ວຽກງານຣັຖບານທຸກດ້ານຄວນ ມີ ຣາຍງານ

ໄມຊູລີ
2015.03.17
F-Gov ວຽກງານຂອງຣັຖບານທຸກດ້ານຄວນ ມີ ຣາຍງານ
LPDR

ສະຫະ ປະຊາຊາດ ສເນີ ໃຫ້ ສື່ມວນຊົນ ໃນລາວ ເອົາໃຈ ໃສ່ ຣາຍງານ ຄວາມຄຶບໜ້າ ຕ່າງໆ ຂອງ ຣັຖບານ ລາວ ກ່ຽວກັບ ຜົນ ສຳເຣັດ ໃນ ທຸກດ້ານ ທີ່ ຣັຖບານ ລາວ ໄດ້ບັນລຸ ເປົ້າໝາຍ ໄປແລ້ວ ແລະ ພ້ອມກັນ ນັ້ນ ໃຫ້ ຣາຍງານ ກ່ຽວກັບ ໂຄງການ ພັທນາ ຕ່າງໆ ທີ່ຍັງ ຄ້າງຄາຢູ່ ແລະ ໂຄງການ ສໍາຄັນ ຕ່າງໆ ທີ່ ຄວນ ພັທນາ ຢ່າງ ເປັນຂັ້ນ ເປັນຕອນ. ອິງຕາມ ຣາຍງານ ໜັງສືພິມ ທາງການ ລາວ ໃນ ວັນຈັນ ນີ້.

ນາງ Kaarina Immonen ຜູ້ ຕາງໜ້າ ສະຫະ ປະຊາຊາດ ປະຈຳ ລາວ ຣາຍງານ ຕໍ່ ສື່ມວນຊົນ ລາວ ໃນງານ ພົບປະ ສັງສັນ ປະຈຳປີ ຈັດຂຶ້ນ ຢູ່ ຫ້ອງການ ສະຫະ ປະຊາຊາດ ໃນ ວັນສຸກ ຜ່ານມາ ນີ້ວ່າ ເປັນ ສິ່ງສຳຄັນ ທີ່ທາງຜູ້ ສື່ຂ່າວ ລາວ ຈະຕ້ອງ ຣາຍງານ ດ້ານ ຄວາມສຳເຣັດ ຂອງ ແຕ່ລະ ໂຄງການ ພັທນາ ພ້ອມກັບ ບັນຫາ ຄ້າງຄາ ແລະ ຄວນທີ່ຈະ ໃຫ້ ມີການ ປັບປຸງ ຢ່າງໃດ ເພື່ອ ຈະໄດ້ຍົກ ຂຶ້ນສເນີ ຕໍ່ ທາງ ອົງການ ສະຫະ ປະຊາຊາດ ໃຫ້ຈັດ ເຂົ້າໃນ ແຜນ ປະຕິບັດ ງານ ຂອງ ທາງ ເຈົ້າໜ້າທີ່ ສະຫະ ປະຊາຊາດ ປະຈຳ ລາວ ໃນຂັ້ນ ຕໍ່ໄປ.

ໃນຂນະ ດຽວກັນ ນາງ Kaarina Immonen ກໍໃຫ້ ຄວາມ ຍົກຍ້ອງ ກ່ຽວກັບ ຄວາມ ຄືບໜ້າ ຂອງ ແຕ່ລະ ໂຄງການ ແລະ ພາກສ່ວນ ທີ່ຍັງ ຄ້າງຄາ ຢູ່ ກໍຄາດວ່າ ຄວນຈະໃຫ້ ແລ້ວ ສຳເຣັດ ເຊັ່ນກັນ ໃນ ຣະຍະ ເວລາ ທີ່ ຍັງເຫລືອ ຢູ່ແຕ່ 9 ເດືອນ ເທົ່ານັ້ນ.

ສໍາຫລັບ ພາກສ່ວນ ທີ່ວ່າ ປະສົບ ຜົນສໍາເຣັດ ຕ່າງໆ ນັ້ນ ກໍ ຮວມທັງ ດ້ານ ການ ຫລຸດຜ່ອນ ຄວາມ ຍາກຈົນ ຂອງ ປະຊາຊົນ ທີ່ວ່າ ທາງ ຣັຖບານ ໄດ້ ເອົາໃຈໃສ່ ແລະ ສາມາດ ເຮັດໃຫ້ ຄວາມ ທຸກຍາກ ຂອງ ປະຊາຊົນ ຫລຸດລົງ ເຖິງ 40% ແຕ່ປີ 1990 ເປັນ ຕົ້ນມາ. ນອກຈາກ ນັ້ນ ນາງ Immonen ກໍໃຫ້ການ ຍ້ອງຍໍ ຕໍ່ ຣັຖບານ ໃນດ້ານ ການ ສຶກສາ ຂັ້ນ ພື້ນຖານ ໂດຍສະເພາະ ຊ່ອງໂວ່ ຣະຫວ່າງ ການ ສຶກສາ ຂອງ ເພດຍິງ ແລະ ຊາຍ ກໍ ຫນ້ອຍລົງ ພ້ອມກັບ ດ້ານ ສາທາຣະນະສຸຂ ກໍໄດ້ຮັບ ຄວາມ ຄືບໜ້າ ເປັນ ຢ່າງດີ.

ສະເພາະ ດ້ານ ການຂາດ ອາຫານ ນັ້ນ ນາງ Immonen ກໍວ່າ ຍັງເປັນ ບັນຫາ ທີ່ ທ້າທາຍ ທີ່ ຈະຕ້ອງໄດ້ ເອົາໃຈໃສ່ ເປັນ ພິເສດ ຊຶ່ງ ປັຈຈຸບັນ ກໍມີ ຣາຍງານ ວ່າ ປະມານ 50% ຂອງ ເດັກນ້ອຍ ໃນ ທົ່ວ ປະເທດ ທີ່ວ່າ ມີເຖິງ 44% ຂອງ ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ຍັງ ປະສົບ ກັບ ບັນຫາ ຂາດ ອາຫານ ແລະ ວ່າ ພວກ ເດັກນ້ອຍ ທີ່ ມີນ້ຳໜັກ ຕໍ່າ ກວ່າ ຣະດັບ ມາຕຖານ ນັ້ນ ກໍວ່າມີ ແຕ່ 2% ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.