ກຸ່ມທະຫານພະມ້າຍັງຍຶດ ເອົາດິນ ຊາວບ້ານ


2013.12.18
F-burma ຊາວນາໃນພະມ້າ ທີ່ຕ້ອງເສັຽໄຮ່ນາ ໃຫ້ກັບກຸ່ມ ກອງທັບພະມ້າ ທີ່ແຮງຍຶດເອົາທີ່ດິນ ຂອງປະຊາຊົນ ຫລາຍຂື້ນ
RFA

 

ຄນະກັມມາທິການສິດທິມະນຸດເອເຊັຍຣາຍງານວ່າ ໃນຣະຍະນຶ່ງປີທີ່ຜ່ານມາກອງທັບພະມ້າແຮງຍຶດເອົາທີ່ດິນ ຂອງປະຊາຊົນຫລາຍຂື້ນແທນ ທີ່ຈະສົ່ງຄືນຕາມກົດໝາຍທີ່ຣັຖບານໃໝ່ໄດ້ວາງອອກ. ນາຍທະຫານ ແລະເຈົ້າໜ້າທີ່ຂັ້ນສູງຜູ້ມີອິດທິພົນ ສົມຮູ້ຮ່ວມຄິດກັນໃຊ້ເອກສານປອມ ເພື່ອຍຶດຂັບໄລ່ປະຊາຊົນ ອອກຈາກບ່ອນຢູ່ ແລະບ່ອນທຳມາຫາກິນ. ການຍຶດທີ່ດິນທີ່ຮ້າຍແຮງກວ່າໝູ່ ກໍແມ່ນ ທະຫານໄດ້ຍຶດເອົາ ບ້ານນຶ່ງ ໝົດບ້ານໃກ້ໆກັບ ນະຄອນຢ້າງກຸ້ງ ເມືອງຫລວງເກົ່າແລະກໍເປັນເມືອງ ທີ່ໃຫຍ່ທີ່ຂອງພະມ້າ.

ຕອນທີ່ສອງ ບໍຣິສັດຂຸດຄົ້ນບໍ່ແຮ່ຂອງຈີນ ໄດ້ຂຍາຍການຂຸດຄົ້ນໄປກວມເອົາດິນ ຂອງປະຊາຊົນຢູ່ພາກເໜືອໃກ້ໆ ກັບເຂດຊາຍແດນຈີນ. ຢູ່ ພາກໃຕ້ຕຳຣວດກໍຍຶດດິນ ຂອງປະຊາຊົນຫລາຍບ່ອນເຊັ່ນກັນ. ຄນະກັມມາທິການ ສິດທິມະນຸດເອເຊັຍ ຣາຍງານອີກວ່າ ບໍ່ພຽງແຕ່ຍຶດທີ່ດິນ ເທົ່ານັ້ນ ທະຫານຍັງຈັບແລະກັກຂັງຊາວບ້ານ ທີ່ປະທ້ວງແລະຂັດຄ້ານການຍຶດທີ່ດິນດັ່ງກ່າວ.

ຣັຖບານພົລເຮືອນຂອງພະມ້າ ປະກາດຢູ່ເລື້ອຍໆວ່າ ຈະປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນຢ່າງເຄັ່ງຄັດ ເພື່ອປົກປັກຮັກສາສິດທິທີ່ດິນຂອງ ປະຊາຊົນ ແຕ່ໃນພາກປະຕິບັດຕົວຈິງ ຕົງກັນຂ້າມ ນາຍທະຫານ ເຈົ້າໜ້າທີ່ຂັ້ນສູງຂອງຣັຖບານ ແລະ ນາຍທຶນຕ່າງປະເທດ ຍັງຍຶດເອົາທີ່ ດິນ ຂອງປະຊາຊົນຢ່າງຫລວງຫລາຍຢູ່ຄືເກົ່າ.

ໃນເມື່ອຣັຖບານບໍ່ຕໍ່ສູ້ເພື່ອສິດທິຜົນປໂຍດຂອງພວກເຂົາ ປະຊາຊົນພະມ້າຢູ່ພາກເໜືອໄດ້ປະຊຸມກັນ ເມື່ອວັນອັງຄານທີ່ຜ່ານມາເພື່ອຮຽກຮ້ອງ ໃຫ້ຣັຖບານໂດຍສະເພາະທະຫານ ໃຫ້ສົ່ງທີ່ດິນກັບຄືນໃຫ້ພວກເຂົາເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.