ປະຊາຊົນ ຮຽກຮ້ອງ ສະມາຊິກສະພາ ແກ້ໄຂບັນຫາ ການຊົດເຊີຍ ທີ່ດິນ

0:00 / 0:00

ສະມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫລວງວຽງຈັນ ແລະສະມາຊິກສະພາ ປະຊາຊົນນະຄອນຫລວງວຽງຈັນ ໄດ້ໄປພົບພໍ້ກັບປະຊາຊົນ ບ້ານເມືອງນ້ອຍ, ບ້ານຊຽງດາ ແລະບ້ານໂນນຫວາຍ ເມືອງໄຊເສດຖາ ໃນມື້ວັນທີ 28 ກຸມພາທີ່ຜ່ານມາ ເພື່ອເຜີຍແພ່ຜົລສໍາເຣັດ ຂອງກອງປະຊຸມສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ແລະ ກອງປະຊຸມສມັຍສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ 2.

ໃນໂອກາດດັ່ງກ່າວ ປະຊາຊົນໄດ້ພາກັນຮ້ອງຂໍ ແລະສເນີໃຫ້ມີການແກ້ໄຂ ບັນຫາຕ່າງໆ ຊຶ່ງໃນນັ້ນກໍມີທັງການຮ້ອງຂໍ ໃຫ້ມີການຕິດຕາມເຣື່ອງຄ່າຊົດເຊີຍ ຄວາມເສັຍຫາຍຈາກໂຄງການ ພັທນາຂອງຣັຖບານ ແລະຂອງເອກກະຊົນ ເປັນຕົ້ນໂຄງການກໍ່ສ້າງ ຂອງບໍຣິສັດນໍ້າທາ ອີງຕາມການຣາຍງານ ຂອງໜັງສືພິມປະຊາຊົນ ໃນມື້ວັນທີ 2 ມິນາ 2023 ນີ້.

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງດັ່ງກ່າວ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງສະພາ ປະຊາຊົນນະຄອນຫລວງວຽງຈັນ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສາມາດ ໃຫ້ຣາຍລະອຽດໄດ້ ແລະໄດ້ພະຍາຍາມຕິດຕໍ່ໄປຫາ ສະມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫລວງວຽງຈັນ ແຕ່ບໍ່ສາມາດຕິດຕໍ່ໄດ້.

ເຖິງຢ່າງໃດກໍຕາມ ໃນການລົງພື້ນຖານ ພົບພໍ້ກັບປະຊາຊົນ ຂອງສະມາຊິກສະພາຄັ້ງນີ້ ປະຊາຊົນຈໍານວນນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຕ່າງໆ ໃນເຂດເມືອງໄຊເສດຖາ ບໍ່ມີໂອກາດໄດ້ເຂົ້າຮ່ວມ ແຕ່ກໍຢາກຮ້ອງ ຂໍໃຫ້ສະມາຊິກສະພາ ຊ່ອຍຕິດຕາມເຣື່ອງຄ່າຊົດເຊີຍນັ້ນຕື່ມ ຍ້ອມມັນບໍ່ມີຄວາມຄືບໜ້າ.

ດັ່ງປະຊາຊົນບ້ານຊຽງດາ ທີ່ສູນເສັຍດິນຂອງຕົນໄປ ແລະໄດ້ຖືກໃຫ້ໂຍກຍ້າຍເຮືອນ ອອກຈາກເຂດທີ່ໂຄງການທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກ ພາກ ກວມເອົາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ມິນານີ້ວ່າ:

“ນໍ້າທາຖືວ່າຢຸດແລ້ວ ຊ່ວງນີ້ນ່າ ຖືວ່າບໍ່ເຫັນການເຄື່ອນໄຫວຫຍັງ ນໍ້າທາກັບໂລຈິສຕິກ ເຮົາບໍ່ເຂົ້າໃຈນໍາ ມີຫລາຍລະບົບ ກະມິດປົກຕິຢູ່ ບໍ່ເຫັນລົງເຄື່ອນໄຫວຫຍັງນ່າ ເຮົາກະລໍຖ້າທາງການເພິ່ນມາຊົດເຊີຍ ປະຊາຊົນມັນກະບໍ່ໄດ້ຂັດຂ້ອງຫຍັງ ຄວາມໝາຍວ່າລໍຖ້າແຕ່ເງິນຫັ້ນແຫລະ.”

ຊາວບ້ານຊຽງດາ ອີກຜູ້ນຶ່ງ ກໍເວົ້າວ່າ ຢາກຂໍໃຫ້ສະມາສິກສະພາ ນໍາເອົາບັນຫາເຣື່ອງຄ່າຊົດເຊີຍ ຜົລກະທົບຈາກໂຄງການ ເຂດທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາຣ໌ກ ໄປພິຈາຣະນາ ແລະຕິດຕາມ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂ ຍ້ອນເປັນບັນຫາ ທີ່ແກ່ຍາວມາຫລາຍປີແລ້ວ, ເຮັດໃຫ້ຊາວບ້ານອຸກໃຈຫລາຍ ຈົນຮອດມື້ນີ້, ຢາກໄດ້ເງິນໄປຢູ່ບ່ອນອື່ນ.

“ຝາກເອົາໄປລົງໃຫ້ແດ່ ຢາກໄດ້ເງິນຢາກໄປຢູ່ບ່ອນອື່ນ ຢາກໄດ້ເງິນໄປສ້າງສາບ່ອນອື່ນແລ້ວ ເພາະວ່າເຮົາຊິປຸກແຕ່ກະເທີນແລ້ວ ເປັນສຽງຮຽກຮ້ອງໃຫ້ແດ່.”

