ຊາວພະມ້າຈັບອາວຸດ ຕໍ່ຕ້ານ ກໍາລັງທະຫານ
ສະຖານະການ ຢູ່ປະເທດພະມ້າ ນັບມື້ຮຸນແຮງຂຶ້ນ ຈົນປະຊາຊົນ ຕ້ອງລຸກຂຶ້ນຈັບອາວຸດ ສູ້ກັບທະຫານພະມ້າ.
-
ອຸ່ນແກ້ວ ສຸກສະຫວັນ
2021-05-23 -
-
-
Your browser doesn’t support HTML5 audio
ປັດຈຸບັນນີ້ສະຖານະການ ຢູ່ພະມ້າ ມີຄວາມຮ້າຍແຮງ ແລະອັນຕລາຍຂຶ້ນຫຼາຍ. ຍາງນາງ ອອງຊານ ຊູຈີ ຜູ້ນຳພັກສັນນິບາດ ແຫ່ງ ຊາດ ເພື່ອປະຊາທິປະຕັຍ ກໍຍັງຖືກຈັບ ແລະ ຍັງບໍ່ຮູ້ຊາຕາກັມ ວ່າເປັນແນວໃດ.
ຍານາງ ເກເລ ລອງ ເຈົ້າໜ້າທີ່ອົງການ ນິລະໂທດສະກັມສາກົລ ຫຼື Amnesty International ໄດ້ກ່າວ ຕໍ່ຜູ້ສື່ຂ່າວຕ່າງປະເທດ ຕອນນຶ່ງວ່າ:
“ສະຖານະການ ໃນປະເທດພະມ້າ ມີຄວາມອັນຕລາຍຫຼາຍ ໃນຕອນນີ້ ແລະປະຊາຄົມໂລກ ກໍສະແດງຄວາມ ເປັນຫ່ວງ ໃນຕອນນີ້ ແລະ ຍານາງ ອອງຊານ ຊູຈີ ກໍຍັງບໍ່ຮູ້ ຊາຕາກັມ ວ່າເປັນແນວໃດ ແລະ ຈຳນວນຜູ້ຖືກຈັບ ນັບມື້ນັບຫຼາຍຂຶ້ນ.”
ປະຊາຊົນ ຖືກທະຫານພະມ້າ ຍິງເສັຽຊີວິດ ທັງໝົດເກືອບ 1,000 ຄົນ ຊຶ່ງໃນນັ້ນ ຮວມມີເດັກນ້ອຍ ແລະ ແມ່ຍິງລວມຢູ່ນຳ. ນອກ ຈາກນີ້ ທະຫານພະມ້າທັງຈັບ ແລະ ທັງທຳຮ້າຍຜູ້ປະທ້ວງ ຈົນໄດ້ຮັບບາດເຈັບຫຼາຍພັນຄົນ.
ປັດຈຸບັນ ຄະນະຣັຖປະຫານ ຂອງພະມ້າ ນຳໂດຍ ນາຍ ມິນ ອອງ ລາຍ ໄດ້ພະຍາຍາມ ປິດກັ້ນຂ່າວສານ ແລະ ຈັບນັກຂ່າວ ຜູ້ທີ່ ຣາຍງານການປະທ້ວງ ຢູ່ປະເທດພະມ້າ.
ນັກຂ່າວພະມ້າ ຄົນນຶ່ງ ໄດ້ກ່າວວ່າ: ນັກຂ່າວຂອງພະມ້າ ຕ້ອງເຮັດທຸກວິທີທາງ ເພື່ອນຳສເນີຂໍ້ມູລຄວາມເປັນຈິງ ທີ່ເກີດຂຶ້ນຢູ່ພະມ້າ ໃຫ້ໂລກໄດ້ຮັບຮູ້.
