ຜູ້ໃຊ້ຣົດຮຽກຮ້ອງຄວາມ ປອດພັຍ ຢູ່ທາງດ່ວນ
2021.02.18

ຜູ້ຂັບຂີ່ຣົດຫລາຍຄົນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກັບທາງດ່ວນ ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງທີ່ເປີດໃຊ້ຢູ່ນີ້ ເພີ້ມ ມາຕການດ້ານຄວາມປອດພັຍ ໃຫ້ຫລາຍຂຶ້ນ ໂດຍສະເພາະ ປ້ອງກັນບໍ່ໃຫ້ສັດລ້ຽງ ຂອງປະຊາຊົນ ຮວມທັງງົວ ເຂົ້າທາງດ່ວນ ຫລັງຈາກໄດ້ເກີດເຫດ ຣົດຕໍາງົວ ຢູ່ເຂດເມືອງນາຊາຍທອງ ນະຄອນຫລວງວຽງຈັນ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດ 2 ຄົນ ເມື່ອ ຄືນວັນທີ 14 ກຸມພາ ນີ້, ດັ່ງຄົນຂັບຂີ່ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ກຸມພາ ນີ້ວ່າ:
“ຢາກໃຫ້ໃສ່ໄຟ ໃສ່ອັນນັ້ນໃຫ້ເພິ່ນ ເພາະວ່າມັນຈະປອດພັຍ ກັບການສັນຈອນ ກາງຄໍ່າກາງຄືນຫັ້ນນະ ມັນບໍ່ມີໄຟເຍືອງທາງເດ໋ ເພາະວ່າມັນບໍ່ເຫັນຮຸ່ງ. ຂະເຈົ້າກະລ້ຽງຕອນຂະເຈົ້າ ເຮັດນາເຮັດນີ໋ ຂະເຈົ້າກະຂັງໄວ້ນະ ບໍ່ຮູ້ວ່າມັນມາແຕ່ທາງໃດ ງົວຫັ້ນນະ ບໍ່ເຂົ້າໃຈເລີຍນະ ເພາະວ່າຮົ້ວກັ້ນ ມັນກໍເຮັດສູງ ຢູ່ເດ໋.”
ທ່ານເວົ້າຕື່ມວ່າ ໃນໄລຍະນີ້ ຖ້າບໍ່ມີຄວາມຈໍາເປັນແທ້ ຕົນກໍບໍ່ຢາກໃຊ້ທາງດ່ວນ ໃນເວລາກາງຄືນ ຍ້ອນມີຄວາມສ່ຽງ ຕໍ່ການທີ່ ຈະເກີດອຸບັດຕິເຫດ ຫລາຍກວ່າຕອນກາງເວັນ. ດັ່ງນັ້ນ ຈຶ່ງຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຮວມທັງຜູ້ຮັບຜິດຊອບ ທາງດ່ວນນັ້ນ ປຶກສາກັນ ແລະແກ້ໄຂບັນຫານີ້ ກ່ອນທີ່ຈະເກີດເຫດອື່ນໆ ຂຶ້ນຕື່ມອີກ.
ແລະຜູ້ຂັບຂີ່ຣົດອີກທ່ານນຶ່ງ ກໍເວົ້າວ່າ ຫລາຍເທື່ອທີ່ຕົນຂັບຣົດຂຶ້ນ ທາງດ່ວນນັ້ນ ກໍມັກເຫັນງົວຈໍານວນນຶ່ງ ຍ່າງຢູ່ໃນແຄມທາງ ແລະບາງເທື່ອກໍຍ່າງຂ້າມທາງ ເຮັດໃຫ້ຜູ້ທີ່ໃຊ້ ທາງດ່ວນ ຕ້ອງໄດ້ຣະມັດຣະວັງ ເປັນພິເສດ ແລະວ່າທ່ານກໍບໍ່ເຂົ້າໃຈວ່າ ງົວນັ້ນ ຂຶ້ນມາທາງດ່ວນໄດ້ແນວໃດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປ້ອງກັນດີແລ້ວ ຫລືຍັງ ດັ່ງທີ່ທ່ານກ່າວວ່າ:
“ມີຢູ່ເຈົ້າ ກະມີຢູ່ ມັນກະເປັນບາງບ່ອນທີ່ວ່າບໍ່ອັນນັ້ນ ແຕ່ວ່າເຮົາກະບໍ່ຮູ້ຄືກັນສິນະ ກະໄປໄທເຮົາກະຕ້ອງຣະວັງເອົາສິນະ ເຈົ້າ. ໂຕນີ້ ເຮົາກະບໍ່ຮູ້ຄືກັນກັບທາງເພິ່ນ.”
ທ່ານກ່າວຕື່ມວ່າ ທາງທີ່ດີພາກສ່ວນທີ່ກ່ຽວຂ້ອງ ຄວນເລັ່ງແກ້ໄຂບັນຫາທີ່ວ່ານີ້ ຍ້ອນໃນແຕ່ລະມື້ ມີຄົນຂັບຣົດຂຶ້ນທາງດ່ວນຫຼາຍ ເພື່ອບໍ່ໃຫ້ເກີດອຸບັດຕິເຫດ ທີ່ຈະສ້າງຄວາມເສັຍ ຫາຍຫຼາຍໄປກວ່ານີ້.