ຊາວບ້ານອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 3 ມິນານີ້ວ່າ ຕົນເອງ ກໍຮູ້ສຶກເບື່ອໜ່າຍ ຕໍ່ບັນຫານີ້ ເນື່ອງຈາກເຄີຍໄດ້ຂຽນໜັງສື ຮ້ອງທຸກໄປຫາພາກສ່ວນທີ່ກ່ຽວຂ້ອງ ຫລາຍເທື່ອແລ້ວ, ແຕ່ກໍຍັງບໍ່ທັນໄດ້ຮັບການພິຈາຣະນາ ແລະແກ້ໄຂໃຫ້ຈັກເທື່ອ. ໃນຖານະຊາວບ້ານ ກໍຈະພະຍາຍາມຮ້ອງຂໍຄວາມເປັນທັມ ຕໍ່ໄປເລື້ອຍໆຈົນເຖິງທີ່ສຸດ ຍ້ອນບໍ່ມີທາງເລືອກອື່ນ.

“ຂຽນໃບຮ້ອງຮຽນ ໂຕນີ້ໂຄງການມັນມີນໍ້າທາ ກັບພວກໂລຈິສຕິກ 2 ໂຄງການ ແຕ່ເກົ່າເຂົາອ້າງວ່າປ່າສງວນ ເຮັດສະຫະກອນກະເສດ ໄປຕາມທິດທາງ ຂອງພັກຂອງຣັຖເພິ່ນ ບາດນີ້ປະຊາຊົນດຽວນີ້ພັດຖຶກຂໍ້ຫາວ່າ ບຸກລຸກດິນຣັຖ ໂອ໋.”

ພ້ອມດຽວກັນນັ້ນ ນັກກົດໝາຍທ່ານນຶ່ງ ກໍເວົ້າວ່າ ທ່ານກໍໄດ້ໃຫ້ຄວາມຮູ້ແກ່ປະຊາຊົນ ກ່ຽວກັບເຣື່ອງການຈ່າຍຄ່າຊົດເຊີຍ ຂອງໂຄງການພັທນາຕ່າງໆວ່າ ຄັນຖ້າພາກສ່ວນທີ່ກ່ຽວຂ້ອງ ປະເມີນລາຄາຄ່າຊົດເຊີຍແລ້ວ ແຕ່ຍັງບໍ່ຈ່າຍໃຫ້ຊາວບ້ານຕາມແຜນ, ຊາວບ້ານຜູ້ເສັຽຜົລປໂຍດ ສາມາດຟ້ອງຮ້ອງບໍຣິສັດຜູ້ພັທນາ ຫລືຟ້ອງຮ້ອງ ພາກສ່ວນທີ່ຮັບຜິດຊອບຄຸ້ມຄອງ ໂຄງການໄດ້ໂດຍກົງ, ແຕ່ຖ້າຫາກໂຄງການນັ້ນ ຍັງບໍ່ທັນໄດ້ຜ່ານ ການປະເມີນລາຄາ ກໍຖືວ່າຊາວບ້ານ ຍັງບໍ່ສາມາດຟ້ອງຮ້ອງຫຍັງໄດ້.

ດັ່ງທ່ານກ່າວວ່າ:

“ຄັນຟ້ອງກັບບໍຣິສັດບໍ່ໄດ້ ເຮົາກະໜ້າຈະໄປຟ້ອງກັບພາກສ່ວນ ທີ່ກ່ຽວຂ້ອງເນາະ ທີ່ເພິ່ນຄຸ້ມຄອງເຣື່ອງໂຕນີ້ນ່າ ທັມດາມັນຕ້ອງວ່າ ເຣື່ອງການຕົກລົງກັນ ແລ້ວກະຕ້ອງປະເມີນລາຄານ່າ ຄັນປະເມີນລາຄາແລ້ວ ຂະເຈົ້າກະສິຊົດເຊີຍ ຕາມປະເມີນລາຄາ ຄັນວ່າກັມການປະເມີນຫັ້ນນ່າ.”

ເຖິງຢ່າງໃດກໍຕາມ ບໍ່ພຽງແຕ່ໂຄງການ ຂອງບໍຣິສັດນໍ້າທາ ແລະໂຄງການເຂດທ່າບົກ-ທ່ານາແລ້ງ ແລະເຂດໂລຈສຕິກ ພາກ ເທົ່ານັ້ນ ທີ່ຍັງມີບັນຫາເຣື່ອງການ ຈ່າຍຄ່າຊົດເຊີຍ, ແຕ່ໃນເຂດເມືອງໄຊເສຖາ ກໍຍັງມີອີກຫລາຍໂຄງ ການ ທີ່ຊາວບ້ານຍັງລໍຖ້າຄ່າຊົດເຊີຍ ທີ່ດິນຢູ່. ໃນນັ້ນ ຮວມທັງໂຄງການກໍ່ ສ້າງທາງດ່ວນ ນະຄອນຫລວງວຽງຈັນ ເລກ 1, ຈົນມາຮອດມື້ນີ້ ກໍຍັງບໍ່ມີຄວາມຄືບໜ້າ ທັງໃນເຣື່ອງການກໍ່ສ້າງ ແລະເຣື່ອງການຈ່າຍຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ.