ລາວ ຍັງຈໍາກັດ ສິດຜູ້ເຊື່ອຖື ສາສນາອື່ນຢູ່
2018.06.01
ປະຊາຊົນລາວ ຜູ້ທີ່ນັບຖືຜີ ແລະ ສາສນາຄຣິສຕຽນ ຢູ່ ສປປລາວ ຍັງຖືກຈໍາກັດ ສິດທິຫຼາຍດ້ານ, ຮວມທັງ ຈະບໍ່ໃຫ້ເຂົ້າເຮັດວຽກ ເປັນພະນັກງານ ຣັຖກອນ ແລະ ຈະບໍ່ສາມາດ ຈັດກິຈກໍາຕ່າງໆ ທາງສາສນາ ຫາກບໍ່ໄດ້ຮັບ ອະນຸຍາດ ຈາກ ອໍານາດການປົກຄອງ ທ້ອງຖິ່ນກ່ອນ, ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງສາກົລ ທີ່ນະຄອນຫລວງວຽງຈັນ ກ່າວວ່າ:
"ກໍຄື ພີ່ນ້ອງ ຂອງເຮົານໍ໊ ຈະເຂົ້າເຮັດວຽກກັບຣັຖ ຫັ້ນນ່າ ເພິ່ນຈະບອກວ່າ ຢູ່ໃນລາວ ມີແຕ່ສາສນາດຽວ ຄື ສາສນາພຸດ ເທົ່ານັ້ນ ຖ້າໃຜຂຽນ ເປັນສາສນາຜີ ສາສນາຄຣິສ ຈະບໍ່ສາມາດ ໄປເປັນ ຣັຖກອນ ອີ່ຫຍັງໄດ້ ມັນຈະມີການຈໍາກັດເຣື່ອງ ສິດທິ ທາງດ້ານການເມືອງ ສິດທິ ໃນສັງຄົມ ໄປພ້ອມຫັ້ນນະ ເພາະວ່າ ຖ້າຫາກ ເຮົາຂຽນ ໃນປຶ້ນສັມໂນຄົວ ຖ້າເຈົ້າຂຽນເປັນ ສາສນາຜີ, ສາສນາຄຣິສຕຽນ ບໍ່ໄດ້ເປັນ ຣັຖກອນ ແນ່ນອນ ຂະເຈົ້າ ສິແບບໃຫ້ປ່ຽນຫັ້ນນະ ອັນນີ້ ພີ່ນ້ອງເຮົາ ກໍປ່ຽນຄືກັນ ເຊື່ອຜີ ຢູ່ດີໆແລ້ວເວລາ ໄປເປັນພາກຣັຖ ນັບຖືສາສນາພຸດ."
ກ່ຽວກັບ ຜູ້ນັບຖືສາສນາອື່ນ ທີ່ບໍ່ແມ່ນ ສາສນາພຸດ ໃນປະເທສລາວນັ້ນ, ກະຊວງການຕ່າງປະເທສ ຂອງສະຫະຣັຖອາເມຣິກາ ໄດ້ຣາຍງານ ໃນມື້ວັນທີ 29 ພຶສພາ ທີ່ຜ່ານມານີ້ວ່າ ຫລາຍປີ ທີ່ຜ່ານມາ ມີປະຊາຊົນ ທີ່ນັບຖື ສາສນາຄຣິສຕຽນ ຖືກຂັບໄລ່ ອອກຈາກ ເຂດບ້ານຕົນເອງ ຫຼາຍກໍຣະນີ.
ໃນນັ້ນ ກໍມີຊາວຄຣິສຕຽນ 26 ຄົນຢູ່ແຂວງຫົວພັນ ຖືກເຈົ້າໜ້າທີ່ເມືອງ ຂັບໄລ່ ອອກຈາກບ້ານ ໂດຍບອກວ່າ ຖ້າປະລະສາສນາຄຣິສຕຽນ ບໍ່ໄດ້ ກໍບໍ່ຕ້ອງ ກັບຄືນມາບ້ານເດີມ. ແລະ ອີກກໍຣະນີນຶ່ງ ກໍເກີດຂຶ້ນ ຢູ່ເມືອງໂພນໄຊ ແຂວງຫຼວງພຣະບາງ ເມື່ອເດືອນ ຕຸລາປີກາຍ. ເຈົ້າໜ້າທີ່ ທາງການ ໄດ້ຈັບ ແລະ ກັກຂັງ ຊາວຄຣິສຕຽນ 4 ຄົນ ແລະ ທັງກົດດັນ ພວກເຂົາເຈົ້າ ໃຫ້ປະລະ ຄວາມເຊື່ອຖື ແລະ ເມື່ອເດືອນ ກຸມພາ ທີ່ຜ່ານມານີ້ ເຈົ້າໜ້າທີ່ ແຂວງອັດຕະປື ກໍໄດ້ກັກຂັງ ອາຈານ ສອນສາສນາ ຄຣິສຕຽນ 5 ຄົນ.
