລວງ​ ເນ​ປິ​ດໍ ໄປ​ທາງ​ພາກ​ຕາ​ເວັນ​ອອກ 50 ກິ​ໂລ​ແມັດ.

ເຈົ້າ​ໜ້າ​ທີ່​ຖ​ແລງ​ຂ່າວ ຈາກ​ກຸ່ມກອງ​ກຳ​ລັງ​ ປົກ​ປ້ອງ​ປະ​ຊາ​ຊົນ​ ຣັ​ຖ​ກະ​ຫຣ່ຽງ ທີ່​ເຂົ້າ​ມາ​ຮອດ​ເຂດ​ດັ່ງ​ກ່າວ ຫຼັງ​ຈາກ ທີ່​ຊາວ​ບ້ານ​ຖືກ​ສັງ​ຫານ​ແລ້ວ, ໄດ້​ກ່າວ​ວ່າ:

“ຜູ້​ເຄາະ​ຮ້າຍ ​ສ່ວນ​ຫຼາຍ ຖືກ​ຍິງ​ໃສ່​ຫົວ”.

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ວ່າ:

“ພ​ວກ​ເຮົາ​ສາ​ມາດ​ຢືນ​ຢັນວ່າ ທະ​ຫານ​ພະ​ມ້າ ເຂົ້າ​ໄປ​ໃນ​ໝູ່​ບ້ານ ພວກ​ເຮົາ​ຢືນ​ຢັນ​ວ່າ ປະ​ຊາ​ຊົນຖືກ​ສັງ​ຫານ ທັງ​ໝົດ​ຖືກ​ຍິງ​ເສັຽ​ຊີ​ວິດ. ຂ້ອຍ​ຄິດ​ວ່າ ທະ​ຫານ​ພະ​ມ້າ​ທັງ​ໝົດ ມາ​ຈາກກອງ​ທັບ​ພາກ 66.”

ທ່ານ​ກ່າວ​ວ່າ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ໄດ້​ເອົາ​ສົບ​ຜູ້​ເສັຽ​ຊີ​ວິດ ​ໄປ​ສັນ​ນະ​ສູດ​ອັດ​ຕະ​ລັກ.

ທ່ານ ລິນ ລິນ ເຈົ້າ​ໜ້າ​ທີ່ຖ​ແລງ​ຂ່າວ ປະ​ຈຳ​ສະ​ຫະ​ພັນ​ ກູ້​ຊາຕກະຫ​ຣ່ຽງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ທະ​ຫານ​ພະ​ມ້າ ໄດ້​ມາ​ປະ​ຈຳ​ຢູ່​ບ້ານ ພາ ຢາ ຕາ ອາງ ໄດ້​ເຂົ້າ​ໄປ​ໝູ່​ບ້ານ ນ້ຳ​ເວນ ຈາກ​ພາກ​ຕາ​ເວັນ​ອອກ ແລະ ເຣີ່ມ​ຍິງ​ປືນ​ໃສ່​ໝູ່​ບ້ານ ເວ​ລາ 5 ໂມງ​ເຊົ້າ ໃນ​ວັນ​ທີ 11 ມີ​ນາ ແລະ ສົບ​ຜູ້​ເສັຽ​ຊີ​ວິດຖືກ​ພົບ​ເຫັນ ໃນ​ຕອນ​ສວາຍ​ຕໍ່​ຂອງມື້​ຕໍ່​ມາ. ທ່ານ ກ່າວ​ວ່າ ພວກ​ເຮົາ​ໄດ້​ຍິນ​ສຽງ​ ປະ​ຊາ​ຊົນ​ຮ້ອງ​ໄຫ້ ຂໍ​ຊີ​ວິດ ໃນ​ຕອນ 7 ໂມງ​ແລງ ແລະ ໃນ​ວັນ​ທີ 11 ຕໍ່​ມາ ພ​ວກ​ເຮົາ​ໄດ້​ຍິນ​ສຽງ​ປືນ. ພວກ​ເຮົາ​ບໍ່​ຄິດ​ວ່າ ທະ​ຫານ​ພະ​ມ້າ ຈະ​ຂ້າ​ປະ​ຊາ​ຊົນ​ຫຼາຍ​ປານນີ້. ພວ​ກ​ເຮົາ​ເຫັນ​ສົບ​ຜູ້​ເສັຽ​ຊີ​ວິດ ທີ່​ພວກ​ທະ​ຫານ​ພະ​ມ້າ ໄດ້​ເອົາ​ມາ​ກອງ​ໄວ້ ເຊິ່ງ​ສົບ​ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ​ເລືອດ ເຂົາ​ເຈົ້າ​ຖືກ​ຍິງ​ໃສ່​ຫົວ.

