ຄຣູອາສາຕ້ອງສອບເສັງ ເຂົ້າເປັນ ຣັຖກອນ

ໄຊຍາ
2021.03.12
ຄຣູອາສາຕ້ອງສອບເສັງ ເຂົ້າເປັນ ຣັຖກອນ ຄຣູອາສາສມັກ ທີ່ ສອນຢູ່ໃນເຂດ ຊົນນະບົດ ຂອງລາວ ຕ້ອງໄດ້ກຸ້ມຕົນເອງທຸກຢ່າງ ຊາວບ້ານກໍຊ່ອຍເຫຼືອ ຕາມທີ່ພໍເຮັດໄດ້
ພາບປະກອບ: ນັກຂ່າວພົລເມືອງ

ໃນໄລຍະຜ່ານມາ ຄຣູອາສາສມັກຫຼາຍຄົນ ຕ້ອງລາອອກຈາກເປັນຄຣູ ຍ້ອນບໍ່ໄດ້ຖືກຊັບຊ້ອນ ເຂົ້າເປັນຣັຖກອນ. ອີກດ້ານນຶ່ງ ຄຣູ ອາສາບໍ່ໄດ້ເງິນເດືອນ, ເງິນນະໂຍບາຍໃດໆ ການກິນຢູ່ຕ້ອງໄດ້ກຸ້ມໂຕເອງ ຊໍ້າບໍ່ໜໍາ ສ່ວນຫຼາຍຍັງສອນຢູ່ ເຂດຫ່າງໄກສອກຫຼີກ.

ອີງຕາມການຣາຍງານຂອງ ທາງການຄຣູອາສາສມັກ ທີ່ສອນຢູ່ເຂດຊົນນະບົດ ຍັງມີຫຼາຍ. ເຊິ່ງກໍເປັນຄວາມຈຳເປັນຂອງການສຶກສາ ໃນລາວທີ່ຕ້ອງໃຊ້ຄຣູອາສາ ເນື່ອງຈາກໂຄຕ້າ ຄຣູ ໃນແຕ່ລະປີ ບໍ່ພຽງພໍກັບຄວາມຕ້ອງການ. ແຕ່ເຖິງປານນັ້ນ ຜູ້ທີ່ສອນມາຫຼາຍປີ ບໍ່ໄດ້ຖືກບັນຈຸເຂົ້າຣັຖ ກໍຕ້ອງລາອອກໄປ ດັ່ງຄຣູອາສາຄົນນຶ່ງ ໄດ້ກ່າວຕໍ່ RFA ເມື່ອທ້າຍ ເດືອນກຸມພາ ວ່າ:

ສ່ວນຄຣູອາສາອີກຄົນນຶ່ງ ທີ່ສອນຢູ່ ບ້ານພູຮວງ ເມືອງຊໍາໃຕ້ ແຂວງຊຳເໜືອ ສອນມາໄດ້ສາມປີແລ້ວ. ກໍຍັງບໍ່ໄດ້ບັນຈຸ ແຕ່ຜູ້ກ່ຽວ ກໍຍັງສອນຕໍ່ເພື່ອລໍຖ້າໂອກາດ ຊັບຊ້ອນເຂົ້າເປັນ ຣັຖກອນ. ສ່ວນການກິນຢູ່ກໍໄດ້ ຊາວບ້ານຊ່ອຍເປັນບາງສ່ວນ ແຕ່ແນວໃດກໍໄດ້ ກຸ້ມຕົນເອງເປັນສ່ວນໃຫຍ່.

ຕໍ່ບັນຫາດັ່ງກ່າວປະຊາຊົນໄດ້ສເນີ ການແກ້ໄຂບັນຫາ ໄປຍັງພາກສ່ວນກ່ຽວຂ້ອງ ຢ່າງນ້ອຍກໍຂໍໃຫ້ທາງຣັຖບານ ຕ້ອງມີນະໂຍບາຍ ໃດນຶ່ງເພື່ອຊ່ອຍໃຫ້ຄຣຸ ໄດ້ສອນຕໍ່ໄປເພາະ ຄຣູອາສາ ຍັງຈຳເປັນຫຼາຍ ຕໍ່ໂຮງຮຽນໃນເຂດຊົນນະບົດ.

