ອິສຣະ ທາງສາສນາ ມີແນວໂນ້ມຫຼຸດລົງ

ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖອາເມຣິກາ Mike Pompeo ກ່າວຕໍ່ບັນດານັກຂ່າວ ໃນຣະຫວ່າງປະກາດ ເຜີຍແຜ່ຣາຍງານ ກ່ຽວກັບສິດເສຣີພາບ ທາງສາສນາໃນທົ່ວໂລກ ປະຈໍາປີ 2017 ວັນທີ 29 ພຶສພາ 2018.
ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖອາເມຣິກາ Mike Pompeo ກ່າວຕໍ່ບັນດານັກຂ່າວ ໃນຣະຫວ່າງປະກາດ ເຜີຍແຜ່ຣາຍງານ ກ່ຽວກັບສິດເສຣີພາບ ທາງສາສນາໃນທົ່ວໂລກ ປະຈໍາປີ 2017 ວັນທີ 29 ພຶສພາ 2018. (AP)

0:00 / 0:00

ຣາຍງານ ຂອງກະຊວງການຕ່າງປະເທດ ສະຫະຣັຖອາ ເມຣິກາ ກ່ຽວກັບສິດທິ ທາງສາສນາ ຢູ່ໃນໂລກ ຮວມທັງຢູ່ ສປປລາວ ປະຈໍາປີ 2017 ທີ່ຖືກນໍາອອກເຜີຍແຜ່ ໃນມື້ວັນທີ 29 ພຶສພາ 2018 ນີ້ ຣະບຸວ່າ ສິດອິສຣະພາບ ທາງສາສນາ ຢູ່ຕາມທ້ອງຖິ່ນ ຫ່າງໄກຕ່າງໆ ຂອງລາວ ມີແນວໂນ້ມ ຫຼຸດໜ້ອຍລົງ, ຕາມຄໍາເວົ້າ ຂອງບັນດາຜູ້ນໍາທາງສາສນາ.

ອົງການຈັດຕັ້ງສາກົລ ທີ່ບໍ່ຂຶ້ນກັບ ຣັຖບານ ຫລື NGO ເວົ້າວ່າ ການຈໍາກັດ ຂອງຣັຖບານ ຕໍ່ກຸ່ມສາສນາສ່ວນນ້ອຍຕ່າງໆ ທີ່ບໍ່ຂຶ້ນທະບຽນ ໂດຍສະເພາະ ກຸ່ມໂປຣແຕັສຕັງ ຍັງມີການຈໍາກັດ ຢູ່ໃນທ້ອງຖິ່ນ ບາງເຂດຢູ່. ສິດເສຣີພາບ ທາງສາສນາ ສໍາລັບ ຊາວອາເມຣິກັນ ຖືວ່າ ເປັນຮາກເຫງົ້າ ແລະ ມີຄວາມສໍາຄັນຫຼາຍ, ຕາມຄໍາປາສັຍ ຂອງທ່ານ ໄມ​ຄ໌ ພອມ​ແພວ (Mike Pompeo) ຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ໃນພິທີເປີດຣາຍງານ ກ່ຽວກັບ ສິດເສຣີພາບ ທາງສາສນາ ໃນທົ່ວໂລກ ປະຈໍາປີ 2017:

"ຣາຍງານນີ້ ເປັນສົມບັດ ສ່ວນນຶ່ງ ຂອງບົດບາດ ທາງປວັດສາດ ຂອງສະຫະຣັຖອາເມຣິກາ ໃນການຮັກສາ ແລະ ສົ່ງເສີມ ສິດເສຣີພາບ ທາງສາສນາ ໃນທົ່ວໂລກ. ເສຣີພາບທາງສາສນາ ຢູ່ໃນສາຍເລືອດຂອງຄົນອາເມຣິກັນ. ເປັນສິ່ງທີ່ນໍາເອົາຊາວ pilgrims ຈາກອັງກິດ ມາທີ່ນີ້."

ແຕ່ກໍມີຣາຍງານຢູ່ຕໍ່ໄປ ກ່ຽວກັບການຈັບ, ການກັກຂັງ ແລະ ການເນຣະເທດ ສາວົກ ຂອງສາສນາສ່ວນໜ້ອຍ ໂດຍສະເພາະ ຜູ້ທີ່ເປັນ ຊາວຄຣິສຕຽນ ເປັນຕົ້ນ ຢູ່ຕາມບ້ານໃນເຂດຫ່າງໄກ. ຍົກຕົວຢ່າງ ເມື່ອໄວໆມານີ້ ເຈົ້າໜ້າທີ່ ຂັ້ນເມືອງ ຂອງແຂວງ ຫົວພັນ ໄດ້ເນຣະເທດ ຊາວມົ້ງຄຣິສຕຽນ 26 ຄົນ ໃຫ້ອອກໄປຈາກ ເຂດບ້ານຂອງພວກເຂົາເຈົ້າ ໂດຍບໍ່ໃຫ້ ກັບມາອີກ ເວັ້ນເສັຽແຕ່ວ່າ ພວກເຂົາ ຍອມປະລະ ສາສນາຄຣິສຕຽນ.

ຣາຍງານ ຂອງກະຊວງ ການຕ່າງປະເທດ ສະຫະຣັຖອາເມຣິກາ ເວົ້າອີກວ່າ ຍັງມີຣາຍງານ ກ່ຽວກັບ ເຣື່ອງການກັກຂັງ ຜູ້ທີ່ປ່ຽນໄປເຊື່ອຖື ສາສນາຄຣິສຕຽນ ນັ້ນຢູ່ຕໍ່ໄປ ຮວມເຖິງ ການກັກຂັງ ຫຼື ຍຶດເອກສານ ສອນສາສນາ ຈາກຊາວຄຣິສຕຽນ ເພື່ອບັງຄັບ ໃຫ້ປະລະຄວາມເຊື່ອຖື ຂອງພວກເຂົາເຈົ້າ. ແລະ ກໍມີຣາຍງານວ່າ ຊາວຄຣິສຕຽນ ທີ່ເຕົ້າໂຮມກັນ ເພື່ອທໍາພິທີ ທາງສາສນາ ຢູ່ໃນບ້ານເຮືອນ ແລະ ບ່ອນທີ່ບໍ່ໄດ້ຂຶ້ນ ທະບຽນ ບາງກໍຣະນີ ກໍຖືກທາງການ ຂູ່ ເຂັນຮາວີ.

ເຈົ້າໜ້າທີ່ ສະຖານທູດສະຫະຣັຖອາເມຣິກາ ກໍໄດ້ຍົກບັນຫາ ກ່ຽວກັບເຣຶ່ອງສິດເສຣີພາບ ທາງສາສນາ ຂຶ້ນປຶກສາຫາຣື ກັບ ຣັຖບານລາວ ຢ່າງເປີດເຜີຍ ແລະ ສົ່ງເສີມ ໃຫ້ມີ ການແກ້ໄຂຂໍ້ຂັດແຍ່ງຕ່າງໆ ຮວມທັງ ອັນທີ່ກ່ຽວຂ້ອງກັບ ການປະຕິບັດ ດໍາຣັຖນາຍົກຣັຖມົນຕຣີ ວ່າດ້ວຍ ສາສນາ ປີ 2016 ນັ້ນ ນໍາດ້ວຍ.