ທັສນະ ຂອງອາຊ້ຽນ ຕໍ່ສົງຄາມ ຣັດເຊັຍ-ຢູເຄຣນ
ທັສນະຂອງບັນດາ ປະເທດສະມາຊິກອາຊຽນ ຕໍ່ສົງຄາມລະຫວ່າງຣັດເຊັຍ ແລະຢູເຄຣນ ແຕກຕ່າງກັນ, ມີປະເທດ ທີ່ປະນາມການຮຸກຮານ ຂອງຣັດເຊັຍ ແລະທວງໃຫ້ຣັດເຊັຍ ຖອນກໍາລັງທະຫານ ອອກຈາກປະເທດນີ້.
-
ຈຳປາທອງ
2022-03-06 -
-
-
Your browser doesn’t support HTML5 audio
ຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງສະມາຄົມບັນດາປະເທດ ເອເຊັຍຕາເວັນອອກສ່ຽງໃຕ້ ຫລືອາຊຽນ ຮຽກຮ້ອງໃຫ້ຢຸດຍິງທັນທີ ໃນອັນທີ່ພວກເຂົາເຈົ້າເອີ້ນວ່າ ເປັນສົງຄາມ ທາງທະຫານຢູ່ຢູເຄຣນ ໂດຍທີ່ ບໍ່ໄດ້ເອີ່ຍເຖິງຣັດເຊັຍ, ອີງຕາມການຣາຍງານ ຂອງໜັງສືພິມ Bangkok Post ວັນທີ 3 ມິນາ 2022.
ຣັຖມົນຕຣີ ການຕ່າງປະເທດ ຂອງສະມາຄົມອາຊຽນ ກ່າວໃນຖແລງການເມື່ອວັນພະຫັດ ທີ 3 ມິນານີ້ ໂດຍບໍ່ໄດ້ເວົ້າເຖິງຣັດເຊັຍນັ້ນວ່າ ພວກຕົນກັງວົນຫລາຍຕໍ່ແຮງໂນ້ມ ທີ່ທະວີຄວາມຮຸນແຮງຂອງສະຖານະການໃນຢູເຄຣນ. ແຕ່ກໍເຊື່ອວ່າ ຍັງມີ “ບ່ອນວ່າງສໍາລັບການເຈລະຈາຢ່າງສັນຕິ” ແລະວ່າ ພວກຕົນມີຄວາມພ້ອມ ທີ່ຈະອໍານວຍຄວາມສະດວກ ໃຫ້ແກ່ການເຈລະຈາ ລະຫວ່າງຝ່າຍທີ່ກ່ຽວຂ້ອງ ໃນທຸກວິທີທາງທີ່ເປັນໄປໄດ້.
ສົງຄາມ ແລະສະຖານະການ ຢູ່ປະເທດຢູເຄຣນ ເປັນສົງຄາມທີ່ຜູ້ຮັກຫອມ ສັນຕິພາບໃນທົ່ວໂລກ ບໍ່ຢາກໃຫ້ເກິດຂຶ້ນ ແລະປັນດາປະຊາຊາດ ໃນປະເທດສະມາຊິກສະມາຄົມອາຊຽນ ກໍເຊັ່ນດຽວກັນ ດັ່ງຈະເຫັນໄດ້ຢູ່ໃນຖແລງການຮ່ວມ 2 ຂໍ້ ຂອງຣັຖມົນຕຣີການຕ່າງປະເທດອາຊຽນ ເມື່ອວັນທີ 26 ກຸມພາທີ່ຜ່ານມາ ຊຶ່ງຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຍັບຍັ້ງ ແລະເຈລະຈາກັນຜ່ານທຸກຊ່ອງທາງ ຮວມທັງທາງດ້ານການທູດ ເພື່ອຄວບຄຸມສະຖານະການ, ຜ່ອນຄາຍຄວາມເຄັ່ງຕຶງ ແລະແກ້ໄຂບັນຫາຕາມກົດໝາຍສາກົນ, ຕາມຫລັກການ ຂອງກົດບັດສະຫະປະຊາຊາດ ແລະຕາມສົນທິສັນຍາມິຕພາບ ແລະການຮ່ວມມືຢູ່ເອເຊັຍຕາເວັນອອກສ່ຽງໃຕ້. ແລະເຊື່ອວ່າ ຍັງມີບ່ອນວ່າງສໍາລັບການ ເຈລະຈາຢ່າງສັນຕິ ເພື່ອປ້ອງກັນສະຖານະການທີ່ບໍ່ສາມາດຄວບຄຸມໄດ້ ໃຫ້ມີການເຄົາຣົບຊຶ່ງກັນ ແລະກັນໃນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະມີສິດເທົ່າທຽມກັນຂອງທຸກປະເທດ.