ມີ​ປະ​ຊາ​ຊົນ​ປະ​ມານ 1,400 ຄົນ ຢູ່​ບ້ານນ້ຳ​ເນນ ແລະ ພື້ນ​ທີ່​ໃກ້​ຄຽງ ໄດ້​ພາ​ກັນ​ໜີ​ອອກ​ຈາ​ກ​ບ້ານ​ເຮືອນ​ຂອງ​ຕົນ​ເອງ ແລະ ໄດ້​ໄປ​ພັກ​ຢູ່ນຳ​ຍາດ​ພີ່​ນ້ອງ ຢູ່​ບ້ານ​ອື່ນ ຫຼື ຢູ່​ວັດ. ເຈົ້າ​ໜ້າ​ທີ່​ບັນ​ເທົາ​ທຸກ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

“ປະ​ຊາ​ຊົນ ໝົດ​ບ້ານ ​ຕ້ອງ​ພາ​ກັນ​ໜີ​ໄປ ​ຢູ່​ບ່ອນ​ປອດ​ໄພ.”

ປ​ະ​ຊາ​ຊົນ​ກ່າວ​ວ່າ ທະ​ຫານ​ພະ​ມ້າ ໂຈມ​ຕີ​ທາງ​ອາ​ກາດ 5 ຄັ້ງ ໃນ​ເຂດ​ດັ່ງ​ກ່າວ ໃນ​ວັນ​ທີ 11 ມີ​ນາ ແລະ ໄດ້​ເຜົາ​ບ້ານ​ເຮືອນ​ຂອງ​ ປະ​ຊາ​ຊົນ ປະ​ມານ 60 ຫຼັງ ໃນ​ຕອນ​ເຊົ້າ​ມື້​ຕໍ່​ມາ. ທ່ານ ຂຸນ ເບັນ​ຈາ​ມິນ ໂຄ​ສົກກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຣັ​ຖ​ ປາ ອູ ໄດ້​ກ່າວ​ວ່າ ໃນ​ຈຳ​ນວນ​ຜູ້​ທີ່​ຖືກ​ສັງ​ຫານ ຈາກ​ທະ​ຫານ​ພະ​ມ້າ ເປັນພ​ຣະ​ສົງ ລວມ​ທັງ ເຈົາ​ອາ​ທິ​ການ​ວັດ ລວມ​ທັງ​ມີແມ່​ຍິງ ອາ​ຍຸປະ​ມານ 20 ປີ ແລະ ຜູ້​ຊາຍອີກ 17 ຄົນ.

