ທະຫານພະມ້າ ສັ່ງຂັງດ່ຽວ ອອງ ຊານ ຊູ ຈີ

0:00 / 0:00

ຍາງ ອອງ ​ຊານ ຊູ ​ຈີ (Aung San Suu Kyi) ເປັນ​ຫົວ​ໜ້າສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕຂອງ​ພະ​ມ້າ ທີ່​ຖືກທະ​ຫານ​ພະ​ມ້າ ຍຶດ​ອຳ​ນາດ ແລະ ກັກ​ໂຕ ໄດ້​ຖືກ​ຍ້າຍໄປ​ກັກ​ຂັງ​ດ່ຽວ ນັບ​ແຕ່​ວັນ​ພຸດ​ ທີ່​ຜ່ານ​ມາ.

ແຫຼ່ງ​ຂ່າວ​ທີ່​ໃກ້​ຊິດເຈົ້າ​ໜ້າ​ທີ່​ສານ ນະ​ຄອນ​ຫລວງ ເນ​ປິ​ດໍ ຂອງ​ພະ​ມ້າ ໄດ້ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ "ຄະ​ດີ ຂອງ​ຍາ​ນາງ ອອງ ຊານ ຊູ​ ຈີ ແລະ ໃກ້​ຊິດ​ຂອງ ຍາ​ນາງ ໄດ້​ຖືກ​ນຳ​ມາ​ໄຕ່​ສວນ ຢູ່​ສານ​ພິ​ເສດ ສະ​ເພາະ​ຢູ່​ໃນ​ຄຸກເລີຍ".

ຜູ້​ທີ່​ເຫັນ​ເຫດ​ການ ຖືກ​ທະ​ຫານພະ​ມ້າ ​ນຳ​ໂຕ​ມາສືບ​ສວນ​ສອບ​ສວນ ຢູ່​ໃນ​ສານ ທີ່​ມີ​ສ່ວນ​ພົວ​ພັນ​ໃນ​ຄະ​ດີນີ້. ຂໍ້​ມູນ​ການ​ສືບ​ສວນ​ສອບ​ສວນ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ ໃນ​ຂະ​ນະ​ທີ່ ທະ​ນາຍ​ຄວາມ​ຂອງ ຍາ​ນາງ ອອງ​ຊານ ຊູ​ຈີ ຍັງບໍ່​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ເຜີຍ​ແຜ່​ຂໍ້​ມູນ​ຕໍ່​ສື່ມວນ​ຊົນ.

ທີ່​ຜ່ານ​ມາ, ໄດ້​ມີ​ການໄຕ່​ສວນ​ຄະ​ດີ​ດັ່ງ​ກ່າວ ທຸກໆ​ວັນ​ພະ​ຫັດ ໃນ​ສານ​ພິ​ເສດ ຢູ່ນະ​ຄອນ​ຫລວງ ເນ​ປິ​ດໍ ເຊິ່ງ​ດຳ​ເນີນ​ການ​ຢູ່​ຄ້າຍ​ທະ​ຫານ ນັບ​ແຕ່​ວັນ​ທີ 1 ກຸມ​ພາ 2021 ເປັນ​ຕົ້ນ​ມາ.

ທ່ານ ຊານ ເທີ​ເນວ ໄດ້​ເປັນ​ທີ່​ປຶກ​ສາ​ທາງ​ດ້ານ​ທຸ​ຣະ​ກິ​ຈ ຂອງ​ຍາ​ນາງ ອອງ ຊານ ຊູ ຈີ ນັບ​ແຕ່​ປີ 2017 ຢູ​ພາຍ​ໃຕ້​ ຣັ​ຖ​ບານຂອງ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕຂອງ​ພະ​ມ້າ. ທ່ານ ເປັນ​ຄົນ​ຕ່າງ​ປະ​ເທດ ຄົນ​ທຳ​ອິດ ທີ່​ໃກ້​ຊິດ​ກັບ​ຣັ​ຖ​ບານຂອງ ຍາ​ນາງ ອອງ ຊານ ຊູ ຈີ ໄດ້​ຖືກ​ຈັບ​ ແລະ ກັກ​ໂຕ ນັບ​ແຕ່​ທະ​ຫານ​ເຂົ້າ​ມາ​ຍຶດ​ອຳ​ນາດ.

