ສະຫະຣັດຊ່ອຍແນະນໍາການ ສຶກສາ ຂ.ຊຽງຂວາງ

ສະຖານທູດ ສະຫະຣັຖ ອະເມຣິກາ ກ່າວຕໍ່ ທີ່ ປະຊຸມ workshop ກ່ຽວກັບ ການສຶກສາ ແລະ ພາສາ ອັງກິດ ທີ່ ແຂວງ ຊຽງຂວາງ.

ທັມມະຊາດ ຍາມເຊົ້າ ອາກາດ ສົດຊື່ນ ທີ່ ຂ.ຊຽງຂວາງ RFA

 

ຜູ້ຕາງໜ້າ ສະຖານທູດ ສະຫະຣັຖ ອະເມຣິກາ ປະຈໍາລາວ ເດີນ ທາງໄປ ແຂວງ ຊຽງຂວາງ ເພື່ອຮ່ວມ ກອງປະຊຸມ workshop ກ່ຽວກັບ ວຽກງານ ປະຊາສັງຄົມ. ຕາມ ຖແລງຂ່າວ ຂອງ ສະຖານ ທູດ ສະຫະຣັຖ ນະຄອນ ຫລວງ ວຽງຈັນ ໃນວັນທີ 10 ມີຖຸນາ ນີ້.

ທ່ານ Ken Kosakowski ຮອງ ຫົວໜ້າ ຝ່າຍ ກິຈກັມ ປະຊາສັງ ຄົມ ໄດ້ພົບປະ ກັບ ເຈົ້າໜ້າທີ່ ໂຮງຮຽນ ມັທຍົມ ໂພນສະຫວັນ, ໂຮງຮຽນ ວິຊາຊີບ, ແລະ ໂຮງຮຽນ ອົບຮົມຄຣູ ຊຽງຂວາງ ເພື່ອ ປຶກສາ ຫາຣື ກ່ຽວກັບ ການສຶກສາ ຂອງ ແຕ່ລະ ສະຖາບັນ ແລະ ຄວາມຈໍາເປັນ ຂອງ ພາສາ ອັງກິດ. ພ້ອມກັນນັ້ນ ທາງຄະນະ ສະຖານທູດ ສະຫະຣັຖ ກໍໄດ້ ແຈກຢາຍ ເຄື່ອງ ກິລາ ແລະ ເຄື່ອງຂອງ ທີ່ ຈໍາເປັນ ສໍາລັບ ໂຮງຮຽນ ແຕ່ລະ ໂຮງຮຽນ ນໍາດ້ວຍ.

ພາຍຫລັງ ການ ພົບປະ ທ່ານ Kosakowski ໄດ້ກ່າວຕໍ່ ນັກຮຽນ ນັກສຶກສາ ຈໍານວນ ຫລາຍຮ້ອຍ ຄົນ ກ່ຽວກັບ ເປົ້າໝາຍ ຂອງ ການສຶກສາ ແລະ ທຶນ ການສຶກສາ ສໍາລັບ ຜູ້ທີ່ ຕ້ອງການ ໄປຮຽນທີ່ ສະຫະຣັຖ ອະເມຣິກາ. ທ່ານກ່າວ ຕອນນຶ່ງວ່າ "ຫາກເຈົ້າ ມີຄວາມຈິງຈັງ ຢາກໄປ ສຶກສາຕໍ່ ຢູ່ ສະຫະຣັຖ ນັ້ນ ເຈົ້າຕ້ອງ ໄດ້ເຮັດວຽກ ຫລາຍ ແລະ ທາງ ສະຖານທູດ ກໍພ້ອມທີ່ ຈະຊ່ວຍ ໃຫ້ເຈົ້າ ບັນລຸ ເປົ້າໝາຍນັ້ນ".

ທີ່ ສະຖານທູດ ສະຫະຣັຖ ໃນ ນະຄອນ ຫລວງ ວຽງຈັນ ທາງຜແນກ ກິຈກັມ ປະຊາສັງຄົມ ຈັດການສອນ ການໃຫ້ ຄໍາແນະນໍາ ດ້ານພາສາ ອັງກິດ ແລະ ການສຶກສາ ໂດຍບໍ່ຄິດຄ່າ ສໍາລັບ ນັກຮຽນ ທຸກເພດວັຍ ທີ່ສູນແຫລ່ງ ຂໍ້ມູນ IRC ນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org