ສະຫະຣັຖແລະບັນດາຜູ້ນໍາສາກົນ ສະແດງຄວາມສລົດໃຈ
2014.05.18

ໃນ ວັນອາທິດ ຣັຖບານ ສະຫະຣັຖ ໄດ້ ສະແດງ ຄວາມ ເສົ້າ ສລົດໃຈ ແກ່ ດວງ ວິນຍານ ຂອງ ຜູ້ນໍາລາວ ທີ່ ເສັຽຊີວີດ ໃນເຫດ ເຮືອບິນ ກອງທັບ ລາວ ຕົກ ທີ່ ແຂວງ ຊຽງຂວາງ ທີ່ເຮັດໃຫ້ ຄົນເສັຽ ຊີວີດ ໃນນັ້ນ ຮ່ວມດ້ວຍ ຜູ້ນຳ ຄົນສຳຄັນ ຂອງລາວ 5 ຄົນ ຄື ຣັຖມົນຕຣີ ປ້ອງກັນ ປະເທດ ສປປລາວ ພົລໂທ ດວງໃຈ ພິຈິດ.
ຍານາງ JEN PSAKI ໂຄສົກ ຍິງ ຂອງ ກະຊວງ ຕ່າງປະເທດ ສະຫະຣັຖ ກ່າວໃນ ຖແລງການ ວ່າ ທາງການ ສະຫະຣັຖ ມີຄວາມເສົ້າ ສລົດໃຈ ເປັນ ຢ່າງຍິ່ງ ທີ່ ໄດ້ຍິນ ຂ່າວ ກ່ຽວກັບ ເຮືອບິນຕົກ ໃນລາວ ທີ່ ເຮັດໃຫ້ ຜູ້ນຳ ຄົນສຳຄັນ ຂອງລາວ ແລະ ຄະນະ ຜູ້ຕິດຕາມ ໄດ້ ເສັຽຊີວີດ. ທາງການ ສະຫະຣັຖ ຂໍ ສະແດງ ຄວາມເສົ້າ ສລົດໃຈ ໃນເຫດການ ດັ່ງກ່າວ ຕໍ່ ຣັຖບານ ລາວ.
ທີ່ ປະເທດໄທ ທ່ານ ນີພັດ ທອງເລັກ ໂຄສົກ ກະຊວງ ປ້ອງກັນ ກ່າວຕໍ່ ນັກຂ່າວ ເອ ແອັບ ພີ ວ່າ ຣັຖມົນຕຣີ ປ້ອງກັນ ປະເທດ ລາວ ພົລໂທ ດວງໃຈ ພິຈິດ ໃນຈຳນວນ ເຈົ້າຫນ້າທີ່ ຣະດັບ ສູງ ທີ່ ເສັຽຊີວີດ ໃນ ເຮືອ ບິນ ລຳນັ້ນ ທີ່ ຮ່ວມດ້ວຍ ຜູ້ນຳ ຄົນສຳຄັນ ຂອງລາວ 5 ຄົນ.
ປະເທດ ສິງກະໂປ ນາຍົກ ຣັຖມົນຕຣີ ສິງກະໂປ ທ່ານ ລີຊຽນລຸງ ກໍໄດ້ ສົ່ງສານ ສະແດງ ຄວມເສົ້າ ສລົດໃຈ ໄປຫາ ນາຍົກ ຣັຖມົນຕຣີ ລາວ ຫລັງຈາກ ທ່ານໄດ້ ຮັບຂ່າວ ເຮືອບິນ ຕົກ ທ່ານວ່າ ທ່ານ ຕົກໃຈ ເມື່ອໄດ້ ຍິນຂ່າວ ອັນ ສຍອງຂວັນ ດັ່ງກ່າວ ນອກຈາກ ນັ້ນ ກໍ່ມີ ຣັຖບານ ວຽດນາມ ພັກ ປະຊາຊົນ ວຽດນາມ ແລະ ຜູ້ນຳ ກຳພູຊາ ກໍໄດ້ ສົ່ງສານ ສະແດງ ຄວາມເສົ້າ ສລົດໃຈ ໃນເຫດການ ດັ່ງກ່າວ ເຊັ່ນກັນ.