ທະຫານພະມ້າ ສັ່ງຂັງດ່ຽວ ອອງ ຊານ ຊູ ຈີ
2022.06.26
ຍາງ ອອງ ຊານ ຊູ ຈີ (Aung San Suu Kyi) ເປັນຫົວໜ້າສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕຂອງພະມ້າ ທີ່ຖືກທະຫານພະມ້າ ຍຶດອຳນາດ ແລະ ກັກໂຕ ໄດ້ຖືກຍ້າຍໄປກັກຂັງດ່ຽວ ນັບແຕ່ວັນພຸດ ທີ່ຜ່ານມາ.
ແຫຼ່ງຂ່າວທີ່ໃກ້ຊິດເຈົ້າໜ້າທີ່ສານ ນະຄອນຫລວງ ເນປິດໍ ຂອງພະມ້າ ໄດ້ ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ “ຄະດີ ຂອງຍານາງ ອອງ ຊານ ຊູ ຈີ ແລະ ໃກ້ຊິດຂອງ ຍານາງ ໄດ້ຖືກນຳມາໄຕ່ສວນ ຢູ່ສານພິເສດ ສະເພາະຢູ່ໃນຄຸກເລີຍ”.
ຜູ້ທີ່ເຫັນເຫດການ ຖືກທະຫານພະມ້າ ນຳໂຕມາສືບສວນສອບສວນ ຢູ່ໃນສານ ທີ່ມີສ່ວນພົວພັນໃນຄະດີນີ້. ຂໍ້ມູນການສືບສວນສອບສວນ ຍັງບໍ່ມີການເປີດເຜີຍ ໃນຂະນະທີ່ ທະນາຍຄວາມຂອງ ຍານາງ ອອງຊານ ຊູຈີ ຍັງບໍ່ໄດ້ຮັບອະນຸຍາດ ໃຫ້ເຜີຍແຜ່ຂໍ້ມູນຕໍ່ສື່ມວນຊົນ.
ທີ່ຜ່ານມາ, ໄດ້ມີການໄຕ່ສວນຄະດີດັ່ງກ່າວ ທຸກໆວັນພະຫັດ ໃນສານພິເສດ ຢູ່ນະຄອນຫລວງ ເນປິດໍ ເຊິ່ງດຳເນີນການຢູ່ຄ້າຍທະຫານ ນັບແຕ່ວັນທີ 1 ກຸມພາ 2021 ເປັນຕົ້ນມາ.
ທ່ານ ຊານ ເທີເນວ ໄດ້ເປັນທີ່ປຶກສາທາງດ້ານທຸຣະກິຈ ຂອງຍານາງ ອອງ ຊານ ຊູ ຈີ ນັບແຕ່ປີ 2017 ຢູພາຍໃຕ້ ຣັຖບານຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕຂອງພະມ້າ. ທ່ານ ເປັນຄົນຕ່າງປະເທດ ຄົນທຳອິດ ທີ່ໃກ້ຊິດກັບຣັຖບານຂອງ ຍານາງ ອອງ ຊານ ຊູ ຈີ ໄດ້ຖືກຈັບ ແລະ ກັກໂຕ ນັບແຕ່ທະຫານເຂົ້າມາຍຶດອຳນາດ.
ຍານາງ ອອງ ຊານ ຊູ ຈີ ອາຍຸ 77 ປີ ໃນວັນອາທິດ ທີ່ຜ່ານມາ ໄດ້ຖືກດຳເນີນຄະດີ 19 ຂໍ້ຫາ ນັບແຕ່ ທະຫານພະມ້າເຂົ້າມາຍຶດອຳນາດ.
ຍານາງ ຖືກຕັດສິນຈຳຄຸກ 11 ປີ ໃນ 6 ຂໍ້ຫາ. ທີ່ເຫຼືອ ອີກ 13 ຂໍ້ຫາ ຍັງຄົງພິຈາຣະນາ ຢູ່. ຖ້າມີການຕັດສິນ ມີຄວາມຜິດ ໝົດທຸກຂໍ້ຫາ ຍາງນາງ ກໍຈະຖືກຕັດສິນຈຳຄຸກ ເປັນເວລາ 100 ປາຍ ປີ.