ໂຄ​ສົກກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຣັ​ຖ​ປາອູ ກ່າວ​ຕື່ມ​ວ່າ ພວກ​ເຮົາ​ໄດ້​​ພົບລູກ​ປືນ​ ຂ​ນາດ 5.56 ມມ ແລະ ກະ​ສອບ​ລູກ​ປືນ ທີ່​ຖືກ​ໃຊ້​ໃນ​ການ​ສັງ​ຫານ​ໝູ່ ເຊິ່ງ​ມີ​ເຄື່ອງ​ໝາຍ​ວ່າ Ka Pa Sa ເຊິ່ງ​ເປັນ​ສັນ​ຍາ​ລັກ ​ຂອງອາ​ວຸດ​ຂອງ​ທະ​ຫານ​ພະ​ມ້າ ທີ່​ຜ​ລິດ​ໂດຍໂດຍໂຮງ​ງານ ຜ​ລິດ​ອາ​ວຸດ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ພະ​ມ້າ, ຢູ່​ບໍ​ລິ​ເວນ​ວັດ ພວກ​ເຮົາ​ໄດ້​ພົບລູກ​ປືນ​ຄົກ ທີ່​ພວກ​ທະ​ຫານ​ພະ​ມ້າ​ ໄດ້​ນຳ​ໃຊ້ ເພື່ອ​ເພື່ອ​ເບີກ​ທາງ​ ໃຫ້​ມີ​ການ​ບຸກ​ໂຈມ​ຕີ​ ທາງ​ພາກ​ພື້​ນ​ດິນ. ທ່ານ ເບນ ຈາ ມິນ ໄດ້​ກ່າວ​ວ່າ ໄດ້​ພົບ​ສົບ​ຜູ້​ເສັຽ​ຊີ​ວິດ​ເພີ່ມ​ເຕີມ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ ​ຂອງ​ໝູ່​ບ້ານ ແລະ ພວກ​ເຮົາ​ພະ​ຍາ​ຍາມ​ ຈະ​ສັນ​ນະ​ສູດ​ສົບ​ເຂົາ​ເຈົ້າ, ຜູ້​ຖືກ​ເຄາະ​ຮ້າຍ​ທັງ​ໝົດ ພາ​ກັນໄປ​ລີ້​ຢູ່​ຫ້ອງ​ໃຕ້​ດິນ ພາຍ​ໃນ​ວັດ ແລະ ພວກ​ທະ​ຫານ​ພະ​ມ້າ​ພົບ​ພວກ​ເຂົາ ແລ້ວ​ນຳ​ເຂົາ​ເຈົ້າ​ ມາ​ຢູ່​ຕໍ່​ໜ້າ​ວັດ ກ່ອນ​ທີ່​ຈະ​ກະ​ທຳ​ການ​ສັງ​ຫານ ອີງ​ຕາມ​ຂໍ້​ມູນ ​ຈາກ​ທ່ານ​ເບ​ນ​ຈາ​ມິນ.

ທະ​ຫານ​ພະ​ມ້າ ໄດ້​ບຸກ​ທະ​ລາຍ ສະ​ມາ​ຊິກ​ສັນ​ນິ​ບາດ ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ໃຫ້​ສານ​ຕັດ​ສິນ ​ຈຳ​ຄຸກ​ຕ​ລອດ​ຊີ​ວິດ ສະ​ມາ​ຊິກ​ພັກ​ຫຼາຍ​ຄົນ ຢູ່ ເຂດ​ພາກ​ໃຕ້​ຂອງ​ຣັ​ຖ​ສານ. ສານພະ​ມ້າ ໄດ້ຕັດ​ສິນ​ປະ​ຫານ​ຊີ​ວິດ ທ່ານ ເພກອ​ນ ແລະ ທ່ານ ເມືອງເຢັນ ແລະ ທ່ານ ໂຈ​ເຊບ ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸສຫຼື Human Rights Watch ປະຈໍາອາເຊັຽ ຕາເວັນອອກ ສຽງໃຕ້ ກ່າວຕໍ່ ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ວ່າ:

“ພວກ​ເຮົາ​ຈະ​ເຫັນ​ວ່າ ບໍ່​ມີ​ການ​ເຄົາ​ຣົບ​ສິດ​ທິ​ມະ​ນຸສ ໃນ​ພະ​ມ້າ ນັບ​ແຕ່​ມີ​ການ​ ຣັ​ຖ​ປະ​ຫານ. ດ້ວຍ​ຄວາມ​ສັດ​ຈິງ ທ່ານ ຈະ​ຄິດ​ພາບ​ເຫັນ​ເລີຍ​ວ່າ ມັນ​ເປັນ​ສະ​ຖາ​ນະ ​ການ​ທີ່​ບໍ່​ດີ ທີ່​ທະ​ຫານກໍ່​ອາ​ຊຍາ​ກັມ ຕໍ່​ປະ​ຊາ​ຊົນ​​ໂຕ​ເອງ.”

