ໂຄງການພັທນາທັກສະໃໝ່ຂອງ ອາຊຽນ

ເຄື່ອງໝາຍ ປະຊາຄົມ ເສຖກິຈ ອາຊ໊ຽນ
ເຄື່ອງໝາຍ ປະຊາຄົມ ເສຖກິຈ ອາຊ໊ຽນ (Asean economic community)

0:00 / 0:00

ໃນອາທິດ ຜ່່ານມາ ມີ ການປະຊຸມ ເທື່ອທໍາອິດ ຂອງ ໜ່ວຍງານ ສະເພາະ ຈາກ ອາຊຽນ ເພື່ອພັທນາ ທັກສະໃໝ່ ດ້ານ ອາຫານ ກະສິກັມ ແລະ ປ່າໄມ້ ໄປສູ່ ປີ 2020 ຢູ່ ສໍານັກງານ ເລຂາທິ ການ ອາຊຽນ ກຸງ ຈາກາຕາ ປະເທດ ອິນໂດເນເຊັຽ ເພື່ອ ທົບ ທວນ ແຜນການ ສຶກສາ ການພັທນາ ດັ່ງກ່າວ.

ກອງປະຊຸມ ໄດ້ຕົກລົງ ຂອບເວລາ ສໍາລັບ ການພັທນາ ທັກສະ ໃໝ່ ແລະ ຈັດຫົວຂໍ້ ຣາຍງານ ທີ່ໄດ້ ທົບທວນ ໄປແລ້ວນັ້ນ. ການທົບທວນ ແຜນການ ສຶກສາ ຄາດວ່າ ຈະໃຫ້ແລ້ວ ພາຍໃນ ກາງ ປີ 2015 ແລະ ສົ່ງຣາຍງານ ໃຫ້ ກອງປະຊຸມ ຮັຖມົນຕຣີ ກະສິກັມ ປ່າໄມ້ ອາຊຽນ ຄັ້ງທີ່ 37 ໃນປີ 2015, ຕາມຣາຍງານ ຈາກ ຫ້ອງການ ເລຂາທິການ ອາຊຽນ.

ຣາຍງານວ່າ ກອງປະຊຸມ ນີ້ແມ່ນ ສືບຕໍ່ຜົນ ຂອງ ກອງປະຊຸມ ວາຣະພິເສດ ເຈົ້າໜ້າທີ່ ຣະດັບສູງ ຂອງ ກອງປະຊຸມ ຣັຖມົນຕຣີ ກະສິກັມ ແລະ ປ່າໄມ້ ຄັ້ງທີ່ 34 ຢູ່ ເມືອງ ປາກເຊ ເມື່ອ ປີກາຍນີ້ ຊຶ່ງໄດ້ ຕົກລົງກັນ ໃຫ້ ພັທນາ ທັກສະ ແລະ ເປົ້າໝາຍ ການຮ່ວມມື ຂອງ ອາຊຽນ ດ້ານອາຫານ ກະສິກັມ ແລະ ປ່າໄມ້ ໄປສູ່ປີ 2020.

ບົດຣາຍງານ ເລຂາທິການ ອາຊຽນວ່າ ການຕັ້ງ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ບໍ່ແມ່ນ ຈຸດໝາຍ ປາຍທາງ ສຸດທ້າຍ ຂອງ ການຮວມຕົວ ທາງດ້ານ ເສຖກິດ, ແຕ່ເປັນ ຂີດໝາຍ ສໍາຄັນ ແລະ ເປັນຈຸດ ເລີ້ມຕົ້ນ ຂອງ ວາຣະໃໝ່ ໃນ ການສືບຕໍ່ ການຮວມຕົວ ເສຖກິດ ແລະ ປະຊາຄົມ ອາຊຽນ ພາຍຫລັງ ປີ 2015.