ທະຫານພະມ້າ ທີ່ຍຶດອຳນາດ ໄດ້ປະກາດ ໃນວັນພະຫັດທີ່ຜ່ານມາ ວ່າ ຍານາງ ອອງ ຊານ ຊູ ຈີ ໄດ້ຖືກສົ່ງຂັງຄຸກ ພາຍໃຕ້ກົດໝາຍອາຍາ ຫຼັງຈາກ ທີ່ສານທະຫານພະມ້າ ໄດ້ມີການໄຕ່ສວນ ກ່ອນໜ້ານີ້ ຍານາງ ອອງ ຊານ ຊູຈີ ຖືກກັກບໍຣິເວນ ຢູ່ພາຍໃນບ້ານພັກ.
ທະຫານພະມ້າ ໄດ້ມີການວາງກຳລັງເຈົ້າໜ້າທີ່ ຢູ່ຄຸກຄຸມຂັງ ແລະ ໄດ້ເພີ່ມການຮັກສາຄວາມປອດພັຍ ຫຼັງຈາກ ຍາງ ນາງ ອອງ ຊານ ຊູຈີ ຖືກນຳໂຕມາ ຢູ່ຄຸກນະຄອນຫລວງ ເນປິດໍ.
ມີການຈຳກັດລະບຽບການ ຢູ່ໃນຕຶກຄຸມຂັງ ຜູ້ຍິງ ແລະ ຜູ້ຊາຍ ຢ່າງເຄັ່ງຄັດ ອີງຕາມແຫຼ່ງຂ່າວທີ່ໃກ້ຊິດກັບຄຸກຄຸມຂັງ.
ຜູ້ນຳຫຼັກຂອງຣັຖບານ ຍານາງ ອອງ ຊາຍ ຊູຈີ, ສະມາຊິກຣັຖສະພາ ແລະ ຜູ້ຕໍ່ຕ້ານການຍຶດອຳນາດຂອງທະຫານ ໄດ້ຖືກດຳເນີນຄະດີພິເສດ ຢູ່ ຄຸກ ນະຄອນຫລວງເນປິດໍ ຂອງພະມ້າ.
ມາເຖິງປັດຈຸບັນ ເປັນເວລາ 16 ເດືອນ ນັບແຕ່ທະຫານພະມ້າ ຍຶດອຳນາດຈາກຣັຖບານ ທີ່ມາຈາກການເລືອກຕັ້ງ, ມີປະຊາຊົນເສັຽຊີວິດແລ້ວ 2,000 ຄົນ ແລະ ຈຳນວນຜູ້ເສັຽຊີວິດຍັງເພີ່ມຂຶ້ນ ອີງຕາມຣາຍງາຍ ຂໍ້ມູນຈາກກຸ່ມນັກເຄື່ອນໄຫວ ທີ່ຫ້ອງການຢູ່ປະເທດໄທຍ ເຊິ່ງກຸ່ມດັ່ງກ່າວ ໄດ້ຕິດຕາມຈຳນວນຜູ້ເສັຽຊີວິດຢ່າງໃກ້ຊິດ.
ສະມາຄົມທີ່ໃຫ້ການຊ່ອຍເຫຼືອ ນັກໂທດການເມືອງ ຫຼື AAPP ໄດ້ກ່າວວ່າ: “ຈຳນວນຜູ້ເສັຽຊີວິດຄົບ 2,000 ຄົນ ໃນວັນທີ 20 ມິຖຸນາ ຜ່ານມາ ນັບແຕ່ ທະຫານຍຶດອຳນາດ ໃນວັນທີ 1 ກຸມພາ 2021.
ສະມາຄົມທີ່ໃຫ້ການຊ່ອຍເຫຼືອ ນັກໂທດການເມືອງ ກ່າວວ່າ ຈຳນວນໂຕເລກ 2,000 ຄົນ ທີ່ເສັຽຊີວິດ ໄດ້ຮັບການຢືນຢັນ ແລະ ໂຕຈິງ ຈຳນວນຜູ້ເສັຽຊີວິດ ຈະສູງກ່ອນນັ້ນ.”
ນັກການທູຕສະຫະຣັຖ ແລະ ຢູໂຣບ ຢູ່ນະຄອນຢ້າງກຸ້ງຂອງພະມ້າ ໄດ້ລຳຣຶກເຖິງຜູ້ເສັຽຊີວິດ 2,000 ຄົນ, ສຳນັກງານນັກການທູຕຢູ່ ນະຄອນຫລວງບຣັສເຊລສ໌ ປະເທດ ເບລຢ້ຽມ ກໍໄດ້ລົງເຜີຍແຜ່ທາງສື່ອອນລາຍນ໌ ດ້ວຍໜ້າປົກສືດຳ ເພື່ອສະແດງຄວາມໄວອາລັນ ໃຫ້ຜູ້ເສັຽຊີວິດ ແລະ ຣັຖບານສະຫະຣັຖ ກໍຮຽກຮ້ອງໃຫ້ມີຄວາມຮັບຜິດຊອບເຣື່ອງນີ້.