ຫຼັງຈາກຖືກປາບປາມ ຈາກທະຫານພະມ້າຫຼາຍຂຶ້ນ, ປະຊາຊົນພະມ້າຢູ່ຫຼາຍເມືອງ ຈຳເປັນຕ້ອງຈັບອາວຸດ ຕໍ່ສູ້ກັບທະຫານພະມ້າ ໃນຂນະທີ່ ກຸ່ມຊາດຕິພັນ ຫຼືກຸ່ມຊົນຊາດຊົນເຜົ່າທີ່ຕິດອາວຸດ ກໍຕໍ່ສູ້ກັບທະຫານພະມ້າ ເຊັ່ນດຽວກັນ.
ປະຊາຊົນຫຼາຍພັນຄົນ ຢູ່ຣັຖສິນຂອງພະມ້າ ຕ້ອງໄດ້ພາກັນໜີເຂົ້າປ່າ ເພື່ອໜີການໂຈມຕີທາງອາກາດ ຂອງຝ່າຍຄະນະຣັຖປະຫານ ໃນຂນະທີ່ ກຸ່ມກຳລັງ ປະກອບອາວຸດ ຂອງຊາວບ້ານ ພາກັນໂຈມຕີຂບວນຣົດທະຫານ ຂອງພະມ້າ ທີ່ເປັນຝ່າຍຄະນະ ຣັຖປະຫານ ຍ້ອນວ່າ ຂບວນຣົດດັ່ງກ່າວ ໄດ້ລຳລຽງນ້ຳມັນ ແລະ ອາວຸດ ໄປເສີມກຳລັງທະຫານ ຂອງພະມ້າ ເພື່ອຈະມາໂຈມຕີປະຊາຊົນ ຝ່າຍ ຕໍ່ຕ້ານຣັຖປະຫານ.
ເປັນເວລາເກືອບ 3 ເດືອນ ແຫ່ງການຣັຖປະຫານ ວັນທີ 1 ກຸມພາ ໄດ້ເກີດຂຶ້ນຢູ່ພະມ້າ ຣະຫວ່າງ ທະຫານຂອງພະມ້າ ແລະ ປະ ຊາຊົນພະມ້າ ຢູ່ເຂດທີ່ມີຊາຍແດນ ຕິດກັບປະເທດຈີນ ແລະ ອິນເດັຽ.
ນອກຈາກນີ້ ຍັງມີທະຫານ ຝ່າຍຊົນຊາດຊົນເຜົ່າ ຢູ່ຣັຖກະຊິນ ແລະ ອີກຫຼາຍຣັຖ ທີ່ບໍ່ຍອມຮັບ ການຣັຖປະຫານ ພາກັນຕໍ່ສູ້ ກັບ ທະຫານພະມ້າ.
ພັນເອກ ນໍ ບູ ໂຄສົກກອງກຳລັງ ກູເອກະຣາດ ຂອງຣັຖກະສິນ ໄດ້ກ່າວວ່າ: ໃນຕອນແລງວັນຈັນ ແລະ ວັນອັງຄານ ທີ່ຜ່ານມາ, ກອງກຳລັງ ກູ້ເອກະຣາດ ຂອງຣັຖກະສິນ ໄດ້ໂຈມຕີ ຂບວນຣົດຂອງທະຫານພະມ້າ ຢູ່ພາກຕາເວັນອອກ ຂອງຣັຖສານ ຍ້ອນເຂົາ ເຈົ້າສົງໃສວ່າ ຂບວນຣົດດັ່ງກ່າວ ໄດ້ລຳລຽງນ້ຳມັນ ແລະອາວຸດໄປສນັບສນູນ ທະຫານພະມ້າ ທີ່ຕັ້ງຢູ່ໃກ້ກັບ ຊາຍແດນປະເທດຈີນ.
ພັນເອກ ນໍ ບູ ຍັງກ່າວອີກວ່າ: ທະຫານພະມ້າ ທີ່ຈະໃຊ້ນຳມັນທີ່ລຳລຽງໄປນີ້ ມາໂຈມຕີພວກເຮົາໄດ້ຫຼາຍທາງ ເປັນຕົ້ນ ການໂຈມຕີ ທາງອາກາດ. ນັ້ນຄືເຫດຜົນ ທີ່ພວກເຮົາໂຈມຕີ ຂບວນຣົດດັ່ງກ່າວ.
