ເຊັງ ນັກເຄື່ອນໄຫວເພື່ອ ປະຊາທິປະຕັຍ

ທີ່ໃຕ້ຫວັນ ນັກ ເຄື່ອນໄຫວ ຄົນ ຕາບອດ ທ່ານ ເຊັງ ໄດ້ ຮຽກຮ້ອງ ໃຫ້ມີ ປະຊາທິປະຕັຍ ໃນຈີນ ແຜ່ນດີນໃຫຍ່.

ນັກເຄຶ່ອນໄຫວ ຕາບອດ ທ່ານ ເຊັງກວງເຊັງ ທີ່ຫລົບຫນີ ຈາກ ການຈັບກຸມ ຂອງ ສປຈີນ eset

 

ນັກເຄຶ່ອນໄຫວ ຄົນຕາບອດ ທ່ານ ເຊັງກວງເຊັງ ຜູ້ ທີ່ຫລົບຫນີ ຈາກການ ຈັບກຸມ ໃນຈີນ ກ່ອນ ຈະຖືກ ອະນຸຍາດ ໃຫ້ໄປຢູ່ ສະຫະຣັຖ ໃນປີ ທີ່ຜ່ານມາ ໄດ້ຊິມ ຣົດຊາດ ຣະບອບ ປະຊາທິປະຕັຍ ເທຶ່ອທຳອິດ ທີ່ ໃຕ້ຫວັນ ໃນມື້ວັນ ອັງຄານ ຫລັງຈາກ ທີ່ ທ່ານເຫັນ ສະມາຊິກ ສະພາ ໃຕ້ຫວັນ ພາກັນ ຍຶດຫໍ ຣັຖສະພາ ຊັ້ນລຸ່ມ ໃນຂະນະ ທີ່ທ່ານ ໃຫ້ ຄຳປາສັຍ ໃນຫ້ອງ ຕົງກັນຂ້າມ.

ນາຍ ເຊັງ ກວງເຊັງ ເວົ້າວ່າ ການໂຕ້ຖຽງກັນ ຢ່າງພົດເດືອດ ທີ່ ເກີດຂຶ້ນ ໃນຫໍສະພາ ໃຕ້ຫວັນ ເປັນ ພາກສ່ວນ ທັມມະດາ ຂອງ ຣະບອບ ປະຊາທິປະຕັຍ ຊຶ່ງໃນ ວັນອັງຄານ ສະມາຊິກ ສະພາ ສຽງສ່ວນນ້ອຍ ໄດ້ພາກັນ ຍຶດຫໍ ສະພາ ເພຶ່ອ ປ້ອງກັນ ບໍ່ໃຫ້ພັກ ຣັຖບານ ກັບຄືນມາ ໃຊ້ກົດຫມາຍ ເກັບພາສີ ລາຍໄດ້ ອີກໃຫມ່.

ທ່ານ ເຊັງເວົ້າວ່າ ມັນດີກວ່າ ທີ່ມີ ສະມາຊິກ ສະພາ ໂຕ້ຖຽງກັນ ແລະ ຊຸກຍູ້ ກັນໄປມາ ແທນການ ໃຊ້ຣົຖຖັງ ເຂົ້າປາບ ກຸ່ມປະທ້ວງ ໃນທ້ອງຖນົນ ຊຶ່ງທ່ານ ຫມາຍເຖິງ ຈີນ ແຜ່ນດິນໃຫຍ່ ໃຊ້ຣົຖຖັງ ປາບການ ປະທ້ວງ ຂອງ ນັກສຶກສາ ເພຶ່ອ ປະຊາທິປະຕັຍ ໃນເຫດການ ຈັດຕຸຣັດ ທຽນອັນມຽນ ໃນປີ 1989.

ທ່ານ ເຊັງ ຊຶ່ງ ປັດຈຸບັນ ກຳລັງ ສຶກສາ ຢູ່ ມະຫາວິທຍາລັຍ ນິວຢອກ ຖືກ ເຊຶ້ອເຊີນ ໄປຢ້ຽມຢາມ ໃຕ້ຫວັນ ເປັນເວລາ 2 ອາທິດ ເວົ້າວ່າ ຈີນ  ແຜ່ນດິນໃຫຍ່ ຄວນໃຊ້ ຣະບອບ ປະຊາທິປະຕັຍ ແບບ ໃຕ້ຫວັນ ມີຢູ່ ໃນ ປັດຈຸບັນ ແລະ ຄວນ ປະຖິ້ມ ຣະບອບ ຜະເດັດການ ລົງ ໃສ່ຖັງ ຂີ້ເຫຍຶ່ອ ໃຫ້ເປັນ ປະຫວັດສາດ ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org