ຜູ້ນຳຮົງກົງສເນີເຈຣະຈາ ກັບກຸ່ມ ປະທ້ວງ
2014.10.17

ຜູ້ນຳ ຮົງກົງ ກັບປ່ຽນ ທ່າທີ ໃນ ວັນພະຫັດ ນີ້ ແລະສເນີ ຂໍ ເຈຣະຈາ ກັບ ພວກ ນັກສຶກສາ ທີ່ ປະທ້ວງ ມາໄດ້ຫຼາຍ ສັປດາ ແລ້ວນັ້ນ ພາຍຫລັງ ທີ່ ຣັຖບານ ໄດ້ຍົກເລີກ ການ ເຈຣະຈາ ທີ່ ແນໃສ່ ເພື່ອຍຸຕິ ການ ປະທ້ວງ ເພື່ອ ປະຊາທິປະຕັຍ ໃນຮົງກົງ. ຄຳສເນີ ຂອງ ຜູ້ ບໍຣິຫານ ຮົງກົງ Leung Chun-yin ມີຂຶ້ນ ຫລັງຈາກ ທີ່ມີການ ເຜີຍແພ່ ວີດີໂອ ທາງ ໂທຣະທັສ ທີ່ ຕຳຣວດ ທຸບຕີ ຜູ້ປະທ້ວງ ຄົນ ນຶ່ງ ທີ່ຖືກໃສ່ ກັບມື ຊຶ່ງເຮັດໃຫ້ ຜູ້ຄົນ ບໍ່ພໍໃຈ ຢ່າງຍິ່ງ.
ທ່ານ ເລິງ ກ່າວຕໍ່ ນັກຂ່າວ ວ່າ ຣັຖບານ ຢາກເລີ່ມ ເຈຣະຈາ ເພື່ອຫາຣື ເຣື່ອງ ສິດທິ ໃນ ການເລືອກຕັ້ງ ໄວເທົ່າທີ່ ຈະໄວໄດ້ ແລະ ກໍຫວັງວ່າ ຈະມີຂຶ້ນ ໄດ້ ພາຍໃນ ອາທິດ ຕໍ່ໄປນີ້. ສະຫະພັນ ນັກສຶກສາ ຮົງກົງ ຜູ້ນຳໜ້າ ການ ປະທ້ວງ ຂອງ ມວນຊົນ ນັ້ນ ສັລເສີນ ຂໍ້ສເນີ ຢ່າງ ຣະມັດ ຣະວັງ.
Lester Shum ຮອງ ເລຂາທິການ ສະຫະພັນ ນັກສຶກສາ ຮົງກົງ ກ່າວຕໍ່ ຊຸມຊົນ ທີ່ມາ ເຕົ້າໂຮມກັນ ຢູ່ນອກ ສຳນັກງານ ຣັຖບານ ຮົງກົງ ນັ້ນວ່າ ພວກທ່ານ ຈະ ຖ້າເບິ່ງວ່າ ຣັຖບານ ຈະ ເກັ້ຽກ່ອມ ຝຸງຊົນ ໄດ້ແນວໃດ. ທ່ານວ່າ ການເມືອງ ເປັນສິລປະ ຂອງ ຄວາມ ເປັນໄປໄດ້ ຊຶ່ງ ພວກທ່ານ ຕ້ອງໄດ້ ຂີດເສັ້ນ ຣະຫວ່າງ ຄວາມ ເປັນໄປໄດ້ ແລະ ເປັນໄປ ບໍ່ໄດ້.
ສູນກາງ ການເງິນ ເອເຊັຽ ໃນ ຮົງກົງ ໄດ້ຮັບ ຜົລກະທົບ ຈາກ ການຊຸມນຸມ ຂອງ ມວນຊົນ ມາເກືອບ 3 ອາທິດ ແລະ ກໍໄດ້ ຮຽກຮ້ອງ ໃຫ້ ຮົງກົງ ມີ ປະຊາທິປະຕັຍ ຢ່າງ ເຕັມສ່ວນ ແລະ ໃຫ້ ທ່ານ ເລີງ ລາອອກ. ພວກປະທ້ວງ ເວົ້າວ່າ ຂໍ້ສເນີ ຂອງ ທາງການຈີນ ເປັນ ປະຊາທິປະຕັຍ ຈອມປອມ ແລະ ໃຫ້ສັນຍາ ວ່າຈະ ພາກັນ ຊຸມນຸມ ຕໍ່ໄປ ຈົນກວ່າ ທາງການຈີນ ຈະ ປະຕິບັດ ຕາມ ຄຳຮຽກຮ້ອງ ຂອງ ພວກຕົນ.