ເຈົ້າໜ້າທີ່ຢືນຢັນສານ ຕັດສິນ ຄົນງານລາວ

ສິດນີ
2017.05.22
f-workers ທ້າວ ສຸການ ໃຈທັດ ນາງ ຫລອດຄໍາ ທໍາມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ມີຂ່າວວ່າ ໄດ້ຖືກຕັດສິນ ລົງໂທດໜັກໄປແລ້ວ ແຕ່ທາງການລາວ ຍັງມິດງຽບ
citizen Journalist

ເຈົ້າຫນ້າທີ່ສານ ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ເວົ້າວ່າ ສານ ນະຄອນຫລວງວຽງຈັນ ໄດ້ຕັດສິນ ຄະດີ ຄົນງານລາວ 3 ຄົນ ທີ່ຖືກຈັບ ໃນຂໍ້ຫາ ທາງການເມືອງ ແທ້ ຣະຫວ່າງເດືອນ ມິນາ ຫລື ເມສາ ຜ່ານມາ ໃນນັ້ນກໍມີ ທ້າວ ສົມພອນ ພີມມະສອນ ທ້າວ ສຸການ ໃຈທັດ ແລະ ນາງຫລອດຄຳ ທັມມະວົງ. ດຽວນີ້ ທັງສາມຄົນ ໄດ້ປ່ຽນຖານະ ເປັນນັກໂທດແລ້ວ ແຕ່ບໍ່ຮູ້ ແນ່ນອນວ່າ ຖືກຂັງຢູ່ໃສ.

ທ່ານເວົ້າວ່າ ສານໄດ້ຕັດສິນແລ້ວ ຕັດສິນ ໃນເດືອນສາມ ເດືອນສີ່ນີ້ແຫລະ ແຕ່ບໍ່ຮູ້ ຣາຍລະອຽດ ກ່ຽວກັບ ຈຳນວນປີ ທີ່ຖືກຂັງ ຍັງບໍ່ແນ່ ໃຈ ວ່າທັງສາມ ຢູ່ຄຸກໂພນທັນ ຫລື ຍ້າຍໄປ ບ່ອນອື່ນແລ້ວ.

ເມື່ອອາທິດຜ່ານມາ ຍາດພີ່ນ້ອງ ຂອງນັກໂທດ ທັງສາມຄົນ ນັ້ນໄດ້ໃຫ້ ຂໍ້ມູນວ່າ ທັງສາມ ຖືກສານຕັດສິນ ລົງໂທດແລ້ວ ຄື, ທ້າວ ສົມພອນ ຖືກຄຸກ 20 ປີ ທ້ານ ສຸການ ຖືກຄຸກ 18 ປີ ແລະ ນາງຫລອດຄຳ ຖືກຄຸກ 12 ປີ ຫລັງຈາກ ສິ້ນສຸດ ການຕັດສິນ ຄະດີ ທັງສາມ ຖືກສົ່ງໄປຂັງ ຢູ່ຄຸກຊຳເຄ້.

ແຕ່ທາງການລາວ ບໍ່ໄດ້ຢືນຢັນ ກ່ຽວກັບ ການຕັດສິນ ຄະດີ ດັ່ງກ່າວ, ຄົນງານລາວ ທັງສາມຄົນ ນີ້ຖືກຈັບ ໃນເດືອນ ກຸມພາ ປີ 2016 ຫລັງຈາກ ເດີນທາງກັບລາວ ເພື່ອຕໍ່ອາຍຸ ຫນັງສືເດີນທາງ.

ກຸ່ມດັ່ງກ່າວເຄີຍຮຽກຮ້ອງ ຄວາມເປັນທັມໃນລາວ ດ້ວຍການລົງຂໍ້ຄວາມ ໃນເຄືອຂ່າຍ ອິນເຕິເນັດ ແລະຮ່ວມການຮຽກຮ້ອງ ຢູ່ຕໍ່ຫນ້າ ສະຖານທູດລາວ ຢູ່ບາງກອນ. ອົງການ ຕ່າງຊາດ ປະນາມ ການຕັດສິນ ດັ່ງກ່າວ ຂອງທາງການລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.