ອອງຊານ ຊູຈິ ພົບກັບ ທະນາຍຄວາມ
2021.04.04

ມາດາມ ອອງຊານ ຊູຈິ ຜູ້ນໍາພະມ້າ ທີ່ຖືກທະຫານ ກັກຂັງບໍຣິເວນ ຢູູ່ໃນຂນະນີ້ ມີສຸຂພາບດີ, ຕາມຄໍາເວົ້າຂອງທະນາຍຄວາມ ທີ່ປົກປ້ອງຄະດີ ທີ່ທະຫານກ່າວຫາ ມາດາມ ຢູ່ສານ ພາຍຫຼັງທີ່ ທະຫານໂຄ່ນລົ້ມຣັຖບານ ທີ່ໄດ້ມາຈາກການເລືອກຕັ້ງເມື່ອ 2 ເດືອນກ່ອນ ເມື່ອທ່ານໄດ້ພົບພໍ້ກັບ ມາດາມ ເປັນເທື່ອທໍາອິດ ໃນມື້ວັນພຸດ ທີ່ຜ່ານມາ.
ມາດາມ ອອງຊານ ຊູຈິ ທີ່ປຶກສາແຫ່ງຣັຖ ວັຍ 75 ປີ ໄດ້ເວົ້າກັບທະນາຍຄວາມ Min Min Soe ຜ່ານທາງວິດິໂອ ທີ່ມີຕໍາຣວດຢູ່ ທັງ 2 ຂ້າງນັ້ນວ່າ ມາດາມ ຈະລົງມາພົບກັບ ທີມ ທະນາຍຄວາມ ຂອງມາດາມ ດ້ວຍຕົນເອງ, ອີງຕາມຄໍາເວົ້າ ຂອງທະນາຍຄວາມ ຕໍ່ວິທຍຸເອເຊັຽເສຣີ. ທະນາຍຄວາມເວົ້າວ່າ ພວກເຂົາເຈົ້າ ບໍ່ສາມາດເວົ້າຫຍັງກັບ ມາດາມ ໄດ້ເລີຍ ນອກຈາກເຣື່ອງຄະດີ ແລະ ມາດາມ ກໍໄດ້ຂໍໃຫ້ຕໍາຣວດ ທີ່ຍາມຢູ່ນັ້ນ ອະນຸຍາດໃຫ້ ມາດາມ ມາພົບພໍ້ກັບ ທະນາຍຄວາມ ທັງ 6 ຄົນ.
Khin Maung Zaw ຫົວໜ້າທີມ ທະນາຍຄວາມ ເວົ້າວ່າ ທ່ານໄດ້ຍິນມາວ່າ ມີຄະດີນຶ່ງ ເກີດຂຶ້ນ ທີ່ນະຄອນຢ້າງກຸ້ງ ກ່າວຫາ ມາດາມ ໃນຂໍ້ກ່າວຫາ ພາຍໃຕ້ກົດໝາຍ ຄວາມລັບຂອງ ຣັຖບານ ແຕ່ທ່ານຍັງບໍ່ໄດ້ຮັບແຈ້ງ ຢ່າງເປັນທາງການເທື່ອ. ມາດາມ ອອງຊານ ຊູຈິ ປະເຊີນກັບອີກ 4 ຂໍ້ກ່າວຫາ ຂອງທະຫານ ເຣື່ອງການຍຸຍົງສົ່ງເສີມ ໃຫ້ກໍ່ຄວາມວຸ້ນວາຍ ແລະ ສ້າງຄວາມແຕກແຍກ, ຣະເມີດກົດໝາຍ ໂທຣະຄົມມະນາຄົມ, ມີວິທຍຸສື່ສານ walkie-talkie ໂດຍບໍ່ໄດ້ຮັບ ອະນຸຍາດ ແລະ ຣະເມີດກົດໝາຍ ຄວບຄຸມພັຍ ທັມມະຊາດ ທີ່ຣະເມີດ ຂໍ້ຫ້າມ ຕ້ານໂຄວິດ-19 ໃນຣະຫວ່າງ ຫາສຽງເລືອກຕັ້ງ ປີ 2020.
