ຣົດຂົນໄມ້ຖືກລັດຍິງ

ຣົດຂົນ ໄມ້ທ່ອນ ຂອງ ວຽດນາມ ຖືກດັກຍິງ ແລ້ວເຜົາ ທັງຣົດທັງຄົນ ຢູ່ແຂວງ ສາຣະວັນ ພາກໃຕ້ ຂອງລາວ.
ມະນີຈັນ
2013.01.30
F-logs-trucks ຂະບວນ ຣົດບັນທຸກໄມ້ ກໍາລັງລໍຖ້າ ຢູ່ຊາຍແດນລາວ ເຂົ້າສູ່ວຽດນາມ ເຈົ້າໜ້າທີ່ ພາສີລາວ ກໍຢືນເບີ່ງ ໄມ້ເຖື່ອນ ເຄື່ອນຂະບວນ ໄປສູ່ວຽດນາມ ຕາມການ ຣາຍງານ ຂອງອົງການ ສືບສວນ ສໍາຣວດ ສີ່ງແວດລ້ອມ ທີ່ມີ ສໍານັກງານ ຢູ່ປະເທດ ອັງກິດ. (Environment investigation agency) Vietnam has become a clearing house for illegally logged hardwood timber from neighboring Laos. 19/03/2008
EIA

ຄົນທ້ອງຖິ່ນ ແຂວງສາຣະວັນ ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ໄດ້ໂທຣະສັບ ແຈ້ງໃຫ້ ນັກຂ່າວ ເອເຊັຽເສຣີ ຊາບວ່າ ໃນວັນພຣະຫັດ ທີ 24 ມົກກະຣາ 2013 ຢູ່ເຊດຕີນພູນາກ ຊຶ່ງເປັນເຂດ ຣະຫວ່າງ ເມືອງຕຸ້ມລານ ກັບ ເມືອງຕາໂອຍ ແຂວງ ສາລະວັນ ມີຣົດຂົນໄມ້ ເຕັມອັດສອງຄັນ ຂອງ ວຽດນາມ ແລ່ນມູ້ງໜ້າ ໄປວຽດນາມ ຖືກກຸ່ມຄົນ ບໍ່ຮູ້ວ່າມາຈາກໃສ ໃຊ້ອາວຸດ ສົງຄາມ ດັກຍິງ ເຮັດໃຫ້ຣົດທັງ 2 ຄັນຢຸດສງັກ ຢູ່ແຄມທາງ. ມີຄົນຂັບ ຊາວວຽດນາມ 2 ຄົນ ແລະ ຜູ້ຊ່ວຍອີກ 1 ຄົນ ເສັຽຊີວິດຄາທີ່. ຫລັງຈາກນັ້ນ ທັງຣົດທັງຄົນ ກໍຖືກເຜົາ:

"ຄືເຂົາດັກຊຸ້ມເບິ່ງ ເຂົາໃຊ້ອາວຸດ ສົງຄາມຍິງ ຈັ່ງຊັ້ນເຂົາ ກໍຄິດວ່າມັນຊິ ນອກເໜືອ ຈາກ ປະຊາຊົນ ຫລື ຊິເປັນຢ່າງອື່ນ ຫລືຊິເປັນ ພວກຂ້າຣາຊການ ທະຫານ ກໍເດົາບໍ່ຖືກ".

ຂ່າວດັ່ງກ່າວ ບໍ່ໄດ້ຮັບການ ຢືນຢັນ ຈາກແຫລ່ງຂ່າວ ທີ 3 ແລະກ່ອນໜ້ານັ້ນ ຄືໃນວັນອາທິດ ທີ 20 ເດືອນ ມົກກະຣາ ນີ້ ຢູ່ເຂດ ເມືອງທ່າແຕງ ແຂວງເຊກອງ ມີຄົນ ແກວ່ງຣະເບີດມື ໃສ່ຣົດບັນທຸກ ໄມ້ທ່ອນ ແລະ ຣົດໄຖນາ ທີ່ຈອດຢູ່ ແຄມທາງ ຊຶ່ງເປັນຂອງ ບໍຣິສັດຈີນ ທີ່ໄດ້ຮັບ ສໍາປະທານ ທີ່ດິນ ເພື່ອປູກພືດ ເສຖກິດ ເຮັດໃຫ້ ຄົນງານຈີນ 2 ຄົນ ເສັຽຊີວິດ. ຫລັງຈາກນັ້ນ ທັງຄົນທັງຣົດ ກໍຖືກເຜົາ ເຊັ່ນກັນ. ທ່ານກ່າວ ຕໍ່ໄປວ່າ:

"ໃຊ້ຣະເບີດມືຂວ່າງ ລະເຂົາກະຈູດ ທໍາລາຍ ຣົດຂົນໄມ້ ນໍ້າໜັກ ປະມານ 40 ຕັນ ລະບັດນີ້ ຣົດທີ່ວ່າເຂົາ ກວດທາງ ເຂົາເອີ້ນວ່າຣົດ ສະແລວ ຈັ່ງວ່າຣົດ ປະເພດ ແນ ຜົມກໍບໍ່ແນ່ໃຈ ແຕ່ເຂົາວ່າ ຣົດຊນິດນີ້ ເປັນຣົດ ໃຊ້ບຸກເບີກ ທາງ ເພື່ອຊິເອົາຣົດ ບັນທຸກ ນໍາເຂົ້າໄປ ເອົາໄມ້ ນໍາປ່າດົງ ພູເຂົາ ເຂົາຈູດທັງຣົດ ຂົນໄມ້ ລະຣົດເຮັດທາງ ຣົດສະແລວ ຫັ້ນລະ".

ໃນຊ່ວງ 2-3 ປີ ມານີ້ ຂ່າວການດັກຍິງ ຣົດຂົນໄມ້ ການເຜົາລົດ ການຄາດຕະກັມ ຄົນງານ ຊາວວຽດນາມ ແລະ ຊາວຈີນ ມັກເກີດຂຶ້ນ ຢູ່ເລື້ອຍ ໃນເຂດພາກໃຕ້ ຂອງລາວ. ສາເຫດ ກໍຍ້ອນທາງການ ໃຫ້ສໍາປະທານ ທີ່ດິນ ແກ່ ບໍຣິສັດ ຕ່າງປະເທດ ໂດຍສະເພາະ ວຽດນາມ ແລະຈີນ ເພື່ອປູກພືດ ເສຖກິດ ຂຸດຄົ້ນແຮ່ທາດ ແລະ ການພັທນາຕ່າງໆ ຊຶ່ງມີຫລາຍ ພື້ນທີ່ ກວມເອົາທີ່ດິນ ທໍາມາຫາກິນ ຂອງ ປະຊາຊົນ.

ນອກຈາກການ ລັກຕັດໄມ້ ທໍາລາຍປ່າ ກໍມີການກະທໍາ ສິ່ງບໍ່ດີ ຕໍ່ແມ່ຍິງລາວ ໂດຍຄົນງານ ຕ່າງດ້າວ ບາງກຸ່ມບາງຄົນ ຊຶ່ງຄົນທ້ອງຖີ່ນ ຮັບບໍ່ໄດ້ ຮວມເຖິງການ ຫລັ່ງໄຫລເຂົ້າມາ ຕັ້ງຖີ່ນຖານ ຂອງ ຊາວວຽດນາມ ແລະ ຊາວຈີນ ນັບມື້ ຫລາຍຂຶ້ນ. ທັງໝົດນັ້ນ ເຮັດໃຫ້ເກີດ ກະແສຕໍ່ຕ້ານ ແຮງຂຶ້ນ ແຕ່ເຫດການ ທີ່ເກີດຂຶ້ນນັ້ນ ສ່ວນໃຫຍ່ ບໍ່ເປັນຂ່າວ ແລະ ເມື່ອຖາມໄປຍັງ ພາກສ່ວນ ທາງການ ທີ່ກ່ຽວຂ້ອງ ກໍມັກຈະຖືກ ປະຕິເສດ ຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.