ໃນຂນະດຽວກັນ ຜູ້ຂັບຂີ່ຣົດອີກທ່ານນຶ່ງ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫາຊາວບ້ານລ້ຽງງົວ ແບບປ່ອຍຊະຊາຍ ເພື່ອຫລຸດຜ່ອນຄວາມສ່ຽງ ຕໍ່ການທີ່ຈະເກີດ ອຸບັດຕິເຫດ ຣົດຕໍາງົວ ຕາມທາງດ່ວນນັ້ນອີກ ດັ່ງທ່ານກ່າວວ່າ:
“ເຣື່ອງງົວເຣື່ອງຄວາຍ ເຣື່ອງສັດອິຫຍັງຫັ້ນແຫລະ ເຫັນໃນຄລິບໃນຂ່າວຫັ້ນ ເຫັນສ່ວນຫຼາຍຄືວ່າຕໍາກັນດຸ ເທື່ອໃດສ່ວນຫຼາຍ ເຂົາມັກລ້ຽງ ງົວລ້ຽງຄວາຍເຂົາແບບລ້ຽງ ປ່ອຍແບບ ທັມຊາດຫັ້ນນະ ບໍ່ໄດ້ຈໍາກັດປານໃດ.”
ກ່ຽວກັບເຣື່ອງງົວຂຶ້ນໄປທາງດ່ວນໄດ້ນັ້ນ ເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ ທ່ານນຶ່ງບອກວ່າ ເປັນຍ້ອນການເຮັດຮົ້ວອ້ອມ ທາງດ່ວນ ຍັງບໍ່ດີເທົ່າທີ່ຄວນ ເນື່ອງຈາກຍັງມີຊ່ອງ ທາງໃຫ້ງົວລອດເຂົ້າໄປໄດ້ຢູ່ ຊຶ່ງເຈົ້າຂອງທາງດ່ວນ ຕ້ອງໄດ້ແກ້ໄຂ:
“ໄປກວດກາແມ່ນມັນເຂົ້າ... ຫ້ວຍ ແບບວ່າອ້ອມຮົ້ວບໍ່ເຕັມອັນນັ້ນ ບໍ່ເຕັມດິນໝາຍຄວາມວ່າ ອ້ອມໄປແລ້ວ ເຮັດໃຫ້ມີໂກນຫ້ວຍ ໂກນອິຫຍັງ ຫັ້ນນະ ງົວລະລອດເຂົ້າໄປ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປບໍຣິສັດ ຮ່ວມທຶນພັທນາທາງດ່ວນ ລາວ-ຈີນ ຊຶ່ງເປັນບໍຣິສັດ ສັມປະທານ ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ແຕ່ຫລາຍພາກສ່ວນ ທີ່ຂຶ້ນກັບກະຊວງໂຍທາທິການ ແລະຂົນສົ່ງ ບໍ່ສາມາດບອກ ໃຫ້ຮູ້ໄດ້.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກົມຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງ ທ່ານນຶ່ງກໍເວົ້າວ່າ ກົມຂົນສົ່ງທາງບົກ ບໍ່ມີສ່ວນ ຮັບຜິດຊອບໃນເຣື່ອງ ການຄຸ້ມຄອງທາງດ່ວນ, ເຣື່ອງອຸບັດຕິເຫດ ທີ່ເກີດຂຶ້ນຕາມທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ນັ້ນແຕ່ຢ່າງໃດ:
“ອັນນີ້ ມັນເຮົາບໍ່ໄດ້ຮັບຜິດຊອບ ແຕ່ເຣື່ອງເກັບຄ່າປີ້ຊື່ໆ ແຕ່ວ່າເຣື່ອງແມ່ນກົມຕໍາຣວດຈະຣາຈອນ ຈະຣາຈອນຂອງແຂວງ.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກົມຕໍາຣວດ ຈະຣາຈອນ ແລະຜແນກຕໍາຣວດຈະຣາຈອນ ນະຄອນຫຼວງວຽງຈັນ ແຕ່ບໍ່ມີເຈົ້້າໜ້າທີ່ ທ່ານໃດສະດວກ ທີ່ຈະໃຫ້ຄໍາເຫັນ.
ເມື່ອວັນທີ 14 ກຸມພາ ເວລາ 7:30 ນາທີ ຕອນແລງໄດ້ເກີດອຸບັດຕິເຫດ ຣົດຄັນນຶ່ງແລ່ນຕໍາງົວ ຢູ່ທາງດ່ວນສາຍນີ້ ໃນເຂດບ້ານ ປາກແຮດ ເມືອງນາຊາຍທອງ ກ່ອນເຂົ້າສະຖານີ ນະຄອນຫຼວງວຽງຈັນ ເຮັດໃຫ້ມີຜູ້ເສັຽຊີວິດ 2 ຄົນ ແລະບາດເຈັບອີກ 2 ຄົນ.
ແລະກ່ອນໜ້ານັ້ນ ຄືເມື່ອວັນທີ 15 ມົກກະຣາ ທີ່ຜ່ານມາ ກໍໄດ້ເກີດເຫດຣົດ ແລ່ນຕໍາຄວາຍ ຂອງຊາວບ້ານ ຕາຍ 5 ໂຕ ຢູ່ທາງ ດ່ວນນີ້, ແຕ່ບໍ່ມີຣາຍງານ ວ່າມີຜູ້ໄດ້ຮັບບາດເຈັບ ຊຶ່ງເຈົ້າໜ້າທີ່ ຕໍາຣວດຈະຣາຈອນ ທ່ານນຶ່ງໄດ້ເປີດເຜີຍວ່າ ນັບຕັ້ງແຕ່ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ເປີດໃຊ້ມາ ໄດ້ເກີດອຸບັດຕິເຫດແລ້ວ ຢ່າງໜ້ອຍ 30 ຄັ້ງ.