ທະຫານພະມ້າ ໄດ້ເລີ່ມສືບສວນສອບສວນ ມາດາມ ອອງຊານ ຊູຈິ ໂດຍກ່າວຫາວ່າຮັບເງິນ 6 ແສນໂດລາສະຫະຣັຖ ແລະຄໍາ ຈາກຫົວໜ້າເຂດ ຢ້າງກຸ້ງ Phyo Min Theim ທີ່ທັງເປັນນັກທຸຣະກິດ. ນອກຈາກ ມາດາມ ແລ້ວ ທະຫານຍັງກ່າວຫາ ເຈົ້າໜ້າທີ່ ພັກສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ ອີກຫຼາຍສິບຄົນ ທີ່ຖືກຈັບກັກຂັງ ໃນມື້ທະຫານ ຍຶດອໍານາດ ວັນທີ 1 ກຸມພາ ຜ່ານມາ. ເຈົ້າໜ້າທີ່ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະຕັຍ ຢູ່ເຂດເນປິດໍ ຖືກທະຫານຂ້າ ໃນຣະຫວ່າງ ຖືກກັກຂັງ. ທ່ານເປັນ ສະມາຊິກພັກ ຄົນທີ 3 ທີ່ຖືກທະຫານຂ້າ ຕອນຖືກຄວບຄຸມຕົວ ຊຶ່ງທາງຄອບຄົວ ແລະ ໝູ່ເພື່ອນໃກ້ຊິດຂອງທ່ານ ເວົ້າຜ່ານເຟສບຸກວ່າ ທ່ານເສັຽຊີວິດ ຫຼັງຖືກທໍຣະມານ ຢູ່ໃນສູນສອບປາກຄໍາ ຂອງ ທະຫານ ຫຼັງຖືກຈັບໄປແບບບໍ່ເປັນທັມ ໃນມື້ວັນທີ 15 ມິນາຜ່ານມາ.
ການໃຊ້ຄວາມຮຸນແຮງ ຢ່າງປ່າເຖື່ອນ ອັນມີທັງການທຸບຕີ ແລະ ການຍິງ ແຕ່ກໍ ບໍ່ສາມາດເຮັດໃຫ້ ພວກປະທ້ວງ ເຊົາອອກມາ ເດີນຂບວນຕາມທ້ອງຖນົນ ຄັດຄ້ານຣະບອບ ຜະເດັດການ ທະຫານ ຕລອດໄລຍະ 2 ເດືອນ ມານີ້. ພວກປະທ້ວງ, ຜູ້ເຫັນເຫດການ ແລະປະຊາຊົນທົ່ວໄປ ຫຼາຍກວ່າ 500 ຄົນ ຖືກຂ້າຕາຍ ໃນເຫດກາ ຊຸມນຸມປະທ້ວງ ຢ່າງສັນຕິ ຕ້ານຜະເດັດການທະຫານ ທີ່ສັ່ນຄອນ ປະເທດພະມ້າ ນັບຕັ້ງແຕ່ ເກີດເຫດການ ຣັຖປະຫານມາ.
ເຫດຮ້າຍຮຸນແຮງ ແບບໄຮ້ມະນຸສທັມ ທີ່ເກີດຂຶ້ນນັ້ນ ເຮັດໃຫ້ຜູ້ຄົນສະເທືອນໃຈ ແລະອິດຸຕົນສົງສານຜູ້ເສັຽຊີວິດ, ບາດເຈັບ, ຖືກຈັບ ແລະຫາຍສາບສູນ ເປັນຈໍານວນຫຼວງຫຼາຍ ຊຶ່ງ ໃນນັ້ນກໍມີທັງ ນາງງາມ Miss Grand 2020 ຈາກ ປະເທດພະມ້າ ຊື່ ຮາເລ ຊຶ່ງໄດ້ກ່າວໃນເວທີ ປະກວດນາງງາມ ທີ່ ບາງກອກ ປະເທດໄທຍ ໃນຄືນວັນທີ 29 ມິນາ ຜ່ານມາ ເຖິງສະພາບການປາບປາມ ເຂັ່ນຂ້າປະຊາຊົນ ຢູ່ປະເທດຂອງນາງ ບ່ອນທີ່ປະຊາຊົນ ຈໍານວນຫຼວງຫຼາຍ ໄດ້ເສັຽຊີວິດໄປ ໃນການຕໍ່ສູ້ ເພື່ອ ປະຊາທິປະຕັຍ.
ໃນມື້ປະກວດການແຂ່ງຂັນ ນາງງາມ Miss Grand competition ນັ້ນ ຢູ່ພະມ້າ ທະຫານ ກໍໃຊ້ຄວາມຮຸນແຮງ ເຮັດໃຫ້ມີຜູ້ ເສັຽຊີວິດໄປຫຼາຍໆຄົນ ແລະ ນາງ ຮາເລ ກໍໄດ້ໃຊ້ ໂອກາດຂຶ້ນເວທີ ກ່າວເຖິງເຫດການຮຸນແຮງ ດ້ວຍຄວາມໂສກເສົ້າ ເສັຍໃຈ, ອິດູ ສົງສານຜູ້ຄົນ ຈົນນໍ້າຕາໄຫລ:
“ໃນຂນະທີ່ຢືນຢູ່ເວທີແຫ່ງນີ້ ມີປະຊາຊົນຫຼາຍກວ່າ 100 ຄົນເສັຽຊີວິດໄປໃນມື້ນີ້. ຂ້ອຍຮູ້ສຶກເສັຽໃຈຢ່າງຍິ່ງ ສໍາລັບທຸກຄົນທີ່ໄດ້ ເສັຽຊີວິດໄປ. ປະຊາຊົນພະມ້າ ໄດ້ພາກັນອອກມາ ຖນົນ ຕໍ່ສູ້ເພື່ອ ປະຊາທິປະຕັຍ. ຂ້ອຍເອງ ກໍຕ້ອງການເຫັນ ປະຊາທິປະຕັຍ ໃນປະເທດຂອງຂ້ອຍ”.
ພ້ອມດຽວກັນນັ້ນນາງ ຮາເລ ກໍຮຽກຮ້ອງໃຫ້ປະຊາຄົມສາກົນ ຊ່ອຍເຫຼືອ ພະມ້າ.ນາງ ຮາເລ ເວົ້າວ່າ:
“ຂໍຈົ່ງຊ່ອຍພະມ້າດ້ວຍ, ພວກເຮົາຕ້ອງການຄວາມຊ່ອຍເຫຼືອຈາກປະຊາຄົມສາກົລ ຢ່າງຮີບດ່ວນ ຂໍຈົ່ງຊ່ອຍພວກເຮົາດ້ວຍ.”
ແລະກໍປາກົດວ່າ ນາງຈະຕ້ອງໄດ້ຢູ່ປະເທດໄທຍ ໄປອີກໄລຍະນຶ່ງ ກ່ອນທີ່ຈະສາມາດກັບຄືນປະເທດພະມ້າໄດ້ ຍ້ອນຄໍາກ່າວ ຂອງນາງ ໃນຄືນມື້ນັ້ນ, ຕາມຣາຍນງານຂ່າວ ThaiPBS.
ຂ່າວວິທຍຸເອເຊັຽ ເສຣີ ຣາຍງານອີກວ່າ ຢູ່ປະເທດພະມ້າ ປະຊາຊົນ ທີ່ຕໍ່ຕ້ານຜະເດັດການ ທະຫານ ໄດ້ຈັດການຊຸມນຸມ ແລະ ເດີນຂະບວນ ໃນທົ່ວປະເທດ ຖ່າມກາງ ທີ່ປະຊາຊົນ ໃນນະຄອນຢ້າງກຸ້ງ ຊຶ່ງເປັນສູນກາງການຄ້າ ຂອງພະມ້າ ພາກັນເຄາະໝໍ້, ເຄາະຖ້ວຍຊາມ, ບີບແກຣົດ ແລະ ໃຊ້ວິທີການອື່ນໆ ທີ່ສະ ແດງອອກເຖິງ ຄວາມທ້າທາຍ ຜະເດັດການ ທະຫານ ດ້ວຍການຍົກນິ້ວມື 3 ນິ້ວຂຶ້ນ ໃນຂນະທີ່ ນັກຂ່າວ CNN ເດີນທາງໄປກັບ ຂະບວນຣົດ ຂອງ ທະຫານນັ້ນ.
ຣະບອບທະຫານພະມ້າ ອະນຸຍາດໃຫ້ ນັກຂ່າວ CNN ເຂົ້າມາປະເທດ ແຕ່ຫ້າມບໍ່ໃຫ້ ສໍານັກງານຂ່າວພາຍ ໃນປະເທດ 5 ສໍານັກ ເຄື່ອນໄຫວ ແລະ ກັກຂັງນັກຂ່າວ 53 ຄົນ ນັບຕັ້ງແຕ່ ມີການຣັຖປະຫານມາ. ໃນຈໍານວນນັ້ນ ໄດ້ປ່ອຍຕົວ 29 ຄົນ ໂດຍມີ 2 ຄົນຖືກ ປະກັນຕົວອອກ. ແລະຢ່າງໜ້ອຍກໍມີ 16 ຄົນເສັຽຊີວິດ ໃນໄລຍະ 48 ຊົ່ວໂມງ ຂອງການ ປາບປາມໃນຕອນກາງຄືນ, ອີງຕາມຄໍາເວົ້າຂອງ ປະຊາຊົນໃນຫລາຍເຂດ.
ຢູ່ເຂດ Dagon ທາງດ້ານໃຕ້ ຂອງນະຄອນຢ້າງກຸ້ງ ປະຊາຊົນຣາຍງານວ່າ ກໍາລັງຮັກສາຄວາມສງົບ ໄດ້ບຸກເຂົ້າເຮືອນຄົນ ແລະຍິງ ທຸກຄົນ ທີ່ພວກເຂົາເຫັນ ອັນເຮັດໃຫ້ຫລາຍໆຄົນ ຈໍາຕ້ອງໄດ້ໜີອອກ ຈາກເຂດນັ້ນໄປ. ຂ່າວວິທຍຸເອເຊັຍເສຣີ ວັນທີ 1 ເມສາ ນີ້ ຣາຍງານວ່າ ມາດາມ ອອງຊານ ຊູຈິ ຜູ້ຖືກກັກຂັງ ບໍຣິເວນ ຢູ່ໃນບ້ານພັກ ທີ່ກຸງເນປິດໍ ປະເຊີນກັບອີກ ນຶ່ງ ຂໍ້ກ່າວຫາໃໝ່ ທາງດ້ານກົດໝາຍ ໃນມື້ວັນພະຫັດນີ້. ທ່ານ Khin Maung Zaw ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ມາດາມ ດຽວນີ້ປະເຊີນ ກັບຂໍ້ກ່າວຫາ ພາຍໃຕ້ກົດໝາຍ ຄວາມລັບ ຂອງຣັຖບານ ແຕ່ຍັງບໍ່ຮູ້ເຫດຜົລເທື່ອ. ທະນາຍຄວາມ Min Min Soe ເວົ້າວ່າ ມາດາມ ອອງຊານ ຊູຈິ ແລະຜູ້ນໍາອາວຸໂສ 2 ທ່ານທີ່ຖືກກັກຂັງຢູ່ນັ້ນ ປາກົດວ່າ ມີສຸຂພາບດີ. ແລະວ່າ ມາດາມ ອອງຊານ ຊູຈິ ບໍ່ໄດ້ຮັບ ອະນຸຍາດ ໃຫ້ເວົ້າ ກ່ຽວກັບສະພາບ ທາງການເມືອງ ປັດຈຸບັນ, ແຕ່ ມາດາມ ກໍອະທິຖານ ໃຫ້ປະຊາຊົນ ມີສຸຂພາບດີ. ຜູ້ນໍາທັງ 3 ທ່ານ ທີ່ວ່ານີ້ ຈະໄດ້ຂຶ້ນສານ ໃຫ້ການຄັ້ງຕໍ່ໄປ ໃນມື້ວັນທີ 12 ເມສານີ້.
ການພິຈາຣະນາຄະດີຂອງຜູ້ນໍາພົລເຮືອນ ທັງ 3 ທ່ານ ທີ່ຖືກປົດ ແລະຖືກຄວບຄຸມຕົວ ມາຕັ້ງແຕ່ 2 ເດືອນກ່ອນ ຂນະທີ່ໂກດັງ 2 ຫລັງເກີດໄຟໃໝ້ ໃນເວລາ 1 ໂມງເຊົ້າ, ໄຟໃໝ້ໝົດ ທຸກສິ່ງທຸກຢ່າງ ຊຶ່ງຫລາຍຄົນໃນພະມ້າ ສົງສັຍວ່າ ເປັນການທໍາລາຍ ຫ້າງສັບພະສິນຄ້າ ທີ່ເປັນຂອງກອງທັບ ໃນນະຄອນ ຢ້າງກຸ້ງ ຊຶ່ງເປັນເມືອງຫລວງເກົ່າ ແລະກໍເປັນ ສູນກາງ ການຄ້າ ຂອງພະມ້າ, ຜູ້ເຫັນເຫດການ ຄົນນຶ່ງກ່າວ.
ເຫດໄຟໄໝ້ຫ້າງສັພສິນຄ້າ ທີ່ເປັນຂອງທະຫານ 2 ແຫ່ງນີ້ ເກີດຂຶ້ນໃນເວລາກາງຄືນ ໃນຍາມວິການ ທີ່ຫ້າມບໍ່ໃຫ້ຜູ້ຄົນ ອອກນອກບ້ານໄປຖນົນ ອັນເຮັດໃຫ້ເກີດ ຄວາມສົງສັຍ ຢ່າງ ແພ່ຫລາຍວ່າ ເປັນການຕັ້ງໃຈເຜົາ.
ທີ່ມັງດາເລ ເມືອງໃຫຍ່ອັນດັບ 2 ຂອງພະມ້າ ແລະເປັນເຂດ ທີ່ມີຜູ້ຄົນເສັຍຊີວິດ ຈໍານວນຫລວງຫລາຍ ໃນການປະທ້ວງນັ້ນ ໄຟ ໄດ້ໄໝ້ເຮືອນໄປຫລາຍກວ່າ 100 ຫລັງໃນ ເຊົ້າ ມື້ດຽວ ເຮັດໃຫ້ຜູ້ຄົນ ບໍ່ມີເຮືອນຢູ່ຫລາຍກວ່າ 500 ຄົນໃນເຂດ Pyaygyi Tagun. ແລະເກີດໄຟໃໝ້ ເຮືອນ 60 ຫລັງ ໃນເຂດດຽວກັນນັ້ນ ໃນມື້ວັນທີ 28 ມິນາຜ່ານມາ.
ເມື່ອຄືນ ວັນພະຫັດ ຜ່ານມານີ້ ຕໍາຣວດ ແລະທະຫານ ໄດ້ຍິງປືນໃສ່ຣົດ ຂອງ ທະນາຄານ Shinhan ຂອງເກົາຫລີໃຕ້ ຢູ່ນະຄອນ ຢ້າງກຸ້ງ, ຖືກຫົວພະນັກງານ ເຈັບໜັກ ຈົນໄດ້ ນໍາສົ່ງໂຮງໝໍ. ແລະກໍມີຢ່າງໜ້ອຍ 2 ຄົນ ຖືກຍິງ ເສັຽຊີວິດ ຢູ່ມັງດາເລ ຂນະທີ່ຢ່າງໜ້ອຍມີ 10 ຄົນ ໄດ້ຮັບບາດເຈັບສາຫັດ ຈາກປືນຂອງທະຫານ ແລະຕໍາຣວດ.
ຢູ່ເຂດ Monywa ບ່ອນທີ່ຍັງມີພວກປະທ້ວງ ຢູ່ຕໍ່ໄປ ເຖິງແມ່ນວ່າ ຈະມີຜູ້ຖືກຍິງ ເສັຍຊີວິດໄປແລ້ວ 20 ປາຍຄົນ, ທະຫານ ແລະ ຕໍາຣວດ ຍິງພວກປະທ້ວງ ຕໍ່ຕ້ານຣັຖປະຫານ ເຮັດໃຫ້ມີອີກ ຢ່າງໜ້ອຍ 2 ຄົນບາດເຈັບ.
ທີ່ຣັຖ Kayin ຊາວບ້ານທ້ອງຖິ່ນ ເວົ້າວ່າ ມີຄົນຂີ່ຣົດຈັກ ໂຍນຣະເບີດໃສ່ ຣົດທະຫານ ແລະຕໍຣວດ ທີ່ລາດຕະເວນ ໃນເຂດນັ້ນ ເຮັດໃຫ້ ຕໍາຣວດຕາຍ ແລະ ທະຫານ ບາດເຈັບອີກ 2 ຄົນ. ຣາຍງານຈາກຣັຖ Kayin, ຍົນທະຫານພະມ້າ ໄດ້ສືບຕໍ່ໂຈມຕີ ຖິ້ມຣະເບີດ ເຮັດໃຫ້ປະຊາຊົນ ຂາດທີ່ຢູ່ອາສັຍ 20 ພັນປາຍຄົນ ໃນວັນພະຫັດ ຜ່ານມານີ້.
ສະມາຄົມໃຫ້ການຊ່ວຍເຫລືອ ນັກໂທດການເມືອງ ທີ່ມີສູນກາງ ຢູ່ປະເທດໄທຍ ເວົ້າວ່າ ມີ 543 ຄົນເສັຽຊີວິດ ແລະ ຖືກກັກຂັງ 2,741 ຄົນ ໃນໄລຍະ 2 ເດືອນ ມານີ້ ຄືນັບຕັ້ງແຕ່ ເກີດ ຣັຖປະຫານມາ.
ໃນຈໍານວນຜູ້ເສັຍຊີວິດນັ້ນ ມີ 141 ຄົນຖືກສັງຫານໃນ ວັນເສົາ ມີ 29 ມິນາ ຜ່ານມາ ທີ່ເປັນວັນນອງເລືອດ ທີ່ສຸດ, ຕາມຄໍາເວົ້າຂອງ ຂອງ ສະມາຄົມຊ່ອຍເຫລືອ ນັກໂທດການເມືອງ.
ພະມ້າຢູ່ໃນສະພາບວຸ້ນວາຍ, ມີການປະທ້ວງຂອງມວນຊົນ, ທະຫານໃຊ້ຄວາມຮຸນແຮງ ປາບປາມ ພວກປະທ້ວງ ນັບຕັ້ງແຕ່ ກອງທັບເຮັດຣັຖປະຫານໂຄ່ນລົ້ມຣັຖບາລ ຂອງ ມາດາມ ອອງຊານ ຊູຈິ ເມື່ອວັນທີ 1 ກຸມພາ ໂດຍກ່າວຫາວ່າ ມີການສໍ້ໂກງການ ເລືອກຕັ້ງ ຢ່າງກວ້າງຂວາງ ເມື່ອເດືອນ ພຶສຈິກາ 2020 ພາຍ ຫລັງທີ່ພັກ ຂອງ ມາດາມ ໄດ້ຮັບ ໄຊຊະນະ ຢ່າງຖ້ວມທົ້ນ. ມາດາມ ແລະສະມາຊິກພັກ ຄົນອື່ນໆ ຖືກທະຫານ ຄວບຄຸມຕົວ ໂດຍກ່າວຫາຕ່າງໆນາໆ ແບບບໍ່ມີເຫດຜົລ.
ສະມາຊິກຣັຖ ສະພາພະມ້າ ທີ່ຖືກພວກທະຫານ ຂັບໄລ່ ສ່ວນໃຫຍ່ ມາຈາກພັກຂອງ ມາດາມ ອອງຊານ ຊູຈີ ໃຫ້ຄໍາໝັ້ນ ທີ່ຈະຈັດຕັ້ງ ສະຫະພັນ ຣັຖປະຊາທິປະໄຕ ແລະແກ້ໄຂ ຂໍ້ຮຽກຮ້ອງທີ່ມີມາດົນນານ ຂອງ ຊົນກຸ່ມນ້ອຍ ທີ່ຕ້ອງການປົກຄອງຕົນເອງ ແລະໄດ້ປະກາດຍົກເລີກ ຣັຖທໍາມະນູນ ປີ 2008 ທີ່ທະຫານ ເປັນຜູ້ສ້າງຂຶ້ນ ເພື່ອອໍານວຍ ໃຫ້ທະຫານ ຄວບຄຸມອໍານາດ ທາງການເມືອງ. ທະຫານປະຕິເສດ ແນວຄິດ ຣະບົບສະຫະພັນ ໂດຍເຫັນວ່າ ທະຫານ ເປັນສູນກາງອໍານາດ ທີ່ຍຶດຄອງປະເທດ ຊຶ່ງແຕກແຍກ ໃຫ້ຢູ່ຮ່ວມກັນ.
ແຕ່ພາບທີ່ຖືກນໍາອອກເຜີຍແພ່ ທັງທາງສື່ສັງຄົມອອນລາຍ ບົ່ງບອກໃຫ້ເຫັນເຖິງການນໍາເອົາ ຣັຖທໍາມະນູນ ທັງຂອງຈິງ ແລະທີ່ເປັນສັນຍາລັກ ມາຈູດເຜົາ ໃນທີ່ຊຸມນຸມປະທ້ວງ ຂອງມວນຊົນພະມ້າ ຕ້ານຜະເດັດການທະຫານ ຢູ່ຕາມທ້ອງຖົນນ ແລະຕາມໝູ່ບ້ານຕ່າງໆ.
ຕໍ່ເຫດການຣັຖປະຫານ ແລະການປາບປາມ ເຂັ່ນຂ້າປະຊາຊົນ ທີ່ບໍ່ມີຄວາມຜິດຫຍັງແບບໄຮ້ມະນຸສທໍາ ເປັນຈໍານວນຫຼວງຫຼາຍ ຢູ່ພະມ້າ ປະເທດຕ່າງໆ ທີ່ຮັກຫອມຄວາມເປັນທັມ ໃນທົ່ວໂລກ ຮວມທັງສະຫະຣັຖ ອາເມຣິກາ ແລະ ອັງກິດ ຕ່າງກໍກ່າວປະນາມ, ລົງໂທດພວກທະຫານ ທີ່ກ່ຽວຂ້ອງ ກັບການເຮັດຣັຖປະຫານ ແລະ ພາກສ່ວນ ທຸຣະກິດ ທີ່ກ່ຽວຂ້ອງ ກັບທະຫານ ແລະ ຮຽກຮ້ອງໃຫ້ມີການແກ້ໄຂ ເຮັດໃຫ້ສະພາບການ ຢູ່ພະມ້າກັບຄືນສູ່ ປົກກະຕິໂດຍໄວ.