ຍາ​ນາງ ອອງ ຊານ ຊູ ຈີ ອາ​ຍຸ 77 ປີ ໃນ​ວັນ​ອາ​ທິດ ທີ່​ຜ່ານ​ມາ ໄດ້ຖືກດຳ​ເນີນ​ຄະ​ດີ 19 ຂໍ້​ຫາ ນັບ​ແຕ່ ທະ​ຫານ​ພະ​ມ້າ​ເຂົ້າ​ມາ​ຍຶດ​ອຳ​ນາດ.

ຍານາງ ຖືກ​ຕັດ​ສິນ​ຈຳ​ຄຸກ 11 ປີ ໃນ 6 ຂໍ້​ຫາ. ທີ່ເຫຼືອ ອີກ 13 ຂໍ້​ຫາ ຍັງ​ຄົງ​ພິ​ຈາ​ຣະ​ນາ ຢູ່. ຖ້າ​ມີ​ການ​ຕັດ​ສິນ ມີຄວາມຜິດ ​ໝົດ​ທຸກ​ຂໍ້​ຫາ ຍາງ​ນາງ ກໍ​ຈະ​ຖືກ​ຕັດ​ສິນ​ຈຳ​ຄຸກ ເປັນ​ເວ​ລາ 100 ປາຍ ປີ.

ທະ​ຫານ​ພະ​ມ້າ ທີ່​ຍຶດ​ອຳ​ນາດ ໄດ້​ປະ​ກາດ ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ ວ່າ ຍາ​ນາງ ອອງ ຊານ ຊູ ຈີ ໄດ້ຖືກ​ສົ່ງ​ຂັງ​ຄຸກ ພາຍ​ໃຕ້​ກົດ​ໝາຍອາ​ຍ​າ​ ຫຼັງ​ຈາກ ທີ່​ສານ​ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ໄຕ່​ສວນ ກ່ອນ​ໜ້າ​ນີ້ ຍາ​ນາງ ອອງ ຊານ ຊູຈີ ຖືກ​ກັກ​ບໍ​ຣິ​ເວນ ຢູ່​ພາຍ​ໃນ​ບ້ານ​ພັກ.

ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ວາງ​ກຳ​ລັງ​ເຈົ້າ​ໜ້າ​ທີ່ ຢູ່​ຄຸກ​ຄຸມ​​ຂັງ ແລະ ໄດ້​ເພີ່ມ​ການ​ຮັກ​ສາ​ຄວາມ​ປອດ​ພັຍ ຫຼັງ​ຈາກ ຍາງ ນາງ ອອງ ຊານ ຊູ​ຈີ ຖືກ​ນຳ​ໂຕ​ມາ ຢູ່​ຄຸກນະ​ຄອນ​ຫລວງ ເນ​ປິດໍ.

ມີ​ການ​ຈຳ​ກັດ​ລະ​ບຽບ​ການ ຢູ່​ໃນ​ຕຶກ​ຄຸມ​ຂັງ ຜູ້​ຍິງ ແລະ ຜູ້​ຊາຍ ຢ່າງ​ເຄັ່ງ​ຄັດ ອີງ​ຕາມແຫຼ່ງ​ຂ່າວ​ທີ່​ໃກ້​ຊິດ​ກັບ​ຄຸກຄຸມ​ຂັງ.

ຜູ້​ນຳ​ຫຼັກຂອງ​ຣັ​ຖ​ບານ ຍາ​ນາງ ອອງ ຊາຍ ຊູ​ຈີ, ສະ​ມາ​ຊິກຣັ​ຖ​ສະ​ພາ ແລະ ຜູ້​ຕໍ່​ຕ້ານ​ການ​ຍຶດ​ອຳ​ນາດ​ຂອງ​ທະ​ຫານ ໄດ້​ຖືກດຳ​ເນີນ​ຄະ​ດີພິ​ເສດ ຢູ່ ຄຸກ ນະ​ຄອນ​ຫລວງ​ເນ​ປິ​ດໍ ຂອງ​ພະ​ມ້າ.

ມາ​ເຖິງ​ປັດ​ຈຸ​ບັນ ເປັນ​ເວ​ລາ 16 ເດືອນ ນັບ​ແຕ່​ທະ​ຫານພະ​ມ້າ ຍຶດ​ອຳ​ນາດຈາກ​ຣັ​ຖ​ບານ ​ທີ່​ມາ​ຈາກ​ການ​ເລືອ​ກ​ຕັ້ງ, ມີ​ປະ​ຊາ​ຊົນເສັຽ​ຊີ​ວິດ​ແລ້ວ 2,000 ຄົນ ແລະ ຈຳ​ນວນ​ຜູ້​ເສັຽ​ຊີ​ວິດຍັງ​ເພີ່ມ​ຂຶ້ນ ອີ​ງຕາມຣາຍ​ງາຍ ຂໍ້​ມູນ​ຈາກກຸ່ມ​ນັກ​ເຄື່ອນ​ໄຫວ ທີ່​ຫ້ອງ​ການ​ຢູ່​ປະ​ເທດ​ໄທ​ຍ ເຊິ່ງ​ກຸ່ມ​ດັ່ງ​ກ່າວ ໄດ້ຕິດ​ຕາມ​ຈຳ​ນວນ​ຜູ້​ເສັຽ​ຊີ​ວິດ​ຢ່າງ​ໃກ້​ຊິດ.

ສະ​ມາ​ຄົມ​ທີ່​ໃຫ້​ການ​ຊ່ອຍ​ເຫຼືອ ​ນັກ​ໂທດ​ການ​ເມືອງ​ ຫຼື AAPP ໄດ້​ກ່າວ​ວ່າ: "ຈຳ​ນວນຜູ້ເສັຽ​ຊີ​ວິດຄົບ 2,000 ຄົນ ໃນ​ວັນ​ທີ 20 ມິ​ຖຸ​ນາ ຜ່ານ​ມາ ນັບ​ແຕ່ ທະ​ຫານ​ຍຶດ​ອຳ​ນາດ​ ໃນ​ວັນ​ທີ 1 ກຸມ​ພາ 2021.

ສະ​ມາ​ຄົມ​ທີ່​ໃຫ້​ການ​ຊ່ອຍ​ເຫຼືອ​ ນັກ​ໂທດ​ການ​ເມືອງ ກ່າວ​ວ່າ ຈຳ​ນວນ​ໂຕ​ເລກ 2,000 ຄົນ ທີ່​ເສັຽ​ຊີ​ວິດ ໄດ້​ຮັບ​ການ​ຢືນ​ຢັນ ແລະ ໂຕ​ຈິງ​ ຈຳ​ນວນ​ຜູ້​ເສັຽ​ຊີ​ວິດ ຈະ​ສູງ​ກ່ອນ​ນັ້ນ."

