ຜູ້ຣາຍງານພິເສດ ສະຫະ ປະຊາຊາດ ໄປລາວ

ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ (RFA/SN)

0:00 / 0:00

ທ່ານ Philip Alston ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກ ແລະສິດທິມະນຸດ ໄດ້ຢ້ຽມຢາມ ລາວ ແຕ່ວັນທີ 18 ຫາ 28 ມິນາ ປີນີ້ ເຊິ່ງເປັນການຢ້ຽມຢາມ ເພື່ອຄົ້ນຫາຄວາມຈິງ ກ່ຽວກັບ ບັນຫາສິດທິມະນຸດ ແລະ ຄວາມພຍາຍາມ ຂອງຣັຖບານລາວ ໃນ ການລຶບລ້າງ ຄວາມທຸກຍາກ ຕາມຖແລງຂ່າວ ຈາກ ນະຄອນ Geneva.

ໃນຕອນນຶ່ງ ທ່ານ Philip Alston ເວົ້າວ່າ ສປປ ລາວ ໄດ້ມີບາດກ້າວໜ້າ ປະທັບໃຈໃນການຫລຸດຜ່ອນ ຄວາມທຸກຍາກເຖິງແມ່ນວ່າ ເກືອບ 1 ສ່ວນ 4 ຂອງ ພົລເມືອງຍັງມີຊີວິດການເປັນຢູ່ ລຸ່ມຂີດຄວາມທຸກຍາກ.

ທ່ານເວົ້າຕື່ມວ່າ ທ່ານຢາກເຂົ້າໃຈວ່າ ໃນຂນະທີ່ ເສຖກິດຂອງລາວ ເຕີບໂຕຢ່າງແຂງແຮງ ມາຫລາຍປີແລ້ວ ແລະ ມີຄວາມກ້າວໜ້າ ໃນ ການຫລຸດຜ່ອນ ຄວາມທຸກຍາກນັ້ນ ເປັນຫຍັງພົລເມືອງລາວ ຈຳນວນຫຼາຍ ຍັງບໍ່ໄດ້ຮຽນໜັງສື, ບໍ່ມີນໍ້າສະອາດໃຊ້ ແລະ ບໍ່ໄດ້ຮັບການ ປີ່ນປົວ ສຸຂພາບເທົ່າທີ່ຄວນ.

ທ່ານ Philip Alston ໄດ້ແຈ້ງໃຫ້ຣັຖບານລາວ ຊາບວ່າ ທ່ານ ມີຈຸດປະສົງ ທີ່ຈະເດີນທາງໄປ ແຂວງວຽງຈັນ, ຈຳປາສັກ, ອັດຕະປື, ຊຽງຂວາງ ແລະ ຫົວພັນ. ທ່ານໄດ້ພົບພໍ້ກັບ ເຈົ້າໜ້າທີ່ຣັຖບານ, ຜູ້ທີ່ຖືກຜົລກະທົບ ຈາກຄວາມທຸກຍາກ ຜູ້ຕາງໜ້າ ອົງການຈັດຕັ້ງພາກ ປະຊາສັງຄົມ, ນັກການທູດ, ອົງການຈັດຕັ້ງສາກົລ ແລະ ເຈົ້າໜ້າທີ່ດ້ານການພັທນານຳດ້ວຍ.

ທ່ານ ໄດ້ເວົ້າໃນຣະວ່າງໃຫ້ ສັມພາດຕໍ່ RFA ເມື່ອ 16 ມິນາ ຜ່ານມາ ທີ່ບາງກອກປະເທດໄທ ວ່າ:

"We can only cover a certain number of provinces and we had to identify places where there are issues relating to poverty which seem to shade some lights on sort of the concerns that we have. ພວກເຮົາສາມາດ ໄປແຂວງໃດນຶ່ງເທົ່ານັ້ນ ແລະ ພວກເຮົາໄດ້ກຳນົດໄວ້ແລ້ວ ຈະເລັ່ງໃສ່ບັນຫາ ທີ່ກ່ຽວຂ້ອງກັບ ຄວາມທຸກຍາກ ເຊິ່ງເປັນບັນຫາທີ່ພວກເຮົາ ເປັນຫ່ວງ."

