ເຈົ້າໜ້າທີ່ວ່າບໍ່ໄດ້ຕີຊາວບ້ານ
2014.08.29

ເຈົ້າຫນ້າທີ່ ເມືອງ ເຊໂປນ ແຂວງ ສວັນນະເຂດ ເວົ້າວ່າ ກໍຣະນີ ຂ່າວທີ່ວ່າ ຊາວບ້ານ ໂພນມ່ວງ ຄົນນຶ່ງ ຖືກ ເຈົ້າຫນ້າທີ່ ປ້ອງກັນ ຄວາມສງົບ ປະຈຳ ດ່ານ ບ້ານດົງ ນຳຕົວໄປ ທຳຮ້າຍ ຮ່າງກາຍ ນັ້ນ ເປັນຂ່າວ ທີ່ ປາສຈາກ ມູນຄວາມຈິງ ແລະ ບໍ່ມີ ຫລັກຖານ ຢືນຢັນ ເປັນພຽງຄຳເວົ້າ ປ່າວປິວ ຂອງ ປະຊາຊົນ ຊື່ໆ. ດັ່ງທ່ານ ກ່າວວ່າ:
"ອັນນັ້ນມັນ ກໍເວົ້າເຣື້ອງ ຂ່າວຄາວ ມັນບໍ່ມີ ຂໍ້ມູນ ຢັ້ງຢືນ ເປັນລາຍລັກ ອັກສອນ ຫັ້ນນະ ບໍ່ເຫັນ ບໍ່ໄດ້ຍິນ ທາງຂັ້ນເມືອງ ຍັງບໍ່ໄດ້ ຖືວ່າເປັນ ໂຕຈິງ ຫັ້ນນະ".
ທ່ານກ່າວ ຕຶ່ມວ່າ ສຳລັບ ຂ່າວທີ່ວ່າ ຄອບຄົວ ຜູ້ເສັຽຫາຍ ໄດ້ຍື່ນຫນັງສື ຮ້ອງທຸກ ມາຍັງຫ້ອງການ ເມືອງ ເຊໂປນ ເພື່ອ ຂໍຄວາມ ເປັນທັມນັ້ນ ຕົນ ຂໍຢືນຢັນວ່າ ບໍ່ໄດ້ມີ ຊາວບ້ານ ຜູ້ໃດ ສົ່ງຫນັງສື ຮ້ອງທຸກ ມາຫາ ຫ້ອງການ ເລີຍ.
ທ່ານວ່າ ເຣື້ອງ ທັງຫມົດນີ້ ເປັນການສ້າງ ເຣື້ອງຂຶ້ນມາ ແລະ ເວົ້າສູ່ກັນ ຟັງ ໃນ ສື່ສັງຄົມ ເພື່ອໂຈມຕີ ການ ປະຕິບັດ ງານ ຂອງ ເຈົ້າຫນ້າທີ່ ຫລື ແນວໃດ ແນວນື່ງ ທີ່ບໍ່ພໍໃຈ ກັບ ເຈົ້າຫນ້າ ທີ່ ຊື່ງ ໃນ ປັດຈຸບັນ ທີ່ ເມືອງເຊໂປນ ກໍບໍ່ມີ ຄວາມ ວຸ້ນວາຍ ແຕ່ຢ່າງໃດ ທຸກຢ່າງ ຢູ່ໃນຄວາມ ສງົບ ຣຽບຣ້ອຍ ເປັນ ປົກກະຕິ ດີ.
ເຖິງຢ່າງໃດ ກໍຕາມ ຂ່າວດັ່ງກ່າວ ໄດ້ມີການ ໂອ້ລົມກັນ ຢ່າງ ກວ້າງຂວາງ ໃນ ສື່ສັງຄົມ ໃນລາວ ແລະ ໄດ້ເອົາຮູບ ຜູ້ທີ່ຖືກ ທຳຮ້າຍ ນອນ ຢູ່ໂຮງໝໍ ດ້ວຍຫນ້າຕາ ບວບຊ້ຳ ຈາກ ການຖືກ ທຸບຕິີ ລົງໃນ You tube ເປັນ ຫລັກຖານ ໃຫ້ໂລກຮູ້ ແຕ່ທາງຝ່າຍ ເຈົ້າຫນ້າທີ່ ລາວ ຍັງ ປະຕິເສດ ຢູ່.