ຊາກຊິ້ນສ່ວນທະຫານປາງ ສົງຄາມ ກັບບ້ານ
2014.04.29

ຫ້ອງການ ຊອກຄົ້ນຫາ ຊະເລີຍ ເສິກ ແລະ ທະຫານ ທີ່ ຫາຍສາບ ສູນ ໃນ ປາງສົງຄາມ ກະຊວງ ປ້ອງກັນ ປະເທດ ສະຫະຣັຖ ປະກາດ ໃນ ມື້ນີ້ວ່າ ຊາກ ຊິ້ນສ່ວນ ເສດເຫລືອ ຂອງ ທະຫານ ສະຫະຣັຖ ທີ່ ຫາຍສາບ ສູນ ໃນ ປາງ ສົງຄາມ ວຽດນາມ ທີ່ ພົບເຫັນ ໃນລາວ ວ່າງຫລັງໆ ມານີ້ ໄດ້ ສັລສູດ ວ່າເປັນ ຂອງ ອະດີດ ຮ້ອຍເອກ Douglas Fergerson ຈະຖືກ ສົ່ງກັບບ້ານ ທີ່ ເມືອງ ຕາໂມກາ ຣັຖ ວໍຊີງຕັນ ເພື່ອ ທຳພິທີ ຝັງສົບ ຢ່າງ ສົມກຽດ.
ຮ້ອຍ ອາກາດ ເອກ Douglas Fergerson ໃນເວລາ ນັ້ນ ອາຍຸ ຂອງ ທ່ານ 24 ປີ ເກີດທີ່ ເມືອງ ຕາໂກມາ ຣັຖ ວໍຊີງຕັນ ໄດ້ສັງກັດ ຢູ່ໜ່ວຍ ລາດຕະເວັນ ສອດແນມ ຈາກ ເຄື່ອງບິນ ຊນິດ F-4D Phantom II ຖຶກຍິງຕົກ ທີ່ ແຂວງ ຫົວພັນ ສປປລາວ ໃນປີ 1969.
ຣະຫວ່າງປີ 1994 1997 ການ ປະຕິບັດ ງານຮ່ວມ ຣະຫວ່າງ ເຈົ້າໜ້າທີ່ ສະຫະຣັຖ ກັບ ເຈົ້າຫນ້າທີ່ ລາວ ໄດ້ທຳການ ຊອກຄົ້ນ ໃນ ສະຖານທີ່ ຍົນຕົກ ແຫ່ງ ດັ່ງກ່າວ ຈຶ່ງເຫັນ ຊາກເຮືອບິນ ຂອງ ທ່ານ ເຟີເກີຊັນ ໃນ ທີ່ນັ້ນ ແຕ່ບໍ່ເຫັນ ຊາກສົບ.
ຕໍ່ມາຈາກ ປີ 2009 ຫາ ປີ 2013 ໜ່ວຍງານ ດັ່ງກ່າວ ຈຶ່ງພາກັນ ຂຸດບ່ອນ ສົງສັຍ ໃນສາມຈຸດ ຈຶ່ງພົບເຫັນ ຊິ້ນສ່ວນ ບາງຢ່າງ ຂອງ ທ່ານ ເຟີເກີຊັນ ຄື:ແຂ້ວ ແລະ ຊິ້ນສ່ວນ ອື່ນໆ ທີ່ ຍັງເຫລືອຢູ່ ຫນ່ວຍງານ ດັ່ງກ່າວ ຈຶ່ງສົ່ງໄປ ວິຈັຍ ພິສູດ DNA ຈຶ່ງຮູ້ວ່າ ເປັນທ່ານ ເຟິເກີຊັນ ແທ້.
ປັດຈຸບັນ ຊາກ ຊິ້ນສ່ວນ ຖືກສົ່ງກັບ ບ້ານເກີດ ຂອງ ທ່ານເພື່ອ ທຳພິທີ ຝັງ ຢ່າງສົມກຽດ. ໃນຂນະ ດຽວກັນ ທາງການ ລາວ ກໍໄດ້ສົ່ງ ຊິ້ນສ່ວນ ເສດເຫລືອ ຂອງ ທະຫານ ວຽດນາມ ທີ່ ເສັຽຊີວິດ ໃນລາວ ປາງສົງຄາມ ປະມານ 23 ສົບ ກັບ ວຽດນາມ ເຊັ່ນກັນ.