ທ.ບຸນທັນ ຕ້ອງຕິດຄຸກ 4 ປີ
2015.09.30
ສານ ນະຄອນຫຼວງ ວຽງຈັນ ຕັດສິນ ລົງໂທດ ທ້າວ ບຸນທັນ ທໍາມະວົງ ອາຍຸ 52 ປີ ເຊື້ອຊາດ ລາວ ສັນຊາດ ໂປແລນ, ໃນຖານ ໃສ່ຮ້າຍ ປ້າຍສີ ແນວທາງ ນະໂຍບາຍ ຂອງ ພັກ ແລະ ຣັຖບານ ລາວ ຜ່ານ ສື່ສັງຄົມ ອອນລາຍ, ແຕ່ ຄໍາ ຕັດສິນ ຂອງສານ ນັ້ນ ຍັງບໍ່ທັນ ເປັນທີ່ ໜ້າເຊື່ອຖື ໄດ້ ໃນສາຍຕາ ຂອງ ນັກ ການທູດ ຕ່າງ ປະເທດ ປະຈໍາ ສປປລາວ.
ໃນທ້າຍ ອາທິດ ທີ່ ຜ່ານມາ ໂທຣະທັດ ກະຊວງ ປ້ອງກັນ ຄວາມສງົບ ຂອງລາວ ໄດ້ ຣາຍງານວ່າ ສານ ປະຊາຊົນ ນະຄອນຫຼວງ ວຽງຈັນ ໄດ້ ຕັດສິນ ລົງໂທດ ຈຳຄຸກ ທ້າວ ບຸນທັນ ທຳມະວົງ 4 ປີ ກັບ 9 ເດືອນ, ໃນຖານ ໄດ້ທໍາ ຄວາມຜິດ ໂດຍການ ໃສ່ຮ້າຍ ປ້າຍສີ ພັກ ແລະ ຣັຖບານ ລາວ.
ພັນ ຕໍາຣວດ ເອກ ທອງເຫຼັກ ມັງໜໍ່ເມກ, ຮອງ ຫົວໜ້າ ກົມໃຫ່ຽ ຕຳຣວດ, ກະຊວງ ປ້ອງກັນ ຄວາມສງົບ, ໄດ້ ຊີ້ແຈງ ຜ່ານ ໂທຣະທັດ ຂອງ ກະຊວງ ວ່າ:
"ຜ່ານ ການສືບສວນ ສອບສວນ ໂດຍ ອີງໃສ່ ຫຼັກຖານ ຂໍ້ມູນ ຂ້າງເທິງ ນັ້ນ, ເຈົ້າໜ້າທີ່ ພວກເຮົາ ໄດ້ຕີ ຣາຄາ ວ່າ ພຶດຕິກັມ ການ ເຄື່ອນໄຫວ ຂອງ ທ້າວ ບຸນທັນ ເປັນການ ໂຄສະນາ ຕ້ານ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ກໍ່ ບິດເບືອນ ໃສ່ຮ້າຍ ປ້າຍສີ ແນວທາງ ນະໂຍບາຍ ຂອງ ພັກແລະຣັຖ ພວກເຮົາ".
ແຕ່ ໃນ ສາຍຕາ ຂອງ ນັກການທູດ ຕ່າງ ປະເທສ ຢູ່ ນະຄອນຫຼວງ ວຽງຈັນ ເຫັນວ່າ ມັນເປັນ ການຕັດສິນ ພຽງ ຝ່າຍດຽວ ຂອງ ສານລາວ ເອງ, ດັ່ງ ນັກ ການທູດ ທ່ານ ນຶ່ງ ຜູ້ທີ່ບໍ່ ປະສົງ ອອກຊື່ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ການຕັດສິນ ຄະດີ ແບບນີ້ ເປັນການ ຕັດສິນ ແບບ ຝ່າຍດຽວ ໂດຍ ທີ່ຜູ້ຖຶືກ ກ່າວຫາ ຄື ທ້າວ ບຸນທັນ ນັ້ນ ບໍ່ມີ ໂອກາດ ທີ່ີ ຈະເຂົ້າເຖີງ ການ ຊ່ວຍເຫລືອ ຂອງ ທະນາຍຄວາມ ແຕ່ຢ່າງໃດ".
ກ່ຽວກັບ ເຣຶ່ອງ ທີ່ວ່ານີ້ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ສະຖານທູດ ໂປແລນ ປະຈໍາ ປະເທດໄທ, ແຕ່ ເຈົ້າໜ້າທີ່ ຢູ່ ສະຖານທູດ ບໍ່ໃຫ້ ສໍາພາດ ໂດຍໃຫ້ ເຫດຜົນ ວ່າ ຢ້ານ ຂໍ້ມູນ ທີ່ ໃຫ້ໄປ ບໍ່ກົງກັບ ຄໍາຕັດສິນ ຂອງ ສານລາວ ແລະວ່າ ທາງ ສະຖານທູດ ໄດ້ ສົ່ງ ເຈົ້າໜ້າທີ່ ໄປ ຢ້ຽມ ນັກໂທດ ຊາວໂປແລນ ນັ້ນ ເປັນ ປະຈໍາ ທຸກໆ ເດືອນ.
ກ່ອນໜ້າ ນີ້ ປະມານ 3 ເດືອນ ພັລຍາ ຂອງ ທ້າວ ບຸນທັນ ທີ່ ເປັນ ຊາວໂປແລນ ກໍໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ ນາງ ບໍ່ສາມາດ ຕິດຕໍ່ ກັບ ສາມີ ຂອງ ຕົນເອງ ໄດ້ ແລະ ບໍ່ຮູ້ວ່າ ຈະໄປທວງ ນໍາ ໜ່ວຍງານໃດ ຂອງ ລາວ.
ທ້າວ ບຸນທັນ ທໍາມະວົງ, ໃນ ອະດີດ ເຄີຍເປັນ ຜູ້ນໍາ ນັກສຶກສາ ລາວ, ຫົວ ກ້າວໜ້າ ນຳພາ ນັກສຶກສາ ລາວ ປະທ້ວງ ຣັຖບານ ລາວ ໃນ ຊຸມປີ 1990 ຢູ່ ປະເທດ ໂປແລນ ແລະ ຕັດສັນຊາດ ເປັນຄົນ ໂປແລນ. ຫລັງຈາກ ນັ້ນ ຜູ້ກ່ຽວ ກໍ ຕັດສິນໃຈ ກັບເມືອ ເຮັດ ທຸຣະກິດ ຢູ່ ປະເທດ ລາວ ໄດ້ ປະມານ 5 ປີ ໂດຍການ ຊັກຊວນ ຂອງ ຍາດພີ່ນ້ອງ ທີ່ເປັນ ນັກການເມືອງ ຣະດັບ ສູງ. ຕາມການ ບອກເລົ່າ ຂອງ ຜູ້ທີ່ ຮູ້ຈັກ ທ້າວ ບຸນທັນ ດີ.