ທະຫານພະມ້າ ຈັບສະມາຊິກ ສະພາ ພ້ອມຄອບຄົວ

ທ່ານ ວິນ ວິນ ອະດີດ ສະມາຊິກສະພາ ແຫ່ງຊາຕພະມ້າ ທີ່ສັງກັດພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ.
ທ່ານ ວິນ ວິນ ອະດີດ ສະມາຊິກສະພາ ແຫ່ງຊາຕພະມ້າ ທີ່ສັງກັດພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ. (ນັກຂ່າວ ພົລເມືອງ)

0:00 / 0:00

ທະ​ຫານ​ພະ​ມ້າ ໄດ້​ຈັບ​ໂຕ ທ່ານ ວິ​ນ ວິນ ອະ​ດີດ ສະ​ມາ​ຊິກ​ສະ​ພາ​ ແຫ່ງ​ຊາຕພະ​ມ້າ ທີ່​ສັງ​ກັດ​ພັກ​ສັນ​ນິ​ບາດ​ ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ຄອບ​ຄົວ​ຂອງ​ລາວ ອີງ​ຕາມ​ຂໍ້​ມູນຈາກໝູ່​ເພື່ອນ​ຂອງ​ຄົນ​ໃນ​ຄອບ​ຄົວ. ທ່ານ ວິນ ວິນ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນ​ຜູ້​ແທນ​ຣາ​ສດອນ ຢູ່​ເມືອງ ມິນ​ບູ ໃນ​ປີ 2015 ແລະ ທ່ານ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນ​ສ​ມັຍ​ທີ​ 2 ໃນ​ປີ 2020. ທ່ານ ຖືກ​ຈັບ ພ້ອມ​ດ້ວຍ​ເມັຽ ແລະ ລູກ​ອີກ 3 ຄົນ ໃນ​ຕອນ​ເຊົ້າ​ວັນ​ທິດ ທີ່ເຮືອນ​ຂອງ​ພີ່​ນ້ອງ ຢູ່​ເມືອງປະ​ວິນ​ຢູ່​ ຂອງ​ພະ​ມ້າ ເຊິ່ງ​ເປັນ​ບ່ອນ​ທີ່ ທ່ານ ໄດ້​ຫຼົບ​ຊ້ອນ​ໂຕ​ ນັບ​ຕັ້ງ​ແຕ່ ທະ​ຫານ​ພະ​ມ້າເຂົ້າ​ມາ​ຍຶດ​ອຳ​ນາດ ຈາກ​ພັກ​ສັນ​ນິ​ບາດ ແຫ່ງ​ຊາຕ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ໃນ​ວັນ​ທີ 1 ກຸມ​ພາ 2021.

ໝູ່​ເພື່ອນ ຂອງ​ຄົນ​ໃນ​ຄອບ​ຄົວ​ລາວ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ພວກທະ​ຫານ​ໄດ້​ຈັບທ່ານ ໃນ​ຕອນ​ເຊົ້າ​ຕູ່ ພວກ​ເຮົາ​ບໍ່​ຮູ້​ວ່າ ພວກ​ທະ​ຫານ​ເອົາ​ໂຕທ່ານ​ໄປ​ໄວ້​ໃສ. ຂ້ອຍ​ເຂົ້າ​ໃຈ​ວ່າ ພວກ​ທະ​ຫານ ​ອອກ​ໝາຍ​ຈັບ​ທ່ານ ຕາມ​ມາ​ຕ​ຣາ​ 505 ຂອງ​ກົດ​ໝາຍ​ອາ​ຍາ ທີ່​ລະ​ບຸ​ຂໍ້​ຫ້າມ ກະ​ທຳ​ທີ່​ຂັດ​ຕໍ່​ເຈົ້າ​ໜ້າ​ທີ່​ຣັ​ຖ ເຊິ່ງ​ມີ​ບົດ​ລົງ​ໂທດ​ ຈຳ​ຄຸກເປັນ​ເວ​ລາ 3 ປີ.