ສໍາລັບທ່າທີຂອງກໍາພູຊາ ທີ່ເປັນປະທານວຽນອາຊຽນ ທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີ ກ່າວວ່າ ສົງຄາມບໍ່ຍຸຕິຄວາມຂັດແຍ່ງລະຫວ່າງຣັດເຊັຍ ແລະຢູເຄຣນ. ພ້ອມກັນນັ້ນທ່ານກໍຮຽກຮ້ອງໃຫ້ທັງສອງປະເທດນີ້ ເຈລະຈາກັນຢ່າງສັນຕິ ອັນຈະເປັນຜົລປໂຍດ ຮ່ວມກັນທັງ2 ຝ່າຍແລະບັນລຸສັນຕິພາບ ທີ່ແທ້ຈິງ, ອີງຕາມການຣານງານຂອງ ພະນົມເປັນໂພສຕ໌ ວັນທີ 1 ມິນາ 2022 ນີ້.
ຜ່ານການຊັ່ງຊານໍ້າໜັກ ໃນບັນຫາຣັດເຊັຍແລະຢູເຄຣນ ຊຶ່ງສະທ້ອນຄວາມເຊື່ອຂອງທ່ານ ທີ່ມີມາຍາວນານ ທ່ານ ຮຸນ ເຊນ ກ່າວວ່າ ພຽງແຕ່ຜ່ານການເຈລະຈາຢ່າງສັນຕິເທົ່ານັ້ນ, ບໍ່ແມ່ນສົງຄາມ ທີ່ຂໍ້ຂັດແຍ່ງໃດໆລະຫວ່າງຄູ່ພິພາດ ຈະສາມາດແກ້ໄຂໄດ້.
ແຕ່ສິງກະໂປ ແລະອິນໂດເນເຊັຍ 2 ປະເທດເທົ່ານັ້ນໃນກຸ່ມອາຊຽນ ທີ່ປະນາມຢ່າງເປີດແປນ ການໂຈມຕີຢູເຄຣນທາງທະຫານຂອງຣັດເຊັຍ ແລະໜ້ອຍໜັກໜ້ອຍໜາ ທີ່ສິງກະ ໂປຈະໃຊ້ມາຕການລົງໂທດປະເທດອື່ນໆ.
ສິງກະໂປ ໄດ້ສະແດງທ່າທີຂອງຕົນອອກຢ່າງຈະແຈ້ງ ເມື່ອວັນທີ 28 ກຸມພາ ໂດຍໄດ້ປະກາດລົງໂທດຣັດເຊັຍ ຮວມທັງມາຕການທາງການເງິນ ແລະການຄວບຄຸມການສົ່ງອອກ.
ທ່ານ Vivian Balakrishnan ຣັຖມົນຕຣີການຕ່າງປະເທດສິງກະໂປ ກ່າວຕໍ່ຣັຖສະພາສິງກະໂປວ່າ ສິງກະໂປຕັ້ງໃຈທີ່ຈະດໍາເນີນການຮ່ວມກັບປະເທດອື່ນໆ ທີ່ມີຄວາມຄິດຄ້າຍຄືກັນ ເພື່ອກໍານົດມາຕການລົງໂທດ ແລະຂໍ້ຈໍາກັດ ທີ່ເໝາະສົມຕໍ່ຣັດເຊັຍ.
ສິງກະໂປ ເປັນປະເທດນຶ່ງຢູ່ໃນຈໍານວນປະເທດ ທີ່ໄດ້ປາສັຍຕໍ່ກອງປະຊຸມສະມັດຊາໃຫຍ່ຂອງສະຫະປະຊາຊາດໃນມື້ວັນທີ 28 ກຸມພາວ່າ “ຈະບໍ່ລັ່ງເລໃຈທີ່ຈະລົງຄະແນນເຫັນດີໃນຮ່າງມະຕິນີ້” ແລະທັງວ່າ ສິງກະໂປມີແຜນທີ່ຈະກໍານົດມາຕການລົງໂທດຣັດເຊັຍ.