ສະຖານທູດຕສະຫະຣັຖ ໃນພະມ້າ ໄດ້ກ່າວວ່າ “ທະຫານພະມ້າ ໄດ້ກະກຳການທີ່ປ່າເຖື່ອນ ຕໍ່ກັບປະຊາຊົນພະມ້າ ຢູ່ທົ່ວປະເທດ ເປັນຜົນມາຈາກ ການຂາດຄວາມຮັບຜິດຊອບ ຂອງບຸກຄົນທີ່ກ່ຽວຂ້ອງໃນຖັນແຖວ ທະຫານຂອງພະມ້າ. ສິ່ງດັ່ງກ່າວ ຈຳເປັນທີ່ຈະຕ້ອງຮັບຜິດຊອບຢ່າງຮີບດ່ວນ”.
ສະມາຄົມທີ່ໃຫ້ການຊ່ອຍເຫຼືອ ນັກໂທດການເມືອງ ໄດ້ອອກບົດຣາຍງານ 5 ອາທິດ ຫຼັງຈາກ ສະຖາບັນ ຍຸທສາຕ ແລະ ການເມືອງຂອງພະມ້າ, ນັກວິຊາການ, ໄດ້ເວົ້າຢູ່ໃນບົດຣາຍງານວ່າ ໄດ້ມີການບັນທຶກຢູ່ໃນເອກສານວ່າ ຢ່າງໜ້ອຍມີຜູ້ເສັຽຊີວິດ 5,646 ຄົນ ນັບແຕ່ ວັນທີ 1 ກຸມພາ 2021 ມາຮອດ ວັນທີ 10 ພຶສພາ 2022.
ໂຕເລກຜູ້ເສັຽຊີວິດ ຂອງສະຖາບັນຍຸທສາຕ ແລະ ການເມືອງ ຂອງພະມ້າ ໄດ້ລວມເອົາປະຊາຊົນ ທີ່ຖືກເຈົ້າໜ້າທີ່ ທະຫານຂອງພະມ້າສັງຫານ ໃນເວລາມີການປະທ້ວງຕ້ານທະຫານພະມ້າ, ໃນການປະທະກັນລະຫວ່າງ ທະຫານພະມ້າ ກັບກຸ່ມປະຊາທິປະໄຕ ຫຼື ທະຫານຊົນກຸ່ມນ້ອຍ, ເສັຽຊີວິດໃນເວລາຖືກຂັງຄຸກ, ການແກ້ແຄ້ນ, ລວມທັງເສັຽຊີວິດ ຕ້ານກຸ່ມການເມືອງອື່ນໆ.
ຢ່າງໜ້ອຍມີ 1,831 ຄົນ ຖືກຍິງເສັຽຊີວິດ ເຊິ່ງສ່ວນຫຼາຍເກີດຂຶ້ນຢູ່ ເມືອງສະກາງ ບ່ອນທີ່ມີການສູ້ຣົບກັນ ລະຫວ່າງ ທະຫານພະມ້າກັບ ກຸ່ມກອງກຳລັງປົກປ້ອງປະຊາຊົນ ແລະ ມີຜູ້ອົພຍົບຈາກຖິ່ນຖານແລ້ວຫຼາຍ 10,000 ຄົນ ນັບແຕ່ ທະຫານພະມ້າໄດ້ເຂົ້າຍຶດອຳນາດ ອີງຕາມບົດຣາຍງານ ຂອງສະຖາບັນຍຸທສາຕ ແລະ ການເມືອງຂອງພະມ້າ ຫຼື ISP.
ທ່ານ ຕັນ ກີ ອາດີດ ນັກໂທດການເມືອງ ໄດ້ກ່າວວ່າ “ໂຕເລກຜູ້ເສັຽຊີວິດ ທີ່ສະມາຄົມຊ່ອຍເຫຼືອນັກໂທດການເມືອງ ບັນທຶກເອົາໄວ້ນັ້ນ ບໍ່ຖືກກັບຍອດຜູ້ເສັຽຊີວິດທັງໝົດ”.