ໝູ່​ເພື່ອນ​ຂອງ​ທ່ານ ​ບໍ່​ມີ​ໃຜ​ຮູ້ວ່າ ທະ​ຫານຍັງ​ຄົງ​ກັກ​ຂັງ ທ່ານ ວິນ ວິນ, ເມັຽ​ຊ​ທີ່​ຊື່​ວ່າ ໂຕ​ໂຕໄຫວ, ແລະ ລູກ​ຊາຍ​ 3 ​ຄົນ ຊື່ ຕັນ​ສິນ​ວິນ ອາ​ຍຸ 17 ປີ, ຢາ​ຕີ​ວິນ ອາ​ຍຸ 13 ປີ ແລະ ພະ​ແຢ​ວິນ ອາ​ຍຸ 3 ປີ ໃນ​ເວ​ລາທີ່​ ພວກ​ທະ​ຫານ​ພະ​ມ້າ ຕັ້ງ​ຂໍ້​ຫາ​ທ່ານ ໃນ​ຂະ​ນະ​ທີ່ ຝ່າຍ​ທະ​ຫານ​ພະ​ມ້າ ບໍ່​ໄດ້ອອກ​ຖ​ແລງ​ການ​ຫຍັງ​ກ່ຽວ​ກັບ ​ການ​ຈັບ​ກຸມ ທ່ານ ວິນ ວິນ.

ນັບ​ຕັ້ງ​ແຕ່​ ມີ​ການ​ຣັ​ຖ​ປະ​ຫານ, ທະ​ຫານ​ພະ​ມ້າ ໄດ້​ສັ່ງ​ຈັບ​ສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາຕ ​ພະ​ມ້າ ຂັງ​ຄຸກ ລວມ​ທັງ​ສະ​ມາ​ຊິກ ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ.

ອີງ​ຕາມກົມ​ສິດ​ທິມະ​ນຸສ ຂອງ​ພັກ​ສັນ​ນິ​ບາດ​ ແຫ່ງ​ຊາຕເພື່ອ​ປະ​ຊາ​ທິ​ປະ​ໄຕ, ມີ​ສະ​ມາ​ຊິກ​ສະ​ພາ ​ແຫ່ງ​ຊາຕ​ພະ​ມ້າ ແລະ ສະ​ມາ​ຊິກ​ພັກ​ສັນ​ນິ​ບາດ ​ແຫ່ງ​ຊາຕ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຖືກ​ຈັບບັບ​ແຕ່​ມີ​ການ​ຣັ​ຖ​ປະ​ຫານ ໃນ​ວັນ​ທີ 1 ກຸມ​ພາ 2021, ແລະ ຍັງ​ມີ​ຣາຍ​ງານ​ອີກວ່າ ສະ​ມາ​ຊິກ​ພັກ 67 ​ຄົນ ລວມ​ທັງ ສ​ະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ 2 ຄົນ ໄດ້​ເສັຽ​ຊີ​ວິຕ ຢູ່​ໃນ​ຄຸກ ໃນ​ເວ​ລາ​ທີ່​ທະ​ຫານ ​ພະ​ມ້າສືບ​ສວນສອບ​ສວນ.

ແຈ້ງ​ການ ​ຂອງ​ທະ​ຫານ​ພະ​ມ້າ ທີ່​ລະ​ບຸ​ວ່າ ທະ​ຫານ​ພ​ະ​ມ້າ ໄດ້​ປ່ອຍ​ໂຕ ​ນັກ​ໂທດ​ຜູ້​ທີ່​ມີ​ຊື່​ສຽງ ​ຫຼາຍ​ຄົນ ລວມ​ທັງ ອະ​ດີດ ​ເອ​ອັກ​ຄະ​ຣາ​ຊ​ທູຕ​ອັງ​ກິດ ແລະ ນັກ​ເສ​ຖ​ສາ​ຕ ​ຊາວອອ​ສ​ເຕຣເລັຽ ເຊິ່ງ​ເປັນ​ຜົ​ລ​ມາ​ຈາກການ​ກົດ​ດັນ ​ຂອງບັນ​ດາ​ປະ​ເທດ​ອາ​ຊ້ຽນ ຍ້ອນ​ວ່າ ຝ່າຍ​ທະ​ຫານ​ພະ​ມ້າ ຊອກ​ທຸກວິ​ທີ ​ເພື່ອ​ໃຫ້​ຊະ​ນະ​ການ​ເລືອກ​ຕັ້ງ ແຫ່ງ​ຊາຕ ທີ່​ຈະ​ມີ​ຂຶ້ນ​ໃນ​ປີໜ້າ.

ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ, ທະ​ຫານ​ພະ​ມ້າ ໄດ້​ກ່າວ​ວ່າ ຈະ​ປ່ອຍ​ໂຕ ທ່ານ ແຊນ​ເທີ​ເນວ ຊາວ​ອອສ​ເຕຣເລັຽ, ທ່ານ ຄູ​ໂບ​ຕ້າ ນັກ​ຂ່າວ​ຍີ່​ປຸ່ນ, ແລະ ບຸກ​ຄົນ​ສຳ​ຄັນ​ ອີກ​ຫຼາຍ​ຄົນ. ນັ້ນ​ເປັນ​ສ່ວນ​ນຶ່ງ ​ຂອງ​ການ​ນິ​ລະ​ໂທດ​ສະ​ກັມ ນັກ​ໂທດ 5,774 ຄົນ ລວ​ມ​ທັງ ນັກ​ໂທດ​ການ​ເມືອງ ເພື່ອ​ສ​ລອງວັນ​ຊາຕ ​ຂອງ​ພະ​ມ້າ.

ທ່ານ ແຊນ​ເທີ​ເນວ ຊາວ​ອອ​ສ​ເຕຣ​ເລັຽ ທີ່​ປຶກ​ສາ​ດ້ານ​ເສ​ຖ​ກິ​ຈ ທີ່​ໃກ້​ຊິດ​ກັບ ​ຍາ​ ນາງ ອອງ ຊານ ຊູ ຈີ ເຊິ່ງ​ຍາ​ນາງ ກຳ​ລັງ​ຖືກ​ກັກ​ຂັງ​ດ່ຽວ​ ຖືກ​ຕັ້ງ​ຫຼາຍ​ຂໍ້​ຫາ ແລະ ຖືກ​ຕັດ​ສິນ​ຈຳ​ຄຸກ 26 ປີ. ທ່ານ ແຊນ​ເທີ​ເນວ ຊາວ​ອອ​ສ​ເຕຣ​ເລັຽ ຖືກ​ສານ​ທະ​ຫານ​ພະ​ມ້າ ​ຕັດ​ສິນ​ຈຳ​ຄຸກ 3 ປີ ຫຼັງ​ຈາກວັນ​ທີ 1 ກຸມ​ພາ 2021 ທີ່​ທະ​ຫານ​ພ​ະ​ມ້າ ຍຶດ​ອຳ​ນາດ, ຍາ​ນາງ ໂບ​ແມນ ອະດີດເອ​ອັກ​ຄະຣາຊ​ທູຕ​ອັງ​ກິດ ພ້ອມ​ດ້ວຍ​ສ​າ​ມີ​ຂອງ​ນາງ ທີ່​ເຮັດ​ວຽກ​ຢູ່​ອົງ​ການ​ຈັດ​ຕັ້ງ ທີ່ບໍ່​ສັງ​ກັດ​ ຣັ​ຖ​ບານ ໄດ້ຖືກ​ທ​ະ​ຫານ​ພະ​ມ້າ​ຈັບ​ໂຕ ໃນ​ເດືອນ ກັນ​ຍາ 2022. ຊາວ​ຕ່າງ​ປະ​ເທດ​ທັງ​ 2 ຖືກ​ສານ​ທະ​ຫານ​ພະ​ມ້າ ຕັດ​ສິນຈຳ​ຄຸກເປັນ​ເວ​ລາ 1 ປີ ໃນ​ຂໍ້​ຫາ​ການ​ເຂົ້າ​ເມືອງ. ຕໍ່​ມາ ສາ​ມີ​ຂອງ​ນັກ​ການ​ທູຕ​ອັງ​ກິດ ຖືກ​ປ່ອຍ​ໂຕ, ສ່ວນ​ວ່າ ທ່ານ ຄູ​ໂບ​ຕ້າ ນັກ​ຂ່າວ​ຍີ່​ປຸ່ນ ຖືກ​ຈັບ​ໃນ ​ເດືອນ​ກໍ​ຣະ​ກະ​ດາ ໃນ​ປີ 2022 ແລະ ຖືກ​ສານຕັດ​ສິນ​ຈຳ​ຄຸກ 7 ປີ.