ສໍາລັບອິນໂດເນເຊັຍ ກໍປະນາມການຣັດເຊັຍ ທີ່ໂຈມຕີຢູເຄຣນ ໂດຍເວົ້າວ່າ ຍອມຮັບບໍ່ໄດ້ ແລະຮຽກຮ້ອງໃຫ້ມີການເຈລະຈາ ແລະແກ້ໄຂທາງການທູດ ຫລັງຈາກຣັດເຊັຍໂຈມຕີຢູເຄຣນ ແລະຈະບໍ່ກໍານົດມາຕການລົງໂທດຣັດເຊັຍ.
ໃນການຖແລງຂ່າວ ທ່ານ Teuku Faizasyah ໂຄສົກກະຊວງການຕ່າງປະເທດອິນໂດເນເຊັຍ ກ່າວວ່າ ອິນໂດເນເຊັຍກັງວົນຫລາຍກ່ຽວກັບການເພິ່ມຄວາມຂັດແຍ່ງດ້ວຍການໃຊ້ກໍາລັງອາວຸດຢູ່ຢູເຄຣນ ທີ່ຄຸກຄາມຄວາມປອດພັຍຢ່າງໃຫຍ່ຫລວງຂອງປະຊາຊົນ ແລະສະເຖັຍລະພາບໃນຂົງເຂດ.
ປະທານາທິບໍດີອິນໂດເນເຊັຍ ທ່ານ Jodo Widodo ໄດ້ອອກຖແລງການຢ່າງເປັນທາງການປະນາມການໂຈມຕີທາງທະຫານຂອງຣັດເຊັຍຕໍ່ຢູເຄຣນ ແຕ່ບໍ່ໄດ້ເວົ້າເຖິງຣັດເຊັຍຫລາຍ.
ພ້ອມກັນນັ້ນ ທ່ານກໍກ່າວຜ່ານທາງ ທະວິດເຕີ ໃນມື້ວັນພະຫັດ ວັນທີ 24 ກຸມພາຜ່ານມານີ້ ຮຽກຮ້ອງໃຫ້ຣັດເຊັຍຍຸຕິສົງຄາມ ທີ່ເລີ້ມຂຶ້ນໃນມື້ວັນທີ 24 ກຸມພາ ພາຍຫລັງທີ່ທ່ານ ວະລາດິເມັຍ ປູຕິນ ໄດ້ສັ່ງໃຫ້ບຸກໂຈມຕີຢູເຄຣນ ໂດຍອ້າງວ່າ ເປັນການຮັກສາສັນຕິພາບ.
ທ່ານຮຽກຮ້ອງໃຫ້ຣັດເຊັຍຍຸຕິສົງຄາມ ຍ້ອນວ່າສົງຄາມຄັ້ງນີ້ທໍລະມານມະນຸດ ແລະເປັນອັນຕະລາຍຕໍ່ໂລກ.
ແລະເມື່ອກ່ອນນັ້ນ ວັນທີ 22 ກຸມພາ ປະທານາທິດີຟີລິບປິນ ກໍກ່າວວ່າ ວິກິດການຢູ່ຢູເຄຣນ ຕ້ອງໄດ້ຮັບການແກ້ໄຂຢ່າງລະມັດລະວັງ ເພື່ອປ້ອງກັນພັຍພິບັດຄັ້ງໃຫຍ່ຕໍ່ມວນມະນຸດ. ແຕ່ເຖິງຢ່າງໃດກໍຕາມ ຄວາມພະຍາຍາມເພື່ອສັນຕິພາບນີ້ ຈະຕ້ອງໃຫ້ແລ້ວຢ່າງໄວວາ ແລະບໍ່ໃຫ້ລ້າຊ້າ.
