ຮ້ານກິນດື່ມເປີດໃກ້ ໂຮງຮຽນ
2016.10.11
ມີຮ້ານກິນດື່ມ ທີ່ຢູ່ໃກ້ ໂຮງຮຽນ ແລະ ສະຖານສຶກສາ ຫຼາຍຂຶ້ນ ໂດຍສະເພາະ ຮ້ານທີ່ເປີດ ໂດຍບໍ່ມີ ອະນຸຍາດ. ເຈົ້າໜ້າທີ່ ຖະແຫຼງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 10 ຕຸລາ ຜ່ານມາ ວ່າ:
"ແມ່ນແມ່ນ ເພີ້ມຂຶ້ນຫຼາຍ ໂດຍທີ່ເຮົາ ບໍ່ໄດ້ໄປ ຈັດສັນເຂົາ ເຂົາຈະເຮັດ ມາເອງເລີຍ ໂດຍບໍ່ໄດ້ ຜ່ານ ອະນຸຍາດ ຈາກເຮົາ ເວລາເຮັດ ໄປແລ້ວ ເຮົາຈັ່ງໄດ້ໄປ ຕິດຕາມເຂົາ ແຕ່ວ່າເຂົາ ເຮັດຝືນຣະບຽບ ເຮັດໃຫ້ ພາກຣັຖເຮົາ ຫຍຸ້ງຍາກຫຼາຍ ແຕ່ວ່າເຮົາ ໄດ້ຕັ້ງ ຄນະ ກັມມະການ ແຕ່ໄດ້ຮັບ ການຊີ້ແຈງ ຈາກຂັ້ນເທິງ ໃຫ້ລົງໄປ ຕັດສິນ ໃໝ່".
ຕາມການບອກເລົ່າ ຂອງ ເຈົ້າໜ້າທີ່ ນັ້ນ ນັກຮຽນ ນັກສຶກສາ ເຂົ້າມາໃຊ້ ບໍຣິການ ໃນຮ້ານ ດັ່ງກ່າວຫຼາຍ ຈຶ່ງເຮັດໃຫ້ ປະຊາຊົນ ຢາກ ເປີດຮ້ານເບັຍ ຢູ່ເຂດ ດັ່ງກ່າວ ຫຼາຍຂຶ້ນ ຈົນ ບໍ່ສາມາດ ຄວບຄຸມໄດ້. ດັ່ງ ເຈົ້າໜ້າທີ່ ກ່າວຕື່ມ ອີກວ່າ:
"ເພາະວ່າ ມັນຈະເປັນ ສ່ວນຕົວ ຂອງພວກເຂົາ ເຂົາເຈົ້າຊອກຫາ ພື້ນທີ່ເອງ ເພາະວ່າ ພາກຣັຖ ເຮົາຈັດພື້ນທີ່ ໃຫ້ບໍ່ໄດ້ ມັນຈຶ່ງວ່າ ສ້າງບັນຫາ ໃຫ້ແກ່ເຮົາ ເຮັດໃຫ້ ເຂົາເຈົ້າ ໄປຫາ ພື້ນທີ່ເອງນຳ ມັນໄປກະທົບ ມັນກໍມີ ຜົນກະທົບ ແທ້ ແຕ່ວ່າ ເມື່ອມັນເປັນໄປ ບໍ່ໄດ້ແນວນັ້ນ ເຮົາຈຶ່ງເຮັດໃຫ້ ມີການ ກວດກາເອົາ ແຕ່ມັນ ກໍຍາກຢູ່".
ປັດຈຸບັນ ມີການເປີດຮ້ານ ຢູ່ໃກ້ ສະຖານທີ່ ສຶກສາ ແລະ ບໍ່ມີການ ຄວບຄຸມ ຈາກທາງການ ແລະ ໃນວັນທີ 7 ຕຸລາ ວັນຄຣູ ແຫ່ງຊາດ ນາຍົກ ຣັຖມົນຕຼີ ທ່ານ ທອງລຸນ ສີສຸລິດ ສັ່ງ ໃຫ້ຮື້ຖອນ ແລະ ຍົກຍ້າຍ ຮ້ານກິນດື່ມ ສິ່ງມຶຶຶນເມົາ, ສະຖານທີ່ ບັນເທີງ ແລະ ບ່ອນຫລິ້ນ ການພະນັນ ທີ່ຕັ້ງຢູ່ໃກ້ ສະຖານ ສຶກສາ ຖ້າຣະເມີດ ຈະຖືກອົບຮົມ ຫລື ລົງວິນັຍ.