ເປັນຫຍັງຄຣູອາສາຈຳນວນນຶ່ງ ຕ້ອງການຖືກຊັບຊ້ອນ, ທາງຄຣູອາສາ ຢູ່ແຂວງຈຳປາສັກ ໄດ້ກ່າວຕໍ່ພວກເຮົາວ່າ. ໂດຍໄດ້ຍົກ ໂຕຢ່າງໃນປີ 2020 ຜ່ານມາ ແຂວງຈຳປາສັກ ໄດ້ໂຄຕ້າ ຄຣູສອນ 69 ຄົນ. ແບ່ງລົງແຕ່ລະເມືອງ ດັ່ງເມືອງຈຳປາສັກ ໄດ້ 4 ຄົນ. ສ່ວນຄຣູ ເຂົ້າສອບເສັງມີ 740 ຄົນ.

ໃນປີນີ້ປະກົດການ ທີ່ເກີດຂື້ນມີທັງຊື້ເຂົ້າ ແລະການເອົາລູກຫຼານຜູ້ໃຫຍ່ ເຂົ້າກໍຍີ່ງເຮັດໃຫ້ໂຄຕ້າໜ້ອຍລົງໄປອີກ. ອີກດ້ານນຶ່ງ ວີິຊາ ຄຣູແຕ່ລະຄົນຮຽນມາ ກໍຕ່າງກັນຖ້າໃນໂຄຕ້າ ນັ້ນກຳນົດ ວ່າຕ້ອງການຄຣູມັທຍົມ ຫຼື ຄຣູປະຖົມ ຄຣູອະນຸບານ ຈະໄປເສັງໄດ້ບໍ່. ເພາະຜ່ານມາຍັງມີ ການເສັງແບບລວມໆ ບໍ່ໄດ້ແຍກ ຂແນງການຊັດເຈນ ຈື່ງເຮັດໃຫ້ຄຣູອາສາ ເລືອກທີ່ຈະສອນ ໄປກ່ອນເພື່ອ ຫວັງໃຫ້ ທ້ອງຖີ່ນທີ່ສອນຢູ່ນັ້ນສເນີ ເຂົ້າບັນຈຸເປັນຣັຖກອນ.

ສ່ວນຜູ້ທີ່ເຄີຍສມັກເຂົ້າສອບເສັງ ເພື່ອບັນເຂົ້າຣັຖກໍໄດ້ເລົ່າ ປະສົບການໃຫ້ຟັງວ່າ ການເຂົ້າເປັນຣັຖກອນມັນເປັນຄ່ານິຍົມຂອງ ຄົນລາວ.

ຜ່ານມາການແກ້ໄຂ ຄຣູອາສາ ກໍຍັງປະເຊີນກັບຄວາມຫຍຸ້ງຍາກ ດັ່ງ ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າຜແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ໄດ້ເປີດເຜີຍເມື່ອກາງປີ 2020 ວ່າ. ການແກ້ໄຂໄດ້ໃຊ້ 3 ມາຕການ ດັ່ງ ການຊັບຊ້ອນຄຣູອາສາ ທີ່ ຢູ່ດົນແລ້ວໃຫ້ເປັນຣັຖກອນຄຣູ ໃຫ້ຖືກຕ້ອງຕາມວິຊາຮຽນ ແລະ ຖືກຕ້ອງຕາມຣະບຽບການ ຕາມໂຄຕ້າ ທີ່ໄດ້ຮັບແບ່ງປັນ ຈາກ ກະຊວງສຶກສາ.

ສຳລັບຄຣູອາສາ ທີ່ຢູ່ມາດົນບໍ່ໄດ້ບັນຈຸ ບໍ່ມີທາງເລືອກໄດ້ຣະດົມໃຫ້ ໄປບໍາລຸງວິຊາຊີບແລ້ວ ໄປປະກອບອາຊີບອື່ນ ແລະຣະດົມໃຫ້ ອອກເລີຍ ຍ້ອນບໍ່ມີໂຄຕ້າ ແລະວິຊາຮຽນມາ. ປັຈຈຸບັນຄຣູອາສາ ຢູ່ນະຄອນຫຼວງວຽງຈັນ ມີ 1,100 ຄົນ.