ເຖິງຢ່າງໃດກໍຕາມ, ໂຄສົກກອງກຳລັງກູເອກະຣາດຣັຖກະສິນ ກໍບໍ່ໄດ້ບອກເຖິງຈຳນວນທະຫານພະມ້າ ທີ່ເສັຽຊີວິດ.
ສຳນັກຂ່າວ Irrawaddy ທີ່ເປັນສຳນັກຂ່າວອິສຣະ ໄດ້ຣາຍງານວ່າ ມີຣົດຂອງທະຫານພະມ້າ ຫຼາຍຄັນຖືກໂຈມຕີ.
ທະຫານພະມ້າ ຫັນໄປຫາຈີນ ເພື່ອລຳລຽງນ້ຳມັນ ເພື່ອສະໜອງອາວຸດຍຸດໂທປະກອນ ຫລັງຈາກ ມີຣັຖປະທານໃນວັນທີ 1 ກຸມພາ.
ທະຫານພະມ້າ ຖືກທະຫານ ຝ່າຍຕໍ່ຕ້ານ ໂຈມຕີ ໃນວັນທີ 14 ພືສພາ ຢູ່ເມືອງ ມິນດາດ, ຣັຖກະສິນ. ຍັງບໍ່ມີຣາຍງານ ການສູ້ຣົບ ຢູ່ຣັຖສານ ຈາກຝ່າຍຄະນະ ຣັຖປະຫານພະມ້າ ໂດຍສະເພາະ ການໂຈມຕີຂບວນຣົດ ຢູ່ຣັຖກະສິນ ທີ່ຕິດກັບຊາຍແດນຈີນ.
ກອງກຳລັງ ກູ້ເອກະຣາດກະຊິນ ຖືກໂຈມຕີທາງອາກາດ ໂດຍທະຫານພະມ້າ ເພື່ອຢຶດເອົາຄ້າຍທະຫານພະມ້າ ຢູ່ເມືອງ ອາລໍວານ ທີ່ກອງກຳລັງກະຊິນ ໄດ້ຢຶດໄປ ໃນເດືອນເມສາ.
ໃນຕົ້ນເດືອນ ພຶສພາ, ກອງກຳລັງກູ້ເອກະຣາດກະຊິນ ໄດ້ກ່າວວ່າ ເຂົາເຈົ້າໄດ້ມີການປະທະກັນ ກັບທະຫານພະມ້າ ປະມານ 100 ຄັ້ງ ຮວມມີການໂຈມຕີຣົດ 60 ຄັ້ງ ເຮັດໃຫ້ທະຫານຝ່າຍທະຫານພະມ້າ ເສັຽຊີວິດໄປແລ້ວ 30 ຄົນ ນັບແຕ່ເດືອນມິນາ ທີ່ຜ່ານມາ.
ໃນວັນອາທິດ ທີ່ຜ່ານມາ, ກອງກຳລັງກູ້ເອກະຣາດກະສິນ ໄດ້ຂັບໄລ່ເຮືອຂົນສະບຽງ ແລະ ນ້ຳມັນ ຂອງທະຫານພະມ້າ ຢູ່ແມ່ນ້ຳ Irrawaddy. ເຮືອດັ່ງກ່າວ ລຳລຽງນ້ຳມັນ ແລະ ສະບຽງອາຫານ ໄປຄ້າຍທະຫານ ທີ່ຕັ້ງຢູ່ເມືອງ ອາລໍວານ.