ແຕ່ເຈົ້າໜ້າທີ່ ຫ້ອງການປົກຄອງ ທັງສາມແຂວງ ທີ່ວ່ານັ້ນ ບໍ່ໃຫ້ຄໍາເຫັນກ່ຽວກັບ ກໍຣະນີຕ່າງໆ ຕາມຣາຍງານ ຂອງສະຫະຣັອາເມຣິການັ້ນ. ແຕ່ເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ຮັບວ່າ ຄວາມຂັດແຍ່ງ ຂອງຜູ້ຕ່າງສາສນານັ້ນ ມີແທ້:
"ຄົນທີ່ນັບຖື ສາສນາຄຣິສຫັ້ນ ກໍມັກເວົ້າວ່າ ໂອ໋ເປັນຫຍັງ ເຂົາຕ້ອງໄປນົບໄປໄຫວ້ ໄປວັດຈັ່ງຊີ້ ເປັນພຽງແຕ່ ຊີມັງກໍ່ຂຶ້ນມາຊື່ໆ ເປັນຫຍັງ ຕ້ອງໄປໃຫວ້ ຫັ້ນນາ ມັນບໍ່ມີຊີວິດຈິດໃຈ ແລ້ວບາດນີ້ບາງເທື່ອຄົນ ທີ່ນັບຖືສາສນາພຸດ ກໍເວົ້າໃຫ້ສາສນາຄຣິສວ່າ ໂອ໊ ພະເຈົ້ານີ້ ບໍ່ມີ ຄວາມຈິງດອກ ເປັນພວກເພີ້ຝັນ ອີ່ຫຍັງປະມານນີ້ ເປັນຫຍັງ ຈຶ່ງມີການຂັບໄລ່ນໍ໊ ຖ້າວ່າ ເບິ່ງໃນດ້ານການເມືອງຫັ້ນ ກໍອາດຢ້ານແບບຄົນຫັ້ນ ໄປທາງນີ້ຫລາຍ ແລ້ວເຮັດໃຫ້ບໍ່ເຄົາຣົບ ທາງພັກທາງຣັຖ ເພາະວ່າ ສາສນາຄຣິສ ເປັນສາສນາ ທາງຕາເວັນຕົກເນາະ."
ນາງກ່າວຕື່ມວ່າ ຊາວມົ້ງສ່ວນໃຫຍ່ ໃນແຂວງຊຽງຂວາງ ນັບຖືສາສນາຄຣິສຕຽນ ແລະ ຈໍານວນນຶ່ງ ນັບຖືຜີ. ຜູ້ທີ່ນັບຖື ສາສນາຄຣິສຕຽນ ໃຊ້ຊີວິດປະຈໍາວັນ ຢ່າງປົກກະຕິ ຄືກັນກັບຄົນສາສນາອື່ນ. ພວກເຂົາເຈົ້າ ມັກເຕົ້າໂຮມກັນ ໄປໂບດ ທຸກວັນອາທິດ. ແຕ່ຫາກວ່າ ຈະຈັດ ກິຈກໍາໃດໆ ທາງສາສນາ ກໍຕ້ອງໄດ້ຮັບ ອະນຸຍາດ ຈາກເຈົ້າໜ້າທີ່ ອໍານາດການປົກຄອງບ້ານ ແລະ ເມືອງກ່ອນ ແລະ ຕ້ອງມີເຈົ້າໜ້າທີ່ ຄອຍຕິດຕາມເບິ່ງ ຕລອດງານ ນັ້ນດ້ວຍ.