ສິງກະໂປ ແລະອິນໂດເນເຊັຍ ຄາດວ່າ ປະເທດໃນກຸ່ມອາຊຽນທີ່ເຫລືອຈະບໍ່ສະແດງທ່າທີ ແລະຈະຫລີກລ້ຽງການສະແດງຈຸດຢືນໃດໆໃນສົງຄາມຢູ່ຢູເຄຣນ ໂດຍສະເພາະວຽດນາມ ແມ່ນຢູ່ພາຍໃຕ້ແຮງກົດດັນຈາກປະເທດຕາເວັນຕົກ.
ໃນຂະນະດຽວກັນ ທ່ານ Gareyh Ward ທູດອັງກິດ ປະຈໍາວຽດນາມ ກໍກ່າວທາງທະວິດເຕີ ເຖິງການຮຸກຮານຂອງຣັດເຊັຍເມື່ອອາທິດຜ່ານມາວ່າ ທ່ານຫວັງວ່າ ວຽດນາມຈະຮ່ວມກັບນາໆຊາດ ປະນາມການໂຈມຕີ ທີ່ປາສຈາກການຍຸຍົງນັ້ນ.
ກ່ຽວກັບບັນຫາທີ່ວ່ານີ້ ທ່ານ Le Thi Thu Hang ໂຄສົກກະຊວງການຕ່າງປະເທດວຽດນາມ ຖແລງວ່າ ວຽດນາມເຄົາຣົບກົດບັດສະຫະປະຊາຊາດ ແລະຫລັກການພື້ນຖານຂອງກົດໝາຍສາກົນ ທີ່ຈະເຮັດໃຫ້ເກີດສັນຕິພາບ, ຄວາມໝັ້ນຄົງ ແລະສະເຖັຍລະພາບໃນຂົງເຂດ ແລະໃນທົ່ວໂລກ.
ສະຖານະການຮຸນແຮງ ທີ່ເກີດຂຶ້ນຢູ່ຢູເຄຣນ ເຮັດໃຫ້ວຽດນາມກັງວົນ ແລະມີແຜນການອົພ ຍົບພົລເມືອງຂອງຕົນອອກຈາກທີ່ນັ້ນ, ອີງຕາມການຣາຍງານຂອງເອເຊັຍໄທມສ໌ ວັນທີ 1 ມິນາ 2022.
ຢູ່ປະເທດຢູເຄຣນ ມີນັກສຶກສາວຽດນາມຫລາຍກວ່າ 1,400 ຄົນ ແລະຊາວວຽດນາມອີກປະມານ 10,000 ຄົນອາສັຍຢູ່.
ທ່ານ Pham Minh Chinh ນາຍົກຣັຖມົນຕຣີວຽດນາມໄດ້ອອກຄໍາສັ່ງໃນມື້ວັນທີ 26 ກຸມພາ ໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງຮ່ວມມືກັນປະຕິບັດແຜນການຄຸ້ມຄອງພົລເມືອງວຽດນາມ ແລະນິຕິບຸກຄົນຢູ່ປະເທດຢູເຄຣນ.
ໃນຄວາມຂັດແຍ່ງລະຫວ່າງຣັດເຊັຍ ແລະຢູເຄຣນ ວຽດນາມຕ້ອງການຄວາມສົມດຸນລະ ຫວ່າງມິຕພາບເກົ່າ ແລະມິຕພາບໃໝ່ ແຕ່ຢູ່ພາຍໃຕ້ແຮງກົດດັນຈາກບັນດາປະເທດຕາ ເວັນຕົກ ໃຫ້ຕໍ່ຕ້ານຣັດເຊັຍ ທີ່ຮຸກຮານຢູເຄຣນ.
ເວົ້າແທ້ແລ້ວ ປາກົດວ່າວຽດນາມຢູ່ໃນສະພາບທີ່ລໍາບາກໃຈ ເນື່ອງຈາກມີຮຸ້ນສ່ວນທາງ ຍຸທສາດກັບຣັດເຊັຍ, ມີການຮ່ວມມືໃນການສໍາຣວດນໍ້າມັນ ແລະແກສຢູ່ນອກຊາຍຝັ່ງທະເລ ຊຶ່ງເປັນສິ່ງທ່ວງດຶງໃນການຕ້ານການຮຸກຮານຂອງຈີນຢູ່ທະເລຈີນໃຕ້. ໃນຂະນະດຽວກັນ ຢູເຄຣນ ກໍກາຍເປັນປະເທດສໍາຄັນ ທີ່ຊ່ອຍວຽດນາມດ້ານອຸປະກອນປ້ອງກັນປະເທດ.
