ນາຍພົນຮັບຕໍາແໜ່ງເຈົ້າແຂວງ ໄຊສົມບູນ

ອະວາຣີ
2016.02.18
 F-Xaysomboun ແຂວງໄຊສົມບູນ ສປປ ລາວ
Wikipedia

ທາງການລາວ ແຕ່ງຕັ້ງ ນາຍພົນຕຣີ ໃຫ້ໄປຮັບ ຕໍາແໜ່ງ ເປັນເຈົ້າແຂວງ ໄຊສົມບູນ ຄົນໃໝ່ ຫລັງຈາກ ມີເຫດ ຣະເບີດແຕກ ແລະ ຍິງກັນ ຫຼາຍຄັ້ງ. ທາງການລາວ ແຕ່ງຕັ້ງ ພົນຕຣີ ທອງ ລອຍ ສີລິວົງ ໃຫ້ເປັນ ເຈົ້າແຂວງ ໄຊສົມບູນ ແທນ ດຣ. ສົມບັດ ເຢັຽລີເຮີ ເມື່ອ ວັນອັງຄານ ວັນທີ່ 16 ເດືອນ ກຸມພາ ນີ້ ທີ່ເມືອງ ອະນຸວົງ ແຂວງ ໄຊສົມບູນ.

ໜັງສືພິມ ວຽງຈັນທາມສ ຂອງ ທາງການລາວ ຣາຍງານວ່າ ພົນຕຣີ ທອງລອຍ ຫາກໍຖືກ ແຕ່ງຕັ້ງ ໃຫ້ເປັນ ສະມາຊິກ ຄນະ ກັມມະການ ສູນກາງ ພັກໃໝ່ໆ ເມື່ອ ເດືອນທີ່ແລ້ວ ແລະ ກໍເຄີຍເປັນ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ປ້ອງກັນ ປະເທດ.

ແຕ່ວຽງຈັນທາມສ ບໍ່ໄດ້ແຈ້ງ ເຫດຜົນ ຫລື ສາເຫດ ລະອຽດ ວ່າເປັນຫຍັງ ຣັຖບານລາວ ຈຶ່ງແຕ່ງຕັ້ງ ນາຍທະນາຍ ຊັ້ນສູງ ໄປເປັນເຈົ້າແຂວງ ຄົນໃໝ່ ຂອງແຂວງ ໄຊສົມບູນ. ແຕ່ກ່ອນນີ້ ບໍ່ດົນ ວິທຍຸ ເອເຊັຽເສຣີ ຂອງ ພວກເຮົາ ໄດ້ ອອກຂ່າວ ໄປແລ້ວວ່າ ມີຄົນຮ້າຍ ວາງຣະເບີດ ແລະ ຍິງຣົດ ຫຼາຍຄັ້ງຢູ່ ແຂວງ ໄຊສົມບູນ ໃນຣະຍະ ສອງສາມ ເດືອນ ຜ່ານມາ; ຄັ້ງທີ່ ຮ້າຍແຮງ ເມື່ອວັນທີ 24 ເດືອນ ທີ່ແລ້ວ ຈົນເຮັດໃຫ້ ຄົນຈີນ ເສັຽຊີວິດ ສອງຄົນ ແລະ ອີກຜູ້ນຶ່ງ ບາດເຈັບ.

ເມື່ອຕົ້ນ ອາທິດ ນີ້ ທາງການ ສະຫະຣັຖ ກໍປະກາດ ເຕືອນຊາວ ອະເມຣິກັນ ໃຫ້ ຣະມັດຣະວັງ ບໍ່ຈຳເປັນ ບໍ່ຕ້ອງ ເດີນທາງໄປ ແຂວງ ໄຊສົມບູນ ເພາະ ມັກມີການ ວາງຣະເບີດ ຕາມຖນົນ ເປັນບາງຄັ້ງ ບາງຄາວ. ໃນຂນະ ດຽວກັນ ສະຖານທູດ ສະຫະຣັຖ ອະເມຣິກາ ປະຈຳລາວ ກໍອອກ ປະກາດ ຫ້າມ ເຈົ້າໜ້າທີ່ ສະຖານທູດ ເດີນທາງໄປ ແຂວງ ໄຊສົມບູນ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.