ການເກັບເງິນໃນດ່ານສາກົນ ລາວບາວ

ສິດນີ
2015.03.26
F-Lao-Bao ການເກັບເງິນໃນດ່ານສາກົນ ແດນສວັນ-ລາວບາວ
RFA

ຣາຍງານ ຈາກ ເມືອງ ເຊໂປນ ແຂວງ ສວັນນະເຂດ ແຈ້ງວ່າ ນັບ ຕັ້ງແຕ່ ທາງການ ລາວ ກັບ ວຽດນາມ ໄດ້ ຕົກລົງ ກັນ ຈັດຕັ້ງ ດ່ານ ກວດກາ ພາສີ ບ່ອນດຽວ ຫລື One Stop ຢູ່ ດ່ານ ຊາຍແດນ ແຫ່ງ ທໍາອິດ ແດນສວັນ ລາວບາວ ຫລາຍ ເດືອນ ມານີ້ ວຽດນາມ ແລະ ລາວ ໄດ້ ສັບປ່ຽນ ເຈົ້າໜ້າທີ່ ເຮັດວຽກ ປະຈໍາ ດ່ານ ຮ່ວມກັນ, ພ້ອມນັ້ນ ເຈົ້າໜ້າທີ່ ວຽດນາມ ຍັງເປັນຜູ້ ເກັບເງິນ ພາສີ ຕ່າງໆ ຢູ່ ທາງດ່ານ ຂອງ ຝ່າຍ ລາວ.

ຊາວລາວ ທີ່ ຮູ້ເຣື້ອງ ນີ້ດີ ບໍ່ພໍໃຈ ປານໃດ ນໍາການ ຮ່ວມມື ໃນ ລັກສນະ ນີ້ ແຕ່ເມື່ອ ຖາມ ເຈົ້າໜ້າທີ່ ຝ່າຍ ລາວ ເພິ່ນ ເວົ້າວ່າ ອັນນີ້ ແມ່ນການ ຮ່ວມມື ຣະຫວ່າງ ລາວ ແລະ ວຽດນາມ ເພື່ອ ຕຣຽມ ການ ເຂົ້າເປັນ ປະຊາຄົມ ເສຖກິດ ອາຊຽນ.

ແຫລ່ງຂ່າວ ທີ່ ໃກ້ຊິດ ເຈົ້າໜ້າທີ່ ລາວ ທີ່ ເຮັດວຽກ ປະຈໍາ ຢູ່ ດ່ານ ແດນສວັນ ລາວບາວ ແຈ້ງວ່າ ເຣື້ອງ ບັນຊີ ເງິນ ແລະ ການ ເກັບເງິນ ພາສີ ເຂົ້າອອກ ຕ່າງໆ ນີ້ ແມ່ນ ເຈົ້າໜ້າທີ່ ວຽດນາມ ເປັນ ຜູ້ເກັບ ທັງໝົດ ແລ້ວ ຈະມອບ ໃຫ້ ຣັຖບານ ລາວ ໂດຍກົງ ໃນ ທ້າຍປີ. ລາວ ເວົ້າວ່າ ນັບແຕ່ ຕົ້ນ ປີ 2015 ມານີ້ ທັງ ສອງດ່ານ ໄດ້ ມີການ ເອົາ ເຈົ້າໜ້າທີ່ ພະນັກງານ ໄປ ເຮັດວຽກ ຮ່ວມກັນ ຊຶ່ງ ວຽດນາມ ກໍສົ່ງ ຄົນ ເຂົ້າມາ ເຮັດວຽກ ຢູ່ ດ່ານລາວ ແລະ ດ່ານ ລາວ ກໍສົ່ງ ຄົນ ໄປ ເຮັດວຽກ ຢູ່ ດ່ານ ວຽດນາມ.

ການຮ່ວມມື ໃນ ຮູບແບບ ນີ້ ແມ່ນ ຫາ ກໍ່ ປະຕິບັດ ຢູ່ໃນ ດ່ານ ສາກົນ ແດນສວັນ ລາວ-ບາວ ແຫ່ງດຽວ ເທື່ອ ທໍາອິດ ຊຶ່ງ ສອງ ປະເທດ ເອີ້ນວ່າ ເປັນການ ທົດລອງ, ແຕ່ ສະເພາະ ດ່ານ ສາກົນ ລາວ-ວຽດ ແຫ່ງອື່ນໆ ເປັນ ຕົ້ນວ່າ ດ່ານ ສາກົນ ນໍ້າກັ່ນ ຢູ່ ແຂວງ ຊຽງຂວາງ ພາກເໜືອ ຂອງ ປະເທດ ລາວ ແລະ ດ່ານ ສາກົນ ພູເກືອ ແຂວງ ອັດຕະປື ພາກໃຕ້ ຂອງ ປະເທດ ລາວ ກໍ ບໍ່ທັນ ໃຫ້ ເຈົ້າໜ້າທີ່ ວຽດນາມ ເຂົ້າມາ ເກັບເງິນ ຢູ່ດ່ານ ຝ່າຍລາວ ເທື່ອ.

ໃນເວລາ ທີ່ ປະທານ ປະເທດ ວຽດນາມ ທ່ານ Truong Tan Sang  ໄດ້ມາ ຢ້ຽມຢາມ ລາວ ເປັນ ເວລາ 4 ວັນ ແລະ ພົບປະ ກັບ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ລາວ ທ່ານ ກໍໄດ້ ຊຸກຍູ້ ໃຫ້ ຈັດຕັ້ງ ປະຕິບັດ ໃຫ້ ມີການ ກວດກາ ພາສີ ຈຸດດຽວ ແບບນີ້ ຢູ່ໃນ ດ່ານ ອື່ນໆ ອີກ.

ອີງຕາມ ຂໍ້ ຕົກລົງ ຣະຫວ່າງ ລາວ-ວຽດນາມ ສອງຝ່າຍ ສາມາດ ຮ່ວມກັນ ປະຕິບັດ ງານ ໃນການ ກວດກາ ສິນຄ້າ ເຂົ້າອອກ ຕາມ ດ່ານ ດັ່ງກ່າວ ເພື່ອ ເຮັດໃຫ້ ການ ຂົນສົ່ງ ສິນຄ້າ ເຂົ້າ-ອອກ ສະດວກ ສະບາຍ ຂຶ້ນ ໃນ ປະເທດ ລຸ່ມ ແມ່ນ້ຳຂອງ ແຕ່ ບໍ່ໄດ້ ເອີ່ຍເຖິງ ການເກັບ ເງິນ ໃນການ ຜ່ານດ່ານ ແຕ່ຢ່າງໃດ ຈຸດປະສົງ ຂອງ ການສ້າງ ຕັ້ງ ຈຸດ ກວດກາ ຈຸດດຽວ ແມ່ນເພື່ອ ຄວາມ ວ່ອງໄວ ໃນການ ຂົນສົ່ງ ສິນຄ້າ ເຂົ້າ-ອອກ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.