ນັກ​ການ​ທູຕ​ສະ​ຫະ​ຣັ​ຖ ແລະ ຢູ​ໂຣບ ຢູ່ນະ​ຄອນ​ຢ້າງ​ກຸ້ງຂອງ​ພະ​ມ້າ ໄດ້​ລຳ​ຣຶກ​ເຖິງ​ຜູ້​ເສັຽ​ຊີ​ວິດ 2,000 ຄົນ, ສຳ​ນັກ​ງານ​ນັກ​ການ​ທູຕຢູ່ ນະ​ຄອນ​ຫລວງບ​ຣັສ​ເຊລສ໌ ປະ​ເທດ ເບລ​ຢ້ຽມ ກໍ​ໄດ້​ລົງ​ເຜີຍ​ແຜ່​ທາງ​ສື່​ອອນ​ລາຍນ໌ ດ້ວຍ​ໜ້າ​ປົກ​ສື​ດຳ ເພື່ອ​ສະ​ແດງ​ຄວາມ​ໄວ​ອາ​ລັນ ໃຫ້​ຜູ້​ເສັຽ​ຊີ​ວິດ ແລະ ຣັ​ຖ​ບານ​ສະ​ຫະ​ຣັ​ຖ ກໍ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ຮັບ​ຜິດ​ຊອບ​ເຣື່ອງນີ້.

ສະ​ຖານ​ທູດຕສະ​ຫະ​ຣັ​ຖ ໃນ​ພະ​ມ້າ ໄດ້​ກ່າວ​ວ່າ "ທະ​ຫານ​ພະ​ມ້າ ໄດ້​ກະ​ກຳ​ການທີ່​ປ່າ​ເຖື່ອນ ຕໍ່​ກັບ​ປະ​ຊາ​ຊົນ​ພະ​ມ້າ ຢູ່​ທົ່ວ​ປະ​ເທດ ເປັນ​ຜົນ​ມາ​ຈາກ​ ການ​ຂາດ​ຄວາມ​ຮັບ​ຜິດ​ຊອບ ຂອງ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ໃນ​ຖັນ​ແຖວ ​ທະ​ຫານ​ຂອງພະ​ມ້າ. ສິ່ງ​ດັ່ງ​ກ່າວ ຈຳ​ເປັນ​ທີ່​ຈະ​ຕ້ອງຮັບ​ຜິດ​ຊອບ​ຢ່າງ​ຮີບ​ດ່ວນ".

ສະ​ມາ​ຄົມ​ທີ່​ໃຫ້​ການ​ຊ່ອຍ​ເຫຼືອ ​ນັກ​ໂທດ​ການ​ເມືອງ ໄດ້​ອອກ​ບົດ​ຣ​າຍ​ງານ 5 ອາ​ທິດ​ ຫຼັງ​ຈາກ ສະ​ຖາ​ບັນ ຍຸ​ທ​ສາ​ຕ ແລະ ການ​ເມືອງ​ຂອງ​ພະ​ມ້າ, ນັກ​ວິ​ຊາ​ການ, ໄດ້​ເວົ້າ​ຢູ່​ໃນ​ບົດ​ຣາຍ​ງານວ່າ ໄດ້​ມີ​ການ​ບັນ​ທຶກ​ຢູ່​ໃນ​ເອ​ກ​ສານ​ວ່າ ຢ່າງ​ໜ້ອຍ​ມີ​ຜູ້​ເສັຽ​ຊີ​ວິດ 5,646 ຄົນ ນັບ​ແຕ່ ວັນ​ທີ 1 ກຸມ​ພາ 2021 ມາ​ຮອດ ວັນ​ທີ 10 ພຶ​ສ​ພາ 2022.

ໂຕ​ເລກຜູ້ເສັຽ​ຊີ​ວິດ ຂອງສະ​ຖາ​ບັນ​ຍຸ​ທ​ສາ​ຕ ແລະ ການ​ເມືອງ ຂອງ​ພະ​ມ້າ ໄດ້​ລວມ​ເອົາປະ​ຊາ​ຊົນ ​ທີ່​ຖືກ​ເຈົ້າ​ໜ້າ​ທີ່ ​ທະ​ຫານ​ຂອງ​ພະ​ມ້າສັງ​ຫານ ໃນ​ເວ​ລ​າ​ມີ​ການ​ປະ​ທ້ວງຕ້ານ​ທະ​ຫານ​ພະ​ມ້າ, ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ ທະ​ຫານ​ພະ​ມ້າ ກັບກຸ່​ມ​ປະ​ຊາ​ທິ​ປະ​ໄຕ ຫຼື ທະ​ຫານ​ຊົນ​ກຸ່ມ​ນ້ອຍ, ເສັຽ​ຊີ​ວິດ​ໃນ​ເວ​ລາ​ຖືກ​ຂັງ​ຄຸກ, ການ​ແກ້​ແຄ້ນ, ລວມ​ທັງ​ເສັຽ​ຊີ​ວິດ​ ຕ້ານ​ກຸ່ມ​ການ​ເມືອງ​ອື່ນໆ.

