ຊາວພະມ້າ 500 ຄົນ ເສັຽຊີວິດ ຍ້ອນໂຄວິດ
2021.07.12
ມີປະຊາຊົນ ເກືອບ 500 ຄົນ ເສັຽຊີວິດ ຍ້ອນໂຄວິດ-19 ຢູ່ເມືອງກາເລ ພາກຕາເວັນຕົກສ່ຽງເໜືອ ຂອງພະມ້າ. ປະເທດພະມ້າ ບໍ່ພຽງແຕ່ ປະສົບບັນຫາ ການຣະບາດ ຂອງໂຄວິດ-19 ແຕ່ ຍັງມີ ບັນຫາການເມືອງພາຍໃນ ຈາກການກໍ່ຣັຖປະຫານ ຍຶດອຳນາດ ຈາກ ຍານາງ ອັອງ ຊານ ຊູຈີ, ຫົວໜ້າພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ, ທີ່ຊະນະ ການເລືອກຕັ້ງ ໃນເດືອນພຶສຈິກາ ປີ 2020 ໂດຍທະຫານ ຝ່າຍຍຶດອຳນາດ ອ້າງວ່າ ມີການໂກງການເລືອກຕັ້ງ.
ປະຊາຊົນ ທົ່ວປະເທດ ລຸກຮືຂຶ້ນ ຕໍ່ຕ້ານການຍຶດອຳນາດ ຂອງທະຫານ ຈົນເຮັດໃຫ້ ເກີດການຕໍ່ສູ້ ດ້ວຍອາວຸດ ເຮັດໃຫ້ ປະເທດພະມ້າ ຕົກຢູ່ໃນ ຄວາມກົລຫົນ-ວຸ້ນວາຍ ຈາກສຖານະການ ທາງການເມືອງ ປະກອບກັບ ການຣະບາດ ຂອງໂຄວິດ-19 ຍິ່ງເຮັດໃຫ້ ປະເທດປະສົບ ກັບວິກິດການ ຢ່າງທະວີຄູນ.
ຣັຖບານ ທະຫານພະມ້າ ຍັງບໍ່ທັນມີ ຫຼັກການ ມາພິສູດ ຂໍ້ກ່າວຫາ ຂອງຕົນເອງ ແລະ ມີການປາບປາມ ກຸ່ມຜູ້ປະທ້ວງ ທີ່ຕ້ານຕໍ່ ການຣັຖປະຫານ ເຊິ່ງໄດ້ສັງຫານ ຊີວິດປະຊາຊົນ ໄປແລ້ວເກືອບ 1,000 ຄົນ ແລະ ຈັບປະຊາຊົນ ຂັງຄຸກ ໄປແລ້ວ 5,000 ຄົນ, ອີງຕາມຂໍ້ມູນ ຈາກສະມາຄົມ ທີ່ໃຫ້ການຊ່ວຍເຫຼືອນັກໂທດການເມືອງ ຫຼື AAPP ທີ່ເປັນ ກຸ່ມສິດທິມະນຸດ ທີ່ມີ ຫ້ອງການຕັ້ງຢູ່ ປະເທດໄທຍ.
ມີປະຊາຊົນ ຫຼາຍ 10 ພັນຄົນ ຕ້ອງອອກຈາກວຽກ ໄປເຂົ້າຮ່ວມ ການຕໍ່ສູ້ ແບບອະຣິຂັດຂືນ ເພື່ອຕໍ່ສູ້ກັບ ທະຫານພະມ້າ ເຮັດໃຫ້ການບໍຣິການ ທາງສຸຂພາບ ເກືອບຈະຢຸດສະງັກ. ຢູ່ເຂດຊາຍແດນຫ່າງໄກ ຂອງປະເທດພະມ້າ ບ່ອນທີ່ ປະຊາຊົນ ໄດ້ຈັດຕັ້ງກຸ່ມ ກອງກຳລັງ ປ້ອງກັນຕົວເອງ ແລະ ມີການສູ້ຣົບກັນຢ່າງດຸເດືອດ ກັບທະຫານ ຝ່າຍຣັຖບານທະຫານ ຊຶ່ງເຮັດໃຫ້ປະຊາຊົນ ເຂົ້າເຖິງ ການບໍຣິການປິ່ນປົວ ຢ່າງຍາກລຳບາກ.
...