ຂ.ຊຽງຂວາງຕຽມຈັດ ແຂ່ງຂັນກິລາ ແຫ່ງຊາດ
2021.03.25
ທາງການແຂວງຊຽງຂວາງ ຕຽມແຜນສເນີ ກະຊວງສຶກສາທິການ ແລະກິລາ ເພື່ອຈັດການແຂ່ງຂັນ ກິລາແຫ່ງຊາດຄັ້ງທີ 11 ຂຶ້ນ ໃນຣະຫວ່າງເດືອນຕຸລາ ຫາ ພຶສຈິກາ 2021 ນີ້ ພາຍຫລັງທີ່ໄດ້ເລື່ອນມາ ເປັນເວລາ 2 ປີ. ແຕ່ຍັງບໍ່ຮູ້ວ່າ ຈະໄດ້ຈັດຂຶ້ນ ຫລືບໍ່, ຂຶ້ນຢູ່ກັບການຕົກລົງ ຂອງທາງກະຊວງ.
ປັດຈຸບັນແຂວງຊຽງຂວາງ ຍັງຮັກສາດູແລ ສນາມກິລາ ຂອງແຂວງເປັນຢ່າງດີ. ແລະຫລັງຈາກການແຂ່ງຂັນກິລາ ສໍາເຣັດແລ້ວ ກໍຈະໄດ້ໃຊ້ສນາມກິລານັ້ນ ເປັນສະຖານທີ່ ຈັດງານ ໃຫຍ່ນໍາດ້ວຍ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ກ່ຽວຂ້ອງ ການແຂ່ງຂັນກິລາ ແຫ່ງຊາດ ແຂວງຊຽງຂວາງ ທ່ານນຶ່ງ ທີ່ຂໍສງວນຊື່ ຕໍ່ RFA ໃນມື້ວັນທີ 25 ມີນາ ນີ້.
“ມັນເປັນການຄົ້ນຄວ້າ ວິຈັຍຊອກທາງອອກ ປຶກສາຫາລື ຣະຫວ່າງ ກະຊວງສຶກສາ ກັບທ່ານເຈົ້າແຂວງ ປະຊຸມກັນວ່າ ເຮົາຈະ ເຮັດຈັ່ງໃດ ມັນຈັ່ງຈະເກີດ ໃນການແຂ່ງຂັນກິລານີ້. ສໍາລັບຊຽງຂວາງ ໄດ້ເອົາກໍາລັງ ໄປປົກປັກຮັກສາ ໄປຕັດຫຍ້າຕັດຫຍັງ ຢູ່ປົກກະຕິ. ບໍ່ມີງົວ ບໍ່ມີແບ້ ຫຍ້າມັນຂຶ້ນພວກເຂົາ ກະໄປຕັດ ມີທະຫານ ມີຕໍາຣວດ ໄປຄູ້ມສນາມຫັ້ນຢູ່ ຜູ້ໃດໄປໃກ້ບໍ່ໄດ້.”
ຕາມການສເນີແຜນເບື້ອງຕົ້ນຂອງແຂວງ, ຈະຈັດການແຂ່ງຂັນກິລາ 2-3 ປະເພດໃນແຕ່ລະອາທິດ ເພື່ອບໍ່ໃຫ້ມີຄົນ ແອອັດຫຼາຍ ເກີນໄປ ແລະເພື່ອປ້ອງກັນ ການແຜ່ຣະບາດຂອງ ໂຄວິດ-19. ພ້ອມກັນນັ້ນ ກໍຈະຕັດກິລາ ບາງປະເພດອອກ ຈາກທັງໝົດ 28 ປະເພດ ແຕ່ຍັງບໍ່ຮູ້ວ່າ ຈະຕັດກິລາ ປະເພດໃດອອກ, ຍ້ອນວ່າ ບໍ່ສາມາດສນອງເງິນ ໃຫ້ໄດ້ພຽງພໍ ຊຶ່ງເບື້ອງຕົ້ນ ກໍໄດ້ນໍາສເນີ ງົບປະມານ ໃຫ້ທາງກະຊວງສຶກສາທິການ ແລະກິລາ ພິຈາຣະນາຕື່ມແລ້ວ ເພາະທີ່ຜ່ານມາ 2 ປີ ທີ່ໄດ້ໂຈະ ການຈັດງານກິລາ ທາງແຂວງ ກໍໄດ້ໃຊ້ຈ່າຍ ເຂົ້າໃນການປົກປັກຮັກສາ ແລະ ກໍ່ສ້າງ ສ້ອມແປງ ໄປຫຼາຍຕື້ກີບແລ້ວ:
“ງົບປະມານທີ່ເຮົາຂຶ້ນ ກ່ອນແລ້ວຫັ້ນນະ 47 ຕື້ ແຕ່ວ່າການໃຊ້ຈ່າຍໄປ ມັນກະຫຼາຍຕື້ ບາງອັນກໍຍັງນໍາໃຊ້ໄດ້ໄດ໋ ເຊັ່ນໂຕຢ່າງຊື້ ເຄື່ອງນຸ່ງຊື້ເກີບ ຊື້ອຸປກອນຄອມພິວເຕີ ຊື້ເຈັ້ຽ. ແຕ່ວ່າທີ່ເຮົາຕ້ອງໄດ້ ທົບທວນຄືນ ເຮົາໄດ້ຝຶກນັກສະແດງ ນັກຮຽນ ມ.7 ເຂົາເຈົ້າ ເລີກໄປໝົດແລ້ວ.”