ຢ່າງ​ໜ້ອຍມີ 1,831 ຄົນ ຖືກ​ຍິງ​ເສັຽ​ຊີ​ວິດ ເຊິ່ງ​ສ່ວນ​ຫຼາຍ​ເກີດ​ຂຶ້ນ​ຢູ່ ເມືອງ​ສະ​ກາງ ບ່ອນ​ທີ່​ມີ​ການ​ສູ້​ຣົບ​ກັນ ລະ​ຫວ່າງ ທະ​ຫານ​ພະ​ມ້າ​ກັບ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ແລະ ມີ​ຜູ້​ອົ​ພ​ຍົບ​ຈາກ​ຖິ່ນ​ຖານ​ແລ້ວຫຼາຍ 10,000 ຄົນ ນັ​ບແຕ່​ ທະ​ຫານ​ພະ​ມ້າ​ໄດ້​ເຂົ້າ​ຍຶດ​ອຳ​ນາດ ອີ​ງ​ຕາມ​ບົດ​ຣາຍ​ງານ ​ຂອງ​ສະ​ຖາ​ບັນ​ຍຸ​ທ​ສາ​ຕ ແລະ ການ​ເມືອງ​ຂອງ​ພະ​ມ້າ ຫຼື ISP.

ທ່ານ ຕັນ ກີ ອາ​ດີດ​ ນັກ​ໂທດ​ການ​ເມືອງ ໄດ້​ກ່າວ​ວ່າ "ໂຕ​ເລກ​ຜູ້ເສັຽ​ຊີ​ວິດ ທີ່​ສະ​ມາ​ຄົມ​ຊ່ອຍ​ເຫຼືອ​ນັກ​ໂທດ​ການ​ເມືອງ ບັນ​ທຶກ​ເອົາ​ໄວ້​ນັ້ນ ບໍ່​ຖືກ​ກັບ​ຍອດ​ຜູ້​ເສັຽ​ຊີ​ວິດ​ທັງ​ໝົດ".

ທ່ານ ຕັນ ກີ ໄດ້​ກ່າວ ຕໍ່ວິ​ທະ​ຍຸ​ເອ​ເຊັຽ​ເສ​ຣີ ຜ​ແນ​ກ​ພາ​ສາ​ພະ​ມ້າ ວ່າ "ມີ​ປະ​ຊາ​ຊົນ​ຖືກ​ຈັບ ບໍ່​ເປັນ​ໄປ​ຕາມ​ກົດ​ໝາຍ, ປະ​ຊາ​ຊົນ​ຖືກ​ທໍ​ຣະ​ມານ ແລະ ສັງ​ຫານ. ຫຼາຍ​ໝູ່​ບ້ານ​ຖືກ​ເຜົາ. ສະ​ມາ​ຄົມ​ຊ່ອຍ​ເຫຼືອ​ນັກ​ໂທດ​ການ​ເມືອງ ໄດ້​ບັນ​ທຶກວ່າ ມີ 2,000 ຄົນ​ເສັຽ​ຊີ​ວິດ ແຕ່ ຄວາມ​ຈິງ ມີ​ຫຼາຍກວ່າ​ນັ້ນ".