ທະຫານພະມ້າ ໄດ້ໃຊ້ປືນໃຫຍ່ໂຈມຕີ ເມືອງມິນດາດ ຣັຖກະສິນ ໃນເສົາທີ່ຜ່ານມາ ເຮັດໃຫ້ມີປະຊາຊົນ ອົພຍົບໄປລີ້ໃນປ່າ ປະມານ 5,000 ຄົນ, ສ່ວນວ່າ ປະຊາຊົນ ທີ່ຍັງຢູ່ໃນເມືອງດັ່ງກ່າວ ຕ້ອງປະເຊີນກັບ ການຂາດແຄນນ້ຳ ແລະໄຟຟ້າ. ເຂົາເຈົ້າຕ້ອງຢູ່ ພາຍ ໃຕ້ການໂຈມຕີ ຂອງທະຫານພະມ້າ ອີງຕາມຂໍ້ມູລຈາກປະຊາຊົນ ຢູ່ເຂດເມືອງດັ່ງກ່າວ.
ປະຊາຊົນ ໄດ້ກ່າວວ່າ: ລາວໄດ້ໄປລີ້ຢູ່ໃນປ່າ ເພື່ອຄວາມປອດພັຍ. ມີປະຊາຊົນຫຼາຍຄົນຢູ່ທີ່ນີ້ ແລະ ແມ່ຍິງບາງຄົນເກີດລູກຢູ່ໃນປ່າ. ຢູ່ໃນປ່າ ພວກເຮົາບໍ່ມີອາຫານການກິນ. ປະຊາຊົນ ຫຼົບລີ້ຢູ່ໃນປ່າ ໃກ້ກັບໝູ່ບ້ານ ແຕ່ກໍພົບຄວາມຫຍຸ້ງຍາກ ທີ່ຈະກັບໄປບ້ານ ເພື່ອ ເອົາອາຫານມາກິນ ຍ້ອນວ່າ ຖ້າວ່າທະຫານ ພະມ້າ ພົບພວກເຂົາ ກໍຈະຈັບ ຫຼືຍິງພວກເຂົາ.
ທະຫານພະມ້າ ຖືກສົ່ງໄປປະຈຳຢູ່ໂຮງຮຽນ ແລະ ສະຖານທີ່ທາງຍຸທສາດ ຮວມທັງໂບດ ຢູ່ເມືອງມິນດາດ. ເມືອງມິນດາດ ມີພົລ ເມືອງ 10,000 -15,000 ຄົນ ຮວມທັງ ຢູ່ເຂດຊານເມືອງ ຍົກເວັ້ນຜູ້ເຖົ້າ. ມີຄົນຫຼາຍກວ່າ 5,000 ຄົນ ໄດ້ພາກັນຫຼົບໜີ ເຂົ້າ ເຂດພູເຂົາ. ພະນັກງານຣັຖ ກໍພາກັນໜີເຂົ້າປ່າ ແລະ ບໍ່ມີການສນອງນ້ຳສະອາດ ພາຍໃນຕົວເມືອງ.
ມີປະຊາຊົນ 15,000 ຄົນ ທີ່ໄດ້ພາໜີຂ້າມຊາຍແດນ ໄປຣັຖ ມິໂຊແຣມ ທິດຕາເວັນອອກສ່ຽງເໜືອ ປະເທດອິນເດັຽ ທີ່ກົງກັນຂ້າມ ກັບຣັຖຊິນ ຂອງພະມ້າ ຊຶ່ງຜູ້ອົພຍົບເພີ່ມຂຶ້ນ ໃນແຕ່ລະມື້ ອີງຕາມຂໍ້ມູລຈາກ ເຈົ້າໜ້າທີ່ ຄະນະບໍຣິຫານແຜນການ ຂອງຣັຖ ມິໂຊແຣມ.