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄຣູ ຂອງກະຊວງສຶກສາທິການ ແລະກິລາ ໄດ້ໃຫ້ສັມພາດຕໍ່ ສື່ທາງການລາວເຖິງແນວທາງ ໃນການແກ້ໄຂຄຣູອາສາ ທີ່ເຫຼືອປະມານ 9,809 ຄົນວ່າ.

ຣັຖມົນຕຼີກະຊວງສືກສາທີການ ແລະກິລາ ຍານາງ ແສງເດືອນ ຫຼ້າຈັນທະບູນໄດ້ກ່າວ ໃນກອງປະຊຸມສະພາ ເມື່ອປີ 2019 ວ່າໄດ້ ຢຸດຮັບເອົາຄຣູອາສາ ມາຕັ້ງແຕ່ປີ 2019. ສ່ວນ ຄຣູອາສາຈຳນວນຫຼາຍພັນຄົນຍັງ ບໍ່ໄດ້ຖືກບັນຈຸ. ໃນນັ້ນຂແນງການຄຣູ ທາງພາກ ຣັຖບານ ໄດ້ກຳນົດວ່າການບັນຈຸຄຣູ ຕ້ອງອີງໃສ່ ອັດຕຣາສ່ວນນັກຮຽນຕໍ່ຄຣູເປັນຫຼັກ.

ຣັຖມົນຕຼີ ກະຊວງສຶກສາທິການ ໄດ້ກ່າວຕື່ມວ່າ, ການບັນຈຸຄຣູ ຕ້ອງໄດ້ຄຳນຶ່ງເຖີງຈຸດພິເສດ, ທີ່ຕັ້ງຂອງໂຮງຮຽນ, ຊັ້ນຮຽນ ແລະ ວິຊາຮຽນ. ການສ້າງແຜນ ຄວາມຕ້ອງຄຣູ ຍັງເປັນແບບລວມໆ ບໍ່ໄດ້ເຣີ່ມຈາກໂຮງຮຽນເປັນຫຼັກ. ໂຄຕ້າຄຣູໄດ້ມາກໍນ້ອຍ. ດັ່ງປີ 2017-18 ໄດ້ໂຄຕ້າ 1,850 ຄົນແຕ່ສູນເສັຽໄປຈຳນວນ 2,750. ໃນສົກປີ 2018-19 ໄດ້ໂຄຕ້າ 936 ຄົນ ແຕ່ເສັຽໄປຈຳນວນ 3.007 ຄົນ ເຮັດໃຫ້ມີການຮັບເອົາ ຄຣູອາສາສມັກ ຕາມຄວາມຈຳເປັນ ແລະ ຂາດເຂີນຄຣູ.

ໃນແຕ່ລະປີໂຄຕ້າຣັຖກອນຄຣູ ທີ່ຣັຖບານແບ່ງມາໃຫ້ແມ່ນ ຫຼຸດລົງດັ່ງໃນປີ 2021 ຈາກໂຄຕ້າ ທັງໝົດ 1,600 ຄົນ ໂຄຕ້າຄຣູ 530 ຄົນ, ປີ 2020 ໂຄຕ້າ 2,000 ຄົນ ໂຄຕ້າຄຣູ 1,040 ຄົນ ແລະໃນປີ 2019 ໂຄຕ້າ 1,500 ຄົນ ໂຄຕ້າຄຣູ 936 ຄົນ.

ສລຸບແລ້ວ ນັບແຕ່ປີ 2015-2020 ຣັຖບານລາວ ໄດ້ອະນຸມັດໂຄຕ້າຣັຖກອນ 21,500 ຄົນ. ປັຈຈຸບັນ ພະນັກງານຣັຖທົ່ວປະເທດມີ 178,821 ຄົນທຽບໃສ່ພົລເມືອງເທົ່າກັບ 2,4%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.