ນອກ​ຈາກນີ້, ສານ​ທະ​ຫານ​ພະ​ມ້າ ຢູ່​ພາກ​ເໜືອ​ເຂດ​ຣັ​ຖສະ​ກາງ ໄດ້​ສັ່ງຕັດ​ສິນຈຳ​ຄຸກ ຜູ້​ຍິງ​ຊາວ​ພະ​ມ້າ 9 ຄົນ ເປັນ​ເວ​ລາ 12 ປີ ຍ້ອນ​ພວກ​ເຂົາ​ຖືກ​ກ່າວ​ຫາ​ວ່າ ເປັນ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDF.

ກຸ່ມກອງ​ກຳ​ລັງ​ ປົກ​ປ້ອງ​ປະ​ຊາ​ຊົນ ຖືກ​ຈັດ​ຕັ້ງ​ຂຶ້ນ ໂດຍ​ປະ​ຊາ​ຊົນ​ພະ​ມ້າ ເພື່ອ​ຕໍ່​ຕ້ານ​ກຸ່ມ​ທະ​ຫານ​ ພະ​ມ້າ​ທີ່ຣັ​ຖ​ປະ​ຫານ​ຍຶດ​ອຳ​ນາດ ​ຈາກ​ຣັ​ຖ​ບານ​ພະ​ມ້າ​ທີ່​ມາ​ຈາກ​ ການ​ເລືອ​ກ​ຕັ້ງໃນ​ເດືອນ​ກຸມ​ພາ 2021 ທີ່​ຜ່ານ​ມາ. ບັນ​ດາ​ຜູ້​ຍິງ​ທັງ 9 ຄົນຖືກ​ດຳ​ເນີນ​ຄະ​ດີ ພາຍ​ໃຕ້ກົດ​ໄອ​ຍະ​ການ​ເສິກ ຂອງ​ທະ​ຫານ​ພະ​ມ້າ ໂດຍ​ສານ​ທະ​ຫານ​ພະ​ມ້າ ແລະ ເຂົາ​ເຈົ້າ​ຖືກຕັດ​ສິນ​ຈຳ​ຄຸກ ໃນ​ເດືອນຕຸ​ລາ 2022 ທີ່​ຜ່​ານ​ມາ ອີງ​ຕາມແຫຼ່ງ​ຂ່າວ ທີ່​ໃກ້​ຊິດຄ້າຍ​ຄຸມ​ຂັງ ແລະ ເຈົ້າ​ໜ້າ​ທີ່​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ. ຂໍ້​ມູນ​ດັ່ງ​ກ່າວ ຕ້ອງ​ໃຊ້​ເວ​ລາ 1 ເດືອນ ກ່ອນ​ທີ່​ຈະ​ມີ​ການ​ເຜີຍ​ແຜ່ ຍ້ອນ​ວ່າ ເຈົ້າ​ໜ້າ​ທີ່ທະ​ຫານ​ພະ​ມ້າ ບໍ່​ໄດ້​ແຈ້ງ​ໃຫ້​ຄອບ​ຄົວ ຜູ້​ທີ່​ຖືກ​ສັ່ງ​ຈຳ​ຄຸກ​ຮັບຮູ້. ຜູ້​ຍິງ​ທີ່​ຖືກ​ສານ​ຕັດ​ສິນທັງໝົດ ມີ​ອາ​ຍຸ​ປະ​ມານ 20 ປີ ເຂົາ​ເຈົ້າ​ໄດ້​ຖືກ​ຈັບ​ໂຕ ໃນ​ເວ​ລາ​ທີ່ທະ​ຫານ​ພະ​ມ້າ ໄດ້​ບຸກ​ລະ​ທາຍຄ້າຍ ​ຂອງ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຢູ່​ເມືອງ​ກາ​ເລ ໃນ​ວັນ​ທີ 16 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ ເຊິ່ງ​ເຂົ້າ​ເຈົ້າ​ຖືກ​ຄຸມ​ ຂັງ​ຢູ່​ໃນ​ຄຸກ​ເມືອງ​ກາ​ເລ. ພວກ​ເຂົາ​ແຕ່​ລະ​ຄົນ​ ໄດ້​ຮັບ​ໂທດຈຳ​ຄຸກ 2 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 505 ແລະ ອີກ 10 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 50 ຂອງ​ກົດ​ໝາຍຕ້ານ ​ການກໍ່​ການ​ຮ້າຍ ຂອງ​ທະ​ຫານ​ພະ​ມ້າ. ເຈົ້າ​ໜ້າ​ທີ່​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ:

