ເອເຊັຽ-ສະຫະຣັດ ຜູກສັມພັນ

ສິດນີ
2016.09.08
F-Obama ທ່ານ ປະທານາທິບໍດີ ສະຫະຣັດ ອະເມຣິກາ ບາຣັກ ໂອບາມາ ໃນກອງປະຊຸມ ສຸດຍອດ ອາຊຽນ
RFA

ທ່ານ ບາລັກ ໂອບາມາ ປະທານາທິບໍດີ ສະຫະຣັດ ອະເມຣິກາ ເປັນຜູ້ນຳພາ ຕົວແທນ ຈາກ ສະຫະຣັດ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ສຫະຣັດ ທີ່ ນະຄອນຫຼວງ ວຽງຈັນ ດ້ວຍການ ຊັກຊວນໃຫ້ ບັນດາ ຜູ້ນຳ ອາຊຽນ ເພີ້ມ ຄວາມສຳພັນ ອັນແຫນ້ນແຟ້ນ, ປະຊັນ ກັບບັນຫາ ທ້າທາຍ ແລະ ສ້າງຕັ້ງ ໂອກາດ ການພັທນາ ຮອບດ້ານ ໃຫ້ ທຸກພາກສວ່ນ.

ທ່ານວ່າ ສະຫະຣັດ ແລະ ອາຊຽນ ເປັນຄູ່ຮ່ວມ ການຄ້າ ແລະການ ເຈຣະຈາກັນ ມາເປັນເວລາ ເກືອບ 40 ປີ ເຮັດວຽກ ຮ່ວມກັນ ເພື່ອ ສະເຖັຽຣະພາບ, ຄວາມມັ້ງຄັ້ງ ແລະ ຄວາມປອດພັຍ ໃນຂົງເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້.

ການເຂົ້າມາພົວພັນ ກັບ ອາຊຽນ ຂອງ ສະຫະຣັດ ເປັນກົລໄກ ອັນສຳຄັນ ໃນພື້ນທີ່ ທີ່ມີ ເສຖກິດ ເຕີບໂຕ ຢ່າງວ່ອງໄວ ໃນໃຈກາງ ປາຊີຟີກ ຊື່ງ ເປັນຈູດ ກາງເສົາຄ້ຳ ໃນການສ້າງ ຄວາມສົມດູນ ຂອງ ສະຫະຣັດ ກັບ ເອເຊັຽ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ສະຫະຣັດ ແລະ ອາຊຽນ ສອງຝ່າຍ ເປັນຄູ່ຮ່ວມ ການຄ້າ ຣະຫວ່າງກັນ, ສະຫະຣັດ ເປັນຜູ້ລົງທືນ ຣາຍໃຫຍ່ ໃນຂົງເຂດ ແລະ ອາຊຽນ ກໍເປັນຕລາດ ສົ່ງອອກຣາຍໃຫຍ່ ຂອງ ສະຫະຣັດ ທີ່ ສ້າງວຽກງານ ຫຼາຍຮ້ອຍພັນ ຫນ້າວຽກ ໃຫ້ແກ່ຄົນ ອະເມຣິກັນ.ການຄ້າ ແລະ ການລົງທຶນ ໃນຂົງເຂດ ອາຊຽນ ຂອງ ສະຫະຣັດ ຍັງສ້າງຄວາມ ມັ້ງຄັ້ງ ໃຫ້ແກ່ ສະຫະຣັດ ໃນ ຫຼາຍເຂດ. ດັ່ງນັ້ນ ນະໂຍບາຍ ສ້າງ ຄວາມສົມດູນ ຂອງ ສະຫະຣັດ ໃນຂົງເຂດ ເອເຊັຽ ຈຶ່ງແນ່ໃສ່ ອາຊຽນ ເປັນທີ່ຕັ້ງ".

ທ່ານກ່າວຕື່ມວ່າ ອາຊຽນ ເປັນກຸນແຈ ອັນສຳຄັນ ສຳລັບ ສະຫະຣັດ ໃນການສ້າງ ຄວາມສົມດູນ ໃນຂົງເຂດ ແລະ ຍີ່ງສຳຄັນ ກວ່ານັ້ນ ກໍແມ່ນ ກຸນແຈ ເພື່ອຄວາມສງົບ ແລະ ຄວາມມັ້ງຄັ້ງ ສຳລັບ ອະນາຄົດ ຂອງໂລກ ນຳອີກ ແລະວ່າ ພວກເຮົາ ໄດ້ເຊື່ອມກົນໄກ ຄູ່ຮ່ວມ ການຄ້າ ແລະ ການພັທນາ ຮວມກັນ ມາເປັນເວລາ ດົນນານ, ສະຫະຣັດ ມຸ້ງຫມັ້ນ ໃນການສ້າງຕັ້ງ ຮາກຖານ ດັ່ງກ່າວ ໃຫ້ແໜ້ນໜາ ຂື້ນໄປເລື້ອຍໆ.

ທ່ານ ຍັງໄດ້ ຮຽກຮ້ອງໃຫ້ ສອງຝ່າຍ ຮ່ວມກັນ ຍົກຣະດັບ ຄວາມຮ່ວມມື ທາງດ້ານ ເສຖກິດ, ຂຍາຍການຮ່ວມມື ທາງທະເລ, ສົ່ງເສີມ ໂອກາດ ແລະ ຄວາມສາມາດ ໃຫ້ແກ່ແມ່ຍີງ ແລະ ປາບປາມ ອາຊຍາກັມ ຂ້າມຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.