ສະ​ມາ​ຄົມ​ຊ່ອຍ​ເຫຼືອ ​ນັກ​ໂທດ​ການ​ເມືອງ ທີ່​ມີ​ຫ້ອງ​ການ​ໃຫຍ່ ​ຕັ້ງ​ຢູ່​ປະ​ເທດ​ໄທ​ຍ ໄດ້​ຣາຍ​ງານ​ວ່າ ນັບ​ແຕ່​ທະ​ຫານ​ພະ​ມ້າ ​ເຂົ້າ​ມາ​ຍຶດ​ອຳ​ນາດ​ ເກີດ​ຂໍ້​ຂັດ​ແຍ່ງ​ກັນ ເຮັດ​ໃຫ້ມີ​ເດັກ​ນ້ອຍ​ ພ​ະ​ມ້າ​ເສັຽ​ຊີ​ວິຕແລ້ວ 157 ຄົນ.

ໃນ​ເດືອນ​ພຶ​ສ​ຈິ​ກາ 2022 ທີ່​ຜ່ານ​ມາ, ສານ​ທະ​ຫານ​ພະ​ມ້າ ຢູ່​ພາກ​ເໜືອ​ເຂດ​ຣັ​ຖສະ​ກາງ ໄດ້​ສັ່ງຕັດ​ສິນຈຳ​ຄຸກ ຜູ້​ຍິງ​ຊາວ​ພະ​ມ້າ 9 ຄົນ ເປັນ​ເວ​ລາ 12 ປີ ຍ້ອນ​ພວກ​ເຂົາ​ຖືກ​ກ່າວ​ຫາ​ວ່າ ເປັນ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDFD.

ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຖືກ​ຈັດ​ຕັ້ງ​ຂຶ້ນໂດຍ​ປະ​ຊາ​ຊົນ​ພະ​ມ້າ ເພື່ອ​ຕໍ່​ຕ້ານ​ກຸ່ມ​ທະ​ຫານ​ພະ​ມ້າ​ທີ່ຣັ​ຖ​ປະ​ຫານ​ ຍຶດ​ອຳ​ນາດ​ຈາກ​ຣັ​ຖ​ບານ​ພະ​ມ້າ ​ທີ່​ມາ​ຈາກ​ການ​ເລືອ​ກ​ຕັ້ງໃນ​ເດືອນ​ກຸມ​ພາ 2021 ທີ່​ຜ່ານ​ມາ.

ບັນ​ດາ​ຜູ້​ຍິງ​ທັງ 9 ຄົນຖືກ​ດຳ​ເນີນ​ຄະ​ດີ ພາຍ​ໃຕ້ກົດ​ໄອ​ຍະ​ການ​ເສິກ ຂອງ​ທະ​ຫານ​ພະ​ມ້າ ໂດຍ​ສານ​ທະ​ຫານ​ພະ​ມ້າ ແລະ ເຂົາ​ເຈົ້າ​ຖືກຕັດ​ສິນ​ຈຳ​ຄຸກ ໃນ​ເດືອນຕຸ​ລາ 2022 ທີ່​ຜ່​ານ​ມາ ອີງ​ຕາມແຫຼ່ງ​ຂ່າວ ທີ່​ໃກ້​ຊິດຄ້າຍ​ຄຸມ​ຂັງ ແລະ ເຈົ້າ​ໜ້າ​ທີ່​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ.