“ແມ່​ຍິງ​ເຫຼົ່າ​ນັ້ນ ບໍ່​ໄດ້​ໂທດ​ໜັກ ແຕ່ ເຂົາ​ເຈົ້າ​ກໍ​ຖືກ​ບັງ​ຄັບ​ ໃຫ້ເຮັດ​ວຽກ​ຢູ່​ໃນ​ຄຸກ.”

ທ່ານ ກ່າວ​ຕື່ມ​ອີກວ່າ:

“ແມ່​ຍິ່ງ​ເຫຼົ່າ​ນັ້ນ ທີ່​ຢູ່​ໃນ​ຄຸກ ຍັງ​ມີ​ສຸ​ຂ​ພາບ​ທີ່​ດີ ເຂົາ​ເຈົ້າ​ເຮັດ​ວຽກ​ຕາມ​ທີ່​ເຈົ້າ​ໜ້າ​ທີ່​ສັ່ງ ໂດຍ​ເຂົາ​ເຈົ້າ​ເຮັດ​ວຽກ​ຕັດ​ຫຍິບ.”

ແມ່​ຍິງ​ທີ່​ຖືກ​ຈັບ​ນັ້ນ ຊື່​ວ່າ ລາ ຕັນ ຫວີ, ມາ ສອນ ດວງ, ຄາ​ ລອນ ສານ, ລາ ມອມ ຄາມ, ວັນ​ ລາ ລອນ, ມາ​ ລາ ປຽນ ເປວ, ຊາມ ຊູ ຊາ ອຳ, ແມນ ລຳ ດິມ, ນິ ອອງ ດອນ ກິ​ອຽນ.

ນາງ ລາ ຕັນ ຫວີ ໄດ້​ບອກ​ຄອບ​ຄົວ​ຂອງ​ລາວ ວ່າ ຜູ້ຍິງ​ທັງ​ໝົດ ຖືກ​ທະ​ຫານ​ພະ​ມ້າ​ຈັບ​ໂຕ​ໄປ ເປັນ​ເວ​ລາ ເກືອບ 5 ເດືອນ. ໃນ​ເວ​ລາ​ນັ້ນ, ເຂົາ​ເຈົ້າ​ບໍ່​ສາ​ມາດ​ຕິດ​ຕໍ່​ຫາ​ໃຜ​ໄດ້ ຢູ່ນອກ​ຄຸກ. ຕໍ່​ມາ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຕິດ​ຕໍ່​ຫາ​ຄອບ​ຄົວ ແຕ່ວ່າ ບໍ່​ອະ​ນຸ​ຍາດ​ໃຫ້​ບອກ​ຄອບ​ຄົວ​ວ່າ ເຂົາ​ເຈົ້າ​ຖືກ​ສານ​ຕັດ​ສິນ​ຕອນ​ໃດ ເຊິ່ງ​ຂໍ້​ມູນ​ດັ່ງ​ກ່າວ ຫາກໍ່​ຖືກ​ຮັບ​ຮູ້​ໃນ​ເດືອນພຶ​ສ​ຈິ​ກາ ທີ່​ຜ່ານ​ມາ ໂດຍ ຜ່ານ​ທະ​ນາຍ​ຄວາມ ແລະ ເຈົ້າ​ໜ້າ​ທີ່​ຄຸກ. ຜູ້​ເປັນ​ພໍ່​ຂອງ​ນາງ ລາ ຕັນ ຫວີ ໄດ້​ກ່າ​ວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ​ວ່າ:

“ໄດ້​ຮັບ​ການ​ຕິດ​ຕໍ່​ມາ​ ຫຼື​ ຈາ​ກ​ທີ່​ລູກ​ສາວ​ ຂອງ​ຕົນທີ່ຖືກ​ຈັບ​ໄດ້​ເປັນ​ເວ​ລາ 5 ເດືອນ​ປາຍ. ລູກ​ສາວ​ຂອງ​ຕົນ ຖືກ​ທະ​ຫານ​ພະ​ມ້າ​ສອບ​ສ​ວນ ແລະ ບໍ່​ຮູ້​ວ່າລາວ​ດຳ​ລົງ​ຊີ​ວິດ​ແນວ​ໃດ. ປັ​ດ​ຈຸ​ບັນ ໄດ້​ສົ່ງ​ເຄື່ອງ​ຂອງ​ທີ່​ລາວ​ຕ້ອງ​ການ​ທຸກໆ 2 ເດືອນ. ກຳ​ລັງ​ລໍ​ຖ້າ​ການ​ກັບ​ມາ ​ຂອງ​ລູກ​ສາວ.”

ພໍ່​ຂອງ​ລາວ ໄດ້​ກ່າວ​ຕື່ມ​ອີກວ່າ ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ ​ຈ້າງ​ທະ​ນາຍ​ຄວາມ, ບໍ່​ມີ​ສິດ​ທີ່​ຈະ​ເຂົ້າ​ຮັບ​ຟັງ​ການຕັດ​ສິ​ນ​ຂອງ​ສານ ແລະ ເຈົ້າ​ໜ້າ​ທີ່ບໍ່​ໄດ້​ແຈ້ງ​ໃຫ້​ຮູ້​ ເຖິງ​ການ​ຕັດ​ສິນ ຈະ​ໄດ້​ຮັບ​ຜູ້​ກໍ​ພຽງ​ແຕ່ ໄດ້​ຮັບ​ຂໍ້​ມູນ​ຈາກ​ເຟ​ສ​ບຸກ​ເທົ່າ​ນັ້ນ.

ມີ​ຜູ້​ຍິງ​ຢູ່​ພະ​ມ້າ ຖືກ​ສັງ​ຫານ​ທັງ​ໝົດ 370 ຄົນ, 3,000 ປາຍ​ຄົນ ຖືກ​ຈັບ, ແລະ 127 ຄົນ ຖືກ​ທະ​ຫານ​ພະ​ມ້າ​ຂົ່ມ​ຂືນ ນັບ​ຕັ້ງ​ທະ​ຫານ​ພະ​ມ້າ​ເຂົ້າ​ມາ​ຍຶດ​ອຳ​ນາດ ໃນ​ເດືອນ​ກຸມ​ພາ 2021 ທີ່​ຜ່ານ​ມາ ອີງ​ຕາມ​ຖ​ແລງ​ການ​ ຂອງ​ຣັ​ຖ​ບານແຫ່ງ​ຊາຕ ​ຂອງ​ພະ​ມ້າ ທີ່​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ ກັບ​ຝ່າ​ຍ​ທະ​ຫານ​ພະ​ມ້າ ​ທີ່​ຍຶດ​ອຳ​ນາດ.