ແມ່ນຫຍັງກັນແທ້ ເຮັດໃຫ້ ນາຍົກ ພັນຄຳ ຕ້ອງລາອອກ: ມາຟັງນຳກັນ

ມີເຫດຜົລຫຍັງແດ່ ທີ່ເຮັດໃຫ້ ນາຍົກ ພັນຄຳ ຕ້ອງລາອອກ ຈາກຕຳແໜ່ງ ກາງເທີມ ທັ້ງໆທີ່ ທ່ານກໍເປັນຜູ້ນຳຄົນນຶ່ງ ທີ່ກ້າຕຳນິ ກ່ຽວກັບ ຄວາມບົກຜ່ອງ ຂອງເຈົ້າໜ້າທີ່ ລະດັບສູງ ແລະ ສະມາຊິກພັກ.

ທ່ານ ພັນຄຳ ວິພາວັນ, ອະດີດ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ. ຮູບ​ພາບ: ປກ​ສ

ທ່ານ ພັນຄຳ ວິພາວັນ ຖືກກົດດັນ ໃຫ້ລາອອກຈາກ ນາຍົກຣັຖມົນຕຣີ. ຕາມທາງການ ແມ່ນອ້າງເຫດຜົລສຸຂພາບ ບໍ່ແຂງແຮງ. ໂດຍອີງໃສ່ແຫລ່ງຂ່າວ ວົງໃນ ທີ່ປິດລັບໂຕເອງບອກວ່າ ເຣື່ອງນີ້ ກ່ຽວພັຖິງ ການບໍຣິຫານ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍນຳ ທ່ານຜູ້ຟັງ ເຂົ້າມາສູ່ ຣາຍການ ມາຟັງນຳກັນ ມາຮ່ວມກັນ ສະແດງຄຳເຫັນ ກັບປະເດັນຕ່າງໆ ທີ່ເກີດຂຶ້ນ ໃນຮອບສັປດາ ທີ່ຜ່ານມາ. ສຳລັບ ຫົວຂໍ້ ໃນມື້ນີ້ ແມ່ນ ທ່ານ ພັນຄຳ ວິພາວັນ ຖືກກົດດັນ ໃຫ້ລາອອກ. ສຳລັບຫົວຂໍ້ນີ້ ອດີດ ພະນັການ ລະ​ດັບ​ຜູ້ນຳ ທີ່ຂໍສງວນຊື່ ໄດ້ສົ່ງຄຳເຫັນ ເຂົ້າມາຍັງ ອີເມລ ຂອງພວກເຮົາ, ຊຶ່ງໄດ້ເວົ້າ ກ່ຽວກັບ ປະເດັນນີ້. ຊຶ່ງສືບເນື່ອງຈາກ ທ່ານ ພັນຄຳ ວິພາວັນ ລາອອກຈາກ ນາຍົກຣັຖມົນຕຣີ ເມື່ອວັນທີ 30 ທັນວາ 2022 ຜ່ານມາ. ໂດຍຈາກ ບົດຣາຍງານ ທີ່ທ່ານ ພັນຄຳ ຣາຍງານ ຕໍ່ສະພາ ໃນມື້ປິດນັ້ນ ໄດ້ອ້າງເຖິງສຸຂພາບເປັນຫລັກ. ສຳລັບມີື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ໂດຍອີງໃສ່ ແຫລ່ງຂ່າວພາຍໃນ ທີ່ໄດ້ໃຫ້ຄວາມເຫັນ ກ່ຽວກັບ ເຣື່ອງນີ້ວ່າ ທີ່ຈິງ ເປັນການຍາກ ທີ່ນາຍົກ ໃນປະເທດລາວ ຈະລາອອກ. ເພາະທ່ານ ພັນຄຳ ອ້າງວ່າ ມີບັນຫາເຣື່ອງສຸຂພາບ ຈຶ່ງຂໍລາອອກ. ແຕ່ໃນການຖແລງ ບໍ່ໄດ້ລະບຸວ່າ ເປັນພຍາດຫຍັງ. ແຕ່ຫລາຍທັ​ສນະ ກໍກ່າວວ່າ ທ່ານ ຜິດວິນັຍພັກ ຢ່າງຮ້າຍແຮງ ກ່ຽວກັບ ການບໍຣິຫານ. ໂດຍແຫລ່ງຂ່າວ ບອກວ່າ ມີການເອື້ອປໂຍດ ໃຫ້ກຸ່ມຕົນເອງຫລາຍ ເກີນໄປ.

ຊຶ່ງເຣື່ອງນີ້ ພວກເຮົາ ກໍອີງໃສ່ແຫລ່ງຂ່າວ ໃຫ້ມາ ຈະມີຄວາມຈິງ ຫລາຍ-ໜ້ອຍ ພຽງໃດ ກໍລອງຟັງເຫດຜົຂອງທ່ານນຳກັນ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org