ເມື່ອຖາມເຖິງ ແຂວງເຊກອງ ທີ່ເປັນແຂວງນຶ່ງທີ່ທຸກຍາກ ແລະ ມີບັນຫາດ້ານສິດທິມະນຸດ ຢູ່ທາງພາກໃຕ້ຂອງລາວ ທີ່ທ່ານຈະບໍ່ໄດ້ໄປນັ້ນ ທ່ານກ່າວວ່າ:

"It is really a question of time it is not a matter of not going as we know a number of issue in Sekong. But Laos is large country geographically an it is not to get around. ບັນຫາກໍ່ແມ່ນເຣື່ອງເວລາ ບໍ່ແມ່ນເຣື່ອງໄປ ບໍ່ໄປ ຄືດັ່ງທີ່ ທ່ານຮູ້ວ່າ ຢູ່ເຊກອງ ມີຫລາຍບັນຫາ ແຕ່ວ່າລາວ ເປັນປະເທດ ທີ່ກ້ວາງທາງພຸມີປະເທດ ແລະ ກໍ່ບໍ່ເປັນເຣື່ອງງ່າຍ ທີ່ຈະເດີນທາງຈາກ ບ່ອນນຶ່ງ ໄປອີກບ່ອນນຶ່ງ."

ຖແລງຂ່າວຈາກນະຄອນ Geneva ເວົ້າອີກວ່າ ທ່ານ Alston ຈະໄປເບິ່ງຜົລປະໂຫຍດ ຈາກການເຕີບໂຕທາງເສຖກິດ ແລະການລົງທຶນ ຂອງ ຕ່າງປະເທດ ແລະ ມັນສົ່ງຜົລແນວໃດ ຕໍ່ສະພາບຂອງປະຊາຊົນຜູ້ທຸກຍາກ. ພ້ອມດຽວກັນນັ້ນ ທ່ານກໍ່ມີແຜນ ທີ່ຈະໄປເບິ່ງເຖິງເຣື່ອງ ການສນັບສນູນ ທາງສັງຄົມ, ການສຶກສາ ແລະສຸຂພາບ, ສະພາບຂອງເດັກນ້ອຍ, ແມ່ຍິງ, ຊົນເຜົ່າ ແລະ ຜູ້ຄົນທີ່ອາສັຍ ຢູ່ເຂດຊົນນະບົດ, ໄປເບິ່ງຜົລກະທົບ ໃນການໃຊ້ດິນ, ບັນຫາສິ່ງແວດລ້ອມ ແລະ ການປ່ຽນແປງ ດິນຟ້າ ອາກາດ. ໄປຮູ້ເຖິງບົດບາດ ຂອງໂຄງຮ່າງພື້ນຖານ ແລະ ໂຄງການພັທນາ ແລະ ການລົງທຶນ ທີ່ກ່ຽວຂ້ອງກັບຄວາມທຸກຍາກ ແລະ ໃຫ້ຮູ້ວ່າ ປະຊາຊົນທີ່ຢູ່ ໃນສະພາບຂອງ ຄວາມທຸກຍາກ ນັ້ນສາມາດໃຊ້ສິດພົລເຮືອນ ແລະ ການເມືອງ ຂອງພວກເຂົາ ເຈົ້າໄດ້ສໍ່າໃດ.

ທ່ານ Philip Alston ຈະແລກປ່ຽນຂໍ້ສັງເກດເບື້ອງຕົ້ນ ແລະ ຄຳແນະນຳ ຂອງທ່ານຢູ່ກອງປະຊຸມຂ່າວ ທີ່ຈະຈັດຂຶ້ນມື້ສຸດທ້າຍ ຂອງການ ຢ້ຽມຢາມລາວ ໃນວັນທີ 28 ມີນາ ເວລາ 11 ໂມງເຊົ້າຢູ່ຫ້ອງການ ສະຫະປະຊາຊາດ.