ຂໍ້​ມູນ​ດັ່ງ​ກ່າວ ຕ້ອງ​ໃຊ້​ເວ​ລາ 1 ເດືອນ ກ່ອນ​ທີ່​ຈະ​ມີ​ການ​ເຜີຍ​ແຜ່ ຍ້ອນ​ວ່າ ເຈົ້າ​ໜ້າ​ທີ່ທະ​ຫານ​ພະ​ມ້າ ບໍ່​ໄດ້​ແຈ້ງ​ໃຫ້​ຄອບ​ຄົວ ຜູ້​ທີ່​ຖືກ​ສັ່ງ​ຈຳ​ຄຸກ​ຮັບຮູ້.

ຜູ້​ຍິງ​ທີ່​ຖືກ​ສານ​ຕັດ​ສິນ ທັງໝົດ ມີ​ອາ​ຍຸ​ປະ​ມານ 20 ປີ ເຂົາ​ເຈົ້າ​ໄດ້​ຖືກ​ຈັບ​ໂຕ ໃນ​ເວ​ລາ​ທີ່ທະ​ຫານ​ພະ​ມ້າ ໄດ້​ບຸກ​ລະ​ທາຍ ຄ້າຍ​ຂອງ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ຢູ່​ເມືອງ​ກາ​ເລ ໃນ​ວັນ​ທີ 16 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ ເຊິ່ງ​ເຂົ້າ​ເຈົ້າ​ຖືກ​ຄຸມ​ຂັງ ​ຢູ່​ໃນ​ຄຸກ​ເມືອງ​ກາ​ເລ.

ພວກ​ເຂົາ​ແຕ່​ລະ​ຄົນ​ ໄດ້​ຮັບ​ໂທດຈຳ​ຄຸກ 2 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 505 ແລະ ອີກ 10 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 50 ຂອງ​ກົດ​ໝາຍ ຕ້ານ​ການກໍ່​ການ​ຮ້າຍ ຂອງ​ທະ​ຫານ​ພະ​ມ້າ.

ເຈົ້າ​ໜ້າ​ທີ່​ກຸ່ມກອງ​ກຳ​ລັງ​ ປົກ​ປ້ອງ​ປະ​ຊາ​ຊົນ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ ແມ່​ຍິງ​ເຫຼົ່າ​ນັ້ນ ບໍ່​ໄດ້​ໂທດ​ໜັກ ແຕ່ ເຂົາ​ເຈົ້າ​ກໍ​ຖືກ​ບັງ​ຄັບ ​ໃຫ້ເຮັດ​ວຽກ​ຢູ່​ໃນ​ຄຸກ.

ທ່ານ ກ່າວ​ຕື່ມ​ອີກວ່າ ແມ່​ຍິ່ງ​ເຫຼົ່າ​ນັ້ນ ທີ່​ຢູ່​ໃນ​ຄຸກ ຍັງ​ມີ​ສຸ​ຂ​ພາບ​ທີ່​ດີ ເຂົາ​ເຈົ້າ​ເຮັດ​ວຽກ​ຕາມ​ທີ່​ເຈົ້າ​ໜ້າ​ທີ່ ​ສັ່ງ ໂດຍ​ເຂົາ​ເຈົ້າ​ເຮັດ​ວຽກ​ຕັດ​ຫຍິບ.

ແມ່​ຍິງ​ທີ່​ຖືກ​ຈັບ​ນັ້ນ ຊື່​ວ່າ ລາ ຕັນ ຫວີ, ມາ ສອນ ດວງ, ຄາ​ ລອນ ສານ, ລາ ມອມ ຄາມ, ວັນ​ ລາ ລອນ, ມາ​ ລາ ປຽນ ເປວ, ຊາມ ຊູ ຊາ ອຳ, ແມນ ລຳ ດິມ, ນິ ອອງ ດອນ ກິ​ອຽນ.