ປະຊາຊົນ ໄດ້ເຂົ້າຈັບອາວຸດ ຂຶ້ນສູ້ກັບທະຫານພະມ້າ ໃນວັນທີ 12-17 ພຶສພາ ໃນເວລາທີ່ທະຫານພະມ້າ ເຂົ້າມີມາປະຈຳ ຢູ່ເມືອງ ມິດາດ. ປະຊາຊົນໄດ້ຈັດຕັ້ງ ກອງກຳລັງປ້ອງກັນຕົວເອງ ໄດ້ຖອນທະຫານອອກໃນອາທິດ ເພື່ອປົກປ້ອງປະຊາຊົນ ຢູ່ໃນເມືອງ ຈາກ ການໂຈມຕີ ແລະ ການຍິງທາງອາກາດ.
ປະຊາຊົນ ທີ່ຢູ່ຣັຖຊິນ ກ່າວວ່າ ພວກເຮົາບໍ່ໄດ້ມີການຈັດຕັ້ງກັນ ແບບແໜ້ນໜາ ຄື ກັບທະຫານ. ຊາວບ້ານພະຍາຍາມ ທີ່ປະທະກັບ ຫານພະມ້າ ດ້ວຍແນວທາງຂອງເຂົາເຈົ້າ ເພື່ອປົກປ້ອງ ເມືອງ ມິນດາດ. ສະນັ້ນ ພວກເຂົາບໍ່ຮູ້ຕົວເລຂ ຜູ້ໄດ້ຮັບຜົລກະທົບທີ່ແທ້ຈິງ. ສິ່ງທີ່ຊາວບ້ານ ຢັ້ງຢືນໄດ້ກໍຄື ຊາວບ້ານເສັຽຊີວິດ 9 ຄົນ. ຄົນທີ່ເສັຽຊີວິດ ອາຍຸແຕ່ 16-30 ປີ ທີ່ຖືກທະຫານພະມ້າຍິງ.
ສະມາຊິກ ກອງກຳລັງປ້ອງກັນຕົວເອງ ຂອງຣັດຊິນ ໄດ້ກ່າວວ່າ ກຸ່ມຂອງຕົນເອງ ບໍ່ມີຜູ້ໃດເສັຽຊີວິດ ນອກຈາກຊາຍໜຸ່ມ ອາຍຸ 17 ປີ ຢູ່ໃນສນາມຮົບ. ໃນວັຍອາຍຸຂນາດນີ້, ລາວຄວນຈະໄປຮຽນໜັງສື ແລະ ຊາວໜຸ່ມສ່ວນຫຼາຍ ຕ້ອງເຂົ້າຕໍ່ສູ້ເພື່ອຂັບໄລ່ຜເດັດການ.
ທ່ານ ວິນ ມຽດ ອາຍ ຣັຖມົນຕຼີ ກະຊວງມະນຸດສະທັມ ແລະ ຄວບຄຸມພັຍພິບັດ ຂອງຣັຖບານຮວມຊາດຂອງພະມ້າ ໄດ້ຂຽນລົງ ເຟສບຸກສ່ວນຕົວ ໃນວັນອັງຄານທີ່ຜ່ານມາວ່າ ປະຊາຊົນ ຫຼາຍພັນຄົນ ຍັງຕິດຄ້າງຢູ່ເມືອງ ມິນດາດ ບ່ອນທີ່ບໍ່ມີນ້ຳ ແລະບໍ່ມີ ໄຟຟ້າ ແລະ ບໍ່ມີໂທຣະສັບ.
ທ່ານ ຊາ ອອບ ລິງ ຮອງຜູ້ອຳນວຍການ ຂອງກົງການມະນຸດສະທັມ ຂອງຣັຖສິນ ໄດ້ກ່າວວ່າ ທະຫານພະມ້າ ຍິງອາວຸດໜັກ ໃສ່ ປະຊາຊົນ ທີ່ຢູ່ໃນເຮືອນ ແລະ ທຳລາຍສິ່ງຂອງ ແລະ ທຳລາຍຊັພສິນປະຊາຊົນ.