ທະ​ຫານ​ພະ​ມ້າ ບໍ່​ເຫັນ​ດີ ແລະ ຄັດ​ຄ້ານ​ຕໍ່ ຈຳ​ນວນ​ໂຕ​ເລກທີ່ ໜ່ວຍ​ງານຂອງ​ສະ​ມາ​ຄົມ​ຊ່ອຍ​ເຫຼືອ​ນັກ​ໂທດ​ການ​ເມືອງ ແລະ ສະ​ຖາ​ບັນຍຸ​ທ​ສາຕ ແລະ ການ​ເມືອງ ໄດ້​ເຜີຍ​ແຜ່.

ໜັງ​ສື​ພິມ​ຂອງ​ທະ​ຫານ​ພະ​ມ້າ ໄດ້​ຣາຍ​ງານ ໃນ​ເດືອນ​ພຶ​ສ​ພາ ທີ່​ຜ່ານ​ມາ​ວ່າ ມີ​ຈຳ​ນວນ 2,796 ຄົນ ເສັຽ​ຊີ​ວິດ ນັ້ນ ບໍ່​ແມ່ນ​ຍ້ອນ​ຖືກ​ສັງ​ຫານ ໃຊ້​ຊ້ວງ​ການ​ຣັ​ຖ​ປະ​ຫານ.

ພັກ​ການ​ເມືອງ ​ທີ່​ທະ​ຫານ​ພະ​ມ້າ​ສ​ນັບ​ສ​ນູນ ໄດ້​ກ່າວ​ວ່າ: "ມີ 3,107 ຄົນ​ ຖືກ​ສັງ​ຫານ ຫຼັງ​ຈາກ​ຖືກ​ກ່າວ​ຫາ​ວ່າ ເປັນ​ສາຍ​ໃຫ້​ຝ່າຍ​ທະ​ຫານ, 690 ຄົນ ເສັຽ​ຊີ​ວິດ ໃນ​ເຫດ​ການ​ຍິງ​ປະ​ທະ​ກັນ ແລະ 18 ຄົນ ຖືກ​ກຸ່ມ ​ສ​ນັບ​ສ​ນູນທະ​ຫານ ສັງ​ຫານ".

ແຕ່​ຝ່າຍ​ຕໍ່​ຕ້ານ​ຣັ​ຖ​ປະ​ຫານ ຢູ່ນະ​ຄອນ​ຢ້າງ​ກຸ້ງ ໄດ້​ກ່າວ​ຕໍ່​ນັກ​ຂ່​າວ​ວ່າ ເຂົາ​ເຈົ້າ​ສັນ​ຍາ​ວ່າ ຈະ​ຕໍ່​ຕ້ານ​ກັບ​ລະ​ບອບ​ທະ​ຫານ.

ສະ​ມາ​ຊິກ ກຸ່ມ​ປະ​ທ້ວງ ຢູ່​ນະ​ຄອນ​ຢ້າງ​ກຸ້ງ ທີ່​ເປັນ​ແມ່​ຍິງ ໄດ້​ກ່າວ​ວ່າ "ທະ​ຫານ​ໄດ້​ຈັບ​ກຸມ ແລະ ຄຸມ​ຂັງ ແລະ ທໍ​ລະ​ມານ ແລະ ສັງ​ຫານ​ຜູ້​ປະ​ທ້ວງ​ແບບ​ສ​ງົບ."

ຍາ​ນາງ ໄດ້​ກ່າວ​ວ່າ: "ຍ້ອນ​ເຫດນີ້ ການ​ປະ​ຕິ​ວັດປະ​ຊາ​ຊົນ ຈຶ່ງ​ດຳ​ເນີນ​ມາ ເປັນ​ເວ​ລາ​ຫຼາຍກວ່າ 1 ປີ ໂດຍ​ຜ​ເດັດ​ການ ​ທະ​ຫານ​ຈະ​ຕ້ອງ​ຖືກ​ຖອນ​ຮາກ ​ຖອນ​ໂຄນ."