ທ່ານ Nguyen Khac Giang ນັກວິເຄາະການເມືອງ ທີ່ມະຫາວິທຍາລັຍ Victoria University of Wellington ປະເທດນິວຊີແລັນ ກ່າວວ່າ ທັສນະຂອງວຽດນາມ ມັກຄຸມເຄືອ ຍ້ອນວຽດນາມ ຕ້ອງການຮັກສາການພົວພັນດີກັບຣັດເຊັຍ ໃນຂະນະທີ່ເຂົ້າໃຈດີວ່າ ການຮຸກຮານຂອງຣັດເຊັຍເປັນພັຍຄຸກຄາມໂດຍກົງ ຕໍ່ຫລັກການບໍ່ແຊກແຊງ ເຂົ້າກິຈການພາຍໃນຂອງປະເທດອື່ນ ຊຶ່ງວຽດນາມກໍລະມັດລະວັງຕໍ່ພັຍຄຸກຄາມຈາກຈີນ.
ຕໍ່ບັນຫາຂັດແຍ່ງກັນຮຸນແຮງ ລະຫວ່າງຣັດເຊັຍ ແລະຢູເຄຣນ ຈົນເຖິງຂັ້ນຣັດເຊັຍໃຊ້ກອງກໍາລັງອັນມີແສນຍານຸພາບຂອງຕົນເປັນຈໍານວນຫລວງຫລາຍ ບຸກໂຈມຕີເຂົ້າຢູເຄຣນນັ້ນ ຈີນຢູ່ໃນທ່າທີດັ່ງທີ່ສະແດງອອກຢູ່ໃນການລົງມະຕິໃນຮ່າງຍັດຕິຂອງຄະນະມົນຕຣີສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນມື້ວັນສຸກ ທີ 25 ກຸມພາຜ່ານມາ ທີ່ຮຽກຮ້ອງໃຫ້ຣັດເຊັຍຍຸຕິການໂຈມຕີຢູເຄຣນ ຄືຈີນງົດອອກສຽງ, ສ່ວນຣັດເຊັຍເອງໃຊ້ສິດວີໂຕຄັດຄ້ານ. ແລະ 2 ມື້ຕໍ່ມາ ຄືໃນວັນທິດ ທີ 27 ກຸມພາ ຈີນກໍງົດອອກສຽງອີກ ເຖິງແມ່ນເປັນຂັ້ນຕອນທີ່ ບໍ່ເປີດໂອກາດໃຫ້ຈີນໃຊ້ສິດວີໂຕກໍຕາມ.
ການງົດອອກສຽງທັງ 2 ຄັ້ງຂອງຈີນທີ່ວ່ານັ້ນ, ອີງຕາມການຣາຍງານຂອງ ເມນາເຈີອອນລາຍ, ທ່ານ ສື ອິນຫົງ ຜູ້ຊ່ຽວຊານດ້ານການພົວພັນ ລະຫວ່າງປະເທດຂອງມະຫາວິທຍາລັຍ ເຫຣິນໝິນຂອງຈີນແລ້ວແມ່ນວ່າ ຈີນລະມັດລະວັງຫລາຍຂຶ້ນ ຂະນະທີ່ທົ່ວໂລກວິຈານ ແລະຕໍ່ຕ້ານການບຸກຢູເຄຣນຂອງຣັດເຊັຍຢ່າງກວ້າງຂວາງ.
ແລະທ່ານ ຫລີ່ ຟານ ອາຈານດ້ານຣັດເຊັຍສຶກສາ ຢູ່ມະຫາວິທຍາລັຍດັ່ງກ່າວ ກໍເວົ້າວ່າ ຈີນ ແລະຣັດເຊັຍເປັນຫຸ້ນສ່ວນ ທາງຍຸທສາດແລະເປັນມິດກັນ ແຕ່ຈີນບໍ່ເຂົ້າຂ້າງຝ່າຍໃດໃນວິກິດຢູເຄຣນ. ສໍາລັບເຣື່ອງຣັດເຊັຍປະກາດຍົກລະດັບການກຽມພ້ອມຂອງກໍາລັງນິວເຄລັຍເມື່ອວັນທີ 27 ກຸມພາຜ່ານມາ ຊຶ່ງສົ່ງຜົລໃຫ້ວິກິດການເຄັ່ງຕຶງຫລາຍຂຶ້ນນັ້ນ ອາຈເຮັດໃຫ້ຈີນລະວັງຍິ່ງຂຶ້ນນໍາດ້ວຍ.