ສ່ວນເຣື່ອງຫາງສຽງທີ່ວ່າ ການແຂ່ງຂັນກິລາ ແຫ່ງຊາດ ໃນແຕ່ລະຄັ້ງຜ່ານມາ, ແຕ່ລະແຂວງ ຈະມີການຊື້ຕົວນັກກິລາຈາກແຂວງ ອື່ນນັ້ນ ມາເທື່ອນີ້ ທາງແຂວງຊຽງຂວາງ ຈະບໍ່ໃຫ້ ມີການຊື້ຕົວ ແລະ ເຈົ້າແຂວງຊຽງຂວາງ ກໍໄດ້ເນັ້ນຍໍ້າ ຫ້າມບໍ່ໃຫ້ເຮັດເດັດຂາດ. ແຕ່ສໍາລັບແຂວງອື່ນ ທີ່ມີງົບປະມານ ກໍອາຈຊື້ຕົວ ນັກກິລາໄດ້, ດັ່ງທີ່ທ່ານກ່າວວ່າ:
“ຜູ້ເຂົາເຈົ້າມີ ເຂົາເຈົ້າກະຊື້. ສໍາລັບແຂວງຊຽງຂວາງ ບໍ່ມີງົບປະມານ ຈະໄປຊື້ຕົວນັກກິລາ ເຈົ້າແຂວງສັ່ງເດັດຂາດ ບໍ່ໃຫ້ໄປຊື້ຕົວ ນັກກິລາ. ສ່ວນຫຼາຍເຂົາກໍຢາກພິສູດ ໃຫ້ເຫັນວ່າ ເຮົາກະເປັນຄົນຊຽງຂວາງ ເຮົາກໍຕ້ອງມີຄວາມບໍຣິສຸດ ສັດຊື່ຕໍ່ແຂວງ ເຂົາກໍມາ ຫລິ້ນນໍາ ໃຫ້ເທົ່າໃດກໍມີລາຍເຊັນ ທ່ານເຈົ້າແຂວງອະນຸມັດງົບ ໃຫ້ເຂົາເຈົ້າ.”
ອາດີດນັກກິລາທ່ານນຶ່ງ ໃຫ້ຄໍາເຫັນໃນເຣື່ອງການຊື້ຕົວ ນັກກິລາແຂວງອື່ນ ມາຊ່ອຍແຂ່ງຂັນ ໃຫ້ແຂວງຕົນເອງ ຕໍ່ RFA ວ່າກໍເປັນ ເຣື່ອງປົກກະຕິ ເພື່ອໃຫ້ແຂວງຂອງຕົນ ມີໜ້າມີຕາ ຊນະການແຂ່ງຂັນ:
“ແຕ່ລະຄັ້ງໃນອາດີດ ແຕ່ລະແຂວງກໍຢາກໄດ້ໜ້າໄດ້ຕາ ເຄີຍເອົາ ບໍ່ແມ່ນຊື້ ລັກສນະຫຼວງຫຼາຍ ໃນກໍຣະນີມີ 5 ຄົນ ກໍຜູ້ລະລ້ານ ຜູ້ລະ 2 ລ້ານ ພໍໃຫ້ເດີນທາງໄປກັບທ້ອງຖິ່ນ. ຣາງວັນຖືວ່າມອບໃຫ້ເຂົາເຈົ້າ ຖ້າມີສະມາຄົມ ກໍຫັກເອົາແຕ່ 5% ຫລືວ່າ 10% ນອກນັ້ນມອບໃຫ້ ນັກກິລາໝົດ.”