ທີ່​ຜ່ານ​ມາ, ທະ​ຫານ​ພະ​ມ້າ​ໂຈມ​ຕີ ​ເຂດ​ພົ​ລ​ເຮືອນ ເຮັດ​ໃຫ້​ຊາວ​ບ້ານ 4,000 ປາຍ​ຄົນ ຈາກ 15 ບ້ານ ຢູ່​ເຂດ​ສະ​ກາງ ພາກ​ຕາ​ເວັນ​ອອກສ່ຽງ​ເໜືອ ຂອງ​ພະ​ມ້າ ຕ້ອງ​ໜີ​ອອກ​ຈາກ​ບ້ານ ເພື່ອ​ຫຼົບຄວາມ​ຮຸນ​ແຮງ.

ການ​ໂຈມ​ຕີ​ດັ່ງ​ກ່າວ ເກີດ​ຂຶ້ນ​ເປັນ​ເວ​ລາ 3 ມື້ ແລະ ຍັງ​ສືບ​ຕໍ່​ມາ​ຮອດ​ວັນ​ສຸກ ຢູ່​ເຂດ​ເມືອງ​ສະ​ກາງ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ຂອງ​ພະ​ມ້າ ໂດຍ​ມີ​ທະ​ຫານ​ພະ​ມ້າ​ປະ​ມານ 100 ຄົນ ໄດ້​ຫັນ​ມາ​ໂຈມ​ຕີພົນ​ລະ​ເຮືອນແທນ ເຊິ່ງ​ຂັດ​​ຕໍ່​ຫຼັກການ​ທາງ​ການ​ທະ​ຫານ.

ມີ​ຍົນ​ເຮ​ລິ​ຄອບ​ເຕີ້ຣ໌ 4 ລຳ ໄດ້ໂຈມ​ຕີ​ໝູ່​ບ້ານ ເຮັດ​ໃຫ້​ມີ​ຜູ້​ເສັຽ​ຊີ​ວິຕ 1 ຄົນ ຊື່​ວ່າ ຂິນ ​ເມືອງ​ສານ ແລະ ມີ​ຜູ້​ຍິງ ກັບ ຜູ້​ຊາຍ​ໄດ້​ຮັບ​ບາດ​ເຈັບ.

ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ ​ເສ​ຣີ​ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ:

“ມີ​ຜູ້​ເສັຽ​ຊີ​ວິດ​ຄາ​ທີ່ ແລະ ຜູ້​ຍິງ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ຢູ່​ຂັນ​ໄດ​ບ້ານ ແລະ ລາວ​ກໍ​ໄດ້​ຮັບ​ການ​ຮັກ​ສາ​ຈາກກອງ​ກຳ​ລັງ ​ສະ​ພາ​ທະ​ຫານພະ​ມ້າ. ປະ​ຊາ​ຊົນ​ພາ​ກັນ​ຫຼົບ​ໜີ ບໍ່​ກ້າ​ກັບ​ຄືນ​ບ້ານ ຈົນ​ກະ​ທັ້ງ​ທະ​ຫານ​ພະ​ມ້າ ຈະ​ອອກ​ຈາກ​ບ້ານ​ເຂົາ​ເຈົ້າ​ກ່ອນ. ສະ​ພາບ​ທາງ​ພາກ​ພື້ນ​ດິນ ມີ​ຄວາມ​ອັດ​ຕະ​ຄັດ​ຫຼາຍ.”

ປະ​ຊາ​ຊົນ ກ່າວ​ວ່າ ມີ​ປະ​ຊາ​ຊົນ​ປະ​ມານ 100 ຄົນ ບໍ່​ຍອມ​ໜີ​ຈາກ​ບ້ານ ແລະ ເຂົາ​ເຈົ້າ​ຖືກ​ບັງ​ຄັບ ແລະ ພວກ​ທະ​ຫານ ​ພາ​ກັນ​ມາ​ກວດ​ຂໍ້​ຄວາມ ​ໂທ​ລະ​ສັບ​ເຂົາ​ເຈົ້າ ວ່າ ມີ​ການ​ຕິດ​ຕໍ່​ກັບ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ​ຫຼືບໍ່.