​ຍາ​ນາງ ກ່າວ​ຕື່ມ​ວ່າ: "ບໍ່​ວ່າ​ປະ​ຊາ​ຊົນ​ຈະ​ເສັຽ​ຊີ​ວິດ ​ຫຼາຍ​ປານ​ໃດກໍ​ຕາມ, ພວກ​ເຮົາເຫັນ​ວ່າ ມັນ​ເປັນ​ເກມ​ສຸດ​ທ້າຍ ແລະ ຂ້ອຍຈະ​ຕໍ່​ສູ້ດ້ວຍ​ໃຈ."

ທ່ານ ເກັຽ ຢີ ໂຄ​ສົກ ຂອງກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ຢູ່​ເມືອງ ຕີ​ ຈາງ ໄດ້​ກ່າວ​ວ່າ: "ທະ​ຫານ​ພະ​ມ້າ ຍັງ​ສືບ​ຕໍ່ຈັບ ແລະ ຂ້າ​ປະ​ຊາ​ຊົນ ຜູ້​ທີ່​ຕໍ່​ຕ້ານ."

ທ່ານ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສຣີ ຜ​ແນກ​ພາ​ສາ​ພະ​ມ້າ​ວ່າ "ມັນ​ເປັນ​ວຽກ​ງານ​ ປະ​ຈຳ​ວັນ​ຂອງ​ທະ​ຫານ ທີ່​ຈັບ ແລະ ຂ້າ​ປະ​ຊາ​ຊົນ ຜູ້​ທີ່​ຕໍ່​ຕ້ານ​ພວກ​ເຂົາ ແລະ ທະ​ຫານ​ພະ​ມ້າ​ ຍັງ​ເຮັດ​ແບບນີ້. ເຮືອນ​ຊານ​ປະ​ຊາ​ຊົນ​ຖືກ​ເຜົາ ແລະ ປະ​ຊາ​ຊົນ​ຖືກ​ຂ້າ."

ທ່ານ ກ່າວ​ວ່າ​ "ພວກ​ເຮົາ​ຈະ​ຕໍ່​ສູ້​ກັບ​ທະ​ຫານ ຈົນ​ກະ​ທັ້ງ ສາ​ມາດ​ໂຄ່ນ​ລົ້ມ​ອຳ​ນາດ​ ຜ​ເດັດ​ການ​ທະ​ຫານລົງ."

ຕໍ່​ບັນ​ຫາ​ດັ່ງ​ກ່າວ ນັກ​ສິ​ທທິ​ມະ​ນຸສ​ເຫັນວ່າ ມັນ​ເປັນ​ການກໍ່​ອາ​ສຍາ​ກັມ ຕໍ່​ປະ​ຊາ​ຊົນ ຢູ່​ພະ​ມ້າ. ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ(Human Rights Watch)ປະຈໍາເອເຊັຽ ຕາເວັນອອກ ສຽງໃຕ້ ກ່າວຕໍ່ ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ວ່າ:

" ພວກ ​ເຮົາ​ຈະ​ເຫັນ​ວ່າ ບໍ່​ມີ​ການ​ເຄົາ​ຣົບ​ສິດທທິ​ມະ​ນຸສ ໃນ​ພະ​ມ້າ ນັບ​ແຕ່​ມີ​ການ​ ຣັ​ຖ​ປະ​ຫານ. ດ້ວຍ​ຄວາມ​ສັດ​ຈິງ ທ່ານ ຈະ​ຄິດ​ພາບ​ເຫັນ​ເລີຍ​ວ່າ ມັນ​ເປັນ​ສະ​ຖາ​ນະ​ການ​ທີ່​ບໍ່​ດີ ທີ່​ທະ​ຫານກໍ່​ອາ​ສ​ຍາ​ກັມ ຕໍ່​ປະ​ຊາ​ຊົນ​ຕົວ​ເອງ."