ແລະ ອາດີດນັກກິລາ ອີກທ່ານນຶ່ງ ກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ການຊື້ຕົວນັກກິລາ ຈາກແຂວງອື່ນ ມາຫລິ້ນໃຫ້ແຂວງຕົນເອງ ກໍມີຢູ່ໃນປັດຈຸບັນ ຊຶ່ງກໍເປັນເຣື່ອງປົກກະຕິ ແຕ່ວ່າຈະຈ່າຍຄ່າຕົວ ນັກກິລາເທົ່າໃດນັ້ນ ຂຶ້ນຢູ່ກັບການ ຕົກລົງກັນຣະຫວ່າງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບນັກກິລາ:
“ມັນເປັນຊື້ຈ້າງກັນ ປົກກະຕິເນາະ ສົມມຸດວ່າ ເພິ່ນຕິດຕໍ່ມາແລ້ວ ເຣື່ອງຄ່າໂຕເຂົາເຈົ້າ ກໍມາລົມກັນເອງດອກ ແຜນວ່າສິຊ້ອມ ເຊົ້າ-ແລງບໍ໋ ຫລືວ່າມີອັດຕຣາກິນ ອິຫຍັງຕ່າງໆ ການກິນຢູ່ຂອງນັກກິລາ. ບາງຄົນກໍເອົາໄປເຕະຊ່ວຍ ໄປສ້າງຊື່ສຽງຕົນເອງ ຕ່າງໆຫັ້ນ.”
ສໍາລັບການແຂ່ງຂັນກິລາ ຄັ້ງທີ 11 ຢູ່ແຂວງຊຽງຂວາງໃນປີ 2021 ນີ້ ທາງການແຂວງ ຊຽງຂວາງ ກໍຍັງບໍ່ໄດ້ຢືນຢັນວ່າຈະໄດ້ຈັດ ຂຶ້ນໄດ້ແທ້ ຫລືບໍ່ ຕ້ອງໄດ້ລໍຖ້າທາງກະຊວງສຶກສາ ທິການ ແລະກິລາອະນຸມັດກ່ອນ.
ແຂວງຊຽງຂວາງ ເລື່ອນການຈັດການແຂ່ງຂັນກິລາ ແຫ່ງຊາດນີ້ ມາແລ້ວ 3 ຄັ້ງ. ຄັ້ງທໍາອິດວ່າຈະຈັດຂຶ້ນໃນເດືອນ ພຶສຈິກາ 2018 ແຕ່ຕ້ອງໄດ້ໂຈະ ຍ້ອນເກີດພັຍພິບັດໃຫຍ່ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກຢູ່ ແຂວງອັດຕະປື. ອີກບັນຫານຶ່ງ ກໍແມ່ນໃຫ້ກວດກາ ໂຄງການກໍ່ສ້າງ ຄືນໃໝ່ ເນື່ອງຈາກມີບາງໜ່ວຍງານ ຂຶ້ນງົບປະມານ ສູງເກີນຄວາມເປັນຈິງ.
ຄັ້ງທີ 2 ວ່າຈະຈັດແຕ່ວັນທີ 21 ຫາວັນທີ 30 ທັນວາ 2019 ກໍຖືກສັ່ງໃຫ້ໂຈະ ຍ້ອນອາກາດໜາວ ຫລາຍເກີນໄປ. ແລະຄັ້ງທີ 3 ວ່າຈະ ຈັດຂຶ້ນ ໃນມື້ວັນທີ 22 ມີນາ 2020 ແຕ່ກໍຕ້ອງໄດ້ເລື່ອນ ອອກໄປແບບ ບໍ່ມີກໍານົດ ຍ້ອນເກີດການຣະບາດ ຂອງໂຄວິດ-19.
ການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ເບື້ອງຕົ້ນ ວ່າຈະມີກິລາ 28 ປະເພດ ເປັນຕົ້ນ ເຕະບານ, ເປຕັງ, ຕີດອກປີກໄກ່, ແລ່ນ, ລອຍນໍ້າ, ຕີມວຍ, ປິງປ໋ອງ, ຍິງທະນູ, ເຕກັອນໂດ, ຕີກ໊ອບ.