ປະ​ຊາ​ຊົນ ກ່າວ​ວ່າ ຍົນ​ເຮ​ລິ​ຄອບ​ເຕີ້ຣ໌ ຂອງ​ທະ​ຫານ​ພະ​ມ້າ ໄດ້​ຍິງ​ປືນ​ໃສ່​ໝູ່​ບ້ານ ໃນ​ວັນ​ທີ 2 ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ.

ຊາວ​ເມືອງດັ່ງ​ກ່າວ ຕ້ອງ​ຕໍ່​ຕ້ານ​ກັບ​ທະ​ຫານ​ພະ​ມ້າ ທີ່​ຍຶດ​ອຳ​ນາດ​ມາ​ແຕ່ ວັນ​ທີ 1 ກຸມ​ພາ 2021, ໂດຍ ເຂົ້າ​ເຈົ້າ​ມີ​ການ​ຈັດ​ຕັ້ງ​ກຸ່ມ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDF ຫຼັງ​ຈາກ​ທະ​ຫານ​ເຂົ້າ​ມາ​ຍຶດ​ອຳ​ນາດ​ຈາກ​ພັກສັນ​ນິ​ບາດ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ ແລະ ມີ​ການ​ຕັດ​ສັນ​ຍາ​ໂທ​ຣະ​ສັບ ແລະ ອິນ​ເຕີ້ຣ໌​ເນັດ.

ປະ​ຊາ​ຊົນທີ່​ໜີ​ການ​ສູ້​ຣົບ ໄດ້​ກ່າວ​ວ່າ:

“ພວກ​ເຮົາ​ຕ້ອງ​ໜີ​ປະ​ເລົ້າ​ເຂົ້າ, ສັດ​ລ້ຽງ ບໍ່​ວ່າ ຈະ​ເປັນ​ງົວ ແລະ ແບ້. ພວກ​ເຮົາ​ເປັນ​ຫ່ວງ​ສັດ​ລ້ຽງ ຖ້າ​ວ່າ ສັດ​ລ້ຽງ​ຖືກ​ຍິງ​ຕາຍ ພວກ​ເຮົາ​ຈະ​ບໍ່​ມີ​ຫຍັງ​ເຫຼືອ ພວກ​ເຮົາ​ບໍ່​ມີ​ວຽກ​ເຮັດ ແລະ ຍາກ​ທີ່​ຫາ​ລ້ຽງ​ຄ​ອບ​ຄົວ.”

ນອກ​ຈາກນີ້ ປະ​ຊາ​ຊົນຊາວ​ເມືອງປາ​ເລ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ 4 ຄົນ​ເສັຽ​ຊີ​ວິຕ ລວມ​ມີ​ເດັກ​ຍິງ ຍ້ອນ​ການ​ໂຈມ​ຕີ ​ຂອງ​ທະ​ຫານ​ພະ​ມ້າ ຫຼັງ​ຈາກ​ທີ່​ຊາວ​ບ້ານ ໄດ້​ພາ​ກັນ​ກັບ​ຄືນ​ມາ​ບ້ານ ໃນ​ຂະ​ນະ​ທີ່ ເຂົາ​ເຈົ້າ​ກຳ​ລັງລ້ຽງ​ງົວ ແລ ເກືອ​ໝູ ຢູ່.

ແຫຼ່ງ​ຂ່າວ ຈາກ​ເມືອງ​ປາ​ເລ ໄດ້​ໃຫ້​ສັມ​ພາດ​ວ່າ ຜູ້​ທີ່​ຖືກ​ເຄາະ​ຮ້າຍ ເປັນ​ແມ່​ຍິງ ອາ​ຍຸ 45 ປີ ແລະ ເດັກ​ຍິງ ອາ​ຍຸ 15 ປີ ແລະ ແມ່​ຍິງ ອາ​ຍຸ 54 ປີ, ແລະ ອີກ ນຶ່ງ​ຄົນ ເປັນ​ຜູ້​ຊາຍ.