ທ່ານກ່າວຕື່ມອີກວ່າ ພວກເຮົາເຫັນວ່າ ມັນເປັນຄວາມຮຸນແຮງ ທີ່ຂັດຕໍ່ກົດໝາຍສິດທິມະນຸດສາກົລ ແລະ ກົດໝາຍມະນຸດສະທັມ ສາກົລ. ຜູ້ປະທ້ວງຊາວພະມ້າ ພາກັນຍົກມື 3 ນິ້ວ ເພື່ອປະທ້ວງ ຄະນະຣັຖປະຫານ ຂອງພະມ້າ ແລະ ເຂົາເຈົ້າບໍ່ຕ້ອງການ ຣັຖ ປະຫານ.
ຢູ່ເມືອງ ຮາຄາ ນະຄອນຫຼວງ ຣັຖສິນ ຫ່າງຈາກເມືອງ ມິນດາດ ອອກໄປທາງທິດເໜືອໄປ 260 ກິໂລແມັດ, ກອງກຳລັງປ້ອງກັນ ຕົວເອງ ຂອງປະຊາຊົນ ໄດ້ສັງຫານທະຫານ ພະມ້າ 5 ຄົນ ກ່ອນທີ່ ຈະພາກັນຖອຍອອກໄປ ຫຼັງຈາກຕໍ່ສູ້ກັນຫຼາຍຊົ່ວໂມງ.
ທ່ານກ່າວວ່າ: ກອງກຳລັງຝ່າຍຕໍ່ຕ້ານ ໄດ້ໂຈມຕີ ເຈົ້າໜ້າທີ່ຮັກສາຊາຍແດນຂອງພະມ້າ ແລະ ຫຼັງຈາກນັ້ນ ໄດ້ພາກັນຖອຍອອກໄປ ທັນທີ ທີ່ທະຫານພະມ້າ ຍິງອາວຸດໜັກໃສ່.
ຜູ້ນຳກຸ່ມກອງກຳລັງ ປົກປ້ອງຕົວເອງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ມີທະຫານພະມ້າເສັຽຊີວິດ ຈາກການປະທະກັນ ຢູ່ເມືອງມິນດາດ ນັບແຕ່ ວັນທີ 24 ເສມາ ທີ່ຜ່ານມາ.
ພັນຕຼີ ຫງຽນ ທາວ ໂອ ຜູ້ທີ່ຖອນຕົວຈາກການ ເປັນທະຫານຂອງພະມ້າ ແລ້ວມາເຂົ້າຮ່ວມການປະທ້ວງ ຕ້ານຄະນະຣັຖປະຫານ ຢູ່ ຣັຖສານ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນອັງຄານທີ່ຜ່ານມາ ວ່າ ຄະນະຣັຖປະຫານຂອງພະມ້າ ມາໃຊ້ຄວາຮຸນແຮງ ຢູ່ເມືອງ ມິນດາດ ເພື່ອສະແດງ ໃຫ້ປະຊາຊົນເຫັນວ່າ ເຖິງປະຊາຊົນ ຈະຕໍ່ສູ້ກໍບໍ່ສາມາດເອົາຊະນະພວກເຂົາໄດ້.
ປະຊາຊົນ ຍັງພາກັນສືບຕໍ່ປະທ້ວງ ຢູ່ເມືອງໃຫຍ່ຂອງພະມ້າ ເຖິງວ່າ ຈະມີປະຊາຊົນຖືກຍິງ ໂດຍທະຫານພະມ້າ ເສັຽຊີວິດໄປແລ້ວ 1,000 ຄົນ ກໍຕາມ ໃນນັ້ນຮວມທັງປະຊາຊົນຢູ່ຣັຖສິນ.
ປະຊາຊົນຢູ່ຣັຖສິນ ກ່າວວ່າ: ພວກເຮົາຈະສະແດງໃຫ້ ທະຫານພະມ້າ ວ່າ ເຂົາເຈົ້າປະເມີນປະຊາຊົນຜິດ ແລະ ຢ່າຊິຄິດວ່າ ເຮັດ ຫຍັງຕາມໃຈໄດ້.