ທ່ານ ຕັນ ກີ ໄດ້ກ່າວ ຕໍ່ວິທະຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ “ມີປະຊາຊົນຖືກຈັບ ບໍ່ເປັນໄປຕາມກົດໝາຍ, ປະຊາຊົນຖືກທໍຣະມານ ແລະ ສັງຫານ. ຫຼາຍໝູ່ບ້ານຖືກເຜົາ. ສະມາຄົມຊ່ອຍເຫຼືອນັກໂທດການເມືອງ ໄດ້ບັນທຶກວ່າ ມີ 2,000 ຄົນເສັຽຊີວິດ ແຕ່ ຄວາມຈິງ ມີຫຼາຍກວ່ານັ້ນ”.
ທະຫານພະມ້າ ບໍ່ເຫັນດີ ແລະ ຄັດຄ້ານຕໍ່ ຈຳນວນໂຕເລກທີ່ ໜ່ວຍງານຂອງສະມາຄົມຊ່ອຍເຫຼືອນັກໂທດການເມືອງ ແລະ ສະຖາບັນຍຸທສາຕ ແລະ ການເມືອງ ໄດ້ເຜີຍແຜ່.
ໜັງສືພິມຂອງທະຫານພະມ້າ ໄດ້ຣາຍງານ ໃນເດືອນພຶສພາ ທີ່ຜ່ານມາວ່າ ມີຈຳນວນ 2,796 ຄົນ ເສັຽຊີວິດ ນັ້ນ ບໍ່ແມ່ນຍ້ອນຖືກສັງຫານ ໃຊ້ຊ້ວງການຣັຖປະຫານ.
ພັກການເມືອງ ທີ່ທະຫານພະມ້າສນັບສນູນ ໄດ້ກ່າວວ່າ: “ມີ 3,107 ຄົນ ຖືກສັງຫານ ຫຼັງຈາກຖືກກ່າວຫາວ່າ ເປັນສາຍໃຫ້ຝ່າຍທະຫານ, 690 ຄົນ ເສັຽຊີວິດ ໃນເຫດການຍິງປະທະກັນ ແລະ 18 ຄົນ ຖືກກຸ່ມ ສນັບສນູນທະຫານ ສັງຫານ”.
ແຕ່ຝ່າຍຕໍ່ຕ້ານຣັຖປະຫານ ຢູ່ນະຄອນຢ້າງກຸ້ງ ໄດ້ກ່າວຕໍ່ນັກຂ່າວວ່າ ເຂົາເຈົ້າສັນຍາວ່າ ຈະຕໍ່ຕ້ານກັບລະບອບທະຫານ.
ສະມາຊິກ ກຸ່ມປະທ້ວງ ຢູ່ນະຄອນຢ້າງກຸ້ງ ທີ່ເປັນແມ່ຍິງ ໄດ້ກ່າວວ່າ “ທະຫານໄດ້ຈັບກຸມ ແລະ ຄຸມຂັງ ແລະ ທໍລະມານ ແລະ ສັງຫານຜູ້ປະທ້ວງແບບສງົບ.”
ຍານາງ ໄດ້ກ່າວວ່າ: “ຍ້ອນເຫດນີ້ ການປະຕິວັດປະຊາຊົນ ຈຶ່ງດຳເນີນມາ ເປັນເວລາຫຼາຍກວ່າ 1 ປີ ໂດຍຜເດັດການ ທະຫານຈະຕ້ອງຖືກຖອນຮາກ ຖອນໂຄນ.”
ຍານາງ ກ່າວຕື່ມວ່າ: “ບໍ່ວ່າປະຊາຊົນຈະເສັຽຊີວິດ ຫຼາຍປານໃດກໍຕາມ, ພວກເຮົາເຫັນວ່າ ມັນເປັນເກມສຸດທ້າຍ ແລະ ຂ້ອຍຈະຕໍ່ສູ້ດ້ວຍໃຈ.”
ທ່ານ ເກັຽ ຢີ ໂຄສົກ ຂອງກອງກຳລັງປົກປ້ອງ ປະຊາຊົນ ຢູ່ເມືອງ ຕີ ຈາງ ໄດ້ກ່າວວ່າ: “ທະຫານພະມ້າ ຍັງສືບຕໍ່ຈັບ ແລະ ຂ້າປະຊາຊົນ ຜູ້ທີ່ຕໍ່ຕ້ານ.”
ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາພະມ້າວ່າ “ມັນເປັນວຽກງານ ປະຈຳວັນຂອງທະຫານ ທີ່ຈັບ ແລະ ຂ້າປະຊາຊົນ ຜູ້ທີ່ຕໍ່ຕ້ານພວກເຂົາ ແລະ ທະຫານພະມ້າ ຍັງເຮັດແບບນີ້. ເຮືອນຊານປະຊາຊົນຖືກເຜົາ ແລະ ປະຊາຊົນຖືກຂ້າ.”
ທ່ານ ກ່າວວ່າ “ພວກເຮົາຈະຕໍ່ສູ້ກັບທະຫານ ຈົນກະທັ້ງ ສາມາດໂຄ່ນລົ້ມອຳນາດ ຜເດັດການທະຫານລົງ.”
ຕໍ່ບັນຫາດັ່ງກ່າວ ນັກສິທທິມະນຸສເຫັນວ່າ ມັນເປັນການກໍ່ອາສຍາກັມ ຕໍ່ປະຊາຊົນ ຢູ່ພະມ້າ. ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ (Human Rights Watch) ປະຈໍາເອເຊັຽ ຕາເວັນອອກ ສຽງໃຕ້ ກ່າວຕໍ່ ສຳນັກຂ່າວຕ່າງປະເທດວ່າ:
“ພວກເຮົາຈະເຫັນວ່າ ບໍ່ມີການເຄົາຣົບສິດທທິມະນຸສ ໃນພະມ້າ ນັບແຕ່ມີການ ຣັຖປະຫານ. ດ້ວຍຄວາມສັດຈິງ ທ່ານ ຈະຄິດພາບເຫັນເລີຍວ່າ ມັນເປັນສະຖານະການທີ່ບໍ່ດີ ທີ່ທະຫານກໍ່ອາສຍາກັມ ຕໍ່ປະຊາຊົນຕົວເອງ.”
ສຳນັກຂ່າວ BenarNews ໄດ້ຣາຍງານ ວ່າ “ໃນກອງປະຊຸມສຸດຍອດ ຜູ້ນຳອາຊຽນ-ສະຫະຣັຖ ທີ່ມີກຳນົດຈັດຂຶ້ນໃນວັນທີ 12-13 ພຶສພາ ຢູ່ວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ ບໍ່ເຊີນເອົາ ພົນເອກ ມິນອອງລາຍ ຜູ້ນຳທະຫານພະມ້າ ເຂົ້າມາຮ່ວມ.”
ທະຫານພະມ້າ ຕັດສັນຍານ ອິນເຕີຣ໌ເນັດ ຢູ່ເຂດເມືອງສະກາງ ນັບແຕ່ເດືອນ ມີນາ 2022 ເປັນຕົ້ນມາ ໃນເວລາທີ່ ມີການປະຕິບັດການ ທາງທະຫານ ໃນເຂດພື້ນທີ່ດັ່ງກ່າວ. ນັກຂ່າວວິທຍຸເອເຊັຽເສຣີ ໄດ້ຮັບຣາຍງານວ່າ ຊາວບ້ານຖືກທະຫານຈັບໂຕ, ຖືກປຸ້ນສະດົມ, ຂົ່ມຂືນ, ທໍຣະມານ, ລອບສັງຫານ ແລະ ຄາຕກັມ ໃນເຂດສະກາງ.
ທ່ານ ອົງ ກີວ ອາດີດສະມາຊິກສະພາ ຂອງພະມ້າສັງກັດພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ຖືກທະຫານຍຶດອຳນາດ ໄດ້ກ່າວວ່າ: “ທະຫານພະມ້າ ໄດ້ເລັງເປົ້າໝາຍ ສັງຫານພົລເຮືອນຜູ້ບໍລິສຸດ ຍ້ອນວ່າ ທະຫານບໍ່ສາມາດເອົາຊະນະ ກຸ່ມກອງກຳລັງປົກປ້ອງປະຊາຊົນ.”
ທ່ານ ກ່າວວ່າ: “ກອງກຳລັງປົກປ້ອງປະຊາຊົນ ໄດ້ຝັງຣະເບີດໄວ້ໃນພື້ນທີ່ ແຕ່ໃນເວລາທີ່ພວກທະຫານໄປຢຽບ ໄດ້ຮັບບາດຈັບ ພວກເຂົາກໍພາກັນ ເຂັ່ນຂ້າປະຊາຊົນແທນ ເພື່ອເປັນການແກ້ແຄ້ນ ທະຫານພະມ້າ ໄດ້ກາຍເປັນສັນຍາ ທີ່ລະເມີດກົດໝາຍ ເຂົາເຈົ້າບໍ່ແມ່ນມະນຸສ.”