ສຳ​ນັກ​ຂ່າວ BenarNewsໄດ້​ຣາຍ​ງານ ວ່າ "ໃນ​ກອງ​ປະ​ຊຸມສຸດຍອດ​ ຜູ້​ນຳ​ອາ​ຊຽນ-ສະ​ຫະ​ຣັ​ຖ ທີ່​ມີ​ກຳ​ນົດ​ຈັດ​ຂຶ້ນໃນ​ວັນ​ທີ 12-13 ພຶ​ສ​ພາ ຢູ່​ວໍ​ຊິງ​ຕັນ ດີ​ຊີ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ​ບໍ່​ເຊີນ​ເອົາ ພົນ​ເອກ ມິນ​ອອງ​ລາຍ ຜູ້​ນຳ​ທະ​ຫານພະ​ມ້າ ເຂົ້າ​ມາ​ຮ່ວມ."

ທະ​ຫານ​ພະ​ມ້າ ຕັດ​ສັນ​ຍານ ອິນ​ເຕີຣ໌ເນັດ ຢູ່​ເຂດ​ເມືອງ​ສະ​ກາງ ນັບ​ແຕ່​ເດືອນ ມີ​ນາ 2022 ເປັນ​ຕົ້ນ​ມາ ໃນ​ເວ​ລາ​ທີ່ ມີ​ການ​ປະ​ຕິ​ບັດ​ການ ​ທາງ​ທະ​ຫານ ໃນ​ເຂດ​ພື້ນ​ທີ່​ດັ່ງ​ກ່າວ. ນັກ​ຂ່າວວິທຍຸ​ເອ​ເຊັຽ​ເສ​ຣີ ໄດ້​ຮັບຣາຍ​ງານ​ວ່າ ຊາວ​ບ້ານ​​ຖືກ​ທະ​ຫານ​ຈັບ​ໂຕ, ຖືກປຸ້ນ​ສະ​ດົມ, ຂົ່ມ​ຂືນ, ​ທໍ​ຣະ​ມານ, ລອບ​ສັງ​ຫານ ແລະ ຄາ​ຕ​ກັມ ໃນ​ເຂດ​ສະ​ກາງ.

ທ່ານ ອົງ ກີວ ອາ​ດີດ​ສະ​ມາ​ຊິກ​ສະ​ພາ ຂອງ​ພະ​ມ້າສັງ​ກັດ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່​ອ​ປະ​ຊາ​ທິ​ປະ​ໄຕ ທີ່​ຖືກ​ທະ​ຫານ​ຍຶດ​ອຳ​ນາດ ໄດ້​ກ່າວ​ວ່າ: "ທະ​ຫານ​ພະ​ມ້າ ໄດ້​ເລັງ​ເປົ້າ​ໝາຍ​ ສັງ​ຫານ​ພົ​ລ​ເຮືອນ​ຜູ້​ບໍ​ລິ​ສຸດ ຍ້ອນ​ວ່າ ທະ​ຫານບໍ່​ສາ​ມາດ​ເອົາ​ຊະ​ນະ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ."

ທ່ານ ກ່າວ​ວ່າ: "ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ຝັງ​ຣະ​ເບີດ​ໄວ້​ໃນ​ພື້ນ​ທີ່ ແຕ່​ໃນ​ເວ​ລາ​ທີ່​ພວກ​ທະ​ຫານ​ໄປ​ຢຽບ ໄດ້​ຮັບ​ບາດ​ຈັບ ພວກ​ເຂົາ​ກໍ​ພາ​ກັນ​ ເຂັ່ນ​ຂ້າ​ປະ​ຊາ​ຊົນ​ແທນ ເພື່ອ​ເປັນ​ການ​ແກ້​ແຄ້ນ ທະ​ຫານ​ພະ​ມ້າ ໄດ້​ກາຍ​ເປັນ​ສັນ​ຍາ​ ທີ່​ລະ​ເມີດ​ກົດ​ໝ​າຍ ເຂົາ​ເຈົ້າບໍ່​ແມ່ນ​ມະ​ນຸສ."