ຈີນຮັບຮູ້ຣັຖບານໃນຢູເຄຣນ ທີ່ຣັດເຊັຍຈັດຕັ້ງຂຶ້ນ ແລະຈີນປະຕິເສດທີ່ຈະເອີ້ນການ ໂຈມຕີຢູເຄຣນຂອງຣັດເຊັຍວ່າເປັນການຮຸກຮານ ເຖິງມີການຢືນຢັນວ່າ ມີພົລເຮືອນເສັຍຊີວິດຫລາຍໃນເຫດການນັ້ນ.
ສໍາລັບປະເທດໄທຍ ກໍຮຽກຮ້ອງໃຫ້ມີການແກ້ໄຂບັນຫານັ້ນໂດຍສັນຕິວິທີ, ໄທຍໄດ້ສນັບ ສນູນມະຕິຂອງສະຫະປະຊາຊາດໃນມື້ວັນທີ 2 ມິນາ ທີ່ຮຽກຮ້ອງໃຫ້ຣັດເຊັຍຖອນກໍາລັງອອກຈາກຢູເຄຣນທັນທີ ແລະສະແດງຄວາມເສັຍໃຈຕໍ່ ການຮຸກຮານຢູເຄຣນຂອງຣັດເຊັຍ. ແຕ່ໃນຖແລງການທີ່ສະແດງຈຸດຢືນຂອງຕົນໃນບັນຫານີ້ ໄທບໍ່ໄດ້ເອີ່ຍເຖິງຊື່ຣັດເຊັຍ.
ມາເລເຊັຍ ແລະປະເທດອື່ນໃນເອເຊັຍຕາເວັນອອກສ່ຽງໃຕ້ ໃຊ້ວິທີການຊັ່ງຊາຜົລທີ່ຈະໄດ້ຮັບ ກັບການຮຸກຮານຂອງຣັດເຊັຍ ໂດຍບໍ່ປະນາມຣັດເຊັຍໂດຍກົງ.
ທ່ານ Ismail Sabri Yaakob ນາຍົກຣັຖມົນຕຣີມາເລເຊັຍ ກ່າວໃນມື້ວັນເສົາຜ່ານມາວ່າ ມາເລເຊັຍກັງວົນຫລາຍຕໍ່ການຂັດແຍ່ງທີ່ທະວີຄວາມຮຸນແຮງຂຶ້ນຢູ່ຢູເຄຣນ ແລະຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງລົດລະດັບຄວາມຮຸນແຮງ ແລະປ້ອງກັນການສູນເສັຍຊີວິດ ແລະຄວາມຫາຍະນະໃນທັນທີ.
ກະຊວງຄົມມະນາຄົມມາເລເຊັຍ ເວົ້າໃນມື້ວັນຄານນີ້ວ່າ ຜູ້ດໍາເນີນການທ່າເຮືອກົວລາລິງກີ
ຂອງມາເລເຊັຍ ບໍ່ໃຫ້ເຮືອບັນທຸກນໍ້າມັນດິບ ທີ່ຕິດທຸງຣັດເຊັຍທຽບທ່າ ເພື່ອຫລີກລ້ຽງການລະເມີດມາຕການລົງໂທດໃດໆ.
ສໍາລັບທັສນະຂອງລາວ ທາງການລາວກໍໄດ້ອອກຖແລງຂ່າວໃນມື້ວັນທີ 26 ກຸມພາ 2022 ນີ້ວ່າ ສປປລາວ ໄດ້ຕິດຕາມຢ່າງໃກ້ຊິດສະພາບການທີ່ຜັນແປ, ສະຫລັບສັບຊ້ອນ ແລະມີຄວາມລະອຽດອ່ອນຢູ່ຢູເຄຣນ ແລະໄດ້ຮຽກຮ້ອງໃຫ້ທຸກຝ່າຍ ທີ່ກ່ຽວຂ້ອງເພິ່ມທະວີຄວາມອົດກັ້ນ ແລະຄວາມພະຍາຍາມເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ທີ່ອາດສົ່ງຜົລກະທົບຕໍ່ສັນຕິ ພາບ ແລະຄວາມໝັ້ນຄົງສາກົນ. ແລະວ່າ ສປປລາວ ສນັບສນູນຄວາມພະຍາຍາມໃນການແກ້ໄຂບັນຫາດ້ວຍສັນຕິວິທີ ຜ່ານການເຈລະຈາທາງການທູດ.
ເວົ້າເຖິງທ່າທີຂອງບາງປະເທດສະມາຊິກອາຊຽນຕໍ່ເຫດການທີ່ເກີດຂຶ້ນຢູ່ຢູເຄຣນ ທ່ານ Bilahari Kausikan ອາດີດນັກການທູດອາວຸໂສສິງກະໂປທີ່ກະສຽນອາຍຸ ເວົ້າຜ່ານທາງອອນລາຍວ່າ ປະເທດພະມ້າ ທີ່ປົກຄອງໂດຍທະຫານ ຊຶ່ງໄດ້ຮັບການສນັບສນູນຈາກຣັດເຊັຍຜູ້ຮຸກຮານ ກໍເປັນກໍລະນີ “ການເພິ່ງພາຣັດເຊັຍ”, ພະມ້າກໍເຂົ້າຂ້າງຣັດເຊັຍ ໃນຂະນະທີ່ວຽດນາມ ຢູ່ໃນກໍລະນີຄຸມເຄືອ ຄືກັນກັບອິນເດັຍ ທີ່ມີອາວຸດດີມາແຕ່ສມັຍສະຫະພາບໂຊວຽດ ຊຶ່ງ 2 ປະເທດນີ້ຕ້ອງການໃຫ້ຣັດເຊັຍຊ່ອຍໃນດ້ານນີ້ ໂດຍສະເພາະຢ່າງຍິ່ງ ແມ່ນໃນໄລຍະທີ່ກໍາລັງປະເຊີນກັບພັຍຄຸກຄາມຈາກຈີນຢູ່ນີ້.
ແຕ່ເຖິງຢ່າງໃດກໍຕາມ ເວົ້າເຖິງສົງຄາມຢູ່ຢູເຄຣນ, ອີງຕາມການຣາຍງານຂອງໜັງສືພິມ NIKKEI ASIA ວັນທີ 2 ມິນານີ້, ສິງກະໂປຈໍາເປັນຕ້ອງຮັກສາຫລັກການບໍ່ເປັນກາງ. ສິງກະໂປສະແດງການກະທໍາທີ່ກ້າຫານ, ສາມາດສົ່ງເສີມຜົລປໂຍດຂອງປະເທດຊາດໄດ້.ຍົກເວັ້ນສິງກະໂປ, ປະເທດສະມາຊິກອາຊຽນອື່ນໆ ແມ່ນໃຊ້ຄວາມເປັນກາງຢ່າງລະມັດ ລະວັງ ໃນການຕອບໂຕ້ການຮຸກຮານແບບບໍ່ມີການຍຸຍົງຂອງຣັດເຊັຍ ຕໍ່ຢູເຄຣນ.
ສິງກະໂປ ເປັນສະມາຊິກອາຊຽນພຽງປະເທດດຽວ ທີ່ລົງນາມໃນຮ່າງມິຕິຂອງສະຫະປະຊາຊາດເມື່ອວັນທີ 25 ກຸມພາ ທີ່ຮຽກຮ້ອງໃຫ້ຍຸຕິການຮຸກຮານຢູເຄຣນຂອງຣັດເຊັຍ.
ການບໍ່ສນັບສນູນຝ່າຍໃດຝ່າຍນຶ່ງໃນຄວາມຂັດແຍ່ງ ຮວມທັງການຢຶດໝັ້ນໃນນະໂຍບາຍບໍ່ຢູ່ຝ່າຍໃດ ເປັນຫລັກການສໍາຄັນຂອງອາຊຽນມາຕັ້ງແຕ່ສມັຍສ້າງຕັ້ງເມື່ອ 55 ປີກ